ຝຶກອົບຮົມພະນັກງານຫໍສະໝຸດ, ວັນທີ 24 ເມສາ – 19 ພຶດສະພາ 2023 

ພາຍໃຕ້ກອບການເຮັດວຽກຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ການພັດທະນາເສີມສ້າງຄວາມອາດສາມາດໃຫ້ແກ່ ພະນັກງານຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຖືກວ່າເປັນບູລິມະສິດທີ່ຄຽງູຸຄູ່ກັນກັບການສ້າງ E-library.

ໃນນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ໄດ້ຮ່ວມມືກັບ ອົງການຂໍ້ມູນຂ່າວສານອີເລັກໂຕຣນິກສຳລັບຫໍສະໝຸດ ໃນປະເທດໄທ ຫຼື EIFL-Thailand ເພື່ອສະໜັບສະໜຸນການເສີມສ້າງຂີດຄວາມອາດສາມາດຂອງພະນັກງານຫໍສະໝຸດ/ບັນນາຮັກຂອງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ຄນລ, ມຊ). ການຝຶກອົມຮົມແມ່ນຖືກຈັດຢູ່ພາຍໃນຫໍສະໝຸດ ຄນລ ຕັ້ງແຕ່ວັນທີ 24 ເມສາ – 19 ພຶດສະພາ 2023. ຈຸດປະສົງໃນການປະສານສົມທົບ ກັບທາງ EIFL ປະເທດໄທນີ້ກໍແມ່ນເພື່ອ ຫັນປ່ຽນຫໍສະໝຸດ ຄນລ ໃຫ້ກາຍເປັນຫໍສະໝຸດທີ່ມີໃຊ້ສອຍສິ່ງອຳນວຍຄວາມສະດວກໄດ້ຢ່າງຄົບຖ້ວນ ພ້ອມທັງມີບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ. 

ການຝຶກອົບຮົມທັງ 4 ອາທິດນີ້ແມ່ນນຳພາໂດຍ ຊ່ຽວຊານທີ່ຈັດຫາມາໂດຍ EIFL ໄດ້ແກ່ ທ່ານ ນາງ ສຸຣາຊະວະດີ ດິດສະກຸນ ແລະ ທ່ານ ນາງ ສົມປອງ ອຸດົມເດດ, ເຊິ່ງແມ່ນຜູ້ຊ່ຽວຊານທີ່ມີປະສົບການມາຢ່າງຍາວນານ ໃນການເຮັດວຽກຢູ່ຫໍສະໝຸດທາງວິຊາການ. ການຝຶກອົມຮົມແມ່ນສຸມໃສ່ພະນັກງານຫໍສະໝຸດຂອງ ຄນລ ໂດຍສະເພາະ ອັນປະກອບມີ ທ່ານ ເຂິງຄຳ ສີຫາລາດ (ຫົວໜ້າຫໍສະໝຸດ), ທ່ານ ນາງ ສີເມືອງ ສີວົງດາວ (ຮອງຫົວໜ້າຫໍສະໝຸດ), ທ່ານ ສັງຄອນ ນິຍົມຄຳ (ຫົວໜ້າໜ່ວຍງານ IT), ທ່ານ ນາງ ຄໍາພູທອນ ເພັງພະຈັນ, ທ່ານ ນາງ ສີຣີໄຊ ສຸລິຍະວົງສາ ແລະ ທ່ານ ນາງ ສົມພຽນ ວັນປະເສີດ. ຈຸດປະສົງຫຼັກອີກອັນໜຶ່ງຂອງການຝຶກອົບຮົມນີ້ແມ່ນເພື່ອພັດທະນາການບໍລິຫານຈັດການຫໍສະໝຸດ ໂດຍສະເພາະ, ການລົງທະບຽນປຶ້ມທີ່ເໝາະສົມ, ແລະ ການຈັດເຄຕາລ໋ອກ​/ໝວດໝຸ່ປຶ້ມ ຕໍ່ເນື່ອງຈາກການທີ່ໂຄງການໄດ້ມອບປຶ້ມໃຫ້ແກ່ທາງ ຫໍສະໝຸດ ຄນລ ນອກຈາກນີ້ຈຶ່ງປະສົງກໍຍັງແມ່ນການໃຫ້ໝັ້ນໃຈເຖິງ ການເຂົ້າເຖິງເຄື່ອງມືຕ່າງໆ ແລະ ປັບປຸງສະພາບແວດແລ້ວຂອງ ຫໍສະໝຸດ. 

ໃນອາທິດທຳອິດຂອງການຝຶກອົບຮົມ, ຊ່ຽວຊານໄທ ແລະ ບັນນາຮັກຂອງ ຄນລ ໄດ້ປະສານສົມທົບ ແລກປ່ຽນ ແລະ ສະເໜີແນວຄວາມຄິດໃນການພັດທະນາຫໍສະໝຸດ ຄນລ ໃຫ້ດີຂຶ້ນ. ຈຸດສຸດທຳອິດ ແມ່ນການລະບຸເຖິງບັນຫາທີ່ຕ້ອງຮີບແກ້ໄຂຢ່າງຮີບດ່ວນ. ຊ່ຽວຊານ EIFL ໄດ້ສາຍວີດີໂອ ແລະ ນຳສະເໜີຫໍສະໝຸດ 4 ແຫ່ງໄດ້ແກ່: ຫໍສະໝຸດທຳມະສາດ, ຫໍສະໝຸດຈຸລາລົງກອນ, ຫໍສະໝຸດກຸງເທບ ແລະ ຫໍສະໝຸດ Orchard ສິງກະໂປ ເພື່ອສະແດງໃຫ້ພະນັກງານຫໍສະໝຸດຂອງ ຄນລ ເບິ່ງເປັນຕົວຢ່າງ ແລະ ສ້າງແຮງບັນດານໃຈແກ່ພະນັກງານຂອງ ຄນລ ໃນການປັບປຸງພັດທະນາຫໍສະໝຸດຂອງຕົນ. ໃນອາທິດນີ້ເອງ ທາງຊ່ຽວຊານ ແລະ ພະນັກງານຫໍສະໝຸດຂອງ ຄນລ ໄດ້ມີໂອກາດໄປຢ້ຽມຢາມສະໝຸດສອງແຫ່ງ ໄດ້ແກ່ ຫໍສະໝຸດກາງ ມຊ ແລະ ຫໍສະໝຸດແຫ່ງຊາດ. ການຢ້ຽມຢາມດັ່ງກ່າວແມ່ນນຳພາໂດຍ ທ່ານ ນາງ Paulina Baschton (ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ), ຊ່ຽວຊານໄທ 2 ທ່ານ, ທ່ານ ປາດຖະໜາພອນ ນາມມະລາດ (ຜູ້ຊ່ວຍໂຄງການ) ແລະ ບັນນາຮັກຂອງ ຄນລ 5 ທ່ານ ໂດຍທາງທີມງານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຫໍສະໝຸດທັງສອງແຫ່ງ. ໃນມື້ສຸດທ້າຍຂອງອາທິດ ພາຍຫຼັງການໄປຢ້ຽມຢາມ ທາງຊ່ຽວຊານ ໄດ້ໃຫ້ພະນັກງານຂອງ ຄນລ ແບ່ງປັນບົດຮຽນ ແລະ ແນວຄວາມຄິດທີ່ພວກເຂົາໄດ້ຮັບ ແລະ ມີການແລກປ່ຽນກັບຊ່ຽວຊານເຖິງວິທີການປັບໃຊ້ບົດຮຽນທີ່ໄດ້ຮຽນມາ ເຂົ້າກັບການພັດທະນາຫໍສະໝຸດ ຄນລ. 

ໃນອາທິດທີສອງ, ພະນັກງານຫໍສະໝຸດຂອງ ຄນລ ໄດ້ຈັດການຝຶກອົບຮົມພາຍໃນ ໃນການນຳໃຊ້ ‘‘Canva’’, ເຊິ່ງນໍາພາການຝຶກອົບຮົມໂດຍ ທ່ານ ສັງຄອນ ນິຍົມຄຳ, ຫົວໜ້າໜ່ວຍງານ IT. ກິດຈະກໍາດັ່ງກ່າວນີ້ກໍແມ່ນເພື່ອໃຫ້ພະນັກງານຫໍສະໝຸດທີທັກສະ ແລະ ຄວາມສາມາດໃນການສ້າງສື່ປະສາສຳພັນດ້ວຍຕົນເອງ. ນອກຈາກນີ້, ໃນອາທິດດຽວກັນ ຊ່ຽວຊານໄດ້ສຶກສາແບບສອບຖາມຜູ້ນຳໃຊ້ຫໍສະໝຸດທີ່ຖືກເຮັດໄວ້ໃນປີ 2022 ເພື່ອວິເຄາະຄຳຄິດເຫັນຂອງ ນັກສຶກສາທີ່ນຳໃຊ້ຫໍສະໝຸດຕົວຈິງ. ໂດຍ ຫຼັງຈາກການສຶກສາ ຊ່ຽວຊານກໍໄດ້ແນະນຳວິທີການແກ້ໄຂບັນຫາຕ່າງໆ ໂດຍອີງຕາມຄຳເຫັນທີ່ນັກສຶກສາໄດ້ປະກອບເຂົ້າໃນແບບສອບຖາມ. ຄວາມຄືບໜ້າໃນອາທິດນີ້ກໍຄືການປ່ຽນກະດານຈອງຫ້ອງປະຊຸມຂອງຫໍສະໝຸດ ດ້ວຍໜ້າຈໍຄອມ ແລະ ການຈັດພູມມິທັດຂອງ ຫໍສະໝຸດຄືນໃໝ່ ໂດຍການຍ້າຍໂຕະຕັ່ງຫວາຍ. 

ໃນອາທິດທີສາມ ການຝຶກອົມຮົບແມ່ນເປັນລັກສະນະການລົງມືປະຕິບັດຕາມຄຳແນະນຳຂອງຊ່ຽວຊານ. ໂດຍມີຫຼາຍໆໜ້າວຽກທີ່ຖືກປັບປຸງໃຫ້ດີຂຶ້ນໃນອາທິດນີ້ ບໍ່ວ່າຈະເປັນຕູ້ໃສ່ເກີບໜ້າທາງເຂົ້າຫໍສະໝຸດ, ປຶ້ມເກົ່າໄດ້ຖືກຍ້າຍ ແລະຈັດແຈງພື້ນທີ່ໃໝ່ສຳລັບວາລະສານ ແລະ ໜັງສືຕ່າງປະເທດ ເຊິ່ງຈະເປັນປະໂຫຍດແກ່ການຄົ້ນຄວ້າຂອງນັກສຶກສາ, ແລະ ອີກບັນຫາໜຶ່ງທີ່ສຳຄັນ, ໂດຍອີງຕາມຕາຕະລາງການເຮັດວຽກແບບໝຸນວຽນຂອງຊ່ຽວຊານ ທາງພະນັກງານຫໍສະໝຸດໄດ້ຈັດພະນັກງານປະຈຳທີ່ຫ້ອງວິທະຍານິພົນ ເພື່ອສະໜອງຂໍ້ມຸນໃຫ້ນັກສຶກສາ. 

ໃນອາທິດສຸດທ້າຍຂອງການຝຶກອົມຮົມ, ຊ່ຽວຊານໄດ້ຈັດການບັນຍາຍກ່ຽວກັບສອງຫົວຂໍ້ໃນການເສິມສ້າງຄວາມອາດສາມາດ ອັນໄດ້ແກ່ ການບໍລິຫານຈັດການບຸກຄະລາກອນ ແລະ ທັກສະໃນການໃຫ້ບໍລິການ. ຊ່ຽວຊານເຊິ່ງວ່າ ຫົວຂໍ້ທັງສອງຢ່າງນີ້ຈະເປັນປະໂຫຍດໃຫ້ແກ່ພະນັກງານຂອງ ຄນລ ທັງ hard ແລະ soft skills. ໃນນີ້ ຊ່ຽວຊານໄດ້ຮ່າງຕົວຢ່າງ ຕາຕະລາງໜ້າວຽກ ສຳລັບການບໍລິຫານວຽກຢູ່ໃນ ຫໍສະໝຸດ. ໂດຍລະອຽດແມ່ນໄດ້ແບ່ງປັນກັບ ທ່ານ ນາງ ສີມເມືອງ ສີວົງດາວ, ຮອງຫົວໜ້າຫໍສະໝຸດແລ້ວ, ນອກຈາກນີ້ຊ່ຽວຊານຍັງກຽມຕົວຢ່າງສຳລັບ ຕາຕະລາງການລົງທະບຽນວາລະສານ, ແລະ ວິທະຍານິພົນ ນອກຈາກນີ້ກໍຍັງມີຕົວຢ່າງຕາຕະລາງການໝຸນວຽນວຽກ. 

ໃນມື້ສຸດທ້າຍຂອງການຝຶກອົບຮົມ, ທາງຊ່ຽວຊານໄດ້ນຳສະເໜີຜົນສຳລັບຕະຫຼອດໄລຍະ 4 ອາທິດຂອງການຝຶກອົບຮົມແລະ ຂໍ້ແນະນຳເພີ່ມຕື່ມສຳລັບການພັດທະນາກໍສະໝຸດ. ໂດຍຄຳແນະນຳບາງສ່ວນປະກອບມີ ການພັດທະນາການບໍລິການ ເພື່ອໃຫ້ໄດ້ຮັບຄຳເຫັນທາງບວກຈາກທາງນັກສຶກສາເພື່ມຂຶ້ນ, ຮີບດ່ວນແກ້ໄຂບັນຫາຄຳເຫັນດ້ານລົບຈາກນັກສຶກສາ, ແລະ ສົ່ງເສີມໃຫ້ນັກສຶກສາໃຊ້ E-library ເພີ່ມຂຶ້ນ. ຫົວໜ້າຫໍສະໝຸດຂອງ ຄນລ ກໍໄດ້ນໍາສະໜີໂດຍຫຍໍ້ກ່ຽວກັບ ຜົນລັບທີ່ເປັນທີ່ພຶງພໍໃຈຂອງພະນັກງານຫໍສະໝຸດທຸກໆຄົນ. ພວກເຂົາສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາໃນການທີ່ຈະສືບຕໍ່ນຳບົດຮຽນທີ່ໄດ້ຮຽນຮູ້ ມາປັບໃຊ້ໃນການພັດທະນາຫໍສະໝຸດໃນອະນາຄົດ. 

ການຝຶກອົບຮົມໃຫ້ແກ່ພະນັກງານຫໍສະໝຸດນີ້ ໄດ້ສ້າງຜົນປະໂຫຍດອັນດີແຫ່ງຫໍສະໝຸດ ຄນລ ຢ່າງແທ້ຈິງ. ມັນໄດ້ຊ່ວຍເພີ່ມພູນຄວາມຮູ້ໃຫ້ແກ່ທາງພະນັກງານຫໍສະໝຸດ ໂດຍສະເພາະກ່ຽວກັບດ້ານບັນດາຮັກ. ທາງໂຄງການເຫັນໄດ້ເຖິງຄວາມສຳເລັດຂອງການຝຶກອົບຮົມດັ່ງກ່າວ, ແລະ ຈະສືບຕໍ່ສະໜັບສະໜຸນພະນັກງານຫໍສະໝຸດ ແລະ ສະໜອງເຄື່ອງທີ່ຈຳເປັນໃຫ້ແກ່ຫໍສະໝຸດ. ສິ່ງເຫຼົ່ານີ້ຈະຊ່ວຍເສີມປະສິດຕິພາບຂອງ ຫໍສະໝຸດ ຄນລ ແລະ ສ້າງໃຫ້ມັນເປັນສະຖານທີ່ທີ່ທັນສະໄໝ ແລະ ມີຄວາມກ້າວໜ້າ.