ທຶນຄົ້ນຄວ້າ ປີ 2024-2025

ມະຫາວິທະຍາໄລລຸກຊຳບວກ ຍິນດີທີ່ຈະປະກາດວ່າ ພວກເຮົາຈະເປີດຮັບສະໝັກເພື່ອຄັດເລືອກ ພະນັກງານຈາກ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ທີ່ສົນໃຈເຮັດບົດຄົ້ນຄວ້າໃນຂົງເຂດກົດໝາຍ ເພື່ອມາດຳເນີນການຄົ້ນຄວ້າ ພາຍໃຕ້ການຊີ້ນຳຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ. ເງື່ອນໄຂໃນການສະໝັກ ທຶນຄົ້ນຄວ້ານີ້ ແມ່ນເນັ້ນໃສ່ ຄູອາຈານລາວ ໃຫ້ພັດທະນາທັກສະໃນທາງດ້ານວິຊາການ ແລະ ທັກສະໃນການຄົ້ນຄວ້າ ໃນຂົງເຂດກົດໝາຍ, ເພື່ອສ້າງຄວາມເຂັ້ມແຂງແກ່ຄວາມອາດສາມາດໃນການຄົ້ນຄວ້າຂອງຕົນເອງ ແລະ ຂອງສະຖາບັນ ອັນໄດ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ. ຜູ້ສະໝັກຈະຕ້ອງເປັນອາຈານຂອງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຢ່າງໜ້ອຍຕ້ອງ ຈົບການສຶກສາລະດັບປະລິນຍາຕີ ໃນສາຂາກົດໝາຍ ຫຼື ມີທັກສະ/ຄວາມຊ່ຽວຊານທາງກົດໝາຍສູງ. ທຶນດັ່ງກ່າວແມ່ນບໍ່ໄດ້ ກຳນົດອາຍຸຜູ້ສະໝັກ. ໂດຍຜູ້ສະໝັກຈະຖືກຄັດເລືອກຕາມຜົນງານທີ່ສົ່ງມາ. ມະຫາວິທະຍາໄລລຸກຊຳບວກມີສິດເດັດຂາດໃນການຄັດເລືອກ ແລະ ຫຼື ການປະຕິເສດຜູ້ສະໝັກ. ເພື່ອໃຫ້ເປັນໄປຕາມ “ແຜນຍຸດທະສາດການຮ່ວມມືທົ່ວໄປເພື່ອການພັດທະນາທີ່ຍືນຍົງ ຂອງລຸກຊຳບວກ – ເສັ້ນທາງສູ່ ປີ 2030’’, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ ເປີດຮັບບົດສະເໜີການຄົ້ນຄວ້າທີ່ນອນໃນຫົວຂໍ້ຕ່າງໆລຸ່ມນີ້: … Continued

ປະກາດຮັບສະໝັກທຶນບົດວິໄຈຄົ້ນຄວ້າ

ມະຫາວິທະຍາໄລ ລຸກຊຳບວກ ຂໍຖືເປັນກຽດປະກາດເປີດຮັບໃບສະໝັກ ເພື່ອຄັດເລືອກພະນັກງານວິຊາການໃນຂົງເຂດກົດໝາຍຈາກ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ທີ່ສົນໃຈດຳເນີນການຄົ້ນຄວ້າພາຍໃຕ້ການເປັນທີ່ປຶກສາຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ. ເງື່ອນໄຂ ໂປຣແກຣມການຄົ້ນຄວ້ານີ້ ແມ່ນມີຈຸດປະສົງໃຫ້ບັນດາຄູອາຈານໄດ້ພັດທະນາທັກສະທາງວິຊາການ ແລະ ທັກສະການຄົ້ນຄວ້າໃນຂົງເຂດກົດໝາຍ ເພື່ອເພີ່ມສັກກະຍະພາບຂອງຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດໄດ້ໃນໄລຍະຍາວ. ຜູ້ສະໝັກ ຕ້ອງເປັນຄູອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ ທີ່ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາກົດໝາຍ ຫຼື ກ່ຽວກັບກົດໝາຍ. ການສະໝັກ ແມ່ນບໍ່ມີການກຳນົດເງື່ອນໄຂທາງດ້ານອາຍຸ. ຜູ້ສະໝັກຈະໄດ້ຮັບເລືອກອີງຕາມຄວາມເໝາະສົມ. ມະຫາວິທະຍາໄລລຸກຊຳບວກມີສິດເຕັມທີໃນການຄັດເລືອກ ຫຼື ປະຕິເສດການສະໜັກ. ເພື່ອສອດຄ່ອງກັບ “ຍຸດທະສາດການຮ່ວມມືທົ່ວໄປຂອງລຸກຊຳບວກ ເພື່ອການພັດທະນາແບບຍືນຍົງ – ຫົນທາງສູ່ປີ 2030”, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ເປີດຮັບບົດສະເໜີການຄົ້ນຄວ້າທີ່ນອນໃນຂົງເຂດດັ່ງນີ້: ລັດທີ່ປົກຄອງ ແລະ ບໍລິຫານໂດຍກົດໝາຍ ຫຼື ລັດແຫ່ງກົດໝາຍ; ສິດທິພື້ນຖານ; ຄວາມສະເໝີພາຍຍິງຊາຍ; ຄວາມຍືນຍົງທາງສິ່ງແວດລ້ອມ ແລະ ການປົກປັກຮັກສາດິນຟ້າອາກາດ. … Continued