ຝຶກອົບຮົມວິທີການຄົ້ນຄວ້າທາງກົດໝາຍ, ການຄົ້ນຄວ້າແບບຄຸນນະພາບ, 27 ພະຈິກ – 1 ທັນວາ 2023

ມະຫາວິທະຍາໄລລຸກຊໍາບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງດ້ານກົດໝາຍໃນ ສປປ ລາວ. ໃນນີ້, ການຝຶກອົບຮົມ 5 ວັນ ໂດຍພະແນກຄົ້ນຄວ້າຂອງ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ເປັນຜູ້ຈັດຂຶ້ນ ພາຍໃຕ້ການສະໜັບສະໜູນທາງດ້ານເຕັກນິກຈາກມະຫາວິທະຍາໄລລຸກຊໍາບວກ, ໂຄງການຮ່ວມມືມະຫາວິທະຍາໄລລະຫວ່າງລາວ-ລຸກຊໍາບວກ ແລະ ການສະໜັບສະໜູນດ້ານການເງິນຈາກ ໂຄງການ LAO/037 ທີ່ສຸມໃສ່ວິທີການຄົ້ນຄວ້າທາງດ້ານກົດໝາຍ, ການຄົ້ນຄວ້າແບບຄຸນນະພາບ ໃນລະຫວ່າງວັນທີ 27 ພະຈິກ ຫາ ວັນທີ 1 ທັນວາ ປີ 2023. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ທ່າລາດ ແລະ ໂດຍການເປັນປະທານໂດຍ ທ່ານ ບຸນຄົງ ເພັດດາວຮຸ່ງ, ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ແລະ ຮ.ສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ງານສໍາມະນາໄດ້ລວມເອົາອາຈານສອນກົດໝາຍຫຼາຍກວ່າ 35 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ແລະ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ ລວມທັງ ແຂກຮັບເຊີນ, ທ່ານນາງ ພາວລີນາ ບອສຕັນ, ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລຂອງເຮົາ.

ການຝຶກອົບຮົມແມ່ນສຸມໃສ່ວິທີການໃນການຄົ້ນຄວ້າວິທະຍາສາດໃນຂົງເຂດກົດໝາຍ ເຊິ່ງມີເປົ້າໝາຍເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດຄົ້ນຄວ້າແບບຄຸນນະພາບ. ຜູ້ເຂົ້າຮ່ວມການຝຶກອົບຮົມໄດ້ຕິດຕາມການນໍາສະເໜີທີ່ຫຼາກຫຼາຍປະເພດຂອງການຄົ້ນຄວ້າແບບຄຸນນະພາບ, ໄດ້ຮຽນຮູ້ໃນການສ້າງແບບສອບຖາມ ແລະ ການນໍາໃຊ້ການວິເຄາະຂໍ້ມູນພື້ນຖານ. ການຝຶກອົບຮົມໄດ້ກວມເອົາຄວາມສໍາຄັນຂອງການເຮັດບົດສະເໜີການຄົ້ນຄວ້າທີ່ດີ ແລະ ການຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບການຄົ້ນຄວ້າ. ໃນມື້ທໍາອິດຂອງການຝຶກອົບຮົມ, ຮ.ສ. ສິດທິໄຊ ໄຊຍະວົງ, ອາຈານສອນກົດໝາຍຈາກ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນນໍາສະເໜີກ່ຽວກັບ ທິດສະດີໃນການຄົ້ນຄວ້າແບບຄຸນນະພາບ ອີງຕາມວິທີການຄົ້ນຄວ້າທາງປະຫວັດສາດ. ໃນຕອນບ່າຍ, ຮ.ສ. ເດດອານຸລາດ ແສນດວງເດດ ໄດ້ຂຶ້ນສະເໜີບົດໃນຫົວຂໍ້ ປະເພດຂອງການຄົ້ນຄວ້າແບບຄຸນນະພາບ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈວິທີການຫຼາກຫຼາຍ ໃນເວລາເຮັດບົດຄົ້ນຄວ້າ ບໍ່ພຽງແຕ່ໃນຂົງເຂດກົດໝາຍ, ແຕ່ໃນບົດຄົ້ນຄວ້າທາງວິທະຍາສາດກໍເຊັ່ນດຽວກັນ.

ມື້ທີ 2 ຂອງການຝຶກອົບຮົມ ແມ່ນສຸມໃສ່ການນໍາໃຊ້ແບບສອບຖາມ ແລະ ການວິເຄາະຂໍ້ມູນ ເຊິ່ງເຄື່ອງມືທົ່ວໄປທີ່ນໍາໃຊ້ໃນການຄົ້ນຄວ້າວິທະຍາສາດ ເຊິ່ງນໍາສະເໜີໂດຍ ດຣ. ສູນທອນ ພົມມາສອນ. ໃນພາກເຊົ້າ, ດຣ. ສຸນທອນໄດ້ເລີ່ມຕົ້ນດ້ວຍການນໍາສະເໜີເຖິງວິທີການໃນການອອກແບບແບບສອບຖາມ ແລະ ແບ່ງປັນຊຸຸດຄໍາຖາມທີ່່ ດຣ. ສູນທອນເອງເຄີຍເຮັດ ເພື່ອ ເປັນຕົວຢ່າງໃຫ້ແກ່ຜູ້ເຂົ້າຮ່ວມ. ໃນພາກບ່າຍ, ດຣ. ສຸນທອນໄດ້ແນະນໍາຜູ້ເຂົ້າຮ່ວມໃນການສ້າງເຄື່ອງມືວິເຄາະ ທີ່ສາມາດເຮັດໃຫ້ຂັ້ນຕອນການຮວບຮວມ ແລະ ວິເຄາະຂໍ້ມູນງ່າຍຂຶ້ນ. ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃນວິທີການໃຊ້ເຄື່ອງມືໃນການວິເຄາະຂໍ້ມູນທີ່ເກັບກໍາມາໄດ້ ແລະ ດຣ. ສຸນທອນ ກໍໄດ້ສະໜັບສະໜູນໃຫ້ຜູ້ເຂົ້າຮ່ວມຮຽນຮູ້ ໂດຍການເຮັດບົດຄົ້ນຄວ້າ.

ໃນມື້ທີ 3 ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃນວິທີການນໍາໃຊ້ເຄື່ອງມືໃນການຄົ້ນຄວ້າ ຕາມແຕ່ລະຂັ້ນຕອນ ເພື່ອໃຫ້ເຂົ້າໃຈເຖິງ ທັງການຄົ້ນຄວ້າແບບຄຸນນະພາບ ແລະ ແບບປະລິມານ. ໃນພາກບ່າຍ, ທ່ານນາງ ພາວລີນາ ໄດ້ນໍາສະເໜີໃນວິທີການຄົ້ນຄວ້າທາງກົດໝາຍຂັ້ນພື້ນຖານ. ຜູ້ເຂົ້າຮ່ວມໄດ້ທົບທວນອົງປະກອບທີ່ສໍາຄັນໃຫ້ການເຮັດບົດສະເໜີການຄົ້ນຄວ້າທີ່ດີ ແລະ ໄດ້ນໍາໃຊ້ໂຄງຮ່າງທີ່ຮຽນມາໃນການເຮັດບົດສະເໜີບົດຄົ້ນຄວ້າ. ທ່ານນາງ ພາວລີນາ ຍັງໄດ້ສະຫຼຸບປະເພດຂອງວິທີການໃນການຄົ້ນຄວ້າທີ່ຕ່າງກັນ, ເເນື່ອງຈາກ ນັກຄົ້ນຄວ້າຈາກ ຄະນະນິຕິສາດ ແລະ ລັດຖະສາດ ມັກຈະຈໍາກັດຕົນເອງຢູ່ສະເພາະແຕ່ບົດຄົ້ນຄວ້າທາງດ້ານຄຸນນະພາບ ແລະ ປະລິມານ.

ໃນມື້ທີ 4 ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ມີໂອກາດສົນທະນາປຶກສາຫາລື ແລະ ປະກອບສ່ວນນໍາກັນ. ທ່ານນາງ ພາວລີນາ ໄດ້ເລີ່ມຕົ້ນງານ ໂດຍການນໍາສະເໜີໂດຍຫຍໍ້ກ່ຽວກັບອົງປະກອບທີ່ສໍາຄັນ ແລະ ຄໍາຖາມຄົ້ນຄວ້າຂອງບົດຄົ້້ນຄວ້າທາງດ້ານກົດໝາຍ. ໃນໄລຍະການນໍາສະເໜີ, ໄດ້ມີການສົນທະນາແລກປ່ຽນ ໃນການໄຈ້ແຍກລະຫວ່າງຈຸດປະສົງຂອງການຄົ້ນຄວ້າ ແລະ ຄໍາຖາມຄົ້ນຄວ້າ ແລະ ຄວາມຈໍາເປັນໃນການລະບຸຄໍາຖາມຄົ້ນຄວ້າ. ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນໃນບັນຫາທີ່ເກີດຂຶ້ນຈາກ ຄໍາຖາມຄົ້ນຄວ້າທີ່ກວ້າງເກີນໄປ ຫຼື ແຄບເກີນໄປ. ຫຼັງຈາກນັ້ນ, ກໍໄດ້ເຊີນຜູ້ເຂົ້າຮ່ວມ ໃຫ້ນໍາສະເໜີຫົວຂໍ້ຄົ້ນຄວ້າຂອງຕົນເອງທີ່ສ້າງຂຶ້ນມາໃນລະຫວ່າງງານສໍາມະນາທີ່ຜ່ານມາ ທີ່ຈັດການຝຶກອົບຮົມໂດຍ ພະແນກຄົ້ນຄວ້າ. ທ່ານນນາງ ພາວລີນາໄດ້ໃຫ້ຄໍາແນະນໍາຕໍ່ກັບບົດນໍາສະເໜີ, ໂດຍສະເພາະໃນຈຸດປະສົງຂອງບົດຄົ້ນຄວ້າ ແລະ ຄໍາຖາມຄົ້ນຄວ້າ. ຜູ້ເຂົ້າຮ່ວມທຸກທ່ານໄດ້ນໍາສະເໜີ ຫົວຂໍ້ຄົ້ນຄວ້າທີ່ໜ້າສົນໃຈຫຼາຍ.

ໃນມື້ສຸດທ້າຍຂອງການຝຶກອົບຮົມ ໂດຍການເປັນປະທານໂດຍ ຮ.ສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ງານຝຶກອົບຮົມແມ່ນສຸມໃສ່ການຊອກຫາແຫຼ່ງຂໍ້ມູນທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການຄົ້ນຄວ້າ ແລະ ເລີ່ມຕົ້ນໂດຍ ທ່ານ ປາດຖະໜາພອນ, ຜູ້ຊ່ວຍໂຄງການ, ໄດ້ໃຫ້ການນໍາສະເໜີໂດຍຫຍໍ້ ໃນວິທີການລົງທະບຽນ ແລະ ການນໍາໃຊ້ OpenAthens. OpenAthens ແມ່ນແພດຟອມທີ່ສະໜັບສະໜູນໂດຍໂຄງການ ເພື່ອໃຫ້ສາມາດເຂົ້າເຖິງຫໍສະໝຸດອີເລັກໂຕນິກແບບທາງໄກໄດ້. ທ່ານ ປາດຖະໜາພອນໄດ້ໃຫ້ຄໍາແນະນໍາຜູ້ເຂົ້າຮ່ວມທຸກທ່ານໃຫ້ ສາມາດເຂົ້າເຖິງຫໍສະໝຸດອີເລັກໂຕນິກແບບທາງໄກໄດ້. ທ່ານນາງ ພາວລີນາໄດ້ມອບໝາຍໃຫ້ຜູ້ເຂົ້າຮ່ວມ ຊອກຫາ 2 ແຫຼູ່ງຂໍ້ມູນທີ່ກ່ຽວຂ້ອງກັບ ຫົວຂໍ້ທີ່ຕົນເອງນໍາສະເໜີໃນມື້ທີ 4 ໂດຍການນໍາໃຊ້ສະໝຸດອີເລັກໂຕນິກ. ຫຼັງຈາກຜູ້ເຂົ້າຮ່ວມສາມາດຊອກຫາຂໍ້ມູນ ແລະ ນໍາສະເໜີ ແລະ ແບ່ງປັນຂໍ້ຫຍຸ້ງຍາກທີ່ຕົນເອງພົບໃນການຫາຂໍ້ມູນແລ້ວ, ທ່ານນາງ ພາວລີນາໄດ້ໃຫ້ຄໍາແນະນໍາໃນວິທີການກໍານົດຄໍາສັບທີ່ໃຊ້ໃນການຊອກຫາຂໍ້ມູນທີ່ກ່ຽວຂ້ອງກັບບົດຄົ້ນຄວ້າ. ຜູ້ເຂົ້າຮ່ວມໄດ້ສົນທະນາໃນຂໍ້ຫຍຸ້ງຍາກທີ່ກ່ຽວຂ້ອງກັບການຊອກຫາແຫຼ່ງຂໍ້ມູນສໍາລັບບົດຄົ້ນຄວ້າທາງດ້ານກົດໝາຍໃນລາວ ເນື່ອງຈາກເອກະສານທີ່ເປັນພາສາລາວແມ່ນຈໍາກັດ ແລະ ຄວາມຫຍຸ້ງຍາກໃນການຫາຄໍາສັບທີ່ເໝາະສົມໃນແພດຟອມເຊັ່ນວ່າ ຫໍສະໝຸດອີເລັກໂຕນິກ  ເຊິ່ງມີການແປພາສາຈາກ ລາວເປັນອັງກິດ ຫຼື ພາສາໄທ.

ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ສະແດງໃຫ້ເຫັນເຖິງແນວທາງທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຢ່າງກະຕືລືລົ້ນໃນການປະກອບສ່ວນໃນການສົນທະນາ ແລະ ກິດຈະກໍາ. ຜູ້ເຂົ້າຮ່ວມໄດ້ຕັ້ງຄໍາຖາມຫຼາຍຄໍາຖາມກ່ຽວກັບການຄົ້ນຄວ້າທາງດ້ານກົດໝາຍ ແລະ ວິທີການ, ຄວາມສັດຊື່ທາງວິຊາການ ແລະ ວິທີການທີ່ແນວຄິດນີ້ຈະສາມາດນໍາໃຊ້ໄດ້ໃນດ້ານວິຊາການຂອງ ສປປ ລາວ. ງານຝຶກອົບຮົມແມ່ນເປັນການຮວມໂຕຂອງ “ຊຸມຊົນນັກຄົ້ນຄວ້າຂອງສປປລາວ” ໃນອະນາຄົດເຊິ່ງມີຄວາມເປັນເອກະລັກ ແລະ ມີໝາກຜົນທີ່ດີ, ເຊິ່ງເນັ້ນຍໍ້າໃນຄວາມຕ້ອງການໃນການຮ່ວມມື ເພື່ອສົ່ງເສີມການຄົ້ນຄວ້າທາງດ້ານກົດໝາຍແບບຄຸນນະພາບ. ສຸດທ້າຍນີ້, ໃນຊ່ວງທ້າຍຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກທ່ານໄດ້ຮັບການສະໜັບສະໜູນໃຫ້ເຂົ້າຮ່ວມໃນກອງປະຊຸມຄົ້ນຄວ້າ ທີ່ຈະຈັດຂຶ້ນໃນວັນທີ 15 ທັນວານີ້.