ຍິນດີຕ້ອນຮັບສູ່ MOOC ທຳອິດຂອງພວກເຮົາກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ!

ໂດຍຮ່ວມມືກັບມະຫາວິທະຍາໄລລຸກຊຳບວກ, ພວກເຮົາໄດ້ພັດທະນາຫຼັກສູດອອນໄລນ໌ ຄັ້ງທຳອິດກ່ຽວກັບວິທີການຄົ້ນຄວ້າທາງກົດໝາຍໃຫ້ກັບທ່ານ.

E-modules ຂອງພວກເຮົາ ໄດ້ກວມເອົາຄວາມຮູ້ພື້ນຖານຂອງການຄົ້ນຄວ້າວິທະຍາສາດທາງດ້ານກົດຫມາຍ ແລະ ມີຈຸດປະສົງເພື່ອໃຫ້ທ່ານຮູ້ເຖິງວິທີການຄົ້ນຄ້ວາທາງດ້ານກົດຫມາຍໃນແບບຕ່າງໆ.

ຫຼັກສູດອອນໄລນ໌ຂອງພວກເຮົາແມ່ນປະກອບດ້ວຍ 7 ໂມດູນ ອັນປະກອບໄປດ້ວຍ:

  • ການອອກແບບບົດວິໄຈທາງດ້ານກົດຫມາຍທີ່ດີ (E-Module 1);
  • ວິທີການຊອກຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື ສໍາລັບການເຮັດບົດວິໄຈທາງດ້ານກົດຫມາຍ (E-Module 2);
  • ວິທີການຄົ້ນຄວ້າທາງກົດໝາຍທີ່ແຕກຕ່າງກັນ (E-Module 3);
  • ການຄົ້ນຄວ້າກົດໝາຍແບບປຽບທຽບ (E-Module 4);
  • ການຄັດລອກຜົນງານຂອງຜູ້ອື່ນ ແລະ ຈັນຍາບັນທາງວິຊາການ (E-Module 5);
  • ການອ້າງອີງແຫຼ່ງຂໍ້ມູນ (E-Module 6);
  • ແລະ ການຂຽນກົດໝາຍເຊີງວິທະຍາສາດ (E-Module 7).

ແຕ່ລະ E-Module ປະກອບມີ ວິດີໂອ, ຄໍາຖາມທົດສອບ ແລະ ເອກະສານການນໍາສະເຫນີທີ່ສາມາດດາວໂຫລດໄດ້.

ພວກເຮົາຫວັງວ່າຫຼັກສູດອອນໄລນ໌ນີ້ຈະຊ່ວຍໃຫ້ທ່ານສາມາດເລີ່ມຕົ້ນການອອກແບບ ແລະ ດໍາເນີນການຄົ້ນຄ້ວາທາງດ້ານກົດຫມາຍທີ່ດີ ແລະ ມີປະສິດທິພາບ! ກະລຸນາຢ່າລືມລົງທະບຽນຜ່ານແບບຟອມໃນລີ້ງນີ້:

E-Module 1: ການອອກແບບບົດວິໄຈທາງດ້ານກົດໝາຍທີ່ດີ

ໃນໂມດູນ ນີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບວິທີການອອກແບບບົດວິໄຈທາງດ້ານກົດໝາຍທີ່ດີ ເຊິ່ງຈະລົງເລິກເຖິງຂະບວນການວິໄຈໃນທາງວິທະຍາສາດໂດຍສະເພາະແມ່ນການທົບທວນເອກະສານ ໂດຍຫຼັກໆແມ່ນຈະເປັນການໃຫ້ຄຳແນະນຳທ່ານກ່ຽວກັບວິທີໃນການເລືອກເອົາຫົວຂໍ້ບົດວິໄຈທີ່ດີ ແລະ ວິທີການການກຳນົດຄຳຖາມຄົ້ນຄວ້າຂອງທ່ານໃຫ້ມີປະສິດທິພາບ.

E-Module 2: ການຊອກແຫຼງຂໍ້ມູນທີ່ໜ້າເຊື່ອຖື

ໃນໂມດູນ ນີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບວິທີການຊອກແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື. ໂດຍສະເພາະແມ່ນການຮຽນຮູ້ລົງເລິກເຖິງຄວາມໝາຍຂອງ ແຫຼ່ງຂໍ້ມູນປະຖົມພູມ ແລະ ແຫຼງຂໍ້ມູນທຸຕິຍະພູມ ທີ່ນໍາໃຊ້ເຂົ້າໃນບົດວິໄຊທາງດ້ານກົດໝາຍ ລວມເຖິງການວິທີຊອກຫາແຫຼ່ງຂໍ້ມູນເຫຼົານີ້. ນອກຈາກນີ້ທ່ານຍັງຈະໄດ້ຄຳແນະນຳກ່ຽວກັບການປະເມີນຄວາມກ່ຽວຂ້ອງ ແລະ ຄວາມໜ້າເຊື່ອຖືຂອງແຫຼ່ງຂໍ້ມູນໃນອອນໄລນ໌ອີກດ້ວຍ.

E-Module 3: ວິທີການໃນການວິໄຈທາງດ້ານກົດໝາຍ

ໃນໂມດູນນີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບວິທີການເຮັດບົດວິໄຈໃນຫຼາຍຮູບແບບ ທີ່ຈະສາມາດນໍາໃຊ້ເຂົ້າໃນການເຮັດບົດວິໄຈທາງດ້ານກົດໝາຍໄດ້. ໂດຍສະເພາະແມ່ນການຮຽນຮູ້ລົງເລິກເຖິງວິທີການວິໄຈໃນຮູບແບບພັນລະນາ, ແບບວິເຄາະ, ແລະ ແບບບັນທັດຖານ ນອກຈາກນີ້ຍັງລວມໄປເຖິງການໃຫ້ຄໍາແນະນຳໃນການເລືອກໃຊ້ວິທີການຄົ້ນຄວ້າວິໄຈທີ່ເໝາະສົມ.

E-Module 4: ການຄົ້ນຄົ້ນທາງກົດໝາຍແບບປຽບທຽບ

ໃນໂມດູນນີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບຄວາມໝາຍ ແລະ ຈຸດປະສົງຕ່າງໆຂອງການນໍາໃຊ້ການຄົ້ນກົດໝາຍແບບປຽບທຽບຢ່າງເລິກເຊິ່ງ. ໂດຍສະເພາະແມ່ນການໃຫ້ຄຳແນະນຳທ່ານກ່ຽວກັບສິ່ງທີ່ຄວນ ແລະ ບໍ່ຄວນເຮັດເມື່ອທ່ານດຳເນີນການຄົ້ນຄົ້ນທາງກົດໝາຍແບບປຽບທຽບ.

E-Module 5: ການຄັດລອກຜົນງານຂອງຜູ້ອື່ນ ແລະ ຈັນຍາບັນທາງວິຊາການ

ໃນໂມດູນນີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບຄວາມໝາຍຂອງການຄັດລອກຜົນງານຂອງຄົນອື່ນ ແລະ ຈັນຍາບັນທາງວິຊາການເປັນຄືແນວໃດ. ຈຸດປະສົງຫຼັກຂອງບົດຮຽນບົດນີ້ແມ່ນການໄຈ້ແຍກປະເພດຂອງການຄັກລອກຜົນງານຂອງຄົນອື່ນ ແລະ ວິທີການທີ່ທ່ານສາມາດໃຊ້ເພື່ອຫຼີກລ້ຽງການຄັດລອກຜົນງານຂອງຄົນອື່ນໂດຍການນຳໃຊ້ການອ້າງອີງເຖິງແຫຼ່ງຂໍ້ມູນຢ່າງຖືກຕ້ອງ.

E-Module 6: ການອ້າງອີງແຫຼ່ງຂໍ້ມູນ

ໃນໂມດູນນີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບຄວາມໝາຍຂອງການອ້າງອີງຂໍ້ມູນ ແລະ ຫຼັກການສຳຄັນ ໃນການອ້າງອີງຂໍ້ມູນເຂົ້າໃນການຄົ້ນຄົ້ນຂອງທ່ານຢ່າງເໝາະສົມ. ຈຸດປະສົງຫຼັກຂອງບົດຮຽນບົດນີ້ແມ່ນການອະທິບາຍວ່າເປັນຫຍັງການອ້າງອີງແຫຼງຂໍ້ມູນຈຶ່ງມີຄວາມສຳຄັນໃນການຂຽນບົດທາງວິຊາການ ແລະ ທ່ານຈະສາມາດອ້າງຢ່າງທີ່ຖືກຕ້ອງໄດ້ແນວໃດ.

E-Module 7: ການຂຽນທາງກົດໝາຍ ແບບວິທະຍາສາດ

ໃນໂມດູນນີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບຄວາມໝາຍຂອງການຂຽນທາງກົດໝາຍແບບວິທະຍາສາດ. ໃນບົດຮຽນບົດນີ້ແມ່ນໄດ້ອະທິບາຍລົງເລິກຖິງວິທີການອອກແບບໂຄງສ້າງຄົ້ນຄວ້າທາງດ້ານກົດໝາຍ, ໂດຍສະເພາະແມ່ນການນຳໃຊ້ວິທີການວິເຄາະແບບ IRAC. ນອກນັ້ນໃນໂມດູນບົດນີ້ຍັງໃຫ້ຄຳແນະນຳທ່ານກ່ຽວກັບການຂຽນຈຸດປະສົງຂອງບົດນຳທີ່ດີ ແລະ ພ້ອມກັບການໃຫ້ເຄັດລັບທ່ານໃນການຂຽນທາງກົດໝາຍແບບວິທະຍາສາດຢ່າງຖືກຕ້ອງອີກດ້ວຍ.

ຂໍ້ມູນເພີ່ມຕື່ມ

ສາມາດເບິ່ງໄດ້ທີ່

“ບັນດາລາຍຊື່ເອກະສານອ້າງອີງທີ່ແນະນຳ”: Recommended bibliography_Legal Research

ແລະ

“ຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ”: FLP-Uni.lu Guidelines on Academic Legal Research Methodology 2022-LAO

ທ່ານມີຄຳຖາມສົງໃສ?

ຖ້າທ່ານມີຄຳຖາມ, ສາມາດມາພົບພວກເຮົາຢູ່ຫ້ອງການໄດ້ທີ່ຄະນະນິຕິສາດ ແລະ ລັດຖະສາດ, ນະຄອນຫຼວງວຽງຈັນ ຫຼື ຕິດຕໍ່ພວກເຮົາໄດ້ທີ່: Cooperationlaos.uni.lu@gmail.com