ການບັນຍາຍຄັ້ງທຳອິດທີ່ມີການປະສົມປະສານເຕັກໂນໂລຊີ ໃນຫົວຂໍ້ກົດໝາຍສິດທິມະນຸດ, ວັນທີ 2 ພະຈິກ 2020

ໃນຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍຄັ້ງທຳອິດທີ່ມີການປະສົມປະສານເຕັກໂນໂລຊີຂຶ້ນ! ດຣ. ບາຊັກ ບາລາຍານ ຈາກຄະນະກົດໝາຍ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍຜ່ານຊູມ Zoom ແກ່ນັກສຶກສາ ແລະ ຄູອາຈານ ຈຳນວນ 50 ຄົນ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ຫົວຂໍ້ “ສິດທິມະນຸດ ແລະ ອົງການສະຫະປະຊາຊາດ”. ດຣ. ບາລາຍານ ໄດ້ມີສ່ວນຮ່ວມໃນໂຄງການຂອງພວກເຮົາມາເປັນເວລາ 3 ປີແລ້ວ. ດຣ. ບາລາຍານ ເປັນຜູ້ຊ່ຽວຊານທີ່ມີຊື່ສຽງ ແລະ ມີຜົນງານການຂຽນຢ່າງກວ້າງຂວາງໃນຂົງເຂດສິດທິມະນຸດ ໂດຍສະເພາະສິດທິທາງທຸລະກິດ ແລະ ສິດທິມະນຸດ. ເນື່ອງຈາກຜົນຕອບຮັບທີ່ດີຈາກການບັນຍາຍໃນຄັ້ງນີ້, ພວກເຮົາຈະຈັດການບັນຍາຍທາງອິນເຕີເນັດຫຼາຍຂຶ້ນໃນອີກໄວໆນີ້!

ການເຝິກອົບຮົມກ່ຽວກັບວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ, ວັນທີ 8-11 ກັນຍາ 2020

ການເຝິກອົບຮົມກ່ຽວກັບ ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກທີ່ສ້າງໂດຍມະຫາວິທະຍາໄລລຸກຊຳບວກ ໄດ້ຖືກຈັດຂຶ້ນໃນວັນທີ 8 ຫາ 11 ກັນຍາ 2020 ພາຍໃຕ້ຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ. ບັນດາພະນັກງານຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ແລະ ຫໍສະໝຸດສູນກາງມະຫາວິທະຍາໄລແຫ່ງຊາດ ໄດ້ຮຽນຮູ້ວິທີການນຳໃຊ້ຫໍສະໝຸດດິຈິຕອລ ໂດຍການຊ່ວຍເຫຼືອຈາກບັນດາພະນັກງານຫໍສະໝຸດຂອງ ມະຫາວິທະຍາໄລທຳມະສາດ. ຜ່ານການສຳມະນາທາງຊູມ Zoom ເຊິ່ງນຳພາໂດຍ ທ່ານນາງ ພິມພາຂວັນ ທະນານົບພະຣິດ, ທ່ານນາງ ອະໂຣຊາ ເຫຼົ່າຣັກວົງ ແລະ ທ່ານນາງ ຊານິນພອນ ສູ່ໂຊກວິລາວົງ ຈາກປະເທດໄທ ແລະ ທ່ານນາງ ດຣ ເພີຣີນ ຊີມອນ, ຈາກປະເທດຝຣັ່ງ. ການສຳມະນາອອນລາຍໃນຄັ້ງນີ້ ໄດ້ຖືກຈັດຂຶ້ນ ທີ່ ຫ້ອງໄອຊີທີ (ICT) ຂອງ ຄນລ, ອຳນວຍຄວາມສະດວກໂດຍ ອາຈານ ສັງຄອນ ນິຍົມຄຳ ຫົວໜ້າພະແນກ IT ຈາກ ຄນລ. ຫ້ອງສະໝຸດອີເລັກໂຕຣນິກ (E-library) ແມ່ນຖືວ່າເປັນເຄື່ອງມືທີ່ຈຳເປັນໃນການຂະຫຍາຍການເຂົ້າເຖິງຄວາມຮູ້ … Continued

ການເຝິກອົບຮົມການໃຊ້ຫ້ອງສະໝຸດອີເລັກໂຕຣນິກ, ວັນທີ 2-3 ກັນຍາ 2020

ມະຫາວິທະຍາໄລລຸກຊຳບວກ ໄດ້ສືບຕໍ່ຊ່ວຍເຫຼືອ ແລະ ຈັດງານຝຶກອົບຮົມກ່ຽວກັບ “ວິທີນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ (E-library)”. ຜ່ານການຕົກລົງລະຫວ່າງໂຄງການພວກເຮົາ ແລະ EIFL, ໃນວັນທີ 2-3 ກັນຍາ 2020 ການເຝິກອົບຮົມທາງອອນລາຍໄດ້ຖືກດຳເນີນຂຶ້ນເປັນພາສາໄທ, ນຳສະເໜີໂດຍບັນດານັກບັນນາຮັກ ຈາກມະຫາວິທະຍາໄລທຳມະສາດ. ບັນດາອາຈານທັງໝົດ 12 ທ່ານໄດ້ເຂົ້າຮ່ວມການສຳມະນາອອນລາຍ, ນຳພາໂດຍ ທ່ານນາງ ພິມພາຂວັນ ທະນານົບພະຣິດ, ຈາກປະເທດໄທ ແລະ ທ່ານນາງ ດຣ ເພີລີນ ຊີມອນ, ຈາກປະເທດຝຣັ່ງ ຈັດຂຶ້ນຜ່ານການເຊື່ອມຕໍ່ທາງຊູມ Zoom. ບັນດາອາຈານໄດ້ເຂົ້າຮ່ວມໃນການສຳມະນາອອນລາຍ ທີ່ຫ້ອງໄອຊີທີ (ICT) ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອໃນການຈັດໂດຍ ອາຈານ ສັງຄອນ ນິຍົມຄຳ. ຫ້ອງສະໝຸດອີເລັກໂຕຣນິກ ແມ່ນຖືວ່າເປັນເຄື່ອງມືທີ່ຈຳເປັນໃນການຂະຫຍາຍການເຂົ້າເຖິງຄວາມຮູ້ພາຍໃນ ແລະ ນອກສະຖາບັນການສຶກສາ. ພ້ອມທັງ, ຍັງເປັນເຄື່ອງມື ເພື່ອໃຫ້ຄູອາຈານກະກຽມໃນການສິດສອນ ແລະ ການຄົ້ນຄ້ວາ. ເຊິ່ງພວກເຮົາຈະມີການຝຶກອົບຮົມເພີ່ມເຕີມອີກໃນໄວໆນີ້! … Continued

ການເຝິກອົບຮົມອອນລາຍກ່ຽວກັບການໃຊ້ຫ້ອງສະໝຸດອີເລັກໂຕຣນິກ ຄັ້ງທີສາມ, ວັນທີ 5 ສິງຫາ 2020

ມະຫາວິທະຍາໄລລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫ້ອງສະໝຸດອີເລັກໂຕຣນິກ E-library ໃໝ່ທີ່ໃຫ້ການສະໜັບສະໜູນໂດຍໂຄງການຂອງພວກເຮົາ. ການເຝິກອົບຮົມຄັ້ງທີ 3 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ’ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 5 ສິງຫາ ທີ່ຜ່ານມາ. ມີທັງໝົດ 11 ທ່ານໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານຊູມ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານຂອງມະຫາໄລລຸກຊຳບວກ ດຣ. ເພີລີນ ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້. ຫ້ອງສະໝຸດອີເລັກໂຕຣນິກ ເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນເຄື່ອງມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດຄົ້ນຄວ້າ. ພວກເຮົາຈະຍັງມີການເຝິກອົບຮົມຄັ້ງອື່ນໆຕາມມາໄວໆນີ້! E-library ແມ່ນ ຫ້ອງສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິຕອລ ທີ່ສາມາດເຂົ້ານຳໃຊ້ຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນອອນລາຍ ປະກອບມີທັງປຶ້ມ (ປຶ້ມເອເລັກໂຕຣນິກ), ວາລະສານວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນວ່າ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ ຄນລ ໄດ້ທີ່: … Continued

ການເຝິກອົບຮົມອອນລາຍກ່ຽວກັບການໃຊ້ຫ້ອງສະໝຸດອີເລັກໂຕຣນິກ ຄັ້ງທີສອງ, ວັນທີ 17 ມິຖຸນາ 2020

ມະຫາວິທະຍາໄລລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫ້ອງສະໝຸດອີເລັກໂຕຣນິກ E-library ທີ່ສ້າງຂຶ້ນເມື່ອບໍ່ດົນມານີ້. ການເຝິກອົບຮົມຄັ້ງທີ 2 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ’ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 17 ມິຖຸນາທີ່ຜ່ານມາ. ຜູ້ເຂົ້າຮ່ວມແມ່ນຄູອາຈານທັງໝົດ 13 ຄົນ ໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ຫຼື ທາງໄກ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານ ດຣ. ເພີຣີນ ຊິມອນ ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້. ຫ້ອງສະໝຸດອີເລັກໂຕຣນິກເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດຄົ້ນຄວ້າ. ພວກເຮົາຈະຍັງມີການເຝິກອົບຮົມຄັ້ງອື່ນໆຕາມມາໄວໆນີ້! E-library ແມ່ນ ຫ້ອງສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິອລທີ່ສາມາດເຂົ້ານຳໃຊ້ໄດ້ຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນ ປະກອບທັງປຶ້ມ (ປຶ້ມເອເລັກໂຕຣນິກ e-book), ວາລະສານວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ … Continued

ການເຝິກອົບຮົມອອນລາຍກ່ຽວກັບການໃຊ້ຫ້ອງສະໝຸດອີເລັກໂຕຣນິກ ຄັ້ງທຳອິດ, ວັນທີ 13 ພຶດສະພາ 2020

ການສະໜັບສະໜຸນຂອງ ມະຫາວິທະຍາໄລລຸກຊຳບວກ ໃນການສ້າງຫ້ອງສະໝຸດອີເລັກໂຕຣນິກ (e-library) ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ຕາມຂໍ້ຕົກລົງທີ່ເຊັນກັບອົງການ “EIFL” (ຂໍ້ມູນເອເລັກໂຕຣນິກສຳລັບຫໍສະໝຸດ) ໃນເດືອນພະຈິກ 2019. E-library ແມ່ນຫ້ອງສະໝຸດແບບດິຈິຕອລ ທີ່ສາມາດເຂົ້າເຖິງໄດ້ຜ່ານເວັບໄຊຂອງ ຄນລ (http://flp.nuol.edu.la/e-library/) ທີ່ສາມາດຊ່ວຍໃຫ້ທຸກຄົນເຂົາເຖິງຄັງຂໍ້ມູນທາງອອນລາຍເຊັ່ນ: ປຶ້ມອີເລັກໂຕຣນິກ, ວາລະສານວິຊາການ, ແລະ ແຫຼ່ງຂໍ້ມູນອື່ນໆ ເຊັ່ນ ບັນດາວາລະສານ ແລະ ໜັງສືພິມ. ໃນວັນທີ 13 ພຶດສະພາ ທີ່ຜ່ານມານີ້, ການເຝິກອົບຮົມທາງອິນເຕີເນັດຄັ້ງທຳອິດກ່ຽວກັບ “ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຼນິກ” ໄດ້ຖືກຈັດຂຶ້ນໃຫ້ແກ່ອາຈານສອນ ແລະ ພະນັກງານຫໍສະໝຸດຂອງ ຄນລ ຫຼາຍກວ່າ 50 ຄົນ. ການເຝິກອົບຮົມດັ່ງກ່າວ ແມ່ນນຳພາໂດຍ ທ່ານນາງ ນັນທະລັດ ນົນທິວັດວະນິດ ເຊິ່ງເປັນນັກວິສະວະກອນບໍລິການກ້ອງສະໝຸດຈາກ EBSCO Thailand. ນີ້ກໍຖືວ່າ ແມ່ນເຄື່ອງມືທີ່ຈຳເປັນໃນການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ການຄົ້ນຄວ້າ! ການຝຶກອົບຮົມອື່ນໆແມ່ນຈະຕາມມາໃນໄວໆນີ້!

ການເຝິກອົບຮົມອອນລາຍ ກ່ຽວກັບການຄົ້ນຄວ້າທາງກົດໝາຍ, ວັນທີ 24 ເມສາ 2020

ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ຍັງສືບຕໍ່ຊຸກຍູ້ການຄົ້ນຄວ້າທາງດ້ານກົດໝາຍໃນປະເທດລາວ ເຖິງວ່າຢູ່ໃນໄລຍະນີ້ຈະມີປິດເມືອງເນື່ອງຈາກການແຜ່ລະບາດຂອງ Covid-19 ກໍຕາມ. ທ່ານ ສຈ. ສະເຕຟານ ບຣວມ ແລະ ດຣ. ເພີຣີນ ຊິມອນ ໄດ້ຈັດການເຝິກອົບຮົມການຄົ້ນຄ້ວາທາງດ້ານກົດໝາຍແບບອອນລາຍຂຶ້ນ ໃນວັນພະຫັດທີ່ຜ່ານມາ, ເຂົ້າຮວ່ມໂດຍບັນດາຄູອາຈານທັງໝົດ 6 ທ່ານຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍະໄລແຫ່ງຊາດລາວ, ເຊິ່ງບັນດາອາຈານແມ່ນໄດ້ຮັບການສະໜັບສະໜູນ ຈາກມະຫາວິທະຍາໄລລຸກຊຳບວກໃນການຄົ້ນຄວ້າ. ບັນດາຄູອາຈານທີ່ມາຮ່ວມລ້ວນແຕ່ເປັນອາຈານທີ່ໄດ້ໄປຄົ້າຄວ້າຢູ່ທີ່ປະເທດລຸກຊຳບວກ ຫຼື ຖືກຄັດເລືອກໃຫ້ໄປໃນປີນີ້. ເຖິງວ່າຈະມີໄລຍະທາງທີ່ຫ່າງໄກກັນ, ພວກເຂົາທັງໝົດລ້ວນແຕ່ໄດ້ຮັບໝາກຜົນຈາກການໄປແລກປ່ຽນບົດຮຽນດ້ານກົດໝາຍໃນຄັ້ງນີ້!

ການບັນຍາຍອອນລາຍຄັ້ງທຳອິດ ພາຍໃຕ້ຫົວຂໍ້ ຫຼັກຖານໃນການດຳເນີນຄະດີອາຍາ, ວັນທີ 10 ເມສາ 2020

ດຣ. ເພີຣີນ ຊິມອນ ຜູ້ປະສານງານ ຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍທາງອິນເຕີເນັດກ່ຽວກັບ “ຫຼັກຖານໃນການດຳເນີນຄະດີອາຍາ” ເປັນຄັ້ງທຳອິດໃນປີ 2020 ເຊິ່ງການບັນຍາຍ ແມ່ນຈັດຂຶ້ນວັນທີ 10 ເມສາ 2020 ໃນໄລຍະການປິດເມືອງ. ໃນການບັນຍາຍຂອງ ດຣ. ເພີຣີນ ໄດ້ເນັ້ນໜັກອະທິບາຍເຖິງຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ, ຄວາມຫຍຸ້ງຍາກຂອງພິສູດຫຼັກຖານ, ວັດຖຸທີ່ສາມາດເປັນຫຼັກຖານ, ພ້ອມທັງຫຼັກຖານທີ່ເປັນທີ່ຖືວ່າເປັນທີ່ຍອມຮັບໂດຍສານ. ການບັນຍາຍ ແມ່ນດຳເນີນຜ່ານທາງຊູມ, ມີຜູ້ເຂົ້າຮ່ວມເຖິງ 70 ທ່ານ ທັງນັກສຶກສາ ແລະ ຄູອາຈານ! ເຖິງວ່າຈະເປັນສະຖານະການທີ່ບໍ່ຄຸ້ນເຄີຍ ບັນດາຜູ້ເຂົ້າຮ່ວມກໍຍັງໄດ້ຖາມຄຳຖາມ ແລະ ເຂົ້າຮວ່ມການບັນຍາຍທາງອອນລາຍຢ່າງຄຶກຄື້ນ! ການບັນຍາຍ ແມ່ນດຳເນີນເປັນພາສາອັງກິດ ແລະ ແປເປັນພາສາລາວ ໂດຍ ທ່ານນາງ ທິບພາພອນ ສີພັນດອນ, ພະນັກງານປະຈຳໂຄງການຂອງສະຖາບັນ ILSTA. ການບັນຍາຍນີ້ ແມ່ນສາມາດເຂົ້າເຖິງໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ເຊິ່ງມະຫາວິທະຍາໄລລຸກຊຳບວກໄດ້ຈັດຢູ່ປະຈຳ.

ການເປີດໃຫ້ນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກຂອງ ຄນລ-ມຊ, ວັນທີ 24-25 ກຸມພາ 2020

ພາຍໃຕ້ຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ນີ້ຖືວ່າເປັນບາດກ້າວອັນສຳຄັນ ສຳລັບນັກຄົ້ນຄວ້າໃນລາວ ທີ່ຈະສາມາດເຂົ້າເຖິງແຫຼ່ງຂໍ້ມູນເອເລັກໂຕຣນິກໄດ້ຫຼາຍຂຶ້ນ. ໃນເດືອນພະຈິກ 2019 ທີ່ຜ່ານມາ ມະຫາວິທະຍາໄລລຸກຊຳບວກ ໄດ້ສຳເລັດການເຊັນຂໍ້ຕົກລົງຮ່ວມກັບອົງການ EIFL (Electronic Information for Libraries ອົງການຂໍ້ມູນເອເລັກໂຕຣນິກສຳລັບຫ້ອງສະໝຸດ) ເຊິ່ງເປັນອົງການທີ່ບໍ່ສະແຫວງຜົນກຳໄລ ທີ່ມີປະສົບການສູງໃນການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກໃນປະເທດທີ່ກຳລັງພັດທະນາທົ່ວໂລກ ແລະ ຈະມາຕິດຕັ້ງຫ້ອງສະໝຸດດັ່ງກ່າວໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ຫ້ອງສະໝຸດເອເລັກໂຕຣນິກນີ້ ຈະເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນທາງເອເລັກໂຕຣນິກຕ່າງໆ ທັງໃນສາຂາກົດໝາຍ ແລະ ໃນສາຂາຮຽນອື່ນໆ ແລະ ທາງອົງການຍັງມີແຜນທີ່ຈະເຝິກອົບຮົມໃຫ້ແກ່ພະນັກງານຫ້ອງສະໝຸດ ຫຼື ບັນນາຮັກໃນການນຳໃຊ້ອີກດ້ວຍ. ເຮົາສາມາດເຂົ້ານຳໃຊ້ຫ້ອງສະໝຸດເອເລັກໂຕຣນິກຜ່ານເວັບໄຊຂອງ ຄນລ (https://flp.nuol.edu.la/e-library/).  ຫ້ອງສະໝຸດເອເລັກໂຕຣນິກ ເຮັດໃຫ້ສາມາດເຂົ້າເຖິງຄັງຂໍ້ມູນຫຼາຍອັນ ເຊັ່ນ ESBCO, HeinOnline, Taylor and Francis, JSTOR, Cambridge University Press journals; Oxford University Press journals, Edward Elgar Development Studies … Continued

ການສຳມະນາການຄົ້ນຄວ້າທາງກົດໝາຍ, ວັນທີ 18-20 ກຸມພາ 2020

ພາຍໃຕ້ຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລະຫວ່າງປະເທດລຸກຊຳບວກ ແລະ ປະເທດລາວ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບຄະນະຈາກມະຫາວິທະຍາໄລລຸກຊຳບວກໃນວັນທີ 18-20 ກຸມພາ 2020 ເນື່ອງໃນ “ງານສຳມະນາການເຜີຍແຜ່ຜົນຄົ້ນຄວ້າທາງກົດໝາຍ ແລະ ວິທີຄົ້ນຄວ້າ” ເຊິ່ງນຳໂດຍ ສຈ. ສະເຕຟານ ບຣວມ, ດຣ. ເພີຣີນ ຊິມອນ ແລະ ນັກສຶກສາປະລິນຍາເອກ 4 ທ່ານ (Florence d’Ath, Teresa Quintel, Roila Mavrouili ແລະ Natalia Vorobyeva). ຄູອາຈານສອງທ່ານຂອງ ຄນລ ອາຈານ ສົມສັກ ຫົງວິຈິດ ແລະ ອາຈານ ປາງທອງ ໄຊຍະວົງ ໄດ້ແບ່ງປັນປະສົບການຂອງພວກເຂົາໃນການຂຽນເອກະສານຜ່ານການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ນອກຈາກນັ້ນກໍຍັງມີການນຳສະເໜີກ່ຽວກັບ “ການສຶກສາປະລິນຍາເອກທີ່ປະເທດລຸກຊຳບວກ”. ກອງປະຊຸມສຳມະນາໄດ້ສຸມໃສ່ຕໍ່ກັບການສ້າງທັກສະຂັ້ນພື້ນຖານໃນການຄົ້ນຄວ້າທາງດ້ານກົດໝາຍ, ລວມເຖິງການຄົ້ນຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື, ການຄັດລອກຜົນງານຂອງຜູ້ອື່ນ (plagiarism), ການອ້າງອີງ, ການຂຽນແບບວິຊາການດ້ານກົດໝາຍ ລວມໄປເຖິງການສ້າງແຜນໂຄງຮ່າງແນວຄິດ, … Continued