ການເຝິກອົບຮົມກ່ຽວກັບວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ, ວັນທີ 8-11 ກັນຍາ 2020

ການເຝິກອົບຮົມກ່ຽວກັບ ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກທີ່ສ້າງໂດຍມະຫາວິທະຍາໄລລຸກຊຳບວກ ໄດ້ຖືກຈັດຂຶ້ນໃນວັນທີ 8 ຫາ 11 ກັນຍາ 2020 ພາຍໃຕ້ຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ. ບັນດາພະນັກງານຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ແລະ ຫໍສະໝຸດສູນກາງມະຫາວິທະຍາໄລແຫ່ງຊາດ ໄດ້ຮຽນຮູ້ວິທີການນຳໃຊ້ຫໍສະໝຸດດິຈິຕອລ ໂດຍການຊ່ວຍເຫຼືອຈາກບັນດາພະນັກງານຫໍສະໝຸດຂອງ ມະຫາວິທະຍາໄລທຳມະສາດ.

ຜ່ານການສຳມະນາທາງຊູມ Zoom ເຊິ່ງນຳພາໂດຍ ທ່ານນາງ ພິມພາຂວັນ ທະນານົບພະຣິດ, ທ່ານນາງ ອະໂຣຊາ ເຫຼົ່າຣັກວົງ ແລະ ທ່ານນາງ ຊານິນພອນ ສູ່ໂຊກວິລາວົງ ຈາກປະເທດໄທ ແລະ ທ່ານນາງ ດຣ ເພີຣີນ ຊີມອນ, ຈາກປະເທດຝຣັ່ງ. ການສຳມະນາອອນລາຍໃນຄັ້ງນີ້ ໄດ້ຖືກຈັດຂຶ້ນ ທີ່ ຫ້ອງໄອຊີທີ (ICT) ຂອງ ຄນລ, ອຳນວຍຄວາມສະດວກໂດຍ ອາຈານ ສັງຄອນ ນິຍົມຄຳ ຫົວໜ້າພະແນກ IT ຈາກ ຄນລ.

ຫ້ອງສະໝຸດອີເລັກໂຕຣນິກ (E-library) ແມ່ນຖືວ່າເປັນເຄື່ອງມືທີ່ຈຳເປັນໃນການຂະຫຍາຍການເຂົ້າເຖິງຄວາມຮູ້ ແລະ ນອກສະຖາບັນການສຶກສາ. ພ້ອມທັງ, ຍັງເປັນເຄື່ອງມື ໃຫ້ຄູອາຈານກະກຽມການສິດສອນ ແລະ ຄົ້ນຄ້ວາ. ເຊິ່ງພວກເຮົາຈະມີການຝຶກອົບຮົມເພີ່ມເຕີມອີກໃນໄວໆນີ້!

ທ່ານສາມາດເຂົ້າໄປເບິ່ງເວບໄຊທ໌ ຫ້ອງສະໝຸດອີເລັກໂຕຣນິກຂອງ ຄນລ ໄດ້ທີ່: http://flp.nuol.edu.la/e-library/