ການເຝິກອົບຮົມອອນລາຍ ກ່ຽວກັບການຄົ້ນຄວ້າທາງກົດໝາຍ, ວັນທີ 24 ເມສາ 2020

ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ຍັງສືບຕໍ່ຊຸກຍູ້ການຄົ້ນຄວ້າທາງດ້ານກົດໝາຍໃນປະເທດລາວ ເຖິງວ່າຢູ່ໃນໄລຍະນີ້ຈະມີປິດເມືອງເນື່ອງຈາກການແຜ່ລະບາດຂອງ Covid-19 ກໍຕາມ. ທ່ານ ສຈ. ສະເຕຟານ ບຣວມ ແລະ ດຣ. ເພີຣີນ ຊິມອນ ໄດ້ຈັດການເຝິກອົບຮົມການຄົ້ນຄ້ວາທາງດ້ານກົດໝາຍແບບອອນລາຍຂຶ້ນ ໃນວັນພະຫັດທີ່ຜ່ານມາ, ເຂົ້າຮວ່ມໂດຍບັນດາຄູອາຈານທັງໝົດ 6 ທ່ານຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍະໄລແຫ່ງຊາດລາວ, ເຊິ່ງບັນດາອາຈານແມ່ນໄດ້ຮັບການສະໜັບສະໜູນ ຈາກມະຫາວິທະຍາໄລລຸກຊຳບວກໃນການຄົ້ນຄວ້າ. ບັນດາຄູອາຈານທີ່ມາຮ່ວມລ້ວນແຕ່ເປັນອາຈານທີ່ໄດ້ໄປຄົ້າຄວ້າຢູ່ທີ່ປະເທດລຸກຊຳບວກ ຫຼື ຖືກຄັດເລືອກໃຫ້ໄປໃນປີນີ້. ເຖິງວ່າຈະມີໄລຍະທາງທີ່ຫ່າງໄກກັນ, ພວກເຂົາທັງໝົດລ້ວນແຕ່ໄດ້ຮັບໝາກຜົນຈາກການໄປແລກປ່ຽນບົດຮຽນດ້ານກົດໝາຍໃນຄັ້ງນີ້!