ການເຝິກອົບຮົມອອນລາຍກ່ຽວກັບການໃຊ້ຫ້ອງສະໝຸດອີເລັກໂຕຣນິກ ຄັ້ງທຳອິດ, ວັນທີ 13 ພຶດສະພາ 2020

ການສະໜັບສະໜຸນຂອງ ມະຫາວິທະຍາໄລລຸກຊຳບວກ ໃນການສ້າງຫ້ອງສະໝຸດອີເລັກໂຕຣນິກ (e-library) ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ຕາມຂໍ້ຕົກລົງທີ່ເຊັນກັບອົງການ “EIFL” (ຂໍ້ມູນເອເລັກໂຕຣນິກສຳລັບຫໍສະໝຸດ) ໃນເດືອນພະຈິກ 2019. E-library ແມ່ນຫ້ອງສະໝຸດແບບດິຈິຕອລ ທີ່ສາມາດເຂົ້າເຖິງໄດ້ຜ່ານເວັບໄຊຂອງ ຄນລ (http://flp.nuol.edu.la/e-library/) ທີ່ສາມາດຊ່ວຍໃຫ້ທຸກຄົນເຂົາເຖິງຄັງຂໍ້ມູນທາງອອນລາຍເຊັ່ນ: ປຶ້ມອີເລັກໂຕຣນິກ, ວາລະສານວິຊາການ, ແລະ ແຫຼ່ງຂໍ້ມູນອື່ນໆ ເຊັ່ນ ບັນດາວາລະສານ ແລະ ໜັງສືພິມ.

ໃນວັນທີ 13 ພຶດສະພາ ທີ່ຜ່ານມານີ້, ການເຝິກອົບຮົມທາງອິນເຕີເນັດຄັ້ງທຳອິດກ່ຽວກັບ “ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຼນິກ” ໄດ້ຖືກຈັດຂຶ້ນໃຫ້ແກ່ອາຈານສອນ ແລະ ພະນັກງານຫໍສະໝຸດຂອງ ຄນລ ຫຼາຍກວ່າ 50 ຄົນ. ການເຝິກອົບຮົມດັ່ງກ່າວ ແມ່ນນຳພາໂດຍ ທ່ານນາງ ນັນທະລັດ ນົນທິວັດວະນິດ ເຊິ່ງເປັນນັກວິສະວະກອນບໍລິການກ້ອງສະໝຸດຈາກ EBSCO Thailand. ນີ້ກໍຖືວ່າ ແມ່ນເຄື່ອງມືທີ່ຈຳເປັນໃນການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ການຄົ້ນຄວ້າ! ການຝຶກອົບຮົມອື່ນໆແມ່ນຈະຕາມມາໃນໄວໆນີ້!