ການເຝິກອົບຮົມອອນລາຍກ່ຽວກັບການໃຊ້ຫ້ອງສະໝຸດອີເລັກໂຕຣນິກ ຄັ້ງທີສອງ, ວັນທີ 17 ມິຖຸນາ 2020

ມະຫາວິທະຍາໄລລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫ້ອງສະໝຸດອີເລັກໂຕຣນິກ E-library ທີ່ສ້າງຂຶ້ນເມື່ອບໍ່ດົນມານີ້. ການເຝິກອົບຮົມຄັ້ງທີ 2 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ’ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 17 ມິຖຸນາທີ່ຜ່ານມາ. ຜູ້ເຂົ້າຮ່ວມແມ່ນຄູອາຈານທັງໝົດ 13 ຄົນ ໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ຫຼື ທາງໄກ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານ ດຣ. ເພີຣີນ ຊິມອນ ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້.

ຫ້ອງສະໝຸດອີເລັກໂຕຣນິກເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດຄົ້ນຄວ້າ. ພວກເຮົາຈະຍັງມີການເຝິກອົບຮົມຄັ້ງອື່ນໆຕາມມາໄວໆນີ້!

E-library ແມ່ນ ຫ້ອງສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິອລທີ່ສາມາດເຂົ້ານຳໃຊ້ໄດ້ຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນ ປະກອບທັງປຶ້ມ (ປຶ້ມເອເລັກໂຕຣນິກ e-book), ວາລະສານວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ ຄນລ ໄດ້ທີ: http://flp.nuol.edu.la/e-library/