ການເຝິກອົບຮົມອອນລາຍກ່ຽວກັບການໃຊ້ຫ້ອງສະໝຸດອີເລັກໂຕຣນິກ ຄັ້ງທີສາມ, ວັນທີ 5 ສິງຫາ 2020

ມະຫາວິທະຍາໄລລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫ້ອງສະໝຸດອີເລັກໂຕຣນິກ E-library ໃໝ່ທີ່ໃຫ້ການສະໜັບສະໜູນໂດຍໂຄງການຂອງພວກເຮົາ. ການເຝິກອົບຮົມຄັ້ງທີ 3 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ’ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 5 ສິງຫາ ທີ່ຜ່ານມາ.

ມີທັງໝົດ 11 ທ່ານໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານຊູມ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານຂອງມະຫາໄລລຸກຊຳບວກ ດຣ. ເພີລີນ ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້. ຫ້ອງສະໝຸດອີເລັກໂຕຣນິກ ເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນເຄື່ອງມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດຄົ້ນຄວ້າ. ພວກເຮົາຈະຍັງມີການເຝິກອົບຮົມຄັ້ງອື່ນໆຕາມມາໄວໆນີ້!

E-library ແມ່ນ ຫ້ອງສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິຕອລ ທີ່ສາມາດເຂົ້ານຳໃຊ້ຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນອອນລາຍ ປະກອບມີທັງປຶ້ມ (ປຶ້ມເອເລັກໂຕຣນິກ), ວາລະສານວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນວ່າ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ ຄນລ ໄດ້ທີ່: http://flp.nuol.edu.la/e-library/