ການສຳມະນາການຄົ້ນຄວ້າທາງກົດໝາຍ, ວັນທີ 18-20 ກຸມພາ 2020

ພາຍໃຕ້ຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລະຫວ່າງປະເທດລຸກຊຳບວກ ແລະ ປະເທດລາວ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບຄະນະຈາກມະຫາວິທະຍາໄລລຸກຊຳບວກໃນວັນທີ 18-20 ກຸມພາ 2020 ເນື່ອງໃນ “ງານສຳມະນາການເຜີຍແຜ່ຜົນຄົ້ນຄວ້າທາງກົດໝາຍ ແລະ ວິທີຄົ້ນຄວ້າ” ເຊິ່ງນຳໂດຍ ສຈ. ສະເຕຟານ ບຣວມ, ດຣ. ເພີຣີນ ຊິມອນ ແລະ ນັກສຶກສາປະລິນຍາເອກ 4 ທ່ານ (Florence d’Ath, Teresa Quintel, Roila Mavrouili ແລະ Natalia Vorobyeva).

ຄູອາຈານສອງທ່ານຂອງ ຄນລ ອາຈານ ສົມສັກ ຫົງວິຈິດ ແລະ ອາຈານ ປາງທອງ ໄຊຍະວົງ ໄດ້ແບ່ງປັນປະສົບການຂອງພວກເຂົາໃນການຂຽນເອກະສານຜ່ານການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ນອກຈາກນັ້ນກໍຍັງມີການນຳສະເໜີກ່ຽວກັບ “ການສຶກສາປະລິນຍາເອກທີ່ປະເທດລຸກຊຳບວກ”. ກອງປະຊຸມສຳມະນາໄດ້ສຸມໃສ່ຕໍ່ກັບການສ້າງທັກສະຂັ້ນພື້ນຖານໃນການຄົ້ນຄວ້າທາງດ້ານກົດໝາຍ, ລວມເຖິງການຄົ້ນຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື, ການຄັດລອກຜົນງານຂອງຜູ້ອື່ນ (plagiarism), ການອ້າງອີງ, ການຂຽນແບບວິຊາການດ້ານກົດໝາຍ ລວມໄປເຖິງການສ້າງແຜນໂຄງຮ່າງແນວຄິດ, ວິທີການປຽບທຽບກົດໝາຍ ແລະ ອື່ນໆ.

ການເຝິກອົບຮົມຈະເປັນການເຮັດກິດຈະກຳເປັນກຸ່ມທັງໝົດ. ຄູອາຈານປະມານ 35 ທ່ານຈາກ ຄນລ ໄດ້ເຂົ້າຮ່ວມ ແລະ ເຮັດກິດຈະກຳຮ່ວມກັບຄະນະຈາກລຸກຊຳບວກຢ່າງຂຸ້ນຂ້ຽວ. ການສຳມະນາໄດ້ສິ້ນສຸດລົງດ້ວຍກິດຈະກຳການຕອບຄຳຖາມທົດສອບຄວາມຮູ້ຂອງຜູ້ເຂົ້າຮ່ວມ ແລະ ລາງວັນຂອງຜູ້ໂຊກດີທີ່ໄດ້ຮັບໄຊຊະນະກໍຄື ຊັອກໂກແລັດຈາກປະເທດແບນຊິກນັ້ນເອງ!