ການບັນຍາຍອອນລາຍຄັ້ງທຳອິດ ພາຍໃຕ້ຫົວຂໍ້ ຫຼັກຖານໃນການດຳເນີນຄະດີອາຍາ, ວັນທີ 10 ເມສາ 2020

ດຣ. ເພີຣີນ ຊິມອນ ຜູ້ປະສານງານ ຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍທາງອິນເຕີເນັດກ່ຽວກັບ “ຫຼັກຖານໃນການດຳເນີນຄະດີອາຍາ” ເປັນຄັ້ງທຳອິດໃນປີ 2020 ເຊິ່ງການບັນຍາຍ ແມ່ນຈັດຂຶ້ນວັນທີ 10 ເມສາ 2020 ໃນໄລຍະການປິດເມືອງ. ໃນການບັນຍາຍຂອງ ດຣ. ເພີຣີນ ໄດ້ເນັ້ນໜັກອະທິບາຍເຖິງຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ, ຄວາມຫຍຸ້ງຍາກຂອງພິສູດຫຼັກຖານ, ວັດຖຸທີ່ສາມາດເປັນຫຼັກຖານ, ພ້ອມທັງຫຼັກຖານທີ່ເປັນທີ່ຖືວ່າເປັນທີ່ຍອມຮັບໂດຍສານ. ການບັນຍາຍ ແມ່ນດຳເນີນຜ່ານທາງຊູມ, ມີຜູ້ເຂົ້າຮ່ວມເຖິງ 70 ທ່ານ ທັງນັກສຶກສາ ແລະ ຄູອາຈານ! ເຖິງວ່າຈະເປັນສະຖານະການທີ່ບໍ່ຄຸ້ນເຄີຍ ບັນດາຜູ້ເຂົ້າຮ່ວມກໍຍັງໄດ້ຖາມຄຳຖາມ ແລະ ເຂົ້າຮວ່ມການບັນຍາຍທາງອອນລາຍຢ່າງຄຶກຄື້ນ!

ການບັນຍາຍ ແມ່ນດຳເນີນເປັນພາສາອັງກິດ ແລະ ແປເປັນພາສາລາວ ໂດຍ ທ່ານນາງ ທິບພາພອນ ສີພັນດອນ, ພະນັກງານປະຈຳໂຄງການຂອງສະຖາບັນ ILSTA. ການບັນຍາຍນີ້ ແມ່ນສາມາດເຂົ້າເຖິງໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ເຊິ່ງມະຫາວິທະຍາໄລລຸກຊຳບວກໄດ້ຈັດຢູ່ປະຈຳ.