ການເຝິກອົບຮົມການໃຊ້ຫ້ອງສະໝຸດອີເລັກໂຕຣນິກ, ວັນທີ 2-3 ກັນຍາ 2020

ມະຫາວິທະຍາໄລລຸກຊຳບວກ ໄດ້ສືບຕໍ່ຊ່ວຍເຫຼືອ ແລະ ຈັດງານຝຶກອົບຮົມກ່ຽວກັບ “ວິທີນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ (E-library)”. ຜ່ານການຕົກລົງລະຫວ່າງໂຄງການພວກເຮົາ ແລະ EIFL, ໃນວັນທີ 2-3 ກັນຍາ 2020 ການເຝິກອົບຮົມທາງອອນລາຍໄດ້ຖືກດຳເນີນຂຶ້ນເປັນພາສາໄທ, ນຳສະເໜີໂດຍບັນດານັກບັນນາຮັກ ຈາກມະຫາວິທະຍາໄລທຳມະສາດ. ບັນດາອາຈານທັງໝົດ 12 ທ່ານໄດ້ເຂົ້າຮ່ວມການສຳມະນາອອນລາຍ, ນຳພາໂດຍ ທ່ານນາງ ພິມພາຂວັນ ທະນານົບພະຣິດ, ຈາກປະເທດໄທ ແລະ ທ່ານນາງ ດຣ ເພີລີນ ຊີມອນ, ຈາກປະເທດຝຣັ່ງ ຈັດຂຶ້ນຜ່ານການເຊື່ອມຕໍ່ທາງຊູມ Zoom.

ບັນດາອາຈານໄດ້ເຂົ້າຮ່ວມໃນການສຳມະນາອອນລາຍ ທີ່ຫ້ອງໄອຊີທີ (ICT) ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອໃນການຈັດໂດຍ ອາຈານ ສັງຄອນ ນິຍົມຄຳ. ຫ້ອງສະໝຸດອີເລັກໂຕຣນິກ ແມ່ນຖືວ່າເປັນເຄື່ອງມືທີ່ຈຳເປັນໃນການຂະຫຍາຍການເຂົ້າເຖິງຄວາມຮູ້ພາຍໃນ ແລະ ນອກສະຖາບັນການສຶກສາ. ພ້ອມທັງ, ຍັງເປັນເຄື່ອງມື ເພື່ອໃຫ້ຄູອາຈານກະກຽມໃນການສິດສອນ ແລະ ການຄົ້ນຄ້ວາ. ເຊິ່ງພວກເຮົາຈະມີການຝຶກອົບຮົມເພີ່ມເຕີມອີກໃນໄວໆນີ້!

ຫ້ອງສະໝຸດອີເລັກໂຕຣນິກ ແມ່ນຫໍສະມຸດແບບດີຈິຕອລ ທີ່ສາມາດເຂົ້າເຖິງຜ່ານອິນເຕີເນັດເຊິ່ງສາມາດເຂົ້າເຖິງຖານຂໍ້ມູນທາງອິນເຕີເນັດທີ່ປະກອບດ້ວຍ: ບັນດາປື້ມອີເລັກໂຕຣນິກ (e-books), ວາລະສານວິຊາການ ແລະ ແຫຼ່ງຂໍ້ມູນອື່ນໆຫຼາຍຢ່າງເຊັ່ນ: ວາລະສານ ແລະ ໜັງສືພິມ. ທ່ານສາມາດເຂົ້າໄປເບິ່ງເວບໄຊທ໌ ຫ້ອງສະໝຸດອີເລັກໂຕຣນິກ (E-library) ຂອງ ຄນລ ໄດ້ທີ່: http://flp.nuol.edu.la/e-library/