ການເປີດໃຫ້ນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກຂອງ ຄນລ-ມຊ, ວັນທີ 24-25 ກຸມພາ 2020

ພາຍໃຕ້ຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ນີ້ຖືວ່າເປັນບາດກ້າວອັນສຳຄັນ ສຳລັບນັກຄົ້ນຄວ້າໃນລາວ ທີ່ຈະສາມາດເຂົ້າເຖິງແຫຼ່ງຂໍ້ມູນເອເລັກໂຕຣນິກໄດ້ຫຼາຍຂຶ້ນ. ໃນເດືອນພະຈິກ 2019 ທີ່ຜ່ານມາ ມະຫາວິທະຍາໄລລຸກຊຳບວກ ໄດ້ສຳເລັດການເຊັນຂໍ້ຕົກລົງຮ່ວມກັບອົງການ EIFL (Electronic Information for Libraries ອົງການຂໍ້ມູນເອເລັກໂຕຣນິກສຳລັບຫ້ອງສະໝຸດ) ເຊິ່ງເປັນອົງການທີ່ບໍ່ສະແຫວງຜົນກຳໄລ ທີ່ມີປະສົບການສູງໃນການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກໃນປະເທດທີ່ກຳລັງພັດທະນາທົ່ວໂລກ ແລະ ຈະມາຕິດຕັ້ງຫ້ອງສະໝຸດດັ່ງກ່າວໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ຫ້ອງສະໝຸດເອເລັກໂຕຣນິກນີ້ ຈະເຮັດໃຫ້ຜູ້ໃຊ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນທາງເອເລັກໂຕຣນິກຕ່າງໆ ທັງໃນສາຂາກົດໝາຍ ແລະ ໃນສາຂາຮຽນອື່ນໆ ແລະ ທາງອົງການຍັງມີແຜນທີ່ຈະເຝິກອົບຮົມໃຫ້ແກ່ພະນັກງານຫ້ອງສະໝຸດ ຫຼື ບັນນາຮັກໃນການນຳໃຊ້ອີກດ້ວຍ.

ເຮົາສາມາດເຂົ້ານຳໃຊ້ຫ້ອງສະໝຸດເອເລັກໂຕຣນິກຜ່ານເວັບໄຊຂອງ ຄນລ (https://flp.nuol.edu.la/e-library/).  ຫ້ອງສະໝຸດເອເລັກໂຕຣນິກ ເຮັດໃຫ້ສາມາດເຂົ້າເຖິງຄັງຂໍ້ມູນຫຼາຍອັນ ເຊັ່ນ ESBCO, HeinOnline, Taylor and Francis, JSTOR, Cambridge University Press journals; Oxford University Press journals, Edward Elgar Development Studies & Environment e-books and Law journals, Duke journals ແລະ OpenEdition Journals. ຄັງຂໍ້ມູນດັ່ງກ່າວ ແມ່ນປະກອບມີ ປຶ້ມໃນຮູບແບບດິຈິຕອລ ຫຼື ປຶ້ມເອເລັກໂຕຣນິກ (e-books),  ວາລະສານວິຊາການ ແລະ ອື່ນໆ ເຊັ່ນ ວາລະສານ ແລະ ໜັງສືພິມ ທີ່ກ່ຽວຂ້ອງກັບກົດໝາຍ ແລະ ລັດຖະສາດ ພ້ອມທັງໃນສາຂາວິຊາອື່ນເຊັ່ນດຽວກັນ ເພາະວ່າບາງຄັງຂໍ້ມູນ ແມ່ນມີຂໍ້ມູນຈາກຫຼາຍວິຊາ. ຫ້ອງສະໝຸດເອເລັກໂຕຣນິກ ຍັງໄດ້ເຊື່ອມຕໍ່ກັບຄັງຂໍ້ມູນແບບເປີດ ທີ່ເກັບມ້ຽນບົດຄົ້ນຄວ້າ ແລະ ບົດວິທະຍານິພົນທີ່ເປັນພາສາໄທ. ການຕິດຕັ້ງຫ້ອງສະໝຸດນີ້ ແມ່ນຕິດຕັ້ງໃນນາມ ມຊ ໝາຍວ່າ ຫ້ອງສະໝຸດເອເລັກໂຕຣນິກດັ່ງກ່າວ ແມ່ນສາມາດນຳໃຊ້ໄດ້ໂດຍທຸກໆຄະນະໃນ ມຊ ເນື່ອງຈາກວ່າການເຂົ້ານຳໃຊ້ຫ້ອງສະໝຸດ ແມ່ນຜ່ານ IP address ຂອງ ມຊ (ໂດຍທີ່ບໍ່ຕ້ອງໃຊ້ລະຫັດເມື່ອເຊື່ອມຕໍ່ຜ່ານອິນເຕີເນັດຂອງ ມຊ).

ໃນວັນທີ 24-25 ກຸມພາ ທີ່ຜ່ານມາ, ຄນລ ໄດ້ຕ້ອນຮັບ ທ່ານນາງ Rima Kupryte, ຜູ້ອຳນວຍການຂອງ EIFL. ທ່ານໄດ້ມາພົບປະກັບບັນດາພາກສ່ວນທີ່ກ່ຽວຂ້ອງທັງໝົດ ເພື່ອມາໂຄສະນາຫ້ອງສະມຸດອີເລັກໂຕຣນິກດັ່ງກ່າວ ແລະ ເພື່ອກະກຽມການເຝິກອົບຮົມໃຫ້ແກ່ບັນນາຮັກ ແລະ ຄູອາຈານໃນອະນາຄົດ. ການປະຊຸມໄດ້ຈັດຂື້ນຫຼາຍຄັ້ງ ໂດຍອຳນວຍຄວາມສະດວກຂອງ ໂຄງການລາວ/031 ອົງການ LuxDev, ຫໍສະໝຸດຂອງ ຄນລ ແລະ ຫໍສະໝຸດກາງຂອງມະຫາວິທະຍາໄລແຫ່ງຊາດລາວ, ລວມທັງຮອງອະທິການບໍດີຂອງມະຫາວິທະຍາໄລແຫ່ງຊາດລາວ ທ່ານ ດຣ. ອຸດົມ ພອນຄຳເພັງ ແລະ ດຣ. ເພີຣີນ ຊິມອນ ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊຳບວກ. ບາງຖານຂໍ້ມູນເອເລັກໂຕຣນິກທີ່ມີຂໍ້ມູນກ່ຽວກັບຫຼາຍສາຂາວິຊາທີ່ມີໃຫ້ ຄນລ ຍັງສາມາດສ້າງຜົນປະໂຫຍດໃຫ້ແກ່ຄະນະວິຊາອື່ນໆຂອງມະຫາວິທະຍາໄລແຫ່ງຊາດລາວໄດ້ອີກ. ຫ້ອງສະໝຸດເອເລັກໂຕຣນິກ ແມ່ນຈະເຊື່ອມຕໍ່ກັບເວັບໄຊຂອງຫໍສະໝຸດກາງ ມຊ ໃນໄວໆນີ້.

ການພັດທະນາຫ້ອງສະໝຸດເອເລັກໂຕຣນິກ ແມ່ນບູລິມະສິດໜຶ່ງໃນການປັບປຸງການສຶກສາທາງດ້ານກົດໝາຍ ແລະ ທັກສະການຄົ້ນຄວ້າໃຫ້ມີປະສິດທິພາບສູງຂຶ້ນ.