ກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າວິທະຍາສາດທາງດ້ານສັງຄົມ-ກົດໝາຍ, ວັນທີ 28-29 ຕຸລາ ແລະ 1 ພະຈິກ 2021
ມະຫາວິທະຍາໄລ ລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງກົດໝາຍໃນລາວ ເຊິ່ງໃນວັນທີ 28-29 ຕຸລາ ແລະ 1 ພະຈິກທີ່ຜ່ານມາ ທາງມະຫາວິທະຍາໄລລຸກຊຳບວກ (ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ) ຮ່ວມກັບ ໂຄງການ ລາວ/031 ໄດ້່ຈັດກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າທາງກົດໝາຍ ເຊິ່ງດຳເນີນໄປເປັນເວລາສາມວັນ. ກອງປະຊຸມ ແມ່ນເປັນກອງປະຊຸມອອນລາຍ ຜ່ານຊູມ ແລະ ເປັນປະທານໂດຍ ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 95 ທ່ານ ເຊິ່ງເປັນອາຈານຈາກ ຄນລ, ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລຈຳປາສັກ ແລະ ຈາກສະຖາບັນຍຸຕິທຳແຫ່ງຊາດ. ກອງປະຊຸມ ໄດ້ເນັ້ນໜັກເຖິງວິທີການຄົ້ນຄວ້າທາງວິທະຍາສາດທີ່ໃຊ້ໃນຂົງເຂດກົດໝາຍ ເຊັ່ນ ຄວາມໝາຍຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງຂໍ້ມູນທີ່ໃຊ້ໃນສາຂາວິຊານີ້ ແລະ ຮູບແບບການຄົ້ນຄວ້າທີ່ມີການນຳໃຊ້ຢູ່ (ຄົ້ນຄວ້າຫຼັກການທາງກົດໝາຍ ຫຼື ຄົ້ນຄວ້າທາງດ້ານກົດໝາຍໃນຫຼາຍສາຂາວິຊາ). ກອງປະຊຸມ ຍັງຍົກເອົາຫົວຂໍ້ທີ່ກ່ຽວຂ້ອງຂຶ້ນມາ ເຊັ່ນການລັກເອົາຜົນງານຂອງຄົນອື່ນ (plagiarism) ການວາງໂຄງຮ່າງການຂຽນບົດຄົ້ນຄວ້າທາງກົດໝາຍ ພ້ອມທັງແນະນຳການຂຽນບົດສະເໜີ … Continued