ການຊ່ວຍເຫຼືອໃນການສ້າງ “guidelines ການຄົ້ນຄວ້າທາງກົດໝາຍ”

ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ຄວາມຊ່ວຍເຫຼືອຄະນະນິຕິສາດ ແລະ ລັດຖະສາດ ຂອງ ມຊ ໃນການຮ່າງ guidelines ການຄົ້ນຄວ້າທາງກົດໝາຍ. ທາງຄະນະໄດ້ແຕ່ງຕັ້ງຄະນະກຳມະການຮ່າງ ໂດຍປະກອບມີບັນດາອາຈານຈຳນວນໜຶ່ງ ແລະ ນຳພາການຄົ້ນຄວ້າໂດຍຮອງຄະນະບໍດີ 2 ທ່ານ, ນອກນັ້ນ ຍັງໄດ້ຮັບການຊ່ວຍເຫຼືອຈາກຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລອີກດ້ວຍ.

ຄະນະກຳມະການດັ່ງກ່າວ ມີການພົບປະກັນເດືອນລະຄັ້ງໃນການເຝິກອົບຮົມນຳພາໂດຍ ດຣ. ເພີຣີນ ຊິມອນ ເພື່ອປຶກສາຫາລືລະອຽດກ່ຽວກັບເນື້ອໃນຂອງ guidelines ຕາມດ້ວຍການວາງຫົວຂໍ້/ຫົວບົດຕ່າງໆ ໂດຍ ດຣ. ເພີຣີນ ຊິມອນ ຮ່ວມກັບ ດຣ. ລັດດາວັນ ດອນແກ້ວດາວົງ (ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ). Guidelines ດັ່ງກ່າວຈະມີບົດກ່ຽວກັບລັກສະນະພິເສດຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງຂອງກົດໝາຍ, ການຄັດລອກຜົນງານຄົນອື່ນ (plagiarism) ແລະ ຈັນຍາບັນການຄົ້ນຄວ້າ (research ethics), ວິທີອ້າງອີງເອກະສານ ແລະ ການຈັດໂຄງຮ່າງຂອງການຄົ້ນຄວ້າທາງກົດໝາຍ. ຮ່າງ guidelines ແມ່ນຄາດວ່າຈະຖືກນຳສະເໜີທີ່ ຄນລ ພາຍໃນເດືອນເມສາ ຫຼື ພຶດສະພາ ແລະ ຖືກຮັບຮອງໂດຍ ຄນລ ແລະ ມຊ ພາຍໃນລະດູແລ້ງ ປີ 2021. ການສ້າງ guidelines ນີ້ ແມ່ນຮ່ວມຈັດຕັ້ງ ແລະ ໃຫ້ການຊ່ວຍເຫຼືອທາງດ້ານງົບປະມານໂດຍອົງການ LuxDev (ໂຄງການ Lao/031).

ການເຝິກອົບຮົມຄັ້ງທຳອິດ ແມ່ນວັນທີ 25 ພະຈິກ ເຊິ່ງມີເນື້ອໃນກ່ຽວກັບລັກສະນະພິເສດຂອງການຄົ້ນຄວ້າທາງນິຕິສາດ. ບັນດາຜູ້ເຂົ້າຮ່ວມໄດ້ສົນທະນາກ່ຽວກັບວ່າການຄົ້ນຄວ້າທາງກົດໝາຍແມ່ນຫຍັງ, ສິ່ງໃດແດ່ທີ່ນອນໃນ ຫຼື ບໍ່ນອນໃນການຄົ້ນຄວ້າທາງກົດໝາຍ. ພວກເຂົາຍັງໄດ້ຊອກຫາເອກະສານກ່ຽວກັບກົດໝາຍປົກຄອງຕົນເອງ autonomy of law (ບົດຄວາມວິຊາການ, ຄຳເວົ້າຂອງຄະນະບໍດີຄະນະກົດໝາຍ, ຫຼັກສູດຂອງມະຫາວິທະຍາໄລທີ່ຢູ່ຕ່າງປະເທດ ແລະ ອື່ນໆ) ແລະ ນຳສະເໜີຂໍ້ມູນທີ່ຕົນສາມາດຫາໄດ້ໃຫ້ຜູ້ເຂົ້າຮ່ວມຜູ້ອື່ນໄດ້ຮັບຟັງນຳ.

ການເຝິກອົບຮົມຄັ້ງທີສອງ ແມ່ນວັນທີ 23 ທັນວາ ເຊິ່ງໄດ້ເນັ້ນໜັກກ່ຽວກັບແຫຼ່ງຂໍ້ມູນທາງກົດໝາຍ ທັງແຫຼ່ງຂໍ້ມູນຫຼັກ ແລະ ສຳຮອງ. ຜູ້ເຂົ້າຮ່ວມໄດ້ມີການສົນທະນາກັນວ່າ ນັກຄົ້ນຄວ້າຄວນເລືອກໃຊ້ແຫຼ່ງຂໍ້ມູນໃດເມື່ອເຮັດບົດຄົ້ນຄວ້າທາງກົດໝາຍ. ຜູ້ເຂົ້າຮ່ວມຕ້ອງໄດ້ຊອກຫາປຶ້ມແບບຮຽນກົດໝາຍ ແລະ ບົດຄວາມວິຊາການທາງກົດໝາຍ ເພື່ອມານຳສະເໜີແກ່ຜູ້ເຂົ້າຮ່ວມຜູ້ອື່ນວ່າແຫຼ່ງຂໍ້ມູນຫຼັກໆທີ່ທົ່ວໂລກນິຍົມໃຊ້ເຂົ້າໃນການຄົ້ນຄວ້າ. ການເຝິກອົບຮົມ ແມ່ນປິດທ້າຍໂດຍການຍົກບັນດາແຫຼ່ງຂໍ້ມູນທາງກົດໝາຍຫຼັກ ແລະ ແຫຼ່ງສຳຮອງທີ່ບັນດາຄູອາຈານ ແລະ ນັກສຶກສາທີ່ ຄນລ ຄວນນຳໃຊ້ເຂົ້າໃນການຄົ້ນຄວ້າ.