ພິທີມອບຮັບ ຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ

ພາຍໃຕ້ຂົງເຂດການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ການພັດທະນາຫໍສະໝຸດຂອງ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຂອງມະຫາວິທະຍາໄໄລແຫ່ງຊາດ (ມຊ) ແມ່ນໄດ້ຮັບຄວາມສຳຄັນຄຽງຄູ່ກັບການພັດທະນາທາງການຄົ້ນຄ້ວາວິໄຈ.

ໃນວັນທີ 9 ທັນວາ, ພິທີມອບຮັບປຶ້ມ “ວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ” ໄດ້ຈັດຂຶ້ນຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ພິທີມອບຮັບດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍ ຮ.ສ. ວຽງວິໄລ ທ່ຽງຈັນໄຊ (ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ), ດຣ ສົມເດດ ແກ້ວວົງສັກ, ທ່ານ ບຸນຄົງ ເພັດດາວຮຸ່ງ, ທ່ານ ນາງ ທັດສະນາລອນ ສີສຸນົນ (ຮອງອະທິການບໍດີ ຄະນະນິຕິສາດ ແລະ ລັດຖະສາດ), ດຣ ໂລນ ລິນຮູດ ( ຫົວໜ້າທີ່ປຶກສາທາງດ້ານວິຊາການຂອງໂຄງການ ລາວ/ 031) ແລະ ດຣ ເພີຣິນ ສີມອນ (ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ), ພ້ອມນັ້ນກໍຍັງມີອາຈານທ່ານອື່ນໆກໍໃຫ້ກຽດເຂົ້າຮ່ວມ. ປຶ້ມຄູ່ມືຫຼາຍກ່ວາ 1000ຫົວ ເຊິ່ງໃນນັ້ນລວມມີທັງພາສາລາວ ແລະ ພາສາອັງກິດແມ່ນໄດ້ຖືກມອບໃຫ້ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

ຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ ແມ່ນໄດ້ຮັບການຮ່າງຂຶ້ນຮ່ວມກັນລະຫວ່າງບັນດາອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ ພ້ອມກັນກັບການຊ່ວຍເຫຼືອທາງດ້ານວິຊາການຈາກມະຫາວິທະຍາໄລລຸກຊໍາບວກ ໂດຍ ຜູ້ຊ່ວຍຜູ້ປະສານງານຂອງໂຄງການ ປ.ອ ເພີຣິນ ສີມອນ ພາຍໃຕ້ຂົງເຂດການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ ແລະ ພ້ອມກັບການສະໜັບໜູນທາງດ້ານທຶນຮອນຈາກ ໂຄງການ ລາວ/031.

ຈຸດປະສົງຂອງການພັດທະນາ ແລະ ການຈັດພິມປຶ້ມກ່ຽວກັບວິທີການຄົ້ນຄວ້າດັ່ງກ່າວນີ້ແມ່ນເພື່ອຕອບສະໜອງໃຫ້ຄູອາຈານ ແລະ ນັກຮຽນນັກສຶກສາພາຍໃນຄະນະນິຕິສາດ ແລະ ລັດຖະສາດ ໄດ້ເຂົ້າໃຈຢ່າງເລິກເຊີງກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ. ການຈັດພິມປຶ້ມດັ່ງກ່າວຖືເປັນບາດກ້າວທີ່ສໍາຄັນໃນການພັດທະນາທັກສະ ແລະ ສ້າງຄວາມເຂັ້ມແຂງໃນດ້ານການສຶກສາຄົ້ນຄວ້າທາງດ້ານກົດໝາຍໃຫ້ແກ່ທັງນັກສຶກສາ ແລະ ຄູອາຈານ.

ທ່ານຕ້ອງການເຂົ້າເຖິງຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍບໍ່? ຄຼິກເລີຍ