ການເຝິກອົບຮົມກ່ຽວກັບການຄັດລອກຜົນງານຄົນອື່ນ ແລະ ຈັນຍາບັນການຄົ້ນຄວ້າ, ເດືອນມັງກອນ 2021

ໃນວັນທີ 20-22 ມັງກອນ 2021 ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຮ່ວມກັບໂຄງການ LAO/031 ຂອງອົງການ LuxDev ໄດ້ຈັດການເຝິກອົບຮົມກ່ຽວກັບການຄັດລອກຜົນງານຄົນອື່ນ (plagiarism) ແລະ ຈັນຍາບັນການຄົ້ນຄວ້າ (research ethics) ຢູ່ທີ່ ເມືອງວັງວຽງ. ການເຝິກອົບຮົມດັ່ງກ່າວ ແມ່ນດຳເນີນເປັນພາສາອັງກິດ ແລະ ໄດ້ເຂົ້າຮ່ວມໂດຍອາຈານຈາກ ຄນລ ຈຳນວນ 20 ຄົນ.

ການເຝິກອົບຮົມຄັ້ງນີ້ ແມ່ນຢູ່ໃນຂອບການຊ່ວຍເຫຼືອຂອງໂຄງການພວກເຮົາໃນການສ້າງ “ຄູ່ມືໃນການຄົ້ນຄວ້າທາງກົດໝາຍ” ໂຄງການຮ່ວມມືຂອງລຸກຊຳບວກ ໄດ້ໃຫ້ຄວາມສຳຄັນແກ່ການຮັບຮູ້ລັກສະນະພິເສດຂອງກົດໝາຍ, ການຍົກລະດັບມາດຕະຖານໃນການເຮັດການຄົ້ນຄວ້າ ແລະ ຄວາມຊື່ສັດໃນການຄົ້ນຄວ້າວິທະຍາສາດ. ບົດຊີ້ນຳທີ່ຈະສ້າງ ແມ່ນເພື່ອອະທິບາຍບັນດາລະບຽບພື້ນຖານກ່ຽວກັບຄວາມຊື່ສັດທາງວິຊາການ ແລະ ການຄັດລອກຜົນງານຄົນອື່ນ ເຊິ່ງນີ້ອາດຈະເປັນບາດກ້າວທຳອິດກ່ອນທີ່ຈະມີການຂຽນວາລະສານກົດໝາຍ ຫຼື ການຮັບຮອງເອົາ “ປະມວນຫຼັກຈັນຍາບັນໃນການຄົ້ນຄວ້າ” ຂອງ ມຊ.

ພາຍໃນງານສຳມະນາ ບັນດາຜູ້ເຂົ້າຮ່ວມໄດ້ສົນທະນາກັນກ່ຽວກັບຄວາມໝາຍຂອງຈັນຍາບັນທາງວິຊາການ ແລະ ການລັກເອົາຜົນງານຂອງຜູ້ອື່ນມາໃຊ້ວ່າເປັນຂອງຕົນ, ມີທັງການນຳສະເໜີໂດຍ ດຣ. ເພີຣີນ ຊິມອນ ແລະ ດຣ. ບົວລະພຽນ ສີສຸກ (ອາຈານ ຄນລ) ແລະ ດຣ. ລັດດາວັນ ດອນແກ້ວດາວົງ. ງານສຳມະນາດັ່ງກ່າວ ແມ່ນເພື່ອອະທິບາຍແຈ້ງກ່ຽວກັບວ່າ ການຄັດລອກຜົນງານຄົນອື່ນໝາຍຄວາມວ່າແນວໃດ ໂດຍມີການຍົກຕົວຢ່າງ ແລະ ຍົກໃຫ້ເຫັນວ່າເປັນຫຍັງການຈັດການກັບບັນຫາດັ່ງກ່າວຈຶ່ງເປັນສິ່ງສຳຄັນ. ຜູ້ເຂົ້າຮ່ວມ ຍັງໄດ້ປຶກສາຫາລືວິທີທີ່ເປັນໄປໄດ້ໃນການແກ້ບັນຫາ ເພື່ອທີ່ຈະປັບປຸງຈັນຍາບັນທາງວິຊາການ ແລະ ຫລຸດຜ່ອນການຄັດລອກຜົນງານຂອງຜູ້ອື່ນມາໃຊ້ວ່າເປັນຂອງຕົນ.  ຜູ້ເຂົ້າຮ່ວມໄດ້ມີການເຮັດກິດຈະກຳເປັນກຸ່ມ ເຊິ່ງໃນນັ້ນພວກເຂົາຕ້ອງຊອກຫາຄວາມໝາຍຕົວຢ່າງທີ່ຢູ່ໃນເວັບໄຊຂອງມະຫາວິທະຍາໄລຕ່າງໆ ແລະ ວ່າພວກເຂົາຈັດການກັບບັນຫາດັ່ງກ່າວແນວໃດ.

ຫຼັງຈາກເຝິກອົບຮົມ ບັນດາຜູ້ເຂົ້າຮ່ວມໄດ້ຈົດບັນທຶກບັນດາລະບຽບພື້ນຖານທີ່ຄວນມີໃນຄູ່ມື ແລະ ໃຫ້ຄຳເຫັນກ່ຽວກັບສິ່ງທີ່ ຄນລ ແລະ ມຊ ຈະເຮັດຕໍ່ໄປໃນການປັບປຸງຈັນຍາບັນທາງວິຊາການ ແລະ ຫລຸດຜ່ອນການຄັດລອກຜົນງານຄົນອື່ນ.

ຄູ່ມືການຄົ້ນຄວ້າທາງນິຕິສາດ ເປັນເຄື່ອງມືສຳຄັນອັນໜຶ່ງໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບການຄົ້ນຄວ້າທາງກົດໝາຍ ແລະ ການຄົ້ນຄວ້າທີ່ມີຄຸນນະພາບ. ຄູ່ມືດັ່ງກ່າວ ນອກຈາກຈະເປັນການຍົກລະດັບມາດຕະຖານການຄົ້ນຄວ້າທາງດ້ານກົດໝາຍແລ້ວ ມັນຍັງຈະເປັນແບບຢ່າງນຳໃຊ້ໃນຂົງເຂດລັດຖະສາດ, ເວົ້າເລື່ອງການຄັດລອກຜົນງານຂອງຜູ້ອື່ນ ແລະ ຈັນຍາບັນການຄົ້ນຄວ້າໃນລະດັບ ມຊ ອີກດ້ວຍ.