ງານສຳມະນາການຄົ້ນຄວ້າທາງກົດໝາຍ, ວັນທີ 21-23 ພຶດສະພາ 2019

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ຈັດ ງານສຳມະນາການຄົ້ນຄວ້າທາງກົດໝາຍ ແລະ ວິທີການ ໃນວັນທີ 21-23 ພຶດສະພາ 2019. ໃນການສຳມະນາຄັ້ງນີ້ ແມ່ນເຂົ້າຮ່ວມໂດຍຄະນະຕາງໜ້າຈາກ ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊໍາບວກ, ນຳພາໂດຍ Pr. Stefan Braum, ຮ່ວມກັບ Mr. Jean-Marc Ceci, Dr. Sofia Mirandola, Mr. Andrii Hubai and Miss. Marie Gerardy.

ໃນໄລຍະເວລາ 3 ມື້ ຂອງການສຳມະນາ ແມ່ນກວມເອົາລາຍລະອຽດຂອງວິທີການການຄົ້ນຄວ້າທາງກົດໝາຍ, ເຊິ່ງແນໃສ່ເສີມສ້າງທັກສະພື້ນຖານໃນການຄົ້ນຄວ້າທາງກົດໝາຍໃຫ້ແກ່ອາຈານທີ່ ຄນລ.

ໃນງານສຳມະນາ ປະກອບມີບົດບັນຍາຍໃນຫົວຂໍ້ “ກົດໝາຍ ໃນຖານະເປັນສາຂາວິຊາຮຽນໜຶ່ງ”, “ບົດບາດ ແລະ ໜ້າທີ່ຂອງອົງການຕຸລາການ”, ພ້ອມທັງປະກອບມີ ການເຝິກອົບຮົມ ກ່ຽວກັບ “ການອ້າງອີງເອກະສານ, ການຄັດລອກຜົນງານຂອງຜູ້ອື່ນ ແລະ ຈັນຍາບັນທາງວິຊາການ” ຫຼື “ທັກສະການສິດສອນ” ເຊິ່ງໃນການເຝິກອົບຮົມດັ່ງກ່າວ ແມ່ນຜູ້ເຂົ້າຮ່ວມໄດ້ມີການແບ່ງກຸ່ມກັນເຂົ້າຮ່ວມການເຝິກອົບຮົມວິທີການຄົ້ນຄວ້າ ທີ່ຕ່າງລະດັບກັນກໍຄື ລະດັບພື້ນຖານ ແລະ ລະດັບສູງ (ເຊັ່ນ “ການເຮັດບົດຄົ້ນຄວ້າທີ່ດີ: ຂັ້ນຕອນ ແລະ ຕົວຢ່າງຂອງບົດຄົ້ນຄວ້າ”; “ວິທີການອອກຄຳເຫັນກ່ຽວກັບຄຳຕັດສິນຂອງສານ” ແລະ ອື່ນໆ.)

ຄະນະ ຈາກ ມະຫາວິທະຍາໄລລຸກຊຳບວກ ຍັງໄດ້ເປັນກຽດເຂົ້າຢ້ຽມຢາມ ທ່ານລັດຖະມົນຕີ ກະຊວງຍຸຕິທຳ ທ່ານໄຊສີ ສັນຕະວົງ ໃນວັນທີ 24 ພຶດສະພາ ອີກດ້ວຍ.