ການບັນຍາຍທາງອອນລາຍພິເສດກ່ຽວກັບ “ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR)” ໃນວັນທີ 11 ພຶດສະພາ 2022
ໃນຂອບເຂດວຽກງານ ຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດຕັ້ງ ການບັນຍາຍທາງອອນລາຍພິເສດກ່ຽວກັບ “ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR)” ຂຶ້ນໃນວັນທີ 11 ພຶດສະພາ 2022. ພວກເຮົາມີຄວາມປິຕິຍິນດີທີ່ໄດ້ຕ້ອນຮັບທ່ານ Seán O’Connell, ຫົວໜ້າພະແນກການປົກຄອງ ຜູ້ຊ່ວຍຕາງໜ້າ ອົງການສະຫະປະຊາຊາດ ວ່າດ້ວຍການພັດທະນາປະຈຳ ສປປ ລາວ (UNDP Lao PDR). ກ່ອນໜ້ານີ້ ທ່ານ Sean ເປັນເຈົ້າໜ້າທີ່ດ້ານສິດທິມະນຸດ ແລະ ດ້ານລັດແຫ່ງກົດໝາຍ ຂອງ UNDP ທີ່ປະເທດຫວຽດນາມ, ເຮັດວຽກກ່ຽວກັບກົນໄກ ກາຮລາຍງານດ້ານສິດທິມະນຸດສາກົນ ແລະ ທຸລະກິດ ແລະ ສິດທິມະນຸດ. ຜູ້ບັນຍາຍໄດ້ແນະນໍາຜູ້ເຂົ້າຮ່ວມກ່ຽວກັບ ຂະບວນການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR). ການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR) ແມ່ນການດໍາເນີນໂດຍສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ແລະ ກ່ຽວຂ້ອງກັບການກວດກາເປັນໄລຍະດ້ານສິດທິມະນຸດຂອງທັງໝົດ 193 ປະເທດສະມາຊິກຂອງອົງການສະຫະປະຊາຊາດ. ທີ່ເປີດໂອກາດໃຫ້ທຸກລັດ ໄດ້ທົບທວນ ແລະ ລາຍງານວ່າເຂົາເຈົ້າໄດ້ມີການປະຕິບັດແນວໃດ ເພື່ອປັບປຸງສະຖານະການສິດທິມະນຸດໃນປະເທດຂອງເຂົາເຈົ້າ. (ເບິ່ງສໍາລັບລາຍລະອຽດເພີ່ມເຕີມ: https://www.ohchr.org/en/hr-bodies/upr/basic-facts). … Continued