ປະກາດຮັບສະໝັກທຶນບົດວິໄຈຄົ້ນຄວ້າ

ມະຫາວິທະຍາໄລ ລຸກຊຳບວກ ຂໍຖືເປັນກຽດປະກາດເປີດຮັບໃບສະໝັກ ເພື່ອຄັດເລືອກພະນັກງານວິຊາການໃນຂົງເຂດກົດໝາຍຈາກ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ທີ່ສົນໃຈດຳເນີນການຄົ້ນຄວ້າພາຍໃຕ້ການເປັນທີ່ປຶກສາຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ.

ເງື່ອນໄຂ

ໂປຣແກຣມການຄົ້ນຄວ້ານີ້ ແມ່ນມີຈຸດປະສົງໃຫ້ບັນດາຄູອາຈານໄດ້ພັດທະນາທັກສະທາງວິຊາການ ແລະ ທັກສະການຄົ້ນຄວ້າໃນຂົງເຂດກົດໝາຍ ເພື່ອເພີ່ມສັກກະຍະພາບຂອງຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດໄດ້ໃນໄລຍະຍາວ. ຜູ້ສະໝັກ ຕ້ອງເປັນຄູອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ ທີ່ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາກົດໝາຍ ຫຼື ກ່ຽວກັບກົດໝາຍ. ການສະໝັກ ແມ່ນບໍ່ມີການກຳນົດເງື່ອນໄຂທາງດ້ານອາຍຸ. ຜູ້ສະໝັກຈະໄດ້ຮັບເລືອກອີງຕາມຄວາມເໝາະສົມ. ມະຫາວິທະຍາໄລລຸກຊຳບວກມີສິດເຕັມທີໃນການຄັດເລືອກ ຫຼື ປະຕິເສດການສະໜັກ.

ເພື່ອສອດຄ່ອງກັບ “ຍຸດທະສາດການຮ່ວມມືທົ່ວໄປຂອງລຸກຊຳບວກ ເພື່ອການພັດທະນາແບບຍືນຍົງ – ຫົນທາງສູ່ປີ 2030”, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ເປີດຮັບບົດສະເໜີການຄົ້ນຄວ້າທີ່ນອນໃນຂົງເຂດດັ່ງນີ້:

  • ລັດທີ່ປົກຄອງ ແລະ ບໍລິຫານໂດຍກົດໝາຍ ຫຼື ລັດແຫ່ງກົດໝາຍ;
  • ສິດທິພື້ນຖານ;
  • ຄວາມສະເໝີພາຍຍິງຊາຍ;
  • ຄວາມຍືນຍົງທາງສິ່ງແວດລ້ອມ ແລະ ການປົກປັກຮັກສາດິນຟ້າອາກາດ.

ການປຶກສາ

ໂຄງການຈະໃຫ້ຄຳແນະນຳການຄົ້ນຄວ້າຢ່າງລະອຽດ ຕະຫຼອດໄລຍະເວລາໃນຄົ້ນຄວ້າ ເຊິ່ງນັກຄົ້ນຄວ້າທີ່ຖືກຮັບເລືອກຈະໄດ້ຮັບການສະໜັບສະໜູນໃນການດຳເນີນການຄົ້ນຄວ້າ ແລະ ໄດ້ຮັບຄຳປຶກສາຈາກຜູ້ປະສານງານຂອງໂຄງການ ຜ່ານການພົບປະ ແລະ ລາຍງານຄວາມຄືບໜ້າຂອງບົດຄົ້ນຄວ້າຢ່າງເປັນປົກກະຕິ.

ນັກຄົ້ນຄວ້າທີ່ໄດ້ຮັບເລືອກ ມີພັນທະຕ້ອງໄດ້ເຂົ້າຮ່ວມການເຝິກອົບຮົມທີ່ຈັດໂດຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຢ່າງເຕັມສ່ວນ (ເຊັ່ນ ການບັນຍາຍ, ການເຝິກອົບຮົມ ແລະ ອື່ນໆ) ແລະ ຈະໄດ້ເຜີຍແຜ່ການຄົ້ນຄວ້າຂອງຕົນຕໍ່ສາທາລະນະ. ນັກຄົ້ນຄວ້າ ຍັງຕ້ອງໄດ້ສົ່ງບົດລາຍງານຄວາມຄືບໜ້າທຸກໆ ສາມເດືອນ ຕາມສັນຍາການຄົ້ນຄວ້າທີ່ໄດ້ເຊັນກັບມະຫາວິທະຍາໄລລຸກຊຳບວກ.

ການບໍລິຫານຈັດການ

ຜູ້ທິ່ຖືກຮັບເລືອກຈະໄດ້ຮັບທຶນຮອນຈຳນວນ 1 200 ເອີໂຣ ເພື່ອນຳໃຊ້ໃນການດຳເນີນການຄົ້ນຄວ້າ.

ມະຫາວິທະຍາໄລລຸກຊຳບວກ ຈະມອບທຶນດັ່ງກ່າວໃຫ້ແກ່ຄູອາຈານທີ່ໄດ້ຮັບເລືອກ ເປັນ 4 ງວດ. ການໃຫ້ທຶນຂອງມະຫາວິທະຍາໄລລຸກຊຳບວກ ແມ່ນອີງຕາມຄວາມສາມາດຂອງຜູ້ໄດ້ຮັບທຶນ ແລະ ຂຶ້ນກັບວ່ານັກຄົ້ນຄວ້າຜູ້ນັ້ນ ສາມາດປະຕິບັດຕາມເງື່ອນໄຂ ຫຼື ພັນທະທີ່ຕັ້ງໄວ້ໃນຂໍ້ຕົກລົງຂອງທຶນໄດ້ ຫຼື ບໍ່, ໂດຍສະເພາະການສົ່ງບົດລາຍງານຄວາມຄືບໜ້າ ທຸກໆ ສາມເດືອນ ໃຫ້ແກ່ຜູ້ປະສານງານຂອງໂຄງການຂອງມະຫາວິທະຍາໄລລຸກຊຳບວກ ທີ່ປະຈຳຢູ່ນະຄອນຫຼວງວຽງຈັນ.

ນັກຄົ້ນຄວ້າ ຕ້ອງຮັບຜິດຊອບໃນການບໍລິຫານທຶນຮອນທີ່ຕົນໄດ້ຮັບເອງ ໝາຍວ່າທາງໂຄງການຈະບໍ່ຮັບຜິດຊອບກໍລະນີມີຄ່າໃຊ້ຈ່າຍເພີ່ມເຕີມ ນອກເໜືອຈາກທຶນທີ່ໄດ້ມອບໃຫ້.

ຜູ້ທີ່ໄດ້ຮັບເລືອກ ແມ່ນຈະຕ້ອງດຳເນີນການຄົ້ນຄວ້າຂອງຕົນຢູ່ໃນ ສປປ ລາວ.

ຜູ້ທີ່ໄດ້ຮັບເລືອກ ຕ້ອງຮັບປະກັນວ່າ ບົດຄົ້ນຄວ້າຂອງຕົນ ສອດຄ່ອງກັບກົດລະບຽບຂອງມະຫາວິທະຍາໄລລຸກຊຳບວກ ໂດຍສະເພາະ ສອດຄ່ອງກັບຈັນຍາບັນການຄົ້ນຄວ້າ ແລະ ປາສະຈາກການລັກເອົາຜົນງານຂອງຄົນອື່ນ.

ບົດຄົ້ນຄວ້າ ແມ່ນຈະເປັນຮູບແບບຕີພິມໃສ່ເຈ້ຍ ອາດເປັນພາສາລາວ ຫຼື ພາສາອັງກິດ. ຄວາມຍາວຂອງບົດຄົ້ນຄວ້າສະບັບສຸດທ້າຍ ແມ່ນຈະເປັນໄປຕາມການສົນທະນາຕົກລົງກັບຜູ້ປະສານງານໂຄງການ. ການຄົ້ນຄວ້າ ຕ້ອງໃຫ້ສຳເລັດພາຍໃນເວລາໜຶ່ງປີ ນັບຈາກວັນທີທີ່ມີການເຊັນສັນຍາທຶນການຄົ້ນຄວ້າ ຈົນເຖິງວັນທີທີ່ຕົກລົງສົ່ງຜົນການຄົ້ນຄວ້າ.

ຜູ້ສະໝັກ ສາມາດສະໝັກຂໍທຶນ ເປັນບຸກຄົນໄດ້ເທົ່ານັ້ນ, ບໍ່ສາມາດສະໝັກ ເປັນກຸ່ມ ຫຼື ເປັນສະຖາບັນໄດ້.

ການສະໝັກ

ໃບສະໝັກ ຕ້ອງຂຽນເປັນພາສາລາວ ຫຼື ພາສາອັງກິດ ແລະ ຄວນປະກອບມີ:

  • ຈົດໝາຍສະແດງເຈດຈຳນົງ ຫຼື cover letter (ຍາວບໍ່ເກີນ 2 ໜ້າເຈ້ຍ);
  • ຊີວະປະຫວັດຫຍໍ້ (CV) ປະກອບມີຂໍ້ມູນຕິດຕໍ່, ປະສົບການທາງວິຊາການ (ຫຼັກສູດທີ່ສອນ, ປະສົບການການຄົ້ນຄວ້າຜ່ານມາ, ຫຼັກສູດມະຫາວິທະຍາໄລ ແລະ ອື່ນໆ);
  • ບົດສະເໜີການຄົ້ນຄວ້າ (ຄວາມຍາວບໍ່ເກີນ 3 ໜ້າເຈ້ຍ) ລວມບັນນານຸກົມ. ບົດສະເໜີ ຄວນປະກອບມີຄຳອະທິບາຍກ່ຽວກັບຫົວຂໍ້ການຄົ້ນຄວ້າ (ພາກສະເໜີ), ສົມມຸດຕິຖານ, ເປົ້າໝາຍຂອງການຄົ້ນຄວ້າ, ວິທີການດຳເນີນການຄົ້ນຄວ້າ ແລະ ບັນນານຸກົມສັ້ນໆ (ບໍ່ເກີນ 15 ແຫຼ່ງອ້າງອີງ).

ກຳນົດສົ່ງໃບສະໝັກ ພາຍໃນ: ວັນທີ 28 ກຸມພາ 2022

ຜູ້ທີ່ຖືກຮັບເລືອກເບື້ອງຕົ້ນ ແມ່ນຈຳໄດ້ຜ່ານການສຳພາດກ່ອນ.

ສົ່ງໃບສະໝັກໄປທີ່ ດຣ. ເພີລີນ ຊີມອນ: perrine.simon@ext.uni.lu   ແລະ ນາງ ທອງຄູນ ໄຊຍະຫົງ: thongkhoonxayyahong@gmail.com