ການສາຍຮູບເງົາທາງດ້ານກົດໝາຍຄັ້ງທຳອິດ, ວັນທີ 30 ເດືອນມີນາ ປີ2022

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດການສາຍຮູບເງົາທາງດ້ານກົດໝາຍ ເປັນຄັ້ງທຳອິດໃນວັນທີ 30 ເດືອນມີນາ ປີ 2022. ຈຸດປະສົງແມ່ນເພື່ອຜັນຂະຫຍາຍຄວາມຮູ້ທາງດ້ານກົດໝາຍ ແລະ ວັດທະນະທຳຂອງຮູບເງົາ ໃນແງ່ທີ່ສ້າງສັນ ແລະ ມີຄວາມມ່ວນຊື່ນ. ນັກສຶກສາຈະໄດ້ມີໂອກາດໄດ້ຮຽນຮູ້ເພີ່ມເຕີມ ກ່ຽວກັບຄວາມຍຸດຕິທຳສາກົນ ແລະ ລະບົບກົດໝາຍອື່ນໆ. ຮູບເງົາສ່ວນໃຫ່ຍທີ່ພວກເຮົາວາງແຜນຈະສາຍ ແມ່ນເປັນພາສາອັງກິດທັງໝົດ, ເພື່ອໃຫ້ນັກຮຽນສາມາດ ປັບປຸງທັກສະທາງດ້ານພາສາອັງກິດ ແລະ ພັດທະນາຄຳສັບທາງດ້ານກົດໝາຍຂອງເຂົາເຈົ້າ.

ການສາຍຮູບເງົາດັ່ງກ່າວ ແມ່ນໄດ້ຈັດຂື້ນ ພາຍໃຕ້ການຮ່ວມມືກັບ ທ່ານ ອາຈານ ຄອນສະຫວັນ ວົງວັນນະໄຊ, ອາຈານສອນກົດໝາຍສິດທິມະນຸດ ແລະ ມີນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ, ພາກພົວພັນສາກົນ ເຂົ້າຮ່ວມຈຳນວນ 21 ນ້ອງ.

ສຳລັບການສາຍຮູບເງົາຄັ້ງທຳອິດນີ້, ພວກເຮົາໄດ້ສານຮູບເງົາເລື່ອງ “First They Killed My Father” ທີ່ກຳກັບການສະແດງໂດຍ Angelina Jolie ເຊີ່ງໄດ້ສາຍ ແລະ ລົງ Netflix ໃນປີ 2017 ແລະ ໄດ້ຮັບລາງວັນ ຫຼາຍລາງວັນ, ຮູບເງົາແມ່ນອີງຕາມເລື່ອງຈິງຂອງ ນາງ Luong Ung ແລະ ເລື່ອງຈາກປື້ມຂຽນຂອງນາງ ທີ່ຕີພິມ ແລະ ຈັດຈຳໜ່າຍໃນ ປີ 2000. ເຊີ່ງຮູບເງົາໄດ້ສະແດງໃຫ້ເຫັນເຖິງເລື່ອງລາວ ຂອງຄອບຄົວຂອງນາງ ທີ່ຢູ່ໃນຄ້າຍໃຊ້ແຮງງານໃນປະເທດກຳປູເຈຍ ແລະ ການເຂົ້າເປັນທະຫານເດັກ ພາຍໃຕ້ການປົກຄອງຂອງ ລະບອບຂະເໝນແດງ ໃນຊຸມປີ 1970.

ໃນຕອນທ້າຍຂອງການສາຍຮູບເງົາຄັ້ງນີ້, ນັກສຶກສາຝຶກງານຂອງທາງໂຄງການ ນາງ ເມນິກາ ພົງສາ ໄດ້ດຳເນີນພາຫຼີ້ນເກມ Kahoot ທີ່ໄດ້ກະກຽມຄຳຖາມໂດຍ ທ່ານ ເພີລິນ ຊີມອນ ເພື່ອທົດສອບຄວາມຮູ້ທາງດ້ານ ກົດໝາຍອາຍາສາກົນ ແລະ ການເຊື່ອມໂຍງຮູບເງົາ ກັບກົດໝາຍອາຍາສາກົນ ທີ່ກ່ຽວຂ້ອງກັບ “ການຂ້າລ້າງເຜົ່າພັນ”, ອາຊະຍາກຳຕ້ານມວນມະນຸດ ແລະ ອາສະຍາກຳສົງຄາມ ແລະ ສານພິເສດທີ່ໃຊ້ພິຈາລະນາຄະດີການຂ້າລ້າງເຜົ່າພັນຂະເໝນແດງ ຂອງກຳປູເຈຍ. ແລະ ຜູ້ຊະນະໃນການຕອບຄຳຖາມ ໄດ້ແກ່ ນາງ ສຸດລາສີ ຢ່າເກົາມະນີ ເຊີ່ງໄດ້ຮັບລາງວັນເປັນກະເປົາຜ້າຈາກທາງໂຄງການຂອງພວກເຮົາ.