ການບັນລະຍາຍອອນລາຍພິເສດ ຫົວຂໍ້: “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ”

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍພິເສດທາງອອນລາຍຂື້ນ ໃນຫົວຂໍ້: “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ” ໃນວັນທີ 23 ເດືອນ ກຸມພາ ປີ 2022 . ທາງໂຄງການມີໂອກາດຕ້ອນຮັບ Dr. Başak Bağlayan ນັກຄົ້ນຄວ້າຫຼັງປະລິນຍາເອກ ຈາກມະຫາວິທະຍາໄລລຸກຊຳບວກອີກຄັ້ງ. ການບັນຍາຍຂອງ Dr.Başak Bağlayan ແມ່ນໄດ້ເນັ້ນໜັກ ໃສ່ “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ” ຊຶ່ງເພິ່ນໄດ້ບັນຍາຍກ່ຽວກັບບັນດາເຄື່ອງມື ໃນການສ້າງ ບົດບັນຍັດດັ່ງກ່າວນີ້ ເຊັ່ນວ່າ: ຖະແຫຼງການສິດທິມະນຸດ, ສົນທິສັນຍາວ່າດ້ວຍ ສິດທິພົນລະເມືອງ ແລະ ສິດທິທາງການເມືອງ (ICCPR), ສົນທິສັນຍາສາກົນກ່ຽວກັບສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ (ICESCR) ແລະ ອານຸສັນຍາເພີ່ມເຕີມຂອງ ICCPR. Ms. Bağlayan ໄດ້ອະທິບາຍຢ່າງລະອຽດກ່ຽວກັບເນື້ອໃນຂອງບັນດາເຄື່ອງມື ເຫຼົ່ານີ້ ລວມທັງສະຖານະທາງດ້ານກົດໝາຍ. ການນຳສະເໜີແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດ ແລະ ກົນໄກການຕິດຕາມ ແລະ ຂອບເຂດການນຳໃຊ້ ICCPR ແລະ ICESC. Dr.Başak Bağlayan ໄດ້ສະຫຼຸບການບັນຍາຍໂດຍການອະທິບາຍລາຍລະອຽດ ໃນການນໍາໃຊ້ສົນທິສັນຍາເຫຼົ່ານັ້ນ.

ໃນການບັນຍາຍແມ່ນມີຜູ້ເຂົ້າຮ່ວມທັງໝົດ 117 ຄົນ ໃນນັ້ນປະກອບມີ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ, ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ ,ອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ ແຂວງຈຳປາສັກ ຜ່ານທາງຊູມ. ຜູ້ເຂົ້າຮ່ວມມີຄວາມກະຕືລືລົ້ນ ແລະ ມີການປະກອບສ່ວນຖາມຄຳຖາມກັບຜູ້ບັນຍາຍ.