ການບັນຍາຍພິເສດທາງອອນລາຍກ່ຽວກັບກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ, 8 ທັນວາ 2021

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍພິເສດທາງອອນລາຍຂຶ້ນ ໃນຫົວຂໍ້ “ກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ” ໃນການຮ່ວມມືກັບອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNDOC) ໃນລາວ. ໂຄງການໄດ້ມີໂອກາດຕ້ອນຮັບທ່ານ David Frend, ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ. ທ່ານ Frend ແມ່ນ ຄົນປະເທດອັງກິດ ທ່ານບໍ່ພຽງແຕ່ແບ່ງປັນກ່ຽວກັບຄວາມຮູ້ຕາມທິດສະດີເທົ່ານັ້ນແຕ່ເພິ່ນຍັງແບ່ງປັນຄວາມຮູ້ໃນຖານະທີ່ເປັນທະນາຍຄວາມໃນແກ່ຜູ້ເຂົ້າຮ່ວມ ພ້ອມທັງປະສົບການຫຼາກຫຼາຍກ່ຽວກັບສານລະດັບພາຍໃນ ແລະ ສາກົນໃນປະເທດອັງກິດ. ໃນການບັນຍາຍແມ່ນມີຜູ້ເຂົ້າຮ່ວມທັງໝົດ 80 ຄົນໃນນີ້ປະກອບມີນັກສຶກສາຈາກຄະນະຄນລ ແລະ ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດຫຼວງພະບາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ໃນມື້ວັນທີ 8 ເດືອນທັນວາ ຜ່ານໂປຣແກຣມຊູມ. ນັກບັນຍາຍໄດ້ສະເໜີກ່ຽວກັບກົດໝາຍອາຍາ ແລະ ການດຳເນີນຄະດີອາຍາໂດຍລວມ ພ້ອມດ້ວຍເນັ້ນຄວາມແຕກຕ່າງທີ່ສຳຄັນລະຫວ່າງລະບົບກົດໝາຍແພ່ງ ແລະ ລະບົບກົດໝາຍປະເພນີສານ ແລະ ຍັງໄດ້ອະທິບາຍກ່ຽວກັບບຸກຄົນໃນຂະບວນການດຳເນີນຄະດີອາຍາ, ນິຍາມຂອງການກະທຳຜິດ ແລະ ພາລະການພິສູດ, ອົງປະກອບຂອງການກະທຳຜິດ actus reus … Continued

ບົດບັນຍາຍພິເສດ ກ່ຽວກັບກົດໝາຍ ວ່າດ້ວຍການຕ້ານການຟອກເງິນ, ວັນທີ 17 ມີນາ 2021

ໃນຂອບການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດການບັນຍາຍພິເສດໃນຫົວຂໍ້ “ການຟອກເງິນ ແລະ ການນຳໃຊ້ຫຼັກຖານອະນຸມານ ຫຼື ທາງສະພາບ (ມາດຕາ 130 ປະມວນກົດໝາຍອາຍາ)”, ບັນຍາຍໂດຍ ທ່ານ ຄຣິສ ແບທ ຈາກ UNODC ເຊິ່ງເປັນ ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ, ປະຈຳຢູ່ທີ່ ນະຄອນຫຼວງວຽງຈັນ. ໃນການບັນຍາຍດັ່ງກ່າວມີຜູ້ເຂົ້າຮ່ວມ 30 ຄົນ ເຊິ່ງເປັນນັກສຶກສາ ແລະ ຄູອາຈານຈາກພາກວິຊາກົດໝາຍອາຍາ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 17 ມີນາ 2021. ການຟອກເງິນ ເປັນອາຊະຍາກຳທີ່ຮ້າຍແຮງ ເຊິ່ງແຕະຕ້ອງເຖິງເສດຖະກິດຂອງທຸກໆປະເທດ. ທ່ານ ແບທ ໄດ້ວິເຄາະບັນດາອົງປະກອບຂອງການກະທຳຜິດສະຖານຟອກເງິນ ໂດຍເນັ້ນໜັກການກະທຳຜິດຕົ້ນ. ຍ້ອນເປັນອະດີດຕຳຫຼວດສະເພາະທີ່ມີປະສົບການໃນການນຳພາການສອບສວນຄະດີກ່ຽວກັບການເງິນ, ຜູ້ບັນຍາຍຈຶ່ງສາມາດໃຫ້ຄວາມຮູ້ຕົວຈິງກ່ຽວກັບການຟອກເງິນ ແລະ ຕົວຢ່າງຈາກຄະດີຕົວຈິງໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງໄດ້. ເນື່ອງຈາກວ່າ ການບັນຍາຍນີ້ທີ່ຈັດຂຶ້ນເປັນຕັ້ງທຳອິດຮ່ວມກັບ … Continued

ການບັນຍາຍຄັ້ງທຳອິດທີ່ມີການປະສົມປະສານເຕັກໂນໂລຊີ ໃນຫົວຂໍ້ກົດໝາຍສິດທິມະນຸດ, ວັນທີ 2 ພະຈິກ 2020

ໃນຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍຄັ້ງທຳອິດທີ່ມີການປະສົມປະສານເຕັກໂນໂລຊີຂຶ້ນ! ດຣ. ບາຊັກ ບາລາຍານ ຈາກຄະນະກົດໝາຍ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍຜ່ານຊູມ Zoom ແກ່ນັກສຶກສາ ແລະ ຄູອາຈານ ຈຳນວນ 50 ຄົນ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ຫົວຂໍ້ “ສິດທິມະນຸດ ແລະ ອົງການສະຫະປະຊາຊາດ”. ດຣ. ບາລາຍານ ໄດ້ມີສ່ວນຮ່ວມໃນໂຄງການຂອງພວກເຮົາມາເປັນເວລາ 3 ປີແລ້ວ. ດຣ. ບາລາຍານ ເປັນຜູ້ຊ່ຽວຊານທີ່ມີຊື່ສຽງ ແລະ ມີຜົນງານການຂຽນຢ່າງກວ້າງຂວາງໃນຂົງເຂດສິດທິມະນຸດ ໂດຍສະເພາະສິດທິທາງທຸລະກິດ ແລະ ສິດທິມະນຸດ. ເນື່ອງຈາກຜົນຕອບຮັບທີ່ດີຈາກການບັນຍາຍໃນຄັ້ງນີ້, ພວກເຮົາຈະຈັດການບັນຍາຍທາງອິນເຕີເນັດຫຼາຍຂຶ້ນໃນອີກໄວໆນີ້!

ການບັນຍາຍອອນລາຍຄັ້ງທຳອິດ ພາຍໃຕ້ຫົວຂໍ້ ຫຼັກຖານໃນການດຳເນີນຄະດີອາຍາ, ວັນທີ 10 ເມສາ 2020

ດຣ. ເພີຣີນ ຊິມອນ ຜູ້ປະສານງານ ຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍທາງອິນເຕີເນັດກ່ຽວກັບ “ຫຼັກຖານໃນການດຳເນີນຄະດີອາຍາ” ເປັນຄັ້ງທຳອິດໃນປີ 2020 ເຊິ່ງການບັນຍາຍ ແມ່ນຈັດຂຶ້ນວັນທີ 10 ເມສາ 2020 ໃນໄລຍະການປິດເມືອງ. ໃນການບັນຍາຍຂອງ ດຣ. ເພີຣີນ ໄດ້ເນັ້ນໜັກອະທິບາຍເຖິງຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ, ຄວາມຫຍຸ້ງຍາກຂອງພິສູດຫຼັກຖານ, ວັດຖຸທີ່ສາມາດເປັນຫຼັກຖານ, ພ້ອມທັງຫຼັກຖານທີ່ເປັນທີ່ຖືວ່າເປັນທີ່ຍອມຮັບໂດຍສານ. ການບັນຍາຍ ແມ່ນດຳເນີນຜ່ານທາງຊູມ, ມີຜູ້ເຂົ້າຮ່ວມເຖິງ 70 ທ່ານ ທັງນັກສຶກສາ ແລະ ຄູອາຈານ! ເຖິງວ່າຈະເປັນສະຖານະການທີ່ບໍ່ຄຸ້ນເຄີຍ ບັນດາຜູ້ເຂົ້າຮ່ວມກໍຍັງໄດ້ຖາມຄຳຖາມ ແລະ ເຂົ້າຮວ່ມການບັນຍາຍທາງອອນລາຍຢ່າງຄຶກຄື້ນ! ການບັນຍາຍ ແມ່ນດຳເນີນເປັນພາສາອັງກິດ ແລະ ແປເປັນພາສາລາວ ໂດຍ ທ່ານນາງ ທິບພາພອນ ສີພັນດອນ, ພະນັກງານປະຈຳໂຄງການຂອງສະຖາບັນ ILSTA. ການບັນຍາຍນີ້ ແມ່ນສາມາດເຂົ້າເຖິງໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ເຊິ່ງມະຫາວິທະຍາໄລລຸກຊຳບວກໄດ້ຈັດຢູ່ປະຈຳ.

ມະຫາວິທະຍາໄລລຸກຊຳບວກ ໄດ້ປະກອບສ່ວນໃນກອງປະຊຸມປະຈຳປີຂອງ ສະຖາບັນ ILSTA, ວັນທີ 11-13 ກຸມພາ 2020

ພາຍໃຕ້ຂອບການຮ່ວມມືລະຫວ່າງໂຄງການຂອງພວກເຮົາກັບສະຖາບັນ ILSTA, ມະຫາວິທະຍາໄລລຸກຊຳບວກໄດ້ປະກອບສ່ວນໃນກອງປະຊຸມປະຈຳປີຂອງສະຖາບັນ ILSTA ຢູ່ທີ່ນະຄອນຫຼວງວຽງຈັນ ວັນທີ 11-13 ກຸມພາ 2020 ພາຍໃຕ້ຫົວຂໍ້ ອາຊະຍາກຳທີ່ມີການຈັດຕັ້ງ. ສຈ. ສະເຕຟານ ບຣວມ ໄດ້ນຳສະເໜີບັນຍາຍໃນຫົວຂໍ້ “criminal policy ແລະ ການຫລຸດຜ່ອນການກໍ່ອາຊະຍາກຳ” ແລະ ດຣ. ເພີຣີນ ຊິມອນ ໄດ້ນຳສະເໜີໃນຫົວຂໍ້ “ຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີອາຍາ”. ຜູ້ປະສານງານຍັງໄດ້ຈັດການຈຳລອງການໄຕ່ສວນ ດຳເນີນໂດຍ ຮສ. ອາແຊ ຄູດີ ຈາກປະເທດຝຣັ່ງ (ມະຫາວິທະຍາໄລ Rouen), ດຣ. ລໍເຣັ້ນ ຊີຣີ ອະດີດນັກສຶກສາປະລິນຍາເອກ ມະຫາວິທະຍາໄລລຸກຊຳບວກ ແລະ ທ່ານ ແມັກຊ ມູເລີ (ທະນາຍຄວາມ ຈາກປະເທດລຸກຊຳບວກ) ເປັນຜູ້ພິພາກສາ, ໄອຍະການ ແລະ ທະນາຍຝ່າຍຈຳເລີຍ ໃນຄະດີສົມມຸດ ສອງຄະດີ ເຊິ່ງເນັ້ນໜັກເຖິງບົດບາດຂອງຜູ້ເຂົ້າຮ່ວມໃນທີ່ປະຊຸມສານ ວ່າຄວາມຂໍ້ຫາກ່ຽວກັບການຄ້າມະນຸດ ແລະ ການຄ້າຢາເສບຕິດ/ການຟອກເງິນ. “ຜູ້ເຂົ້າຮ່ວມ” … Continued

ການຢ້ຽມຢາມຂອງ ສາສະດາຈານ ຮັບໂພລ, ບົດບັນຍາຍກົດໝາຍລະຫວ່າງຊາດພາກລັດ, ວັນທີ 4-7 ກຸມພາ 2020

ສາສະດາຈານ ແມັດທິວ ຮັບໂພລ, ຈາກມະຫາວິທະຍາໄລລຸກຊໍາບວກ ໄດ້ມາຢ້ຽມຢາມລາວເປັນຄັ້ງທີສອງ ເປັນເວລາອາທິດໜຶງ ໃນລະຫວ່າງວັນທີ 4-7 ຂອງເດືອນກຸມພາປີ 2020. ທ່ານໄດ້ໃຫ້ການບັນຍາຍກ່ຽວກັບກົດໝາຍລະຫວ່າງຊາດພາກລັດ ພາຍໃຕ້ຫົວຂໍ້ “ກົດໝາຍ ແລະ ການນໍາໃຊ້ສົນທິສັນຍາ” (ເນັ້ນໜັກສົນທິສັນຍາກຸງວຽນ) ໃຫ້ແກ່ອາຈານ ຄນລ 20 ທ່ານ. ທ່ານຍັງໄດ້ໃຫ້ການບັນຍາຍພິເສດກ່ຽວກັບ “ການຂວ້ຳບາດທາງເສດຖະກິດໃນດ້ານກົດໝາຍສາກົນ ແລະ ການພົວພັນແບບສະໃໝໃໝ່” ເປັນສ່ວນໜຶ່ງຂອງການບັນຍາຍເປີດກວ້າງຂອງສະຖາບັນ ILSTA ທີ່ຈັດໃຫ້ແກ່ນັກສຶກສາ ຄນລ.

ການຢ້ຽມຢາມຂອງ ທ່ານ ສຈ. ມີເນເຕຣ, ການບັນຍາຍໃນຫົວຂໍ້ ສິດໃນການໄຕ່ສວນຄະດີທີ່ເປັນທຳ, ວັນທີ 12-15 ພະຈິກ 2019

ໃນຂອບການຮ່ວມມືລະຫວ່າງ ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະນິຕິສາດ ແລະ ລັດຖະສາດ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ສຈ. ເຊເວີຣີນ ມີເນເຕຣ ຈາກຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ທ່ານ ສຈ. ມີເນເຕຣ, ແມ່ນຜູ້ຊ່ຽວຊານດ້ານການດຳເນີນຄະດີກົດໝາຍແພ່ງ. ໃນຄັ້ງນີ້ທ່ານໄດ້ນຳພາການສຳມະນາເປັນເວລາ 4 ວັນຄູອາຈານສອນກົດໝາຍ ແລະ ເນັ້ນໜັກກ່ຽວກັບ “ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”.  ທ່ານ ສຈ. ໄດ້ເນັ້ນໜັກ ແລະ ວິເຄາະມາດຕະຖານທີ່ສາກົນນຳໃຊ້ໃນການໄຕ່ສວນຄະດີທີ່ເປັນທຳ (ໂດຍສະເພາະໃນມາດຕາ 14 ຂອງສົນທິສັນຍາສາກົນວ່າດ້ວຍສິດທິທາງແພ່ງ ແລະ ການເມືອງ), ກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ ຂອງລາວ ແລະ ລັດຖະທຳມະນູນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນການສຳມະນາ ແມ່ນເຂົ້າຮ່ວມໂດຍບັນດາຄູອາຈານ ຈາກ ຄນລ ແລະ ສາຖາບັນຍຸຕິທຳແຫ່ງຊາດ, ນັກສຶກສາຈາກພາກວິຊາກົດໝາຍແພ່ງ ແລະ ກົດໝາຍອາຍາ ກໍຖືກເຊີນໃຫ້ເຂົ້າຮ່ວມເຊັ່ນກັນ. … Continued

ງານສຳມະນາ ກ່ຽວກັບ ກົດໝາຍສິດທິມະນຸດສາກົນ, ວັນທີ 23-26 ເມສາ 2019

ໃນວັນທີ 23 ຫາ 26 ເມສາ 2019, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ມະຫາວິທະຍາໄລລຸກຊຳບວກ ໄດ້ຕ້ອນຮັບ ທ່ານ ດຣ. ບາຊັກ ບາລາຍານ ໃນການເປັນສຳມະນາກອນ ໃນງານສຳມະນາ ເປັນເວລາສີ່ມື້ ໃນຫົວຂໍ້ “ກົດໝາຍສິດທິມະນຸດສາກົນ”. ດຣ. ບາຊັກ ບາລາຍານ ເປັນຜູ້ຊ່ຽວຊານຜູ້ໜຶ່ງທີ່ມີຊື່ສຽງ ແລະ ປະສົບການ ໃນຂົງເຂດສິດທິມະນຸດ ແລະ ທ່ານໄດ້ຂຽນກ່ຽວກັບສິດທິມະນຸດມາຫຼາຍສົມຄວນ, ໂດຍສະເພາະ ກ່ຽວກັບ ທຸລະກິດ ແລະ ສິດທິມະນຸດ. ທ່ານໄດ້ຈັດຊຸດບົດບັນຍາຍ ໃຫ້ແກ່ ບັນດາຄູອາຈານ 15 ທ່ານ ຈາກ ຄນລ, ສຸມໃສ່ບັນຫາທົ່ວໄປ ແລະ ສະເພາະເຈາະຈົງ ໃນຂົງເຂດຂອງກົດໝາຍສິດທິມະນຸດສາກົນ ໂດຍສະເພາະແມ່ນ ດ້ານການລົງທຶນຕ່າງປະເທດ. ຜູ້ເຂົ້າຮວ່ມທຸກຄົນ  ແມ່ນມີສ່ວນຮ່ວມໃນບົດສົນທະນາ ແລະ ພ້ອມທັງໄດ້ຮັບໃບຢັ້ງຢືນໃນການເຂົ້າຮວ່ມການສຳມະນາ. ດຣ. ບາຊັກ … Continued

ບົດບັນຍາຍກ່ຽວກັບ ກົດໝາຍສິດທິມະນຸດສາກົນ, ວັນທີ 20-21 ທັນວາ 2018

ວັນພະຫັດ ແລະ ວັນສຸກ ວັນທີ 20-21 ເດືອນທັນວາ 2018, ໂດຍການຮ່ວມມືລະຫວ່າງຄະນະນິຕິສາດ ເເລະ ລັດຖະສາດ ກັບ ມະຫາວິທະຍາໄລ ລຸກຊຳບວກ, ໄດ້ໃຫ້ການຕ້ອນຮັບການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ ຂອງ ດຣ. ບາຊັກ ບາລາຍານ ເຊິ່ງເປັນຜູ້ຊ່ຽວຊານທາງດ້ານສິດທິມະນຸດ ແລະ ເປັນນັກຄົ້ນຄວ້າຫລັງປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ ເຊິ່ງເປັນສະຖາບັນທີ່ທ່ານໄດ້ຮັບປະລິນຍາເອກ ຄົ້ນຄວ້າລົງເລິກຫົວຂໍ້ ”ວິສາຫະກິດ ແລະ ສິດທິມະນຸດ: ສຶກສາຄົ້ນຄວ້າກ່ຽວກັບບັນທັດຖານສາກົນໃນຂົງເຂດການດຳເນີນວິສະຫະກິດສຳລັບກົດໝາຍພາຍໃນ”. ໃນບົດບັນຍາຍທັງສີ່ບົດຂອງທ່ານ ມີນັກສຶກສາລະດັບປະລິນຍາຕີ ເເລະ ຄູອາຈານເຂົ້າຮ່ວມກວ່າຮ້ອຍຄົນ ເຊິ່ງມີ ຫົວຂໍ້ບັນຍາຍຄື: “ປະຫວັດຄວາມເປັນມາຂອງກົດຫມາຍສາກົນ ວ່າດ້ວຍສິດທິມະນຸດ”, “ກົນໄກພາຍໃຕ້ກົດບັດຂອງ ສະຫະປະຊາຊາດ”, “ກົນໄກພາຍໃຕ້ສົນທິສັນຍາຂອງ ສະຫະປະຊາຊາດ” ແລະ “ໂລກາພິວັດ ເເລະ ສິດທິມະນຸດ”.

ບົດບັນຍາຍພິເສດ ກ່ຽວກັບ ກົດໝາຍອາຍາສາກົນ ວັນທີ 7 ພະຈິກ 2018

ດຣ. ລໍເຣັ້ນ ຊີຣີ, ອາຈານຈາກວິທະຍາໄລມະຫາວິທະຍາໄລ ຄອກ (ອຽກລັງ) ແລະ ອະດີດນັກຄົ້ນຄວ້າຈາກມະຫາວິທະຍາໄລ ລຸກຊຳບວກ, ໄດ້ມາຢ້ຽມຢາມຄະນະນິຕິສາດ ແລະ ລັດຖະສາດ ມຊ (ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກທີ່ຜ່ານມາ. ທ່ານໄດ້ມາຕາມການຕົກລົງກັບໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ເພື່ອທີ່ຈະມາເຝິກອົບຮົມໃຫ້ແກ່ນັກສຶກສາກຽມພ້ອມເຂົ້າຮ່ວມແຂ່ງຂັນ ສານຈຳລອງຮອບປະເທດ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍຄະນະກຳມະການກາແດງສາກົນ. ໃນການຢ້ຽມຢາມຄັ້ງນີ້, ດຣ. ຊີຣີ ຍັງໄດ້ເຫັນດີໃຫ້ການບັນຍາຍພິເສດ ທີ່ ຄນລ ໃນວັນທີ 7 ພະຈິກ ເປັນການປະກອບສ່ວນໃນວຽກງານການຮ່ວມມືລະຫວ່າງທາງໂຄງການ ແລະ ສະຖາບັນ ILSTA ເຊິ່ງບັນຍາຍໃນຫົວຂໍ້ “ໂຄງສ້າງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ”. ໃນການບັນຍາຍ ມີການແນະນຳໃຫ້ຜູ້ຟັງໄດ້ຮູ້ຈັກກົດໝາຍອາຍາສາກົນ ພ້ອມທັງບົດບາດ ແລະ ຂອບອຂດອຳນາດຂອງສານອາຍາສາກົນ. ການບັນຍາຍ ແມ່ນຈັດຂຶ້ນທີ່ອາຄານອະເນກປະສົງຂອງ ຄນລ ແລະ ມີນັກສຶກສາ ແລະ ອາຈານຈາກຄະນະ ເຂົ້າຮ່ວມຫຼາຍກວ່າ 100 ຄົນ. … Continued