ການພັດທະນາວິຊາຮຽນອອນລາຍທຳອິດກ່ຽວກັບວິທີການສຶກສາບົດວິໄຈທາງກົດໝາຍ

ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນ ເຮັດໃຫ້ຕ້ອງໄດ້ຮີບເລີ່ມການຮຽນ-ການສອນອອນລາຍ, ເຊິ່ງອາດມາໃນຮູບແບບຂອງຫຼັກສູດການຮຽນອອນລາຍ (MOOC). ຜູ້ປະສານງານໂຄງການ ດຣ. ເພີລີນ ຊິມອນ ໄດ້ສ້າງ ແລະ ຮວບຮວມ 7 ວິດີໂອ ກ່ຽວກັບວິທີຄົ້ນຄວ້າທາງກົດໝາຍ ໂດຍໃຫ້ການປະກອບສ່ວນໂດຍນັກສຶກສາປະລິນຍາເອກຈາກປະເທດລຸກຊຳບວກທີ່ເຄີຍໄດ້ມາບັນຍາຍທີ່ ຄນລ (Florence d’Ath, Jean-Marc Ceci, Andrii Hubai ແລະ Teresa Quintel), ທ່ານ ເດດສະດາ ສຸກກະເສີມ ເຊິ່ງເປັນນັກແປພາສາ ແລະ ນັກສຶກສາທີ່ມີຄວາມສາມາດ (JPEG Film) ມາຊ່ວຍປະກອບສ່ວນໃນການຖ່າຍ ແລະ ຕັດຕໍ່ບັນດາວິດີໂອດັ່ງກ່າວ. ສຳລັບຂໍ້ມູນກ່ຽວກັບວິທີເຂົ້າແມ່ນຈະເຜີຍແຜ່ໃນໄວໆນີ້!

ບາດກ້າວທຳອິດສູ່ການສ້າງຄັງສາລະສົນເທດສະຖາບັນ ຂອງ ມຊ

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຮ່ວມກັບໂຄງການ LAO/031 ຂອງອົງການ LuxDev ໄດ້ຕັ້ງໜ້າໃຫ້ຄວາມຊ່ວຍເຫຼືອໃນການພັດທະນາໃຫ້ ມຊ ມີຄັງສາລະສົນເທດຂອງສະຖາບັນ ເຊິ່ງກໍເກີດຂຶ້ນໄດ້ດ້ວຍຄວາມຊ່ວຍເຫຼືອຈາກ EIFL ເຊິ່ງເປັນຄູ່ຮ່ວມມືຂອງພວກເຮົາ. ຄັງສາລະສົນເທດສະຖາບັນ(IR) ແມ່ນຄັງເກັບມ້ຽນ, ຮັກສາ ແລະ ເຜີຍແຜ່ຜົນງານທາງສະຕິປັນຍາທີ່ຢູ່ໃນຮູບແບບດິຈິຕອລ ພາຍໃນສະຖາບັນຄົ້ນຄວ້າໃດໜຶ່ງ. ຄັງດັ່ງກ່າວ ປະກອບມີຜົນການວິໄຈຂອງສະຖາບັນການສຶກສາ/ມະຫາວິທະຍາໄລ ບໍ່ວ່າຈະເປັນປຶ້ມ, ບົດບັນທຶກກອງປະຊຸມ, ບົດຄວາມວາລະສານວິຊາການ, ບົດລາຍງານ, ບົດວິທະຍານິພົນ ແລະ ເອກະສານອື່ນໆ. ມະຫາວິທະຍາໄລສ່ວນໃຫຍ່ໃນໂລກໄດ້ເປີດໃຫ້ສາທະລະນະສາມາດເຂົ້າເຖິິງ IR ຂອງພວກເຂົາ ເຊິ່ງລວມທັງໃນທະວີບອາຊີ ແລະ ອາຊີຕາເວັນອອກສຽງໃຕ້ (ຕົວຢ່າງເຊັ່ນ ມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ມະຫາວິທະຍາໄລມະຫິດົນ ປະເທດໄທ). ການມີ IR ຈະເພີ່ມປະສິດທິພາບແກ່ການວິໄຈ, ເກັບຮັກສາຜົນການວິໄຈ, ປັບປຸງການເຜີຍແຜ່ໃຫ້ກວ້າງຂວາງຂຶ້ນ ແລະ ເພີ່ມຄວາມຫຼາກຫຼາຍຂອງເອກະສານຄວາມຮູ້ ແລະ ໃຫ້ສາມາດເຂົ້າເຖິງຂໍ້ມູນຕ່າງໆເຫຼົ່ານັ້ນໄດ້ຕະຫຼອດ ແລະ ໂດຍບໍ່ເສຍຄ່າ. ເມື່ອບໍ່ດົນມານີ້ ພວກເຮົາໄດ້ຈັດກອງປະຊຸມປຶກສາ 2 ຄັ້ງ (ວັນທີ 3 ກຸມພາ … Continued

ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບສາກົນ, ວັນທີ 11-12 ມີນາ 2021

ພວກເຮົາຂໍສະແດງຄວາມຍິນດີອີກຄັ້ງໜຶ່ງກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ  ຂອງອົງການກາແດງສາກົນ ເຊິ່ງໄດ້ຈັດຂຶ້ນອອນລາຍເປັນປີທຳອິດ ໃນວັນທີ 11-12 ມີນາ 2021. ມະຫາວິທະຍາໄລລຸກຊຳບວກ ກໍໄດ້ສະໜັບສະໜູນຊ່ວຍເຫຼືອມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມແຂ່ງຂັນຮອບສາກົນໃນຄັ້ງນີ້. ດຣ. ເພີຣີນ ຊິມອນ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊຳບວກ ໄດ້ອຳນວຍສະຖານທີ່ໃຫ້ຜູ້ເຂົ້າແຂ່ງຂັນທີ່ຫ້ອງການຂອງໂຄງການພວກເຮົາທີ່ ຄະນະນິຕິສາດ ແລະ ລັດຖະສາດ. ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ທີມຕົວແທນປະເທດລາວໄດ້ມີການເຝິກຊ້ອມກັບເພີຣີນຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ທັງເຝິກຊ້ອມໃນຕົວຈິງ ແລະ ທາງອິນເຕີເນັດ. ທີມເຂົ້າແຂ່ງຂັນໄດ້ເອົາໃຈໃສ່ ແລະ ຕັ້ງໃຈກັບການແຂ່ງຂັນສານຈຳລອງຄັ້ງນີ້ຫຼາຍ ຮ້ອນວ່າຈະໄດ້ນຳໃຊ້ກົດໝາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດທັງໝົດ. ທີມເຂົ້າແຂ່ງຂັນ ໄດ້ຄະແນນດີຫຼາຍໃນພາກການຂຽນຄຳສັ່ງຟ້ອງ/ຄຳແກ້ຟ້ອງ ແລະ ໄດ້ຮັບຄຳຍ້ອງຍໍຈາກຄະນະກຳມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມ ໃນຮອບການແຂ່ງຂັນທົ່ວໄປ. ໃນຂະນະນີ້ ແມ່ນເຮົາກຳລັງລໍຖ້າຜົນການຈັດລຳດັບທີຢູ່. ສານຈຳລອງຄັ້ງນີ້ ທີ່ຈັດຂຶ້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!

ການເຝິກອົບຮົມການໃຊ້ຫ້ອງສະໝຸດອີເລັກໂຕຣນິກ, ວັນທີ 21 ທັນວາ 2020 ແລະ 2 ກຸມພາ 2021

ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ (FDEF) ຂອງປະເທດລຸກຊຳບວກ ໄດ້ສືບຕໍ່ເຝິກອົບຮົມ “ການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ (E-library)”. ທ່ານນາງ ເຈເວເຈນນິຕ້າ (Jevgenija Sevcova), ຜູ້ປະສານງານໂຄງການຈາກ EIFL ຮ່ວມກັບ ດຣ. ເພີຣີນ ຊິມອນ ໄດ້ດຳເນີນການເຝິກອົບຮົມທາງໄກ ຄັ້ງວັນທີ 21 ທັນວາ 2020 ແລະ 2 ກຸມພາ 2021. ທ່ານນາງ ເຈເວເຈນນິຕ້າ ໄດ້ໃຫ້ການນຳສະເໜີຜ່ານໂປຣແກຣມຊູມ Zoom ແລະ ມີນາຍແປພາສາແປບົດນຳສະເໜີດັ່ງກ່າວໄປພ້ອມໆກັນໃນຫ້ອງເຝິກອົບຮົມທີ່ ຄນລ. ການເຝິກອົບຮົມດັ່ງກ່າວ ມີເປົ້າໝາຍເຝິກນັກບັນນາຮັກ ແລະ ອາສາສະໝັກ ICT ປະມານ 15 ຄົນ ໃຫ້ຮູ້ວິທີເຂົ້ານຳໃຊ້ຫ້ອງສະໝຸດອີເລັກໂຕຣນິກໄດ້. ເປົ້າໝາຍຫຼັກກໍຄື ຢາກໃຫ້ພວກເຂົາສາມາດຊ່ວຍຜູ້ອື່ນໃນການເຂົ້ານຳໃຊ້ຫ້ອງສະໝຸດດິຈິຕອລໃຫ້ໄດ້ຄືກັນກັບພວກເຂົາ. ຫ້ອງສະໝຸດດິຈິຕອລ ກໍຄືຫ້ອງສະໝຸດທີ່ສາມາດເຂົ້ານຳໃຊ້ໄດ້ໂດຍຜ່ານອິນເຕີເນັດ, ເຊິ່ງຜູ້ໃຊ້ສາມາດເຂົ້າເຖິງຖານຂໍ້ມູນອອນລາຍທີ່ມີ ປຶ້ມອີເລັກໂຕຣນິກ (e-books), ວາລະສານວິຊາການ ແລະ ອື່ນໆເຊັ່ນ ວາລະສານ … Continued

ການເຝິກຊ້ອມແຂ່ງຂັນສານຈຳລອງ, ເດືອນພະຈິກ-ທັນວາ 2020

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ໃຫ້ຄວາມຊ່ວຍເຫຼືອໃນການເຝິກຊ້ອມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ ຄນລ ມາເປັນເວລາ 4 ປີແລ້ວ. ໃນປີນີ້ ວັນທີ 11 ພະຈິກ 2020 ໂຄງການຍັງໄດ້ຈັດພິທີມອບໃບຢັ້ງຢືນ ເພື່ອເປັນການຊົມເຊີຍທີມທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນແຕ່ບໍ່ໄດ້ເດີນທາງໄປທີ່ຮົງກົງໃນຄັ້ງທີ່ຜ່ານມາ ແລະ ຖືໂອກາດນີ້ເລີ່ມຕົ້ນກຽມການແຂ່ງຂັນລະດັບປະເທດຄັ້ງທີ 19. ໃນອາທິດທຳອິດຂອງເດືອນທັນວາ 2020, ການເຝິກຊ້ອມການແຂ່ງຂັນສານຈຳລອງ ແມ່ນຈັດຂຶ້ນຜ່ານຊູມ ໂດຍ ດຣ. ລໍເຣັ້ນ ຊິຣີ ຜູ້ທີ່ມາມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງດັ່ງກ່າວໃນໄລຍະ 2 ປີທີ່ຜ່ານມາ. ການເຝິກຊ້ອມດັ່ງກ່າວ ດຳເນີນໄປເປັນເວລາໜຶ່ງອາທິດ ແລະ ເຂົ້າຮ່ວມໂດຍນັກສຶກສາ ຄນລ 12-15 ຄົນ. ນັກສຶກສາໄດ້ຮຽນຮູ້ກ່ຽວກັບວິທີການວ່າຄວາມ, ການສະແດງຈຸດຢືນຂອງຕົນຢ່າງມີເຫດຜົນ ແລະ ໄດ້ຄວາມຮູ້ເລິກເຊິ່ງກ່ຽວກັບກົດໝາຍມະນຸດສະທຳສາກົນ ແລະ ກົດໝາຍອາຍາສາກົນ. ການແຂ່ງຂັນສານຈຳລອງ ເປັນກິດຈະກຳທີ່ສຳຄັນເນື່ອງຈາກມັນເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຜ່ານການແກ້ບັນຫາ ແລະ ສົ່ງເສີມການຮຽນການສອນຜ່ານການປະຕິບັດຕົວຈິງ. ນອກຈາກ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍແລ້ງ ຍັງໄດ້ເພີ່ມທັກສະທາງການເວົ້າ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ.

ການເຝິກອົບຮົມກ່ຽວກັບການຄັດລອກຜົນງານຄົນອື່ນ ແລະ ຈັນຍາບັນການຄົ້ນຄວ້າ, ເດືອນມັງກອນ 2021

ໃນວັນທີ 20-22 ມັງກອນ 2021 ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຮ່ວມກັບໂຄງການ LAO/031 ຂອງອົງການ LuxDev ໄດ້ຈັດການເຝິກອົບຮົມກ່ຽວກັບການຄັດລອກຜົນງານຄົນອື່ນ (plagiarism) ແລະ ຈັນຍາບັນການຄົ້ນຄວ້າ (research ethics) ຢູ່ທີ່ ເມືອງວັງວຽງ. ການເຝິກອົບຮົມດັ່ງກ່າວ ແມ່ນດຳເນີນເປັນພາສາອັງກິດ ແລະ ໄດ້ເຂົ້າຮ່ວມໂດຍອາຈານຈາກ ຄນລ ຈຳນວນ 20 ຄົນ. ການເຝິກອົບຮົມຄັ້ງນີ້ ແມ່ນຢູ່ໃນຂອບການຊ່ວຍເຫຼືອຂອງໂຄງການພວກເຮົາໃນການສ້າງ “ຄູ່ມືໃນການຄົ້ນຄວ້າທາງກົດໝາຍ” ໂຄງການຮ່ວມມືຂອງລຸກຊຳບວກ ໄດ້ໃຫ້ຄວາມສຳຄັນແກ່ການຮັບຮູ້ລັກສະນະພິເສດຂອງກົດໝາຍ, ການຍົກລະດັບມາດຕະຖານໃນການເຮັດການຄົ້ນຄວ້າ ແລະ ຄວາມຊື່ສັດໃນການຄົ້ນຄວ້າວິທະຍາສາດ. ບົດຊີ້ນຳທີ່ຈະສ້າງ ແມ່ນເພື່ອອະທິບາຍບັນດາລະບຽບພື້ນຖານກ່ຽວກັບຄວາມຊື່ສັດທາງວິຊາການ ແລະ ການຄັດລອກຜົນງານຄົນອື່ນ ເຊິ່ງນີ້ອາດຈະເປັນບາດກ້າວທຳອິດກ່ອນທີ່ຈະມີການຂຽນວາລະສານກົດໝາຍ ຫຼື ການຮັບຮອງເອົາ “ປະມວນຫຼັກຈັນຍາບັນໃນການຄົ້ນຄວ້າ” ຂອງ ມຊ. ພາຍໃນງານສຳມະນາ ບັນດາຜູ້ເຂົ້າຮ່ວມໄດ້ສົນທະນາກັນກ່ຽວກັບຄວາມໝາຍຂອງຈັນຍາບັນທາງວິຊາການ ແລະ ການລັກເອົາຜົນງານຂອງຜູ້ອື່ນມາໃຊ້ວ່າເປັນຂອງຕົນ, ມີທັງການນຳສະເໜີໂດຍ ດຣ. ເພີຣີນ ຊິມອນ ແລະ ດຣ. ບົວລະພຽນ ສີສຸກ … Continued

ໂຮງຮຽນກົດໝາຍທີ່ມີການປະສົມປະສານທາງເຕັກໂນໂລຊີ, ວັນທີ 15-17 ທັນວາ 2020

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ຈັດການຮຽນການສອນ “ໂຮງຮຽນກົດໝາຍຊ່ວງລະດູໜາວ” ທີ່ມີການປະສົມປະສານທາງເຕັກໂນໂລຊີ ໃນວັນທີ 15-17 ທັນວາ 2020 ທີ່ເມືອງວັງວຽງ ເຊັ່ນດຽວກັບ ໂຮງຮຽນກົດໝາຍຊ່ວງລະດູແລ້ງ ທີ່ຈັດຂຶ້ນໃນປີ 2019. ໃນການເຂົ້າຮ່ວມ ແມ່ນມີການຄັດເລືອກເອົາ 12 ຄົນ ອີງໃສ່ຄວາມສົນໃຈໃນການພັດທະນາຄວາມຮູ້ກ່ຽວກັບກົດໝາຍ ແລະ ລະດັບພາສາອັງກິດຂອງຕົນ ໄປຮ່ວມສຳມະນາທີ່ເປັນພາສາອັງກິດທັງໝົດເປັນເວລາສາມມື້. ການສຳມະນາຄັ້ງນີ້ ແມ່ນມີເນື້ອໃນກ່ຽວກັບ “ຫຼັກການກ່ຽວກັບລັດແຫ່ງກົດໝາຍ” ເຊິ່ງເນັ້ນໜັກໃສ່ຫຼັກນິຕິທຳ (ເຊັ່ນຫຼັກການນິຕິທຳ, ຫຼັກການບໍ່ມີຜົນຍ້ອນຫຼັງ ແລະ ການນຳໃຊ້ກົດໝາຍໃນຊ່ວງເວລາໃດໜຶ່ງ) ແລະ ການເຂົ້າເຖິງຂະບວນການຍຸຕິທຳ ແລະ ການໄດ້ຮັບການໄຕ່ສວນທີ່ເປັນທຳ (ເຊັ່ນຄວາມເປັນເອກະລາດຂອງຜູ້ພິພາກສາ ແລະ ການສັນນິຖານວ່າເປັນຜູ້ບໍລິສຸດ). ຜູ້ບັນຍາຍຫຼັກ ແມ່ນ ດຣ. ລໍເຣັ້ນ ຊີຣີ ແລະ ດຣ. ເພີຣີນ ຊິມອນ ແລະ ຍັງມີ ສຈ. ສະເຕຟານ ບຣວມ ມາຮ່ວມໃນບາງຊ່ວງຂອງການສົນທະນາ. ໃນແຕ່ລະຊ່ວງຈະປະກອບມີທັງພາກທິດສະດີ ແລະ ພາກປະຕິບັດ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ເຮັດວຽກຮ່ວມກັນວິເຄາະກໍລະນີຕົວຢ່າງຕ່າງໆ. … Continued

ການຊ່ວຍເຫຼືອໃນການສ້າງ “guidelines ການຄົ້ນຄວ້າທາງກົດໝາຍ”

ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ຄວາມຊ່ວຍເຫຼືອຄະນະນິຕິສາດ ແລະ ລັດຖະສາດ ຂອງ ມຊ ໃນການຮ່າງ guidelines ການຄົ້ນຄວ້າທາງກົດໝາຍ. ທາງຄະນະໄດ້ແຕ່ງຕັ້ງຄະນະກຳມະການຮ່າງ ໂດຍປະກອບມີບັນດາອາຈານຈຳນວນໜຶ່ງ ແລະ ນຳພາການຄົ້ນຄວ້າໂດຍຮອງຄະນະບໍດີ 2 ທ່ານ, ນອກນັ້ນ ຍັງໄດ້ຮັບການຊ່ວຍເຫຼືອຈາກຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລອີກດ້ວຍ. ຄະນະກຳມະການດັ່ງກ່າວ ມີການພົບປະກັນເດືອນລະຄັ້ງໃນການເຝິກອົບຮົມນຳພາໂດຍ ດຣ. ເພີຣີນ ຊິມອນ ເພື່ອປຶກສາຫາລືລະອຽດກ່ຽວກັບເນື້ອໃນຂອງ guidelines ຕາມດ້ວຍການວາງຫົວຂໍ້/ຫົວບົດຕ່າງໆ ໂດຍ ດຣ. ເພີຣີນ ຊິມອນ ຮ່ວມກັບ ດຣ. ລັດດາວັນ ດອນແກ້ວດາວົງ (ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ). Guidelines ດັ່ງກ່າວຈະມີບົດກ່ຽວກັບລັກສະນະພິເສດຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງຂອງກົດໝາຍ, ການຄັດລອກຜົນງານຄົນອື່ນ (plagiarism) ແລະ ຈັນຍາບັນການຄົ້ນຄວ້າ (research ethics), ວິທີອ້າງອີງເອກະສານ ແລະ ການຈັດໂຄງຮ່າງຂອງການຄົ້ນຄວ້າທາງກົດໝາຍ. ຮ່າງ guidelines ແມ່ນຄາດວ່າຈະຖືກນຳສະເໜີທີ່ ຄນລ ພາຍໃນເດືອນເມສາ ຫຼື ພຶດສະພາ … Continued

ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບປະເທດ, ວັນທີ 9 ທັນວາ 2020

ໃນວັນທີ 9 ທັນວາ 2020, ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂັ້ນປະເທດ ໄດ້ຈັດຂຶ້ນທີ່ ຄນລ ໂດຍການຊ່ວຍເຫຼືອຈາກ ມະຫາວິທະຍາໄລລຸກຊຳບວກ. ການແຂ່ງຂັນປີນີ້ຖືວ່າຂ້ອນຂ້າງພິເສດ ເນື່ອງຈາກວ່າ ຄະນະກຳມະການສ່ວນໜຶ່ງຕັດສິນເອົາທີມທີ່ຊະນະການແຂ່ງຂັນຜ່ານທາງອອນລາຍ ໂດຍໃຊ້ໂປຣແກຣມຊູມ. ການແຂ່ງຂັນ ແມ່ນມີທັງໝົດ 6 ທີມເຂົ້າແຂ່ງຂັນ ເຊິ່ງໜຶ່ງທີມປະກອບມີ 2 ຄົນ. ການແຂ່ງຂັນ ແມ່ນດຳເນີນເປັນພາສາອັງກິດ ເຊິ່ງແຕ່ລະທີມໄດ້ພັດປ່ຽນກັນເປັນຝ່າຍຈຳເລີຍ ແລະ ຝ່າຍໄອຍະການ ແກ້ຟ້ອງ/ສັ່ງຟ້ອງຄະດີສົມມຸດໃນທີ່ປະຊຸມສານສານອາຍາສາກົນ. ຄະນະຜູ້ພິພາກສາ ແມ່ນປະກອບມີ ທ່ານ ສິບປະກອນ ຊົງຊູວະນິດ (ທີ່ປຶກສາກົດໝາຍ ຈາກຄະນະກຳມະການການແດງສາກົນ) ທີ່ເຂົ້າຮ່ວມຜ່ານລະບົບອອນລາຍ, ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ດຣ. ບົວລະພຽນ ສີສຸກ (ອາຈານ ຈາກ ຄນລ) ໄດ້ເຂົ້າຮ່ວມ ທີ່ ຄນລ. ບັນດາທີມທີ່ເຂົ້າຮ່ວມ ໄດ້ມີການເຝິກຊ້ອມໃນລະຫວ່າງເດືອນພະຈິກ … Continued

ການບັນຍາຍຄັ້ງທຳອິດທີ່ມີການປະສົມປະສານເຕັກໂນໂລຊີ ໃນຫົວຂໍ້ກົດໝາຍສິດທິມະນຸດ, ວັນທີ 2 ພະຈິກ 2020

ໃນຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍຄັ້ງທຳອິດທີ່ມີການປະສົມປະສານເຕັກໂນໂລຊີຂຶ້ນ! ດຣ. ບາຊັກ ບາລາຍານ ຈາກຄະນະກົດໝາຍ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍຜ່ານຊູມ Zoom ແກ່ນັກສຶກສາ ແລະ ຄູອາຈານ ຈຳນວນ 50 ຄົນ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ຫົວຂໍ້ “ສິດທິມະນຸດ ແລະ ອົງການສະຫະປະຊາຊາດ”. ດຣ. ບາລາຍານ ໄດ້ມີສ່ວນຮ່ວມໃນໂຄງການຂອງພວກເຮົາມາເປັນເວລາ 3 ປີແລ້ວ. ດຣ. ບາລາຍານ ເປັນຜູ້ຊ່ຽວຊານທີ່ມີຊື່ສຽງ ແລະ ມີຜົນງານການຂຽນຢ່າງກວ້າງຂວາງໃນຂົງເຂດສິດທິມະນຸດ ໂດຍສະເພາະສິດທິທາງທຸລະກິດ ແລະ ສິດທິມະນຸດ. ເນື່ອງຈາກຜົນຕອບຮັບທີ່ດີຈາກການບັນຍາຍໃນຄັ້ງນີ້, ພວກເຮົາຈະຈັດການບັນຍາຍທາງອິນເຕີເນັດຫຼາຍຂຶ້ນໃນອີກໄວໆນີ້!