ການເຝິກອົບຮົມສານຈຳລອງແບບອອນລາຍ, ວັນທີ 22-26 ພະຈິກ 2021

ໃນຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການສະໜັບສະໜູນການເຝິກຊ້ອມນັກສຶກສາ ຄນລ ໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍ ຄະນະກຳມະການກາແດງສາກົນ ຕັ້ງແຕ່ປີ 2016 ເປັນຕົ້ນມາ. ຍ້ອນມາດຕະການຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການເຝິກອົບຮົມສານຈຳລອງສຳລັບນັກສຶກສາປີນີ້ ແມ່ນຈັດທາງອອນລາຍ ຜ່ານຊູມ ໃນລະຫວ່າງວັນທີ 22 ຫາ 26 ພະຈິກທີ່ຜ່ານມາ. ດຣ. ລໍເຣັ້ນ ຊີຣີ ເຊິ່ງໄດ້ມີສ່ວນຮ່ວມໃນການເຝິກອົບຮົມແກ່ນັກສຶກສາໃນໄລຍະສາມປີທີ່ຜ່ານມາ ໄດ້ເຝິກອົບຮົມໃຫ້ແກ່ນັກສຶກສາ 10-12 ນ້ອງ ເປັນເວລາໜຶ່ງອາທິດ. ການເຝິກອົບຮົມນີ້ ແມ່ນມີຈຸດປະສົງເພື່ອກະກຽມຄວາມພ້ອມຂອງນັກສຶກສາໃນການເຂົ້າຮ່ວມການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ ທີ່ຈັດໂດຍຄະນະກຳມະການກາແດງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ທັນວານີ້. ການເຝິກອົບຮົມນີ້ ແມ່ນເນັ້ນໜັກໃຫ້ນັກສຶກສາຮຽນຮູ້ວິທີການວ່າຄວາມ/ແກ້ຟ້ອງ. ນັກສຶກສາທີ່ເຂົ້າຮ່ວມ ຍັງໄດ້ຮຽນຮູ້ເລິກເຊິ່ງຂຶ້ນຕື່ມກ່ຽວກັບກົດໝາຍມະນຸດສະທຳສາກົນ, ກົດໝາຍອາຍາສາກົນ ແລະ ການບັງຄັບໃຊ້ກົດໝາຍດັ່ງກ່າວໃນໂຈດຄະດີຂອງການແຂ່ງຂັນປີນີ້ອີກດ້ວຍ. ການແຂ່ງຂັນສານຈຳລອງ ເປັນກິດຈະກຳນອກຫຼັກສູດທີ່ບໍ່ພຽງແຕ່ເປັນການຮຽນຮູ້ຈາກການແກ້ບັນຫາເທົ່ານັ້ນ ແຕ່ຍັງເປັນກິດຈະກຳທີ່ເສີມສ້າງການສອນຈາກການປະຕິບັດຕົວຈິງອີກດ້ວຍ. ຜ່ານການເຂົ້າຮ່ວມສານຈຳລອງ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍ, ການໂຕ້ວາທີ ແລະ ພາສາອັງກິດພ້ອມ!

ກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າວິທະຍາສາດທາງດ້ານສັງຄົມ-ກົດໝາຍ, ວັນທີ 28-29 ຕຸລາ ແລະ 1 ພະຈິກ 2021

ມະຫາວິທະຍາໄລ ລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງກົດໝາຍໃນລາວ ເຊິ່ງໃນວັນທີ 28-29 ຕຸລາ ແລະ 1 ພະຈິກທີ່ຜ່ານມາ ທາງມະຫາວິທະຍາໄລລຸກຊຳບວກ (ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ) ຮ່ວມກັບ ໂຄງການ ລາວ/031 ໄດ້່ຈັດກອງປະຊຸມກ່ຽວກັບວິທີດຳເນີນການຄົ້ນຄວ້າທາງກົດໝາຍ ເຊິ່ງດຳເນີນໄປເປັນເວລາສາມວັນ. ກອງປະຊຸມ ແມ່ນເປັນກອງປະຊຸມອອນລາຍ ຜ່ານຊູມ ແລະ ເປັນປະທານໂດຍ ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 95 ທ່ານ ເຊິ່ງເປັນອາຈານຈາກ ຄນລ, ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລຈຳປາສັກ ແລະ ຈາກສະຖາບັນຍຸຕິທຳແຫ່ງຊາດ. ກອງປະຊຸມ ໄດ້ເນັ້ນໜັກເຖິງວິທີການຄົ້ນຄວ້າທາງວິທະຍາສາດທີ່ໃຊ້ໃນຂົງເຂດກົດໝາຍ ເຊັ່ນ ຄວາມໝາຍຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງຂໍ້ມູນທີ່ໃຊ້ໃນສາຂາວິຊານີ້ ແລະ ຮູບແບບການຄົ້ນຄວ້າທີ່ມີການນຳໃຊ້ຢູ່ (ຄົ້ນຄວ້າຫຼັກການທາງກົດໝາຍ ຫຼື ຄົ້ນຄວ້າທາງດ້ານກົດໝາຍໃນຫຼາຍສາຂາວິຊາ). ກອງປະຊຸມ ຍັງຍົກເອົາຫົວຂໍ້ທີ່ກ່ຽວຂ້ອງຂຶ້ນມາ ເຊັ່ນການລັກເອົາຜົນງານຂອງຄົນອື່ນ (plagiarism) ການວາງໂຄງຮ່າງການຂຽນບົດຄົ້ນຄວ້າທາງກົດໝາຍ ພ້ອມທັງແນະນຳການຂຽນບົດສະເໜີ … Continued

ບົດບັນຍາຍອອນລາຍກ່ຽວກັບກົດໝາຍມະນຸດສະທຳສາກົນ ບັນຍາຍໂດຍຄະນະກຳມະການກາແດງສາກົນບາງກອກ, ວັນທີ 6 ພະຈິກ 2021

ໂດຍການຮ່ວມມືກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະກຳມະການກາແດງສາກົນ ໃນວັນທີ 6 ພະຈິກ 2021 ໄດ້ມີການຈັດບົດບັນຍາຍອອນລາຍ ກ່ຽວກັບກົດໝາຍມະນຸດສະທຳສາກົນ. ການບັນຍາຍ ແມ່ນຜ່ານຊູມ ເຊິ່ງໃຫ້ການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ໃນການບັນຍາຍດັ່ງກ່າວ ມີນັກສຶກສາ ແລະ ຄູອາຈານຈາກ ຄນລ ເຂົ້າຮ່ວມເກືອບ 90 ຄົນ. ບົດບັນຍາຍຄັ້ງນີ້ ແມ່ນບັນຍາຍໂດຍ ທ່ານ ສິບປະກອນ ຊົງຊູວານິດ ເຊິ່ງເປັນທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ ປະຈຳບາງກອກ. ໃນການບັນຍາຍຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບພື້ນຖານສຳຄັນຂອງກົດໝາຍມະນຸດສະທຳສາກົນ ພ້ອມທັງໄດ້ມີການຖາມຕອບກ່ຽວກັບຕົວກົດໝາຍ ແລະ ການນຳໃຊ້ກົດໝາຍດັ່ງກ່າວອີກດ້ວຍ. ບົດບັນຍາຍຄັ້ງນີ້ ບໍ່ພຽງແຕ່ເປັນການໃຫ້ນັກຮຽນໄດ້ທຳຄວາມຮູ້ຈັກກັບກົດໝາຍມະນຸດສະທຳສາກົນເທົ່ານັ້ນ ແຕ່ຍັງເປັນການປະກາດແຈ້ງຢ່າງເປັນທາງການກ່ຽວກັບການເລີ່ມຕົ້ນແຂ່ງຂັນສານຈຳລອງສາກົນວ່າດ້ວຍກົດໝາຍມະນຸດສະທຳສາກົນ ເຊິ່ງເປັນການແຂ່ງຂັນລະດັບປະເທດທີ່ຈະໄດ້ຈັດຂຶ້ນໄວໆນີ້. ການແຂ່ງຂັນສານຈຳລອງນີ້ ແມ່ນຈັດຂຶ້ນທຸກໆປີ ໂດຍການຮ່ວມມືຂອງອົງການກາແດງຮົງກົງ ແລະ ຄະນະກຳມະການກາແດງສາກົນ (ICRC). ໃນການແຂ່ງຂັນນີ້, ຜູ້ເຂົ້າແຂ່ງຂັນຕ້ອງຈັດເປັນທີມ ທີມລະສອງຄົນ ເພື່ອເຂົ້າຮ່ວມໃນການຈຳລອງຂອງຂະບວນການພິຈາລະນາຄະດີຂອງສານອາຍາສາກົນ (ICC) ເຊິ່ງນັ້ນກໍລວມໄປເຖິງການຂຽນຄຳຖະແຫຼງ ແລະ ການວ່າຄວາມ. … Continued

ການຝຶກອົບຮົມຫໍສະໝຸດອີເລັກໂຕຣນິກອອນລາຍສະບັບເພິ່ມເຕີມ ແລະ ຂັ້ນສູງ, 10 & 11 ພະຈິກ 2021

ຫຼັງຈາກການຝຶກອົບຮົມຫໍສະໝຸດອີເລັກໂຕຣນິກຂັ້ນພື້ນຖານໃນທິດແລ້ວນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກໄດ້ຈັດສອງການຝຶກອົບຮົມເພິ່ມເຕີມຂຶ້ນອີກໃນວັນທີ 10 ແລະ 11 ໃຫ້ກັບບັນດາອາຈານ ແລະ ບັນນາຮັກທີ່ເຄີຍເຂົ້າຮ່ວມການຝຶກອົບຮົມການພື້ນຖານມາກ່ອນ. ການຝຶກອົບຮົມສອງຄັ້ງນີ້ໄດ້ດຳເນີນໂດຍທ່ານ Jevgenija ຈາກ EIFL ໂດຍໄດ້ຮັບການຊ່ວຍເຫຼືອຈາກ ທ່ານ Dr. Perrine Simon, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊໍາບວກ ແລະ ນາງ ທອງຄູນ ໄຊຍະຫົງ, ຜູ້ຊ່ວຍໂຄງການ ທີ່ເປັນຜູ້ຄວບຄຸມ ແລະ ໃຫ້ການຊ່ວຍເຫຼືອຜູ້ເຂົ້າຮ່ວມຕະຫຼອດທັງການຝຶກອົບຮົມ. ວັນທີ 10, ນັກບັນຍາຍໄດ້ທວນຄືນບົດຮຽນກ່ອນການເລີ່ມເຮັດບົດຝຶກຫັດ. ຜູ້ເຂົ້າຮ່ວມ 8 ທ່ານໄດ້ເຮັດບົດຝຶກຫັດໂດຍນຳໃຊ້ຟັງຊັນ ແລະ ຕົວເລືອກກັ່ນຕອງການຄົ້ນຫາຕ່າງໆທີ່ນັກບັນຍາຍມອບໝາຍໃຫ້ເຮັດຕາມເທື່ອລະຂັ້ນຕອນ, ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານການແປຈາກທ່ານ Dimitri. ໃນຊ່ວງທ້າຍ, ຜູ້ເຊົ້າຮ່ວມຕ່າງກໍໄດ້ຮັບທັກສະທີ່ເປັນປະໂຫຍດ ແລະ ມີຄວາມໝັ່ນໃຈໃນການຄົ້ນຫາຫໍສະໝຸດອີເລັກໂຕຣນິກຫຼາຍຂຶ້ນ. ໃນວັນທີ 11, ທ່ານ Jevgenija ໄດ້ສອນວິທີການຄົ້ນຫາຫໍສະໝຸດອີເລັກໂຕຣນິກໂດຍການນຳໃຊ້ຟັງຊັນເພີ່ມເຕີມ. ລາວໄດ້ສອນເຄັດລັບໃຫ້ຜູ້ເຂົ້າຮ່ວມກ່ຽວກັບວິທີການສ້າງບັນຊີສ່ວນຕົວທາງ EBSCO ແລະ ວິທີການຮັກສາຜົນການຄົ້ນຫາ. ຈາກນັ້ນ, ລາວໄດ້ສອນວິທີການຊອກ ແລະ ຄົ້ນຫາກຖານຂໍ້ມູນໂດຍການນຳໃຊ້ແຫຼ່ງຂໍ້ມູນອອນລາຍແບບພິເສດ ແລະ ຫຼາກຫຼາຍສາຂາວິຊາ … Continued

ການຝຶກອົບຮົມຫໍສະໝຸດອີເລັກໂຕຣນິກຂັ້ນພື້ນຖານອອນລາຍ, 3-4 ພະຈິກ 2021

ວັນທີ 3-4 ເດືອນພະຈິກ 2021, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກຈະໄດ້ການຝຶກອົບຮົມເຄິ່ງມື້ກ່ຽວກັບ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’ ໃຫ້ກັບບັນດາອາຈານຄນລ. ເມັນແມ່ນການຝຶກອົບຮົບຄັ້ງທີ 8 ຂອງທາງໂຄງການ. ນາງ ທອງຄູນ, ຜູ້ຊ່ວຍໂຄງການແມ່ນໄດ້ຮັບຜິດຊອບເປັນຜູ້ແປພາສາເປັນຄັ້ງທຳອິດໃນມື້ທີ 2. ບັນດາອາຈານ ແລະ ບັນນາຮັກ 15 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ ນຳພາໂດຍທ່ານ ເກັບເກນເຢຍ ຈາກ EIFL, ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກ ປອ. ເພີຣີນ ຊີມອນ, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ເຮັດໜ້າທີ່ໃນການຄວບຄຸມ ແລະ ຊ່ວຍເຫຼືອຜູ້ເຂົ້າຮ່ວມ. ໃນມື້ທຳອິດ, ນັກບັນຍາຍໄດ້ແນະນຳຜູ້ເຂົ້າຮ່ວມກ່ຽວກັບຫໍສະໝຸດອີເລັກໂຕຣນິກໃໝ່, ສະເໜີກ່ຽວກັບແຫຼ່ງຂໍ້ມູນທີ່ມີສາມາດໃຊ້ໄດ້ແບບດິຈິຕໍ ແລະ ໄດ້ຖາມຜູ້ເຂົ້າຮ່ວມໃຫ້ດຳເນີນການຊອກຫາ ຫຼື ຄົ້ນຄ້ວາ ໃຫ້ເປັນແບບຝຶກຫັດ. ມື້ທີ 2, ຜູ້ເຂົ້າຮ່ວມໄດ້ຄົ້ນວ້າຢ່າງລືກເຊິງຂຶ້ນກວ່າເກົ່າກ່ຽວກັບແບບການຊອກຫາ ໂດຍການເຮັດແບບຝຶກຫັດປະກອບດ້ວຍການຊອກຫາແຫຼ່ງຂໍ້ມູນຕາມຫົວຂໍ້ທີ່ໃຫ້ໄປ. ການຝຶກອົບຮົມຄັ້ງນີ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການຊອກຫາແຫຼ່ງຂໍ້ມູນເພື່ອການສອນ ແລະ ການເຮັດບດຄົ້ນຄວ້າຂອງເຂົາ. ບັນດາອາຈານໄດ້ມີສ່ວນຮ່ວມກັບ Jevgenija ເປັນຢ່າງດີ ໂດຍການຖາມຄໍາຖາມ ແລະ ແຊຣຜົນການຊອກຫາຜ່ານຊູມ. ຫໍສະໝຸດອີເລັກໂຕຣນິກ ແມ່ນ … Continued

ການປະຊຸມອອນລາຍກ່ຽວກັບລະບຽບການຄົ້ນຄວ້າວິທະຍາສາດທາງກົດໝາຍ, 5 ຕຸລາ 2021

ມະຫາວິທະຍາໄລລຸກຊຳບວກກຳລັງສືບຕໍ່ສະໜັບສະໜູນການຮ່າງລະບຽບການຄົ້ນຄວ້າບົດວິທະຍາສາດທາງກົດໝາຍ. ໃນວັນທີ 5 ເດືອນຕຸລາ 2021, ຮອງຄະນະບໍດີ ດຣ. ສົມເດດ ແກ້ວວົງສັກ ແລະ ດຣ. ເພີຣີນ ຊີມອນ, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກໄດ້ນຳພາການປະຊຸມທາງອອນລາຍຜ່ານຊູມ ໂດຍໄດ້ນຳເອົາອາຈານຈາກ ຄນລ ຈຳນວນເຈັດທ່ານ, ທີ່ມີສ່ວນຮ່ວມໃນການຮ່າງລະບຽບການຄົ້ນຄວ້ານີ້. ການປະຊຸມຄັ້ງນີ້ແມ່ນສຸມໃສ່ການປັບປຸງ ແລະ ສະຫຼຸບການຮ່າງລະບຽບການຄົ້າຄວ້າ. ລະບຽບການຄົ້ນຄວ້ານີ້ແມ່ນປະກອບດ້ວຍແງ່ມຸມວິທະຍາສາດທາງກົດໝາຍ ເຊັ່ນວ່າ ນິຍາມຂອງການຄົ້ນຄວ້າ ທາງກົດໝາຍ ແລະ ປະເພດຂອງການຄົ້ນຄວ້າທາງກົດໝາຍ, ແຫຼ່ງທີ່ນຳໃຊ້ໃນການຄົ້ນຄວ້າທາງກົດໝາຍ, ລະບຽບຂອງຈັນຍາບັນວິຊາການ ແລະ ການລັກລອບແນວຄວາມຄິດຂອງຜູ້ອື່ນ, ການໃຊ້ເອກະສານອ້າງອີງ ແລະ ຄຳແນະນໍາກ່ຽວກັບຢຄງສ້າງຂອງການຂຽນບົດວິໄຈທາງກົດໝາຍ. ບັນດາອາຈານໄດ້ນຳສະເໜີພາກທີ່ພວກເຂົາຮ່າງ ຫຼື ໄດ້ຮ່າງກັບຜູ້ປະສານງານ ກັບຜູ້ເຂົ້າຮ່ວມອື່ນໆ. ຈຸດປະສົງແມ່ນເພື່ອປຶກສາຫາລືນຳທຸກບັນດາອາຈານກ່ຽວກັບການຮ່າງເພື່ອທີ່ຈະໄດ້ຮັບຄຳຄິດເຫັນ ແລະ ຄຳແນະນຳ. ການປະຊຸມແມ່ນມີຄວາມຂຸ້ນຂ້ຽວ ແລະ ປະສົບຜົນສຳເລັດ. ພວກເຂົາໄດ້ຮັບໝາກຜົນ ແລະ ການແລກປ່ຽນທີ່ເປັນປະໂຫຍດຈາກການປະຊຸມຄັ້ງນີ້. ບາດກ້າວຕໍ່ໄປແມ່ນການແປຮ່າງເປັນພາສາລາວ ແລະ ການກະກຽມເພື່ອສະເໜີຕໍ່ບັນດາອາຈານຄນລ ໃນກອງປະຊຸມຄັ້ງນີ້ໄປທີ່ຈະມາຮອດໃນເດືອນນີ້. ລະບຽບການຄົ້ນຄວ້າວິທະຍາສາດທາງກົດໝາຍນີ້ເປັນເຄື່ອງມືຄວາມສຳຄັນໃນການພັດທະນາຄວາມເຂົ້າໃຈກ່ຽວກັບການຄົ້ນຄວ້າທາງກົດໝາຍ ແລະ ເປັນການເພີ່ມຄຸນນະພາບຂອງການຄົ້ນຄວ້າວິທະຍາສາດທາງກົດໝາຍ. ພວກເຂົາສາມາດໃຊ້ເປັນເກນມາດຕະຖານເພື່ອການຄົ້ນຄວ້າທາງກົດໝາຍ, … Continued

ການຝຶກອົບຮົມຫໍສະໝຸດອີເລັກໂຕຣນິກຂັ້ນພື້ນຖານ, 22-23 ກັນຍາ 2021 ອອນລາຍ

ໃນວັນທີ 22-23 ກັນຍາ 2021 ນີ້, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການຝຶກອົບຮົມກ່ຽວກັບ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’ ເປັນເວລາສອງມື້ ໃຫ້ກັບອາຈານຂອງຄນລ. ນີ້ແມ່ນການຝຶກອົບຮົມຄັ້ງທີເຈັດທີ່ຖືກຈັດຂຶ້ນໂດຍໂຄງການ. ວາລະນີ້, ອີງຕາມສະຖານະການພະຍາໂຄອິດ-19 ໃນລາວ ແລະ ການປິດເມືອງຄັ້ງໃໝ່, ເຮັດໃຫ້ຕ້ອງໄດ້ຈັດແບບອອນລາຍນຳຜູ້ເຂົ້າຮ່ວມ ແລະ ພ້ອມດ້ວຍນາຍແປພາສາຂອງເຮົາ ທ່ານ ດີມີທີ ດຳເນີນການແປຢູ່ບ້ານຜ່ານໂປຣແກຣມຊູມ. ບັນດາອາຈານ ແລະ ບັນນາຮັກ 15 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ ນຳພາໂດຍທ່ານ ເກັບເກນເຢຍ ຈາກ EIFL, ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກ ປອ. ເພີຣີນ ຊີມອນ, ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ແລະ ນາງ. ທອງຄູນ ໄຊຍະຫົງ, ຜູ້ຊ່ວຍໂຄງການ, ເຮັດໜ້າທີ່ໃນການຄວບຄຸມ ແລະ ຊ່ວຍເຫຼືອຜູ້ເຂົ້າຮ່ວມ. ໃນມື້ທຳອິດ, ນັກບັນຍາຍໄດ້ແນະນຳຜູ້ເຂົ້າຮ່ວມກ່ຽວກັບຫໍສະໝຸດອີເລັກໂຕຣນິກໃໝ່, ສະເໜີກ່ຽວກັບແຫຼ່ງຂໍ້ມູນທີ່ມີສາມາດໃຊ້ໄດ້ແບບດິຈິຕໍ ແລະ ໄດ້ຖາມຜູ້ເຂົ້າຮ່ວມໃຫ້ດຳເນີນການຊອກຫາ ຫຼື ຄົ້ນຄ້ວາ ໃຫ້ເປັນແບບຝຶກຫັດ. ມື້ີທີ 2, ຜູ້ເຂົ້າຮ່ວມໄດ້ຄົ້ນວ້າຢ່າງລືກເຊິງຂຶ້ນກວ່າເກົ່າກ່ຽວກັບແບບການຊອກຫາ … Continued

ທຶນການສຶກສາປະລິນຍາເອກໄດ້ເປີດຮັບສະໝັກແລ້ວ

ມະຫາວິທະຍາໄລລຸກຊຳບວກມີຄວາມພາກພູມໃຈທີ່ຈະປະກາດການເປີດຮັບສະໝັກນັກຄົ້ນຄວ້າກົດໝາຍຈາກມະຫາວິທະຍາໄລແຫ່ງຊາດລາວ ເພື່ອຈະໄດ້ສຶກສາຕໍ່ລະດັບປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ. ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ຂອງມະຫາວິທະຍາໄລລຸກຊຳບວກຈະຄັດເລືອກເອົາຜູ້ສະໝັກປະລິນຍາເອກຜູ້ທີ່ຈະໄດ້ຮັບການສະໜັບສະໜູນບົດຄົ້ນຄວ້າວິໄຈຂອງເຂົາໃນຂົງເຂດກົດໝາຍ ແລະ ໄດ້ຮັບການຊີ້ນຳຈາກສະມາຊິກຂອງຄະນະ.​ໂປຣແກຣມປະລິນຍາເອກມີຈຸດປະສົງເພື່ອຝຶກອົບຮົມໃນນັກບັນຍາຍລາວ ເພື່ອໃຫ້ເຂົາໄດ້ຮັບທັກສະການວິໄຈ ແລະ ວິຊາການໃນຂົງເຂດກົດໝາຍ ເພືື່ອໃນການເສີມສ້າງຂີດຄວາມສາມາດຂອງຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດລາວໃນໄລຍະຍາວ. ໃນຂອບເຂດ  “Luxembourg general cooperation strategy for sustainable development – Road to 2030”, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລມີຄວາມຍິນດີຕ້ອນຮັບເອົາບົດສະເໜີ Proposal ໃນໃຕ້ຫົວຂໍ້ດັ່ງນີ້: ລັດແຫ່ງກົດໝາຍ ສິດທິມະນຸດຂັ້ນພື້ນຖານ ສິດທິສະເໝີພາບ ການພັດທະນາສິ່ງແວດລ້ອມແບບຍືນຍົງ ແລະ ການປົກປ້ອງພູມມີອາກາດ ຜູ້ທີ່ໄດ້ຮັບການຄັດເລືອກຈະໄດ້ຮັບຜົນປະໂຫຍດທາງດ້ານການເງິນເປັນເວລາ ສາມປີ, ພ້ອມທັງຄວາມສາມາດໃນການຂະຫຍາຍເວລາໄປເປັນ ສີ່ປີ. ນອກນັ້ນຍັງໄດ້ຮັບສະຖາທີ່ໃນການເຮັດບົດວິໄຈ ແລະ ມີເງື່ອນໄຂທີ່ດີທີສຸດ ໃນການເຮັດບົດຄົ້ນຄວ້າວິໄຈຂອງພວກເຂົາ. ນັກສຶກສາປະລິນຍາເອກ ຕ້ອງໄດ້ນຳສະເໜີບົດວິໄຈຢູ່ທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນລະຫວ່າງສົກສຶກສາ. ບົດວິໄຈປະລິນຍາເອກຂອງພວກເຂົາຈະຕ້ອງໄດ້ຮັບການຊີ້ນຳຈາກອາຈານຊີ້ນຳຫຼັກ, ອາຈານກົດໝາຍທີ່ມະຫາວິທະຍາໄລລຸກຊຳບວກ. ນັກສຶກສາປະລິນຍາເອກຈະໄດ້ເຂົ້າຮ່ວມກິດຈະກຳຂອງມະຫາວິທະຍາໄລຜ່ານສຳມະນາ, ເວີກຊ໋ອບ,​ ແລະ … Continued

ການສືບຕໍ່ຂະຫຍາຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ-ລຸກຊຳບວກ

ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ ຂອງກະຊວງການຕ່າງປະເທດ ແລະ ວຽກງານເອີຣົບຂອງປະເທດລຸກຊຳບວກໄດ້ຕົກລົງສືບຕໍ່ໂຄງການຮ່ວມມືລະຫວ່າງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະກົດໝາຍ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ໂຄງການນີ້ແມ່ນພາກສ່ວນຂົງເຂດວຽກງານການພັດທະນາຮ່ວມມືືທີ່ໃຫຍ່ຂຶ້ນລະຫວ່າງສປປ ລາວ ແລະ ລຸກຊຳບວກ. ເລີ່ມຕົ້ນໃນປີ 2017 ໂດຍມີຂໍ້ຕົກລົງ 4 ປີ, ແລະ ໄດ້ຮັບການຂະຫຍາຍໄປຈົນເຖິງປີ 2024. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລພະຍາຍາມສົ່ງເສີມວັດທະນະທຳທາງກົດໝາຍຢ່າງແທ້ຈິງ ແລະ ສົ່ງເສີມແນວທາງປະຕິບັດທີ່ດີທີ່ສຸດເພື່ອນັກສຶກສາກົດໝາຍ, ບັນດາອາຈານ ແລະ ນັກຄົ້ນຄວ້າວິເຄາະທີ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະເພາະເຈາະຈົງຄະນະນິຕິສາດ ແລະ ລັດຖະສາດ. ເປົ້າໝາຍສຳຄັນທີ່ສຸດແມ່ນເພື່ອສົ່ງເສີມລັດແຫ່ງກົດໝາຍໃນສາທາລະນະລັດ ປະຊາທະປະໄຕ ປະຊາຊົນລາວ (ສປປ ລາວ) ໂດຍການສະໜັບສະໜູນ ແລະ ໃຫ້ຄວາມສຳຄັນທາງສະພາບແວດລ້ອມຂອງການຄົ້ນຄວ້າວິໄຈ ແລະ ການສອນ, ເຊິ່ງເນັ້ນທີ່ການໃຊ້ກົດເກນທາງກົດໝາຍໃຫ້ຖືກຕ້ອງ. ການຕັດສິນໃຈສືບຕໍ່ຂະຫຍາຍໂຄງການແມ່ນພາກສ່ວນຂອງຜົນສຳເລັດ ແລະ ສັກກະຍະພາບຂອງສີ່ປີທຳອິດ. ຜົນສຳເລັດທີ່ໂດດເດັ່ນບາງປະການ ເຊັ່ນວ່າ … Continued

ບົດບັນຍາຍພິເສດ ກ່ຽວກັບກົດໝາຍ ວ່າດ້ວຍການຕ້ານການຟອກເງິນ, ວັນທີ 17 ມີນາ 2021

ໃນຂອບການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດການບັນຍາຍພິເສດໃນຫົວຂໍ້ “ການຟອກເງິນ ແລະ ການນຳໃຊ້ຫຼັກຖານອະນຸມານ ຫຼື ທາງສະພາບ (ມາດຕາ 130 ປະມວນກົດໝາຍອາຍາ)”, ບັນຍາຍໂດຍ ທ່ານ ຄຣິສ ແບທ ຈາກ UNODC ເຊິ່ງເປັນ ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ, ປະຈຳຢູ່ທີ່ ນະຄອນຫຼວງວຽງຈັນ. ໃນການບັນຍາຍດັ່ງກ່າວມີຜູ້ເຂົ້າຮ່ວມ 30 ຄົນ ເຊິ່ງເປັນນັກສຶກສາ ແລະ ຄູອາຈານຈາກພາກວິຊາກົດໝາຍອາຍາ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 17 ມີນາ 2021. ການຟອກເງິນ ເປັນອາຊະຍາກຳທີ່ຮ້າຍແຮງ ເຊິ່ງແຕະຕ້ອງເຖິງເສດຖະກິດຂອງທຸກໆປະເທດ. ທ່ານ ແບທ ໄດ້ວິເຄາະບັນດາອົງປະກອບຂອງການກະທຳຜິດສະຖານຟອກເງິນ ໂດຍເນັ້ນໜັກການກະທຳຜິດຕົ້ນ. ຍ້ອນເປັນອະດີດຕຳຫຼວດສະເພາະທີ່ມີປະສົບການໃນການນຳພາການສອບສວນຄະດີກ່ຽວກັບການເງິນ, ຜູ້ບັນຍາຍຈຶ່ງສາມາດໃຫ້ຄວາມຮູ້ຕົວຈິງກ່ຽວກັບການຟອກເງິນ ແລະ ຕົວຢ່າງຈາກຄະດີຕົວຈິງໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງໄດ້. ເນື່ອງຈາກວ່າ ການບັນຍາຍນີ້ທີ່ຈັດຂຶ້ນເປັນຕັ້ງທຳອິດຮ່ວມກັບ … Continued