ການເຝິກຊ້ອມແຂ່ງຂັນສານຈຳລອງ, ເດືອນພະຈິກ-ທັນວາ 2020

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ໃຫ້ຄວາມຊ່ວຍເຫຼືອໃນການເຝິກຊ້ອມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ ຄນລ ມາເປັນເວລາ 4 ປີແລ້ວ. ໃນປີນີ້ ວັນທີ 11 ພະຈິກ 2020 ໂຄງການຍັງໄດ້ຈັດພິທີມອບໃບຢັ້ງຢືນ ເພື່ອເປັນການຊົມເຊີຍທີມທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນແຕ່ບໍ່ໄດ້ເດີນທາງໄປທີ່ຮົງກົງໃນຄັ້ງທີ່ຜ່ານມາ ແລະ ຖືໂອກາດນີ້ເລີ່ມຕົ້ນກຽມການແຂ່ງຂັນລະດັບປະເທດຄັ້ງທີ 19.

ໃນພິທີ ທີມຊະນະເລີດໃນປີ 2020 ໄດ້ຮັບທັງໃບຢັ້ງຢືນ ແລະ ຂັນລາງວັນ!

ໃນອາທິດທຳອິດຂອງເດືອນທັນວາ 2020, ການເຝິກຊ້ອມການແຂ່ງຂັນສານຈຳລອງ ແມ່ນຈັດຂຶ້ນຜ່ານຊູມ ໂດຍ ດຣ. ລໍເຣັ້ນ ຊິຣີ ຜູ້ທີ່ມາມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງດັ່ງກ່າວໃນໄລຍະ 2 ປີທີ່ຜ່ານມາ. ການເຝິກຊ້ອມດັ່ງກ່າວ ດຳເນີນໄປເປັນເວລາໜຶ່ງອາທິດ ແລະ ເຂົ້າຮ່ວມໂດຍນັກສຶກສາ ຄນລ 12-15 ຄົນ. ນັກສຶກສາໄດ້ຮຽນຮູ້ກ່ຽວກັບວິທີການວ່າຄວາມ, ການສະແດງຈຸດຢືນຂອງຕົນຢ່າງມີເຫດຜົນ ແລະ ໄດ້ຄວາມຮູ້ເລິກເຊິ່ງກ່ຽວກັບກົດໝາຍມະນຸດສະທຳສາກົນ ແລະ ກົດໝາຍອາຍາສາກົນ.

ການແຂ່ງຂັນສານຈຳລອງ ເປັນກິດຈະກຳທີ່ສຳຄັນເນື່ອງຈາກມັນເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຜ່ານການແກ້ບັນຫາ ແລະ ສົ່ງເສີມການຮຽນການສອນຜ່ານການປະຕິບັດຕົວຈິງ. ນອກຈາກ ນັກສຶກສາຈະໄດ້ພັດທະນາທັກສະທາງກົດໝາຍແລ້ງ ຍັງໄດ້ເພີ່ມທັກສະທາງການເວົ້າ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ.