ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບປະເທດ, ວັນທີ 9 ທັນວາ 2020

ໃນວັນທີ 9 ທັນວາ 2020, ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂັ້ນປະເທດ ໄດ້ຈັດຂຶ້ນທີ່ ຄນລ ໂດຍການຊ່ວຍເຫຼືອຈາກ ມະຫາວິທະຍາໄລລຸກຊຳບວກ. ການແຂ່ງຂັນປີນີ້ຖືວ່າຂ້ອນຂ້າງພິເສດ ເນື່ອງຈາກວ່າ ຄະນະກຳມະການສ່ວນໜຶ່ງຕັດສິນເອົາທີມທີ່ຊະນະການແຂ່ງຂັນຜ່ານທາງອອນລາຍ ໂດຍໃຊ້ໂປຣແກຣມຊູມ.

ການແຂ່ງຂັນ ແມ່ນມີທັງໝົດ 6 ທີມເຂົ້າແຂ່ງຂັນ ເຊິ່ງໜຶ່ງທີມປະກອບມີ 2 ຄົນ. ການແຂ່ງຂັນ ແມ່ນດຳເນີນເປັນພາສາອັງກິດ ເຊິ່ງແຕ່ລະທີມໄດ້ພັດປ່ຽນກັນເປັນຝ່າຍຈຳເລີຍ ແລະ ຝ່າຍໄອຍະການ ແກ້ຟ້ອງ/ສັ່ງຟ້ອງຄະດີສົມມຸດໃນທີ່ປະຊຸມສານສານອາຍາສາກົນ. ຄະນະຜູ້ພິພາກສາ ແມ່ນປະກອບມີ ທ່ານ ສິບປະກອນ ຊົງຊູວະນິດ (ທີ່ປຶກສາກົດໝາຍ ຈາກຄະນະກຳມະການການແດງສາກົນ) ທີ່ເຂົ້າຮ່ວມຜ່ານລະບົບອອນລາຍ, ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ດຣ. ບົວລະພຽນ ສີສຸກ (ອາຈານ ຈາກ ຄນລ) ໄດ້ເຂົ້າຮ່ວມ ທີ່ ຄນລ.

ບັນດາທີມທີ່ເຂົ້າຮ່ວມ ໄດ້ມີການເຝິກຊ້ອມໃນລະຫວ່າງເດືອນພະຈິກ ຫາ ເດືອນທັນວາ ໂດຍມະຫາວິທະຍາໄລລຸກຊຳບວກ ກັບ ດຣ. ເພີຣີນ ຊິມອນ ແລະ ດຣ. ລໍເຣັ້ນ ຊິຣີ ທັງໃນຕົວຈິງ ແລະ ອອນລາຍ.

ສານຈຳລອງຄັ້ງນີ້ ທີ່ຈັດຂຶ້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!

ພວກເຮົາຂໍສະແດງຄວາມຍິນດີກັບທຸກທີມທີ່ເຂົ້າຮ່ວມ ແລະ ໂດຍສະເພາະທີມຂອງ ນ. ນຸດທິດາ ມີສຸພັນ ແລະ ນ. ດາວປະກາຍ ສຸວັນນະລາດ ທີ່ໄດ້ຮັບຕຳແໜ່ງທີມຊະນະເລີດ ເຊິ່ງຈະໄປແຂ່ງຂັນຕໍ່ໃນການແຂ່ງຂັນສານຈຳລອງລະດັບສາກົນໃນເດືອນມີນາ 2021 ທີ່ຈະມາເຖິງນີ້!