ການເຝິກອົບຮົມການໃຊ້ຫ້ອງສະໝຸດອີເລັກໂຕຣນິກ, ວັນທີ 21 ທັນວາ 2020 ແລະ 2 ກຸມພາ 2021

ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ (FDEF) ຂອງປະເທດລຸກຊຳບວກ ໄດ້ສືບຕໍ່ເຝິກອົບຮົມ “ການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ (E-library)”. ທ່ານນາງ ເຈເວເຈນນິຕ້າ (Jevgenija Sevcova), ຜູ້ປະສານງານໂຄງການຈາກ EIFL ຮ່ວມກັບ ດຣ. ເພີຣີນ ຊິມອນ ໄດ້ດຳເນີນການເຝິກອົບຮົມທາງໄກ ຄັ້ງວັນທີ 21 ທັນວາ 2020 ແລະ 2 ກຸມພາ 2021.

ທ່ານນາງ ເຈເວເຈນນິຕ້າ ໄດ້ໃຫ້ການນຳສະເໜີຜ່ານໂປຣແກຣມຊູມ Zoom ແລະ ມີນາຍແປພາສາແປບົດນຳສະເໜີດັ່ງກ່າວໄປພ້ອມໆກັນໃນຫ້ອງເຝິກອົບຮົມທີ່ ຄນລ. ການເຝິກອົບຮົມດັ່ງກ່າວ ມີເປົ້າໝາຍເຝິກນັກບັນນາຮັກ ແລະ ອາສາສະໝັກ ICT ປະມານ 15 ຄົນ ໃຫ້ຮູ້ວິທີເຂົ້ານຳໃຊ້ຫ້ອງສະໝຸດອີເລັກໂຕຣນິກໄດ້. ເປົ້າໝາຍຫຼັກກໍຄື ຢາກໃຫ້ພວກເຂົາສາມາດຊ່ວຍຜູ້ອື່ນໃນການເຂົ້ານຳໃຊ້ຫ້ອງສະໝຸດດິຈິຕອລໃຫ້ໄດ້ຄືກັນກັບພວກເຂົາ.

ຫ້ອງສະໝຸດດິຈິຕອລ ກໍຄືຫ້ອງສະໝຸດທີ່ສາມາດເຂົ້ານຳໃຊ້ໄດ້ໂດຍຜ່ານອິນເຕີເນັດ, ເຊິ່ງຜູ້ໃຊ້ສາມາດເຂົ້າເຖິງຖານຂໍ້ມູນອອນລາຍທີ່ມີ ປຶ້ມອີເລັກໂຕຣນິກ (e-books), ວາລະສານວິຊາການ ແລະ ອື່ນໆເຊັ່ນ ວາລະສານ ແລະ ໜັງສືພິມ.

ເຂົ້າໄປທີ່ເວັບໄຊ້ຂອງ ຄນລ ໄດ້ທີ່: http://flp.nuol.edu.la/e-library/