ໂຮງຮຽນກົດໝາຍທີ່ມີການປະສົມປະສານທາງເຕັກໂນໂລຊີ, ວັນທີ 15-17 ທັນວາ 2020

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ຈັດການຮຽນການສອນ “ໂຮງຮຽນກົດໝາຍຊ່ວງລະດູໜາວ” ທີ່ມີການປະສົມປະສານທາງເຕັກໂນໂລຊີ ໃນວັນທີ 15-17 ທັນວາ 2020 ທີ່ເມືອງວັງວຽງ ເຊັ່ນດຽວກັບ ໂຮງຮຽນກົດໝາຍຊ່ວງລະດູແລ້ງ ທີ່ຈັດຂຶ້ນໃນປີ 2019. ໃນການເຂົ້າຮ່ວມ ແມ່ນມີການຄັດເລືອກເອົາ 12 ຄົນ ອີງໃສ່ຄວາມສົນໃຈໃນການພັດທະນາຄວາມຮູ້ກ່ຽວກັບກົດໝາຍ ແລະ ລະດັບພາສາອັງກິດຂອງຕົນ ໄປຮ່ວມສຳມະນາທີ່ເປັນພາສາອັງກິດທັງໝົດເປັນເວລາສາມມື້.

ການສຳມະນາຄັ້ງນີ້ ແມ່ນມີເນື້ອໃນກ່ຽວກັບ “ຫຼັກການກ່ຽວກັບລັດແຫ່ງກົດໝາຍ” ເຊິ່ງເນັ້ນໜັກໃສ່ຫຼັກນິຕິທຳ (ເຊັ່ນຫຼັກການນິຕິທຳ, ຫຼັກການບໍ່ມີຜົນຍ້ອນຫຼັງ ແລະ ການນຳໃຊ້ກົດໝາຍໃນຊ່ວງເວລາໃດໜຶ່ງ) ແລະ ການເຂົ້າເຖິງຂະບວນການຍຸຕິທຳ ແລະ ການໄດ້ຮັບການໄຕ່ສວນທີ່ເປັນທຳ (ເຊັ່ນຄວາມເປັນເອກະລາດຂອງຜູ້ພິພາກສາ ແລະ ການສັນນິຖານວ່າເປັນຜູ້ບໍລິສຸດ). ຜູ້ບັນຍາຍຫຼັກ ແມ່ນ ດຣ. ລໍເຣັ້ນ ຊີຣີ ແລະ ດຣ. ເພີຣີນ ຊິມອນ ແລະ ຍັງມີ ສຈ. ສະເຕຟານ ບຣວມ ມາຮ່ວມໃນບາງຊ່ວງຂອງການສົນທະນາ. ໃນແຕ່ລະຊ່ວງຈະປະກອບມີທັງພາກທິດສະດີ ແລະ ພາກປະຕິບັດ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ເຮັດວຽກຮ່ວມກັນວິເຄາະກໍລະນີຕົວຢ່າງຕ່າງໆ.

ໃນພາກທິດສະດີກໍຈະມີການເບິ່ງວິດີໂອທີ່ຖືກບັນທຶກໄວ້ແລ້ວ ຫຼື ເປັນການບັນຍາຍສົດຜ່ານໂປຣແກຣມຊູມ ແລະ ໃນພາກປະຕິບັດຕົວຈິງ ແມ່ນນຳພາໂດຍ ເພີຣີນ. ຜູ້ເຂົ້າຮ່ວມທຸກຄົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການສົນທະນາກ່ຽວກັບຄວາມໝາຍຂອງລັດແຫ່ງກົດໝາຍໃນບໍລິບົດຂອງລາວ, ອຳນາດໃນການຕີຄວາມກົດໝາຍຂອງຜູ້ພິພາກສາ, ຄວາມຫຍຸ້ງຍາກໃນການເຂົ້າເຖິງຄຳຕັດສິນຂອງສານ, ຈັນຍາບັນຂອງຜູ້ພິພາກສາ ແລະ ສິດຂອງຈຳເລີຍ. ການມີສ່ວນຮ່ວມຂອງນັກກົດໝາຍ ແມ່ນມີຄວາມສຳຄັນ ແລະ ເຮັດໃຫ້ການເຝິກອົບຮົມຄັ້ງນີ້ມີປະສິດທິຜົນຫຼາຍ ໃນການຕີຄວາມເນື້ອໃນຂອງກົດໝາຍບາງມາດຕາ ແລະ ການນຳໃຊ້ກົດໝາຍດັ່ງກ່າວໃນຕົວຈິງ.