ການສາຍຮູບເງົາທາງດ້ານກົດໝາຍຄັ້ງທຳອິດ, ວັນທີ 30 ເດືອນມີນາ ປີ2022

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດການສາຍຮູບເງົາທາງດ້ານກົດໝາຍ ເປັນຄັ້ງທຳອິດໃນວັນທີ 30 ເດືອນມີນາ ປີ 2022. ຈຸດປະສົງແມ່ນເພື່ອຜັນຂະຫຍາຍຄວາມຮູ້ທາງດ້ານກົດໝາຍ ແລະ ວັດທະນະທຳຂອງຮູບເງົາ ໃນແງ່ທີ່ສ້າງສັນ ແລະ ມີຄວາມມ່ວນຊື່ນ. ນັກສຶກສາຈະໄດ້ມີໂອກາດໄດ້ຮຽນຮູ້ເພີ່ມເຕີມ ກ່ຽວກັບຄວາມຍຸດຕິທຳສາກົນ ແລະ ລະບົບກົດໝາຍອື່ນໆ. ຮູບເງົາສ່ວນໃຫ່ຍທີ່ພວກເຮົາວາງແຜນຈະສາຍ ແມ່ນເປັນພາສາອັງກິດທັງໝົດ, ເພື່ອໃຫ້ນັກຮຽນສາມາດ ປັບປຸງທັກສະທາງດ້ານພາສາອັງກິດ ແລະ ພັດທະນາຄຳສັບທາງດ້ານກົດໝາຍຂອງເຂົາເຈົ້າ. ການສາຍຮູບເງົາດັ່ງກ່າວ ແມ່ນໄດ້ຈັດຂື້ນ ພາຍໃຕ້ການຮ່ວມມືກັບ ທ່ານ ອາຈານ ຄອນສະຫວັນ ວົງວັນນະໄຊ, ອາຈານສອນກົດໝາຍສິດທິມະນຸດ ແລະ ມີນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດ, ພາກພົວພັນສາກົນ ເຂົ້າຮ່ວມຈຳນວນ 21 ນ້ອງ. ສຳລັບການສາຍຮູບເງົາຄັ້ງທຳອິດນີ້, ພວກເຮົາໄດ້ສານຮູບເງົາເລື່ອງ “First They Killed My Father” ທີ່ກຳກັບການສະແດງໂດຍ Angelina Jolie ເຊີ່ງໄດ້ສາຍ ແລະ ລົງ Netflix ໃນປີ … Continued

ການເຝິກກອົບຮົມຄູເຝິກສານຈຳລອງ ຄັ້ງທີ2, ວັນທີ 1- 24 ມີນາ 2022

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ(PBL) ຜ່ານການເຝິກອົບຮົມໃຫ້ຄູ-ອາຈານ ຄົນລາວ ເພື່ອກຽມຄວາມພ້ອມສູ່ການເປັນ “ຄູເຝິກສານຈຳລອງ”. ອີງຕາມຜົນສໍາເລັດ “ການເຝິກອົບຮົມຄູເຝິກ”  ສານຈໍາລອງຄັ້ງທໍາອິດ ໃນເດືອນພະຈິກ ປິ 2021, ຄູ-ອາຈານ ກໍມີຄວາມກະຕືລືລົ້ນ ທີ່ຢາກຈະລົງເລິກທັກສະ ແລະ ມີຄວາມຕັ້ງໃຈຢາກສືບຕໍ່ຝຶກອົບຮົມ ກັບ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານສອນທີ່ມະຫາວິທະຍາໄລຈຸລາລົງກອນ ໃນລາຍວິຊາກົດໝາຍລະຫວ່າງຊາດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງ Philips C. Jessup International Moot Court Competition 2021 ແລະ ຍັງມີສ່ວນຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນຂອງໄທ ທີ່ຈັດໂດຍຄະນະກຳມະການກາແດງສາກົນ. ການເຝິກອົບຮົມ ແມ່ນຈັດຜ່ານທາງອອນລາຍ ໃນລະຫວ່າງ ວັນທີ 1- 24 ມີນາ ປີ 2022, ເຊີ່ງມີອາຈານເຂົ້າຮ່ວມທັງໝົດ 15 ທ່ານ ຈາກ ຄະນະນິຕິສາດ … Continued

ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທໍາສາກົນ ລະດັບສາກົນ 9-10 ມີນາ2022

ພວກເຮົາຂໍສະແດງຄວາມຍິນດີອີກ ກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນສານ ຈໍາລອງ ວ່າດ້ວຍກົດຫມາຍມະນຸດສະທໍາສາກົນ ຂອງອົງການກາແດງສາກົນ ເຊິ່ງໄດ້ຈັດຂຶ້ນຜ່ານທາງອອນລາຍອີກຄັ້ງ ເນື່ອງຈາກການລະບາດຂອງພະຍາດ Covid-19, ນັບແຕ່ວັນທີ 9-13 ເດືອນມີນາ ປີ 2022. ມະຫາວິທະຍາໄລລຸກຊໍາບວກ ກໍໄດ້ສະຫນັບສະຫນູນຊ່ວຍເຫຼືອ ມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມແຂ່ງຂັນຮອບສາກົນໃນຄັ້ງນີ້. ດຣ. ເພີຣີນ ຊິມອນ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊໍາບວກ ໄດ້ເປັນຜູ້ຝຶກໃນລະຫວ່າງເດືອນມັງກອນ ເຖິງເດືອນມີນາ ແລະ ໄດ້ອໍານວຍສະຖານທີ່ໃຫ້ຜູ້ເຂົ້າແຂ່ງຂັນທີ່ຫ້ອງການຂອງ ໂຄງການພວກເຮົາ ຄະນະນິຕິສາດ ແລະ ລັດຖະສາດ. ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ໃນເດືອນທັນວາ ປີ 2021 ທີມຕົວແທນປະເທດລາວໄດ້ມີການເຝິກຊ້ອມ ຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ຂອງການແຂ່ງຂັນ. ຜູ້ເຂົ້າແຂ່ງຂັນໄດ້ເຮັດວຽກຢ່າງໜັກ ແລະ ໄດ້ເອົາໃຈໃສ່ ຕັ້ງໃຈກັບການແຂ່ງຂັນສານຈໍາລອງຄັ້ງນີ້ຫຼາຍ ຍ້ອນວ່າຈະໄດ້ນໍາໃຊ້ກົດຫມາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດ ທັງຫມົດ. ຫຼັງຈາກມື້ຂອງການແຂ່ງຂັນ ດ້ວຍຈໍານວນທີມນັກສຶກສາທີ່ເຂົ້າຮ່ວມທັງຫມົດ 24 ທີມ ຂອງນັກສຶກສາກົດໝາຍທົ່ວອາຊີ-ປາຊີຟິກ. ທີມຊະນະເລີດໄດ້ແກ່ ມະຫາວິທະຍາໄລບໍລິຫານສິງກະໂປ(ໂຮງຮຽນກົດໝາຍ Yong Pung How), ລາງວັນຮອງຊະນະເລີດໄດ້ແກ່ ມະຫາວິທະຍາໄລ Gadjah … Continued

ການບັນລະຍາຍອອນລາຍພິເສດ ຫົວຂໍ້: “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ”

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍພິເສດທາງອອນລາຍຂື້ນ ໃນຫົວຂໍ້: “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ” ໃນວັນທີ 23 ເດືອນ ກຸມພາ ປີ 2022 . ທາງໂຄງການມີໂອກາດຕ້ອນຮັບ Dr. Başak Bağlayan ນັກຄົ້ນຄວ້າຫຼັງປະລິນຍາເອກ ຈາກມະຫາວິທະຍາໄລລຸກຊຳບວກອີກຄັ້ງ. ການບັນຍາຍຂອງ Dr.Başak Bağlayan ແມ່ນໄດ້ເນັ້ນໜັກ ໃສ່ “ບົດບັນຍັດສາກົນວ່າດ້ວຍສິດທິມະນຸດ” ຊຶ່ງເພິ່ນໄດ້ບັນຍາຍກ່ຽວກັບບັນດາເຄື່ອງມື ໃນການສ້າງ ບົດບັນຍັດດັ່ງກ່າວນີ້ ເຊັ່ນວ່າ: ຖະແຫຼງການສິດທິມະນຸດ, ສົນທິສັນຍາວ່າດ້ວຍ ສິດທິພົນລະເມືອງ ແລະ ສິດທິທາງການເມືອງ (ICCPR), ສົນທິສັນຍາສາກົນກ່ຽວກັບສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ (ICESCR) ແລະ ອານຸສັນຍາເພີ່ມເຕີມຂອງ ICCPR. Ms. Bağlayan ໄດ້ອະທິບາຍຢ່າງລະອຽດກ່ຽວກັບເນື້ອໃນຂອງບັນດາເຄື່ອງມື ເຫຼົ່ານີ້ ລວມທັງສະຖານະທາງດ້ານກົດໝາຍ. ການນຳສະເໜີແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດ ແລະ ກົນໄກການຕິດຕາມ ແລະ ຂອບເຂດການນຳໃຊ້ ICCPR ແລະ ICESC. Dr.Başak … Continued

ປະກາດຮັບສະໝັກທຶນບົດວິໄຈຄົ້ນຄວ້າ

ມະຫາວິທະຍາໄລ ລຸກຊຳບວກ ຂໍຖືເປັນກຽດປະກາດເປີດຮັບໃບສະໝັກ ເພື່ອຄັດເລືອກພະນັກງານວິຊາການໃນຂົງເຂດກົດໝາຍຈາກ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ທີ່ສົນໃຈດຳເນີນການຄົ້ນຄວ້າພາຍໃຕ້ການເປັນທີ່ປຶກສາຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ. ເງື່ອນໄຂ ໂປຣແກຣມການຄົ້ນຄວ້ານີ້ ແມ່ນມີຈຸດປະສົງໃຫ້ບັນດາຄູອາຈານໄດ້ພັດທະນາທັກສະທາງວິຊາການ ແລະ ທັກສະການຄົ້ນຄວ້າໃນຂົງເຂດກົດໝາຍ ເພື່ອເພີ່ມສັກກະຍະພາບຂອງຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດໄດ້ໃນໄລຍະຍາວ. ຜູ້ສະໝັກ ຕ້ອງເປັນຄູອາຈານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ ທີ່ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາກົດໝາຍ ຫຼື ກ່ຽວກັບກົດໝາຍ. ການສະໝັກ ແມ່ນບໍ່ມີການກຳນົດເງື່ອນໄຂທາງດ້ານອາຍຸ. ຜູ້ສະໝັກຈະໄດ້ຮັບເລືອກອີງຕາມຄວາມເໝາະສົມ. ມະຫາວິທະຍາໄລລຸກຊຳບວກມີສິດເຕັມທີໃນການຄັດເລືອກ ຫຼື ປະຕິເສດການສະໜັກ. ເພື່ອສອດຄ່ອງກັບ “ຍຸດທະສາດການຮ່ວມມືທົ່ວໄປຂອງລຸກຊຳບວກ ເພື່ອການພັດທະນາແບບຍືນຍົງ – ຫົນທາງສູ່ປີ 2030”, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ເປີດຮັບບົດສະເໜີການຄົ້ນຄວ້າທີ່ນອນໃນຂົງເຂດດັ່ງນີ້: ລັດທີ່ປົກຄອງ ແລະ ບໍລິຫານໂດຍກົດໝາຍ ຫຼື ລັດແຫ່ງກົດໝາຍ; ສິດທິພື້ນຖານ; ຄວາມສະເໝີພາຍຍິງຊາຍ; ຄວາມຍືນຍົງທາງສິ່ງແວດລ້ອມ ແລະ ການປົກປັກຮັກສາດິນຟ້າອາກາດ. … Continued

ທີມລາວໄດ້ຮັບລາງວັນໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ, ລະດັບສາກົນ

ໃນວັນທີ 16 ເດືອນທັນວາປີ 2021, ນາງ ດາວປະກາຍ ສຸວັນນະລາດ ແລະ ນາງ ນຸດທິດາ ມີສຸພັນ ຜູ້ຊະນະການແຂ່ງຂັນໃນລະດັບປະເທດ ແລະ ຜູ້ແຂ່ງຂັນ, ແລະ ນາງ ສຸດາພອນ ວິຣະວົງສາ ຜູ້ຄົ້ນຄວ້າ ໄດ້ຮັບລາງວັນໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ, ລະດັບສາກົນ, ໃນຖານະທີມຕາງໜ້າປະເທດລາວ, ການແຂ່ງຂັນແມ່ນຖືກຈັດຂື້ນແບບອອນລາຍໃນລະຫວ່າງວັນທີ 11-12 ເດືອນມີນາ ປີ 2021 ໂດຍການສົ່ງບົດຄໍາສັ່ງຟ້ອງ/ຄໍາແກ້ຟ້ອງ ແລະ ວ່າຄວາມທາງອອນລາຍກຮ່ວມກັບນັກສືກສາກົດໝາຍ ຫຼາຍຮ້ອຍຄົນໃນຂົງເຂດອາຊີປາຊີຟິກ. ນັກສຶກສາກົດໝາຍທັງໝົດ 26 ຄົນ, ໄດ້ເຂົ້າຮ່ວມການທົດລອງແບບຈຳລອງບັນຫາໂຕ້ແຍ້ງທີ່ກ່ຽວຂ້ອງກັບ ການປະທະກັນທາງການທະຫານ ແລະ ສິ່ງທ້າທາຍດ້ານມະນຸດສະທຳ. ໃນປັດຈຸບັນ, ການແຂ່ງຂັນດັ່ງກ່າວເປັນການແຂ່ງຂັນລະຫວ່າງມະຫາໄລທີ່ໃຫ່ຍທີ່ສຸດໃນພາກພື້ນ ອາຊີ-ປາຊີຟິກ.       ໃບຍັ້ງຢືນໄດ້ຖືກມອບໃຫ້ໂດຍ ດຣ.ເພີຣີນ ຊີມອນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາໄລລາວ-ລຸກຊຳບວກ ແລະ ໄດ້ເປັນຜູ້ເຝິກນັກຮຽນທັງສາມຄົນຢ່າງຂຸ້ນຂ້ຽວ, ຂໍຊົມເຊີຍອີກເທື່ອໜື່ງສຳລັບການເຮັດວຽກຢ່າງໜັກ.       ດ້ວຍຈຳນວນທີມນັກສຶກສາທີ່ເຂົ້າຮ່ວມທັງໝົດ 26 ທີມ, ທີມຈາກປະເທດລາວບໍ່ໄດ້ຜ່ານເຂົ້າຮອບ 8 … Continued

ການບັນຍາຍພິເສດທາງອອນລາຍກ່ຽວກັບກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ, 8 ທັນວາ 2021

ພາຍໃຕ້ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍພິເສດທາງອອນລາຍຂຶ້ນ ໃນຫົວຂໍ້ “ກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ” ໃນການຮ່ວມມືກັບອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNDOC) ໃນລາວ. ໂຄງການໄດ້ມີໂອກາດຕ້ອນຮັບທ່ານ David Frend, ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ. ທ່ານ Frend ແມ່ນ ຄົນປະເທດອັງກິດ ທ່ານບໍ່ພຽງແຕ່ແບ່ງປັນກ່ຽວກັບຄວາມຮູ້ຕາມທິດສະດີເທົ່ານັ້ນແຕ່ເພິ່ນຍັງແບ່ງປັນຄວາມຮູ້ໃນຖານະທີ່ເປັນທະນາຍຄວາມໃນແກ່ຜູ້ເຂົ້າຮ່ວມ ພ້ອມທັງປະສົບການຫຼາກຫຼາຍກ່ຽວກັບສານລະດັບພາຍໃນ ແລະ ສາກົນໃນປະເທດອັງກິດ. ໃນການບັນຍາຍແມ່ນມີຜູ້ເຂົ້າຮ່ວມທັງໝົດ 80 ຄົນໃນນີ້ປະກອບມີນັກສຶກສາຈາກຄະນະຄນລ ແລະ ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດຫຼວງພະບາງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ໃນມື້ວັນທີ 8 ເດືອນທັນວາ ຜ່ານໂປຣແກຣມຊູມ. ນັກບັນຍາຍໄດ້ສະເໜີກ່ຽວກັບກົດໝາຍອາຍາ ແລະ ການດຳເນີນຄະດີອາຍາໂດຍລວມ ພ້ອມດ້ວຍເນັ້ນຄວາມແຕກຕ່າງທີ່ສຳຄັນລະຫວ່າງລະບົບກົດໝາຍແພ່ງ ແລະ ລະບົບກົດໝາຍປະເພນີສານ ແລະ ຍັງໄດ້ອະທິບາຍກ່ຽວກັບບຸກຄົນໃນຂະບວນການດຳເນີນຄະດີອາຍາ, ນິຍາມຂອງການກະທຳຜິດ ແລະ ພາລະການພິສູດ, ອົງປະກອບຂອງການກະທຳຜິດ actus reus … Continued

ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ຮອບປະເທດ, ວັນທີ 10 ທັນວາ 2021

ໃນວັນທີ 10 ທັນວາ 2020 ການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນ ຂອງຄະນະກຳມະການກາແດງສາກົນ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ໂດຍການໃຫ້ສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ໃນການແຂ່ງຂັນປີນີ້ ແມ່ນຈັດໃນຮູບແບບເຄິ່ງອອນລາຍ ເຊິ່ງຜູ້ຕັດສິນ ແມ່ນເຂົ້າຮ່ວມຜ່ານຊູມ ແລະ ທີມຜູ້ແຂ່ງຂັນ ແມ່ນມາຮວມຕົວກັນທີ່ ຄນລ. ການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນວ່າຄວາມຕໍ່ໜ້າສານອາຍາສາກົນ. ທີມຜູ້ແຂ່ງຂັນ 4 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍຈຳເລີຍ ແລະ ຝ່າຍໄອຍະການ. ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ສິບປະກອນ ຊົງຊູວານິດ (ທີ່ປຶກສາກົດໝາຍຈາກ ຄະນະກຳມະການກາແດງສາກົນ), ທ່ານນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ທ່ານນາງ ວິໂອເລັດ ຈັງເກີ (ທີ່ປຶກສາທາງເຕັກນິກ ໂຄງການ ລາວ/031). ໃນເດືອນພະຈິກ ກ່ອນທີ່ຈະແຂ່ງຂັນ, ທີມຜູ້ແຂ່ງຂັນໄດ້ຮັບການເຝິກອົບຮົມອອນລາຍເປັນເວລາໜຶ່ງອາທິດ ກັບ ດຣ. ເພີລີນ ຊິມົງ … Continued

ພິທີສົ່ງມອບປຶ້ມກົດໝາຍ, ວັນທີ 9 ທັນວາ 2021

ພາຍໃຕ້ຂອບການດຳເນີນງານຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ, ທາງໂຄງການໄດ້ໃຫ້ຄວາມສຳຄັນແກ່ການພັດທະນາຫ້ອງສະໝຸດເປັນລຳດັບຕົ້ນໆ ຄຽງຄູ່ກັບການຕິດຕັ້ງຫ້ອງສະໝຸດເອເລັກໂຕຣນິກ. ໃນວັນທີ 9 ທັນວາ ທີ່ຜ່ານມາ, ພິທີສົ່ງມອບປຶ້ມກົດໝາຍ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງເປັນກຽດເຂົ້າຮ່ວມໂດຍ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄນລ, ດຣ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີ, ດຣ. ເພີລີນ ຊິມົງ, ຜູ້ປະສານງານໂຄງການ ພ້ອມດ້ວຍອາຈານ ຄນລ. ໃນພິທີ ທາງໂຄງການໄດ້ສົ່ງມອບປຶ້ມແບບຮຽນກົດໝາຍ ທັງປຶ້ມທີ່ເປັນພາສາໄທ ແລະ ພາສາອັງກິດ ຈຳນວນ 391 ຫົວ ໃຫ້ແກ່ ຄນລ ຢ່າງເປັນທາງການ. ພ້ອມກັນນັ້ນ, ມະຫາວິທະຍາໄລລຸກຊຳບວກ ໂດຍຮ່ວມກັບບັນນາຮັກຈາກປະເທດໄທ ຍັງຈະສະໜັບສະໜູນຈັດການເຝິກອົບຮົມ ເປັນເວລາໜຶ່ງເດືອນໃຫ້ແກ່ພະນັກງານຫ້ອງສະໝຸດ ຄນລ ຫຼັງຈາກທີ່ມີການເປີດປະເທດ. ການຈັດຊື້-ຈັດສົ່ງປຶ້ມດັ່ງກ່າວ ແລະ ການຈັດການເຝິກອົບຮົມ ແມ່ນກະກຽມໂດຍການຮ່ວມມືຂອງມະຫາວິທະຍາໄລລຸກຊຳບວກ ແລະ EIFL-Thailand ເຊິ່ງເປັນອົງການຈຳໜ່າຍສິ່ງພິມ ແລະ ວາລະສານສຳລັບການສຶກສາ. … Continued

ການເຝິກອົບຮົມຄູເຝິກສານຈຳລອງ, ວັນທີ 16 ພະຈິກ – 1 ທັນວາ 2021

ມະຫາວິທະຍາໄລລຸກຊຳບວກ ສະໜັບສະໜູນການຮຽນຮູ້ຈາກການແກ້ບັນຫາ (problem-based learning) ຜ່ານການເຝິກອົບຮົມສານຈຳລອງ. ມາໃນປີນີ້ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກໄດ້ຈັດການເຜິກອົບຮົມອອນລາຍສຳລັບອາຈານເປັນຄັ້ງທຳອິດ. ໃນລະຫວ່າງວັນທີ 16 ພະຈິກ ຫາ 1 ທັນວາ, ທາງໂຄງການໄດ້ຈັດກິດຈະກຳການເຝິກອົບຮົມໃຫ້ແກ່ອາຈານ 15 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລແຫ່ງຊາດ (ຄນລ ມຊ) ແລະ ຄະນະນິຕິສາດ ແລະ ລັດຖະສາດ ຂອງ ມະຫາວິທະຍາໄລຈຳປາສັກ (ຄນລ ມຈ). ການເຝິກອົບຮົມ ແມ່ນຈັດຜ່ານທາງອອນລາຍ ແລະ ໃຫ້ການເຝິກອົບຮົມໂດຍ ດຣ. ປະພາວະດີ ທະໂນດົມເດດ ຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ. ດຣ. ປະພາວະດີ ເປັນອາຈານສອນທີ່ມະຫາວິທະຍາໄລຈຸລາລົງກອນ ໃນລາຍວິຊາກົດໝາຍລະຫວ່າງປະເທດພາກລັດ, ເປັນຄູເຝິກໃຫ້ແກ່ທີມຕົວແທນຂອງ ມ. ຈຸລາ ໃນການແຂ່ງຂັນສານຈຳລອງ Philips C. Jessup International Moot Court … Continued