ການສືບຕໍ່ຂະຫຍາຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ-ລຸກຊຳບວກ
ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ ຂອງກະຊວງການຕ່າງປະເທດ ແລະ ວຽກງານເອີຣົບຂອງປະເທດລຸກຊຳບວກໄດ້ຕົກລົງສືບຕໍ່ໂຄງການຮ່ວມມືລະຫວ່າງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະກົດໝາຍ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ໂຄງການນີ້ແມ່ນພາກສ່ວນຂົງເຂດວຽກງານການພັດທະນາຮ່ວມມືືທີ່ໃຫຍ່ຂຶ້ນລະຫວ່າງສປປ ລາວ ແລະ ລຸກຊຳບວກ. ເລີ່ມຕົ້ນໃນປີ 2017 ໂດຍມີຂໍ້ຕົກລົງ 4 ປີ, ແລະ ໄດ້ຮັບການຂະຫຍາຍໄປຈົນເຖິງປີ 2024. ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລພະຍາຍາມສົ່ງເສີມວັດທະນະທຳທາງກົດໝາຍຢ່າງແທ້ຈິງ ແລະ ສົ່ງເສີມແນວທາງປະຕິບັດທີ່ດີທີ່ສຸດເພື່ອນັກສຶກສາກົດໝາຍ, ບັນດາອາຈານ ແລະ ນັກຄົ້ນຄວ້າວິເຄາະທີ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະເພາະເຈາະຈົງຄະນະນິຕິສາດ ແລະ ລັດຖະສາດ. ເປົ້າໝາຍສຳຄັນທີ່ສຸດແມ່ນເພື່ອສົ່ງເສີມລັດແຫ່ງກົດໝາຍໃນສາທາລະນະລັດ ປະຊາທະປະໄຕ ປະຊາຊົນລາວ (ສປປ ລາວ) ໂດຍການສະໜັບສະໜູນ ແລະ ໃຫ້ຄວາມສຳຄັນທາງສະພາບແວດລ້ອມຂອງການຄົ້ນຄວ້າວິໄຈ ແລະ ການສອນ, ເຊິ່ງເນັ້ນທີ່ການໃຊ້ກົດເກນທາງກົດໝາຍໃຫ້ຖືກຕ້ອງ. ການຕັດສິນໃຈສືບຕໍ່ຂະຫຍາຍໂຄງການແມ່ນພາກສ່ວນຂອງຜົນສຳເລັດ ແລະ ສັກກະຍະພາບຂອງສີ່ປີທຳອິດ. ຜົນສຳເລັດທີ່ໂດດເດັ່ນບາງປະການ ເຊັ່ນວ່າ … Continued