ມະຫາວິທະຍາໄລລຸກຊຳບວກ ໄດ້ປະກອບສ່ວນໃນກອງປະຊຸມປະຈຳປີຂອງ ສະຖາບັນ ILSTA, ວັນທີ 11-13 ກຸມພາ 2020

ພາຍໃຕ້ຂອບການຮ່ວມມືລະຫວ່າງໂຄງການຂອງພວກເຮົາກັບສະຖາບັນ ILSTA, ມະຫາວິທະຍາໄລລຸກຊຳບວກໄດ້ປະກອບສ່ວນໃນກອງປະຊຸມປະຈຳປີຂອງສະຖາບັນ ILSTA ຢູ່ທີ່ນະຄອນຫຼວງວຽງຈັນ ວັນທີ 11-13 ກຸມພາ 2020 ພາຍໃຕ້ຫົວຂໍ້ ອາຊະຍາກຳທີ່ມີການຈັດຕັ້ງ.

ສຈ. ສະເຕຟານ ບຣວມ ໄດ້ນຳສະເໜີບັນຍາຍໃນຫົວຂໍ້ “criminal policy ແລະ ການຫລຸດຜ່ອນການກໍ່ອາຊະຍາກຳ” ແລະ ດຣ. ເພີຣີນ ຊິມອນ ໄດ້ນຳສະເໜີໃນຫົວຂໍ້ “ຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີອາຍາ”.

Photo credit: ILSTA/JPEG Image

ຜູ້ປະສານງານຍັງໄດ້ຈັດການຈຳລອງການໄຕ່ສວນ ດຳເນີນໂດຍ ຮສ. ອາແຊ ຄູດີ ຈາກປະເທດຝຣັ່ງ (ມະຫາວິທະຍາໄລ Rouen), ດຣ. ລໍເຣັ້ນ ຊີຣີ ອະດີດນັກສຶກສາປະລິນຍາເອກ ມະຫາວິທະຍາໄລລຸກຊຳບວກ ແລະ ທ່ານ ແມັກຊ ມູເລີ (ທະນາຍຄວາມ ຈາກປະເທດລຸກຊຳບວກ) ເປັນຜູ້ພິພາກສາ, ໄອຍະການ ແລະ ທະນາຍຝ່າຍຈຳເລີຍ ໃນຄະດີສົມມຸດ ສອງຄະດີ ເຊິ່ງເນັ້ນໜັກເຖິງບົດບາດຂອງຜູ້ເຂົ້າຮ່ວມໃນທີ່ປະຊຸມສານ ວ່າຄວາມຂໍ້ຫາກ່ຽວກັບການຄ້າມະນຸດ ແລະ ການຄ້າຢາເສບຕິດ/ການຟອກເງິນ. “ຜູ້ເຂົ້າຮ່ວມ” ໃນການຈຳລອງ ໄດ້ອີງຂໍ້ໂຕ້ແຍ້ງຂອງຕົນໃສ່ກົດໝາຍລາວ ແລະ ອະທິບາຍການໃຊ້ເຫດຜົນຂອງເຂົາ ໃນຊ່ວງຖາມ-ຕອບ ຫຼັງຈາກການສະແດງການຈຳລອງ.

Photo credit: ILSTA/JPEG Image
Photo credit: ILSTA/JPEG Image

ທ່ານສາມາດເຂົ້າເບິ່ງການຈຳລອງການໄຕ່ສວນດັ່ງກ່າວຕາມລິ້ງຂ້າງລຸ່ມ:

ການຈຳລອງການໄຕ່ສວນ ຄະດີການຟອກເງິນ ແລະ ການຄ້າຢາເສບຕິດ: https://youtu.be/9n229AkvBBw

ການຈຳລອງການໄຕ່ສວນ ຄະດີການຄ້າມະນຸດ: https://youtu.be/OrLoSxu-AFw