ການຝຶກອົບຮົມການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກ ແລະ ວິທີການຈັດການຝຶກອົບຮົມ, ຄັ້ງວັນທີ 23-27 ມັງກອນ 2023

ໃນວັນທີ 23-27 ເດືອນມັງກອນ ປີ 2023, ໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ຈັດການຝຶກອົບຮົມ 5 ມື້ກ່ຽວກັບ ການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກ ແລະ ການຈັດການຝຶກອົບຮົມ, ທີ່ ຄະນະນິຕິສາດ ແລະ ລັດຖະສາດ (FLP), ມະຫາວິທະຍາໄລແຫ່ງຊາດ. ເຊິ່ງເປັນເທື່ອທໍາອິດທີ່ໂຄງການຂອງພວກເຮົາໄດ້ຈັດການຝຶກອົບຮົມການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກແບບເຊິ່ງໜ້າ. ສະມາຊິກຫໍສະໝຸດ ແລະ ອາສາສະໝັກໄອທີທັງ 16 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງນໍາພາໂດຍ ທ່ານນາງJevgenija Sevcova ຈາກໂຄງການ EIFL (Electronic Information for Libraries) ແລະ ທ່ານ ປາດຖະໜາພອນ, ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ, ຮັບໜ້າທີ່ເປັນຜູ້ແປພາສາທັງ 5 ມື້ຂອງການຝຶກອົບຮົມ. ການຝຶກອົບຮົມໄດ້ປະຕິບັດຕາມຫຼັກການ “ການຝຶກອົບຮົມສຳລັບຄູຝຶກ”; ເຊິ່ງເປົ້າໝາຍກໍເພື່ອອໍານວຍຄວາມສະດວກໃຫ້ແກ່ອາສາສະໝັກໄດ້ຝຶກຝົນທັກສະທີ່ກ່ຽວຂ້ອງ ເຊິ່ງຈະເຮັດໃຫ້ຜູ້ເຂົ້າຮ່ວມສາມາດເປັນຜູ້ຝຶກອົບຮົມກ່ຽວກັບການນໍາໃຊ້ຂໍ້ມູນອີເລັກໂຕນິກ ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ. ການຝຶກອົບຮົມຍັງໄດ້ເນັ້ນໃສ່ການຈັດງານຝຶກອົບຮົມກ່ຽວກັບ ການນໍາໃຊ້ຫໍສະໝຸດອີເລັກໂຕນິກ. ອາສາສະໝັກຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ ໄດ້ຮຽນລົງເລິກກ່ຽວກັບການຄົ້ນຫາຂໍ້ມູນເທິງເວັບໄຊຫໍສະໝຸດອີເລັກໂຕນິກ. ການຝຶກອົບຮົມມື້ທໍາອິດຈະເປັນການແນະນໍາຕົວຂອງຜູ້ເຂົ້າຮ່ວມ. ຜູ້ຝຶກອົບຮົມກໍຍັງໄດ້ປະເມີນວິທີການຮຽນຮູ້ຂອງຕົນເອງ … Continued

ງານສຳມະນາກ່ຽວກັບ ກົດໝາຍລະຫວ່າງຊາດພາກບຸກຄົນ, ຄັ້ງວັນທີ 17-19 ມັງກອນ 2023

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລ ລາວ-ລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການຮຽນ-ການສອນ ໃຫ້ກັບມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ລັດຖະສາດ. ໂດຍທາງໂຄງການໄດ້ຈັດງານສຳມະນາຂຶ້ນ 3 ວັນ ເພື່ອແນ່ໃສ່ການສ້າງຄວາມຮັບຮູ້ກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ ເຊິ່ງໄດ້ຈັດຂຶ້ນລະຫວ່າງວັນທີ 17-19 ມັງກອນ 2023  ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບ ສາສະດາຈານ Thomas Mastrullo ຈາກມະຫາວິທະຍາໄລລຸກຊໍາບວກ ໃນການນຳພາການສຳມະນາໃນຄັ້ງນີ້. ລະຫວ່າງຊາດພາກບຸກຄົນ ໂດຍສະເພາະແມ່ນການປຽບທຽບລະຫວ່າງກົດໝາຍຂອງປະເທດຝຣັ່ງ ແລະ ກົດໝາຍປະເທດລາວ, ແລະ ມຸ້ງເນັ້ນໃນການສ້າງຄວາມເຂັ້ມແຂງທັກສະທາງດ້ານການສິດສອນໃຫ້ກັບບັນດາຜູ້ເຂົ້້າຮ່ວມກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ. ໂດຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ຮຽນເຊີນຄະນະອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຂອງມະຫາວິທະຍາໄລແຫ່ງຊາດ, ຄະນະອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ (ສຍຊ). ນອກນັ້ນຍັງມີ ຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມ; ຜູ້ພິພາກສາຈາກສານປະຊາຊົນສູງສຸດ; ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ ກໍໄດ້ໃຫ້ກຽດເຂົ້າຮ່ວມງານສໍາມະນາຂອງພວກເຮົາໃນຄັ້ງນີ້. ໃນພາກເຊົ້າຂອງມື້ທຳອິດງານສຳມະນາໄດ້ສຸມໃສ່ການບັນຍາຍກ່ຽວກັບພາກນຳສະເໜີຂອງກົດໝາຍລະຫວ່າງຊາດພາກບຸກຄົນ ເຊິ່່ງການນຳສະເໜີແມ່ນກ່ຽວຂ້ອງກັບນິຍາມ ແລະ ຫຼັກການຕ່າງໆຂອງກົດໝາຍລະຫວ່າງຊາດພາກບຸກຄົນ. ໃນຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບມຸມມອງທົ່ວໄປກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ ໂດຍສະເພາະແມ່ນກ່ຽວກັບສິດທິພິເສດທາງດ້ານເຂດອໍານາດຂອງສານ, ຂໍ້ກົດໝາຍທີ່ພົວພັນກັບເຂດອໍານາດຂອງສານ … Continued

ການແຂ່ງຂັນສານຈໍາລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ, ຄັ້ງວັນທີ 14 ທັນວາ 2022

ໃນວັນທີ 14 ທັນວາ 2022,  ການເເຂ່ງຂັນສານຈໍາລອງຂອງຄະນະກໍາມາທິການກາແດງສາກົນ ວ່າດ້ວຍກົດໝາຍມະນຸດສະທຳສາກົນລະດັບຊາດໄດ້ໄຂຂຶ້ນ ທີ່ຄະນະນິຕິສາດ ແລະ ລັດຖະສາດ, (ຄນລ) ພິເສດໃນປີນີ້ການແຂ່ງຂັນ ແມ່ນໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລລຸກຊຳບວກ. ໃນການແຂ່ງຂັນປີນີ້,  ທີມຜູ້ແຂ່ງຂັນ 3 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍໄອຍະການ ແລະ ຝ່າຍຈຳເລີຍເພື່ອໂຕແຍ່ງກັນ. ເຊັ່ນດຽວກັນກັບຫຼາຍໆປິທີິ່ຜ່ານມາການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນທີມຜູ້ເຂົ້າແຂ່ງຂັນໄດ້ຈຳລອງການວ່າຄວາມຕໍ່ໜ້າສານອາຍາສາກົນ (ICC). ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບລະດັບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ດຣ. ປະພາວາດີ ທາໂນດົມເດດ (ອາຈານມາຈາກມະຫາວິທະຍາໄລຈຸລາລົງກອນ), ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ) ແລະ ທ່ານ ພັນທະສັກ ມິງນະຄອນ (ອາຈານມາຈາກ ຄະນະນິຕິສາດ ແລະ ລັດຖະສາດ, ມຊ). ໂດຍສະເພາະປີນີ້,  ການແຂ່ງຂັນໃນຮອບລະດັບຊາດແມ່ນໄດ້ຮັບການສະໜັບສະໜຸນທາງດ້ານທຶນຮອນ ແລະ ທາງດ້ານວິຊາການ ຈາກມະຫາວິທະຍາໄລລຸກຊໍາບວກ ເນື່ອງຈາກຄະນະກຳມາທິການກຳແດງສາກົນປະຈຳລາວ ແມ່ນໄດ້ປະເຊີນກັບບັນຫາການຂາດແຄນພະນັກງານ. ຜູ້ເຂົ້າຮ່ວມແຂ່ງຂັນທຸກຄົນທຸກຄົນໄດ້ຮັບການຝຶກອົບຮົມໃຫ້ໂດຍ ດຣ.ເພີຣີນ ຊິມອນ … Continued

ພິທີມອບຮັບ ຄູ່ມືແນະນຳກ່ຽວກັບວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ

ພາຍໃຕ້ຂົງເຂດການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊຳບວກ, ການພັດທະນາຫໍສະໝຸດຂອງ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຂອງມະຫາວິທະຍາໄໄລແຫ່ງຊາດ (ມຊ) ແມ່ນໄດ້ຮັບຄວາມສຳຄັນຄຽງຄູ່ກັບການພັດທະນາທາງການຄົ້ນຄ້ວາວິໄຈ. ໃນວັນທີ 9 ທັນວາ, ພິທີມອບຮັບປຶ້ມ “ວິທີການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ” ໄດ້ຈັດຂຶ້ນຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ພິທີມອບຮັບດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍ ຮ.ສ. ວຽງວິໄລ ທ່ຽງຈັນໄຊ (ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ), ດຣ ສົມເດດ ແກ້ວວົງສັກ, ທ່ານ ບຸນຄົງ ເພັດດາວຮຸ່ງ, ທ່ານ ນາງ ທັດສະນາລອນ ສີສຸນົນ (ຮອງອະທິການບໍດີ ຄະນະນິຕິສາດ ແລະ ລັດຖະສາດ), ດຣ ໂລນ ລິນຮູດ ( ຫົວໜ້າທີ່ປຶກສາທາງດ້ານວິຊາການຂອງໂຄງການ ລາວ/ 031) ແລະ ດຣ ເພີຣິນ ສີມອນ (ຜູ້ປະສານງານໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ), ພ້ອມນັ້ນກໍຍັງມີອາຈານທ່ານອື່ນໆກໍໃຫ້ກຽດເຂົ້າຮ່ວມ. ປຶ້ມຄູ່ມືຫຼາຍກ່ວາ 1000ຫົວ … Continued

ການຢ້ຽມຢາມ ສ.ປ.ປ ລາວ ຂອງຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ

ໃນວັນທີ 21-24 ມິຖຸນາ 2022, ສາສະດາຈານ ສະເຕຟານ ບຣວມ ຫົວໜ້າໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ເດີນທາມງມາຢ້ຽມຢາມ ສ.ປ.ປ ລາວ ພາຍຫຼັງການຜ່ອນຄາຍຂໍ້ຈໍາກັດທາງດ້ານການເດີນທາງເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19. ການມາຢ້ຽມຢາມຂອງລາວແມ່ນໄດ້ເລີ່ມຕົ້ນກັບການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງ,  ເຊິ່ງການປະຊຸມດັ່ງກ່າວແມ່ນໄດ້ຈັດແບບເຊິງໜ້າເປັນຄັ້ງທໍາອິດໃນຮອບ 2 ປີຢູ່ທີ່ຄະນະນິຕິສາດ ແລະ ລັັດຖະສາດ ໃນວັນພຸດ 22 ມິຖຸນາທີ່ຜ່ານມາ. ການປະຊຸມຄະນະກຳມະການຜູ້ບໍລິຫານລະດັບສູງແມ່ນໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແຊມ ໄຊເນີຣ (ອຸປະທູດປະຈຳສະຖານທູດ ລຸກຊໍາບວກໃນ ສ.ປ.ປ ລາວ), ທ່ານ ເອນິກາ ບຣັກ (ຜູ້ຮັບຜິດຊອບພາກພື້ນອາຊີ, ກະຊວງການຕ່າງປະເທດ ແລະ ກົມເອີຣົບ ແລະ ຄູ່ຮ່ວມມືຂອງປະເທດລຸກຊໍາບວກໂດຍສະເພາະແມ່ນ LuxDev ແລະ ILSTA). ການປະຊຸມແມ່ນເນັ້ນໜັກເວົ້າເຖິງຜົນສໍາເລັດຂອງໂຄງການໃນໄລຍະທີ 2 ແລະ ກໍຍັງໄດ້ໂອລົມສົນທະນາກັນກ່ຽວກັບການວາງແຜນຂອງໂຄງການ ແລະ ທຶນທີ່ຈະນຳໃຊ້ເຂົ້າໃນໂຄງການໃນປີ 2022. ໃນວັນທີ 23 ມິຖຸນາ, ສາສະດາຈານ ສະເຕຟານ, ດຣ ເພີລິນ … Continued