ການແຂ່ງຂັນສານຈຳລອງ ຂອງອົງການກາແດງສາກົນ, ແຂ່ງຂັນລະດັບປິເທດ, ວັນທີ 20-21 ພະຈິກ 2019

ໃນວັນທີ 20-21 ເດືອນພະຈິກ 2019, ການແຂ່ງຂັນສານຈຳລອງລະດັບປະເທດ ກ່ຽວກັບກົດໝາຍມະນຸດສະທຳສາກົນ ໂດຍອົງການກາແດງສາກົນ ໄດ້ຖືກຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.  

ຜູ້ເຂົ້າແຂ່ງຂັນລວມມີທັງໝົດ 6 ທີມ ປະກອບດ້ວຍນັກສຶກສາ 2 ຄົນຕໍ່ທີມ ເຊິ່ງໄດ້ສະແດງບົດບາດການເປັນທະນາຍຄວາມ ຫຼື ໄອຍະການ ໃຫ້ແກ່ ຝ່າຍຈຳເລີຍ ແລະ ໂຈດ ໃນການວ່າຄວາມຄະດີສົມມຸດ ຕໍ່ໜ້າສານອາຍາສາກົນ.

ການແຂ່ງຂັນສານຈຳລອງຂອງອົງການກາແດງສາກົນນີ້ ເປັນໂອກາດທີ່ດີຫຼາຍໃຫ້ແກ່ນັກສຶກສາໃນການຝຶກທັກສະ ການຄົ້ນຄິດທາງດ້ານກົດໝາຍ  ໂດຍການອ້າງເຫດຜົນ ແລະ ຮຽນຮູ້ວິທີການຍົກຂໍ້ໂຕ້ແຍ້ງຂອງຕົນຢ່າງເໝາະສົມ  ພ້ອມທັງໄດ້ພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດນຳອີກດ້ວຍ! 

ທີມຜູ້ເຂົ້າແຂ່ງຂັນທັງໝົດນີ້ ໄດ້ຜ່ານການເຝິກຊ້ອມກັບ ດຣ. ເພີຣີນ ຊິມອນ ຈາກມະຫາວິທະຍາໄລລຸກຊຳບວກ. ດຣ. ລໍເຣັ້ນ ຊີຣີ ແລະ ຄະນະກຳມະການກາແດງສາກົນປະຈຳບາງກອກ.

ຂໍສະແດງຄວາມຍິນດີກັບຜູ້ເຂົ້າຮ່ວມແຂ່ງຂັນໝົດທຸກຄົນ ໂດຍສະເພາະ ທີມຊະນະເລີດ ໄດ້ແກ່ ນາງ ລຸ້ງລາວັນ ວົງໄຊ ແລະ ທ້າວ ສຸກສະຫວັນ ວົງທອງຈິດ ທີ່ຈະໄດ້ເດີນທາງໄປແຂ່ງຂັນໃນຮອບສາກົນ ໃນເດືອນ ມີນາ 2020!