ການເຝິກຊ້ອມການແຂ່ງສານຈຳລອງ ຄັ້ງທຳອິດ, ວັນທີ 5-9 ພະຈິກ 2018

ເປັນຄັ້ງທຳອິດທີ່ມະຫາວິທະຍາໄລລຸກຊໍາບວກໄດ້ຈັດ ຫຼັກສູດກຽມສານຈໍາລອງ ທີ່ນຳໂດຍ ດຣ. ລໍເຣັ້ນ ຊີຣີ ທີ່ເປັນຜູ້ຊ່ຽວຊານກ່ຽວກັບການແຂ່ງຂັນສານຈຳລອງ. ດຣ. ລໍເຣັ້ນ ໄດ້ດຳເນີນຫຼັກສູດດັ່ງກ່າວ ເປັນເວລາຫ້າມື້ ໃຫ້ແກ່ນ້ອງນັກສຶກສາຜູ້ທີ່ຈະເຂົ້າແຂ່ງຂັນ “ສານຈໍາລອງອາຊີປາຊີຟິກວ່າດ້ວຍກົດໝາຍມະນຸດສະທໍາສາກົນ”.

ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອາຈານສອນທີ່ University College Cork ປະເທດອຽກລັງ ແລະ ເປັນອະດີດນັກຄົ້ນຄວ້າທີ່ມະຫາວິທະຍາໄລລຸກຊຳບວກ ໄດ້ມາທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ທີ່ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກ. ທ່ານຍັງເປັນອະດີດຄູເຝິກໃຫ້ນັກສຶກສາທີ່ມະຫາວິທະຍາໄລລຸກຊຳບວກທີ່ຈະເຂົ້າຮ່ວມແຂ່ງຂັນສານຈຳລອງ JESSUP Moot ແລະ ທັງເປັນອະດີດທະນາຍຄວາມຝ່າຍຈຳເລີຍໃນຄະດີອາຍາ.

ດຣ. ລໍເຣັ້ນ ຊີຣີ ຍັງໄດ້ໃຫ້ການບັນຍາຍແບບເປີດກວ້າງໃນຫົວຂໍ້ “ໂຄງຮ່າງການຈັດຕັ້ງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ” ໃຫ້ແກ່ນັກສຶກສາ ແລະ ອາຈານທີ່ ຄນລ ຫຼາຍກວ່າ 100 ຄົນ ພາຍໃຕ້ຂອບການຮ່ວມມືຂອງໂຄງການຂອງພວກເຮົາກັບສະຖາບັນ ILSTA (ບົດບັນຍາຍແບບເປີດກວ້າງຂອງ ILSTA ຈັດທີ່ ຄນລ).