[smartslider3 slider=”24″]

ເປົ້າໝາຍຂອງພວກເຮົາ

ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.

ການສຶກສາກົດໝາຍ

ການຖ່າຍທອດຄວາມຮູ້ທາງກົດໝາຍ

ການວິໄຈທາງກົດໝາຍ

ການສ້າງຄວາມຮູ້ທາງກົດໝາຍ

ການເຂົ້າເຖິງຄວາມຮູ້

ການເຜີຍແຜ່ຄວາມຮູ້ທາງກົດໝາຍ

ກິດຈະກຳໄວໆນີ້

Mon
Tue
Wed
Thu
Fri
Sat
Sun
M
T
W
T
F
S
S
30
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
1
2
3

ຂ່າວຫຼ້າສຸດ

ໂຄງການໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ຂອງຣາຊະອານາຈັກ ລຸກຊຳບວກ,  ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການດ້ານມະນຸດສະທຳ.

ພາຍໃຕ້ກອບການເຮັດວຽກຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ການພັດທະນາເສີມສ້າງຄວາມອາດສາມາດໃຫ້ແກ່ ພະນັກງານຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຖືກວ່າເປັນບູລິມະສິດທີ່ຄຽງູຸຄູ່ກັນກັບການສ້າງ E-library.

ໃນນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ໄດ້ຮ່ວມມືກັບ ອົງການຂໍ້ມູນຂ່າວສານອີເລັກໂຕຣນິກສຳລັບຫໍສະໝຸດ ໃນປະເທດໄທ ຫຼື EIFL-Thailand ເພື່ອສະໜັບສະໜຸນການເສີມສ້າງຂີດຄວາມອາດສາມາດຂອງພະນັກງານຫໍສະໝຸດ/ບັນນາຮັກຂອງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ຄນລ, ມຊ). ການຝຶກອົມຮົມແມ່ນຖືກຈັດຢູ່ພາຍໃນຫໍສະໝຸດ ຄນລ ຕັ້ງແຕ່ວັນທີ 24 ເມສາ – 19 ພຶດສະພາ 2023. ຈຸດປະສົງໃນການປະສານສົມທົບ ກັບທາງ EIFL ປະເທດໄທນີ້ກໍແມ່ນເພື່ອ ຫັນປ່ຽນຫໍສະໝຸດ ຄນລ ໃຫ້ກາຍເປັນຫໍສະໝຸດທີ່ມີໃຊ້ສອຍສິ່ງອຳນວຍຄວາມສະດວກໄດ້ຢ່າງຄົບຖ້ວນ ພ້ອມທັງມີບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ. 

ການຝຶກອົບຮົມທັງ 4 ອາທິດນີ້ແມ່ນນຳພາໂດຍ ຊ່ຽວຊານທີ່ຈັດຫາມາໂດຍ EIFL ໄດ້ແກ່ ທ່ານ ນາງ ສຸຣາຊະວະດີ ດິດສະກຸນ ແລະ ທ່ານ ນາງ ສົມປອງ ອຸດົມເດດ, ເຊິ່ງແມ່ນຜູ້ຊ່ຽວຊານທີ່ມີປະສົບການມາຢ່າງຍາວນານ ໃນການເຮັດວຽກຢູ່ຫໍສະໝຸດທາງວິຊາການ. ການຝຶກອົມຮົມແມ່ນສຸມໃສ່ພະນັກງານຫໍສະໝຸດຂອງ ຄນລ ໂດຍສະເພາະ ອັນປະກອບມີ ທ່ານ ເຂິງຄຳ ສີຫາລາດ (ຫົວໜ້າຫໍສະໝຸດ), ທ່ານ ນາງ ສີເມືອງ ສີວົງດາວ (ຮອງຫົວໜ້າຫໍສະໝຸດ), ທ່ານ ສັງຄອນ ນິຍົມຄຳ (ຫົວໜ້າໜ່ວຍງານ IT), ທ່ານ ນາງ ຄໍາພູທອນ ເພັງພະຈັນ, ທ່ານ ນາງ ສີຣີໄຊ ສຸລິຍະວົງສາ ແລະ ທ່ານ ນາງ ສົມພຽນ ວັນປະເສີດ. ຈຸດປະສົງຫຼັກອີກອັນໜຶ່ງຂອງການຝຶກອົບຮົມນີ້ແມ່ນເພື່ອພັດທະນາການບໍລິຫານຈັດການຫໍສະໝຸດ ໂດຍສະເພາະ, ການລົງທະບຽນປຶ້ມທີ່ເໝາະສົມ, ແລະ ການຈັດເຄຕາລ໋ອກ​/ໝວດໝຸ່ປຶ້ມ ຕໍ່ເນື່ອງຈາກການທີ່ໂຄງການໄດ້ມອບປຶ້ມໃຫ້ແກ່ທາງ ຫໍສະໝຸດ ຄນລ ນອກຈາກນີ້ຈຶ່ງປະສົງກໍຍັງແມ່ນການໃຫ້ໝັ້ນໃຈເຖິງ ການເຂົ້າເຖິງເຄື່ອງມືຕ່າງໆ ແລະ ປັບປຸງສະພາບແວດແລ້ວຂອງ ຫໍສະໝຸດ. 

ໃນອາທິດທຳອິດຂອງການຝຶກອົບຮົມ, ຊ່ຽວຊານໄທ ແລະ ບັນນາຮັກຂອງ ຄນລ ໄດ້ປະສານສົມທົບ ແລກປ່ຽນ ແລະ ສະເໜີແນວຄວາມຄິດໃນການພັດທະນາຫໍສະໝຸດ ຄນລ ໃຫ້ດີຂຶ້ນ. ຈຸດສຸດທຳອິດ ແມ່ນການລະບຸເຖິງບັນຫາທີ່ຕ້ອງຮີບແກ້ໄຂຢ່າງຮີບດ່ວນ. ຊ່ຽວຊານ EIFL ໄດ້ສາຍວີດີໂອ ແລະ ນຳສະເໜີຫໍສະໝຸດ 4 ແຫ່ງໄດ້ແກ່: ຫໍສະໝຸດທຳມະສາດ, ຫໍສະໝຸດຈຸລາລົງກອນ, ຫໍສະໝຸດກຸງເທບ ແລະ ຫໍສະໝຸດ Orchard ສິງກະໂປ ເພື່ອສະແດງໃຫ້ພະນັກງານຫໍສະໝຸດຂອງ ຄນລ ເບິ່ງເປັນຕົວຢ່າງ ແລະ ສ້າງແຮງບັນດານໃຈແກ່ພະນັກງານຂອງ ຄນລ ໃນການປັບປຸງພັດທະນາຫໍສະໝຸດຂອງຕົນ. ໃນອາທິດນີ້ເອງ ທາງຊ່ຽວຊານ ແລະ ພະນັກງານຫໍສະໝຸດຂອງ ຄນລ ໄດ້ມີໂອກາດໄປຢ້ຽມຢາມສະໝຸດສອງແຫ່ງ ໄດ້ແກ່ ຫໍສະໝຸດກາງ ມຊ ແລະ ຫໍສະໝຸດແຫ່ງຊາດ. ການຢ້ຽມຢາມດັ່ງກ່າວແມ່ນນຳພາໂດຍ ທ່ານ ນາງ Paulina Baschton (ຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ), ຊ່ຽວຊານໄທ 2 ທ່ານ, ທ່ານ ປາດຖະໜາພອນ ນາມມະລາດ (ຜູ້ຊ່ວຍໂຄງການ) ແລະ ບັນນາຮັກຂອງ ຄນລ 5 ທ່ານ ໂດຍທາງທີມງານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຫໍສະໝຸດທັງສອງແຫ່ງ. ໃນມື້ສຸດທ້າຍຂອງອາທິດ ພາຍຫຼັງການໄປຢ້ຽມຢາມ ທາງຊ່ຽວຊານ ໄດ້ໃຫ້ພະນັກງານຂອງ ຄນລ ແບ່ງປັນບົດຮຽນ ແລະ ແນວຄວາມຄິດທີ່ພວກເຂົາໄດ້ຮັບ ແລະ ມີການແລກປ່ຽນກັບຊ່ຽວຊານເຖິງວິທີການປັບໃຊ້ບົດຮຽນທີ່ໄດ້ຮຽນມາ ເຂົ້າກັບການພັດທະນາຫໍສະໝຸດ ຄນລ. 

ໃນອາທິດທີສອງ, ພະນັກງານຫໍສະໝຸດຂອງ ຄນລ ໄດ້ຈັດການຝຶກອົບຮົມພາຍໃນ ໃນການນຳໃຊ້ ‘‘Canva’’, ເຊິ່ງນໍາພາການຝຶກອົບຮົມໂດຍ ທ່ານ ສັງຄອນ ນິຍົມຄຳ, ຫົວໜ້າໜ່ວຍງານ IT. ກິດຈະກໍາດັ່ງກ່າວນີ້ກໍແມ່ນເພື່ອໃຫ້ພະນັກງານຫໍສະໝຸດທີທັກສະ ແລະ ຄວາມສາມາດໃນການສ້າງສື່ປະສາສຳພັນດ້ວຍຕົນເອງ. ນອກຈາກນີ້, ໃນອາທິດດຽວກັນ ຊ່ຽວຊານໄດ້ສຶກສາແບບສອບຖາມຜູ້ນຳໃຊ້ຫໍສະໝຸດທີ່ຖືກເຮັດໄວ້ໃນປີ 2022 ເພື່ອວິເຄາະຄຳຄິດເຫັນຂອງ ນັກສຶກສາທີ່ນຳໃຊ້ຫໍສະໝຸດຕົວຈິງ. ໂດຍ ຫຼັງຈາກການສຶກສາ ຊ່ຽວຊານກໍໄດ້ແນະນຳວິທີການແກ້ໄຂບັນຫາຕ່າງໆ ໂດຍອີງຕາມຄຳເຫັນທີ່ນັກສຶກສາໄດ້ປະກອບເຂົ້າໃນແບບສອບຖາມ. ຄວາມຄືບໜ້າໃນອາທິດນີ້ກໍຄືການປ່ຽນກະດານຈອງຫ້ອງປະຊຸມຂອງຫໍສະໝຸດ ດ້ວຍໜ້າຈໍຄອມ ແລະ ການຈັດພູມມິທັດຂອງ ຫໍສະໝຸດຄືນໃໝ່ ໂດຍການຍ້າຍໂຕະຕັ່ງຫວາຍ. 

ໃນອາທິດທີສາມ ການຝຶກອົມຮົບແມ່ນເປັນລັກສະນະການລົງມືປະຕິບັດຕາມຄຳແນະນຳຂອງຊ່ຽວຊານ. ໂດຍມີຫຼາຍໆໜ້າວຽກທີ່ຖືກປັບປຸງໃຫ້ດີຂຶ້ນໃນອາທິດນີ້ ບໍ່ວ່າຈະເປັນຕູ້ໃສ່ເກີບໜ້າທາງເຂົ້າຫໍສະໝຸດ, ປຶ້ມເກົ່າໄດ້ຖືກຍ້າຍ ແລະຈັດແຈງພື້ນທີ່ໃໝ່ສຳລັບວາລະສານ ແລະ ໜັງສືຕ່າງປະເທດ ເຊິ່ງຈະເປັນປະໂຫຍດແກ່ການຄົ້ນຄວ້າຂອງນັກສຶກສາ, ແລະ ອີກບັນຫາໜຶ່ງທີ່ສຳຄັນ, ໂດຍອີງຕາມຕາຕະລາງການເຮັດວຽກແບບໝຸນວຽນຂອງຊ່ຽວຊານ ທາງພະນັກງານຫໍສະໝຸດໄດ້ຈັດພະນັກງານປະຈຳທີ່ຫ້ອງວິທະຍານິພົນ ເພື່ອສະໜອງຂໍ້ມຸນໃຫ້ນັກສຶກສາ. 

ໃນອາທິດສຸດທ້າຍຂອງການຝຶກອົມຮົມ, ຊ່ຽວຊານໄດ້ຈັດການບັນຍາຍກ່ຽວກັບສອງຫົວຂໍ້ໃນການເສິມສ້າງຄວາມອາດສາມາດ ອັນໄດ້ແກ່ ການບໍລິຫານຈັດການບຸກຄະລາກອນ ແລະ ທັກສະໃນການໃຫ້ບໍລິການ. ຊ່ຽວຊານເຊິ່ງວ່າ ຫົວຂໍ້ທັງສອງຢ່າງນີ້ຈະເປັນປະໂຫຍດໃຫ້ແກ່ພະນັກງານຂອງ ຄນລ ທັງ hard ແລະ soft skills. ໃນນີ້ ຊ່ຽວຊານໄດ້ຮ່າງຕົວຢ່າງ ຕາຕະລາງໜ້າວຽກ ສຳລັບການບໍລິຫານວຽກຢູ່ໃນ ຫໍສະໝຸດ. ໂດຍລະອຽດແມ່ນໄດ້ແບ່ງປັນກັບ ທ່ານ ນາງ ສີມເມືອງ ສີວົງດາວ, ຮອງຫົວໜ້າຫໍສະໝຸດແລ້ວ, ນອກຈາກນີ້ຊ່ຽວຊານຍັງກຽມຕົວຢ່າງສຳລັບ ຕາຕະລາງການລົງທະບຽນວາລະສານ, ແລະ ວິທະຍານິພົນ ນອກຈາກນີ້ກໍຍັງມີຕົວຢ່າງຕາຕະລາງການໝຸນວຽນວຽກ. 

ໃນມື້ສຸດທ້າຍຂອງການຝຶກອົບຮົມ, ທາງຊ່ຽວຊານໄດ້ນຳສະເໜີຜົນສຳລັບຕະຫຼອດໄລຍະ 4 ອາທິດຂອງການຝຶກອົບຮົມແລະ ຂໍ້ແນະນຳເພີ່ມຕື່ມສຳລັບການພັດທະນາກໍສະໝຸດ. ໂດຍຄຳແນະນຳບາງສ່ວນປະກອບມີ ການພັດທະນາການບໍລິການ ເພື່ອໃຫ້ໄດ້ຮັບຄຳເຫັນທາງບວກຈາກທາງນັກສຶກສາເພື່ມຂຶ້ນ, ຮີບດ່ວນແກ້ໄຂບັນຫາຄຳເຫັນດ້ານລົບຈາກນັກສຶກສາ, ແລະ ສົ່ງເສີມໃຫ້ນັກສຶກສາໃຊ້ E-library ເພີ່ມຂຶ້ນ. ຫົວໜ້າຫໍສະໝຸດຂອງ ຄນລ ກໍໄດ້ນໍາສະໜີໂດຍຫຍໍ້ກ່ຽວກັບ ຜົນລັບທີ່ເປັນທີ່ພຶງພໍໃຈຂອງພະນັກງານຫໍສະໝຸດທຸກໆຄົນ. ພວກເຂົາສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາໃນການທີ່ຈະສືບຕໍ່ນຳບົດຮຽນທີ່ໄດ້ຮຽນຮູ້ ມາປັບໃຊ້ໃນການພັດທະນາຫໍສະໝຸດໃນອະນາຄົດ. 

ການຝຶກອົບຮົມໃຫ້ແກ່ພະນັກງານຫໍສະໝຸດນີ້ ໄດ້ສ້າງຜົນປະໂຫຍດອັນດີແຫ່ງຫໍສະໝຸດ ຄນລ ຢ່າງແທ້ຈິງ. ມັນໄດ້ຊ່ວຍເພີ່ມພູນຄວາມຮູ້ໃຫ້ແກ່ທາງພະນັກງານຫໍສະໝຸດ ໂດຍສະເພາະກ່ຽວກັບດ້ານບັນດາຮັກ. ທາງໂຄງການເຫັນໄດ້ເຖິງຄວາມສຳເລັດຂອງການຝຶກອົບຮົມດັ່ງກ່າວ, ແລະ ຈະສືບຕໍ່ສະໜັບສະໜຸນພະນັກງານຫໍສະໝຸດ ແລະ ສະໜອງເຄື່ອງທີ່ຈຳເປັນໃຫ້ແກ່ຫໍສະໝຸດ. ສິ່ງເຫຼົ່ານີ້ຈະຊ່ວຍເສີມປະສິດຕິພາບຂອງ ຫໍສະໝຸດ ຄນລ ແລະ ສ້າງໃຫ້ມັນເປັນສະຖານທີ່ທີ່ທັນສະໄໝ ແລະ ມີຄວາມກ້າວໜ້າ. 

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນທັກສະທາງການສອນ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດລາວ. ໃນໂອກາດດັ່ງກ່າວ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ໃຫ້ກຽດເຊີນ ສາສະດາຈານ ດຣ. André Prüm ມາເປັນຜູ້ບັນຍາຍໃນການສໍາມະນາ.

ຈຸດປະສົງຫຼັກໃນການຈັດງານສໍາມະນາ 3 ວັນໃນຄັ້ງນີ້ ແມ່ນເພື່ອແນະນໍາຜູ້ເຂົ້າຮ່ວມກ່ຽວກັບຫຼັກການຂອງກົດໝາຍການເຮັດສັນຍາ ແລະ ໂດຍສະເພາະແມ່ນການສຶກສາກ່ຽວກັບ “ປະມວນກົດໝາຍແພ່ງສະບັບໃໝ່ຂອງລາວ ກັບ ການປະຕິບັດໃນສາກົນ”. ງານສໍາມະນາແມ່ນໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2023 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດໃນນະຄອນຫຼວງວຽງຈັນ.

ງານສໍາມະນາໄດ້ມຸ່ງເນັ້ນໃສ່ນິຍາມຂອງສັນຍາ ທີ່ໄດ້ມາຈາກການຕີຄວາມໝາຍຂອງກົດໝາຍພາຍໃນ ແລະ ສາກົນ, ຄວາມເປັນອິດສະຫຼະ ແລະ ຜົນບັງຄັບຂອງສັນຍາ, ເງື່ອນໄຂຂອງສັນຍາທີ່ສາມາດນໍາໃຊ້ໄດ້, ແລະ ການປະຕິບັດສັນຍາ. ໂດຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ຮຽນເຊີນຄະນະອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ (ສຍຊ) ຢູ່ໃນນະຄອນຫຼວງວຽງຈັນ, ແລະ ຍັງມີຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ.

ມື້ທຳອິດຂອງງານສໍາມະນາ ແມ່ນເລີ່ມຈາກການໃຫ້ກຽດກ່າວເປີດພິທີ ແລະ ການຕ້ອນຮັບຢ່າງອົບອຸ່ນໂດຍ ຮອງສາສະດາຈານ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຂອງຄະນະນິຕິສາດ ແລະ ລັດຖະສາດ. ງານສໍາມະນາໃນຊ່ວງເຊົ້າແມ່ນເລີ່ມຈາກການສຸມໃສ່ການແນະນໍາໂຕຂອງບັນດາຜູ້ເຂົ້າຮ່ວມ ເພື່ອເຮັດໃຫ້ສາສະດາຈານ ດຣ. Prüm ໄດ້ຮູ້ຈັກປະຫວັດຄວາມເປັນມາຂອງຜູ້ເຂົ້າຮ່ວມແຕ່ລະທ່ານ, ຫຼັງຈາກນັ້ນ ສາສະດາຈານ ດຣ. Prüm ໄດ້ເລີ່ມການບັນຍາຍໂດຍການກ່າວເຖິງຄວາມແຕກຕ່າງທາງດ້ານປະເພນີທາງກົດໝາຍ, ໂດຍສະເພາະແມ່ນການປຽບທຽບຄວາມແຕກຕ່າງລະຫວ່າງ ຮູບແບບລະບົບກົດໝາຍລາຍລັກອັກສອນ ແລະ ກົດໝາຍປະເພນີສານ. ໃນຊ່ວງຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບລັກສະນະຂອງຂໍ້ຜູ້ມັດຂອງສັນຍາ ແລະ ໄດ້ຮຽນຮູ້ໂດຍການປຽບທຽບມາດຕາທີ່ມີຄວາມສະເພາະ ລະຫວ່າງຫຼັກການຂອງສັນຍາການຄ້າສາກົນ UNIDROIT (2016) ແລະ ປະມວນກົດໝາຍແພ່ງສະບັບໃໝ່ຂອງ ສປປ ລາວ.

ມື້ໃນມື້ທີສອງຂອງການສຳມະນາ ແມ່ນມຸ່ງເນັ້ນໃສ່ການທົບທວນບົດຮຽນທີ່ໄດ້ຮຽນຜ່ານມາ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຖາມຄຳຖາມກ່ຽວກັບບົດຮຽນທີ່ໄດ້ຮຽນຜ່ານມາກັບ ສາສະດາຈານ ດຣ. Prüm ເຊິ່ງເປັນການເປີດບົດສົນທະນາຢ່າງຟົດຟື້ນກ່ຽວກັບ ການຈັດຕັ້ງປະຕິບັດປະມວນກົດໝາຍແພ່ງສະບັບໃໝ່ຂອງ ສປປ ລາວ, ການສົນທະນາຍັງໄດ້ເນັ້ນໃສ່ຄວາມແຕກຕ່າງລະຫວ່າງປະເພນີທາງດ້ານກົດໝາຍລາຍລັກອັກສອນ ແລະ ກົດໝາຍປະເພນີສານອີກດ້ວຍ.

ໃນຊ່ວງຕອນບ່າຍຂອງມື້ທີສອງ, ນັກສຶກສາຈາກ ຄນລ ໄດ້ຖືກເຊີນເຂົ້າຮ່ວມການບັນຍາຍແບບເປີດ ພາຍໃຕ້ຫົວຂໍ້ “ອະນຸຍາໂຕຕຸລາການລະຫວ່າງນັກລົງທຶນ-ລັດ” ຫົວຂໍ້ດັ່ງກ່າວໄດ້ເຮັດໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບຄວາມເປັນມາ ແລະ ການພັດທະນາຂອງອະນຸຍາໂຕຕຸລາການຫວ່າງນັກລົງທຶນ-ລັດຫຼາຍຂຶ້ນ ແລະ ໄດ້ຮຽນຮູ້ສັນຍາສາກົນອີກຫຼາຍໆສະບັບໂດຍສະເພາະແມ່ນ ອະນຸສັນຍານີວຢອກ ແລະ ສູນລະຫວ່າງປະເທດເພື່ອການລະງັບຂໍ້ພິພາກທາງການລົງທຶນ (ອະນຸສັນຍາ ICSID). ເປັນຄັ້ງທໍາອິດທີ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບກົດໝາຍການສົ່ງເສີມການລົງທຶນໃນ ສປປ ລາວ. ຫຼັງຈາກນັ້ນ ສາສະດາຈານ ດຣ. Prüm ໄດ້ອະທິບາຍກ່ຽວກັບຄວາມຈໍາເປັນຂອງອະນຸຍາໂຕຕຸລາການລະຫວ່າງນັກລົງທຶນ-ລັດ ແລະ ອົງການອື່ນໆທີ່ສາມາດໃຫ້ການຊ່ວຍເຫຼືອນັກລົງທຶນໄດ້. ທ່ານໄດ້ອະທິບາຍອົງການຊ່ວຍເຫຼືອອື່ນໆສໍາລັບນັກລົງທຶນ ໃນກໍລະນີທີ່ສົນທິສັນຍາການລົງທຶນບໍ່ສາມາດນໍາໃຊ້ໄດ້ ແລະ ໃນກໍລະນີອື່ນໆໃນເວລາທີ່ສົນທິສັນຍາໄດ້ຖືກລົງນາມແລ້ວ. ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບສົນທິສັນຍາທີ່ກ່ຽວຂ້ອງທີ່ ສປປ ລາວໄດ້ລົງນາມແລ້ວ ແລະ ໄດ້ຮຽນຮູ້ກ່ຽວກັບບາງກໍລະນີທີ່ໄດ້ຖືກນໍາຂຶ້ນສູ່ອະນຸຍາໂຕຕຸລາການທີ່ຢູ່ພາຍໃຕ້ສົນທິສັນຍາສາກົນ. ການບັນຍາຍຈົບລົງໂດຍການຖາມຄໍາຖາມທີ່ສໍາຄັນ ກ່ຽວກັບກົດໝາຍອະນຸຍາໂຕຕຸລາການທີ່ຈະສາມາດໃຊ້ດຶງດູດ ແລະ ປົກປ້ອງການລົງທຶນຈາກຕ່າງປະເທດ.

ໃນມື້ສຸດທ້າຍຂອງງານສໍາມະນາ, ຜູ້ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ເພີ່ມຕື່ມກ່ຽວກັບການສະເໜີ ແລະ ການຕອບຮັບສັນຍາ, ການເປັນໂມຄະ ແລະ ສັນຍາທີ່ເປັນໂມຄະ ແລະ ຜົນຂອງການບໍ່ປະຕິບັດສັນຍາ. ໃນຊ່ວງທ້າຍຂອງການສໍາມະນາ, ຜູ້ເຂົ້າຮ່ວມໄດ້ຮັບໃບຍັ້ງຢືນການເຂົ້າຮ່ວມງານ ໂດຍການໃຫ້ກຽດມອບໂດຍ ສາສະດາຈານ ດຣ. Prüm.

ພວກເຮົາຂໍສະແດງຄວາມຍິນດີ ກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມງານແຂ່ງຂັນສານຈໍາລອງຄັ້ງທີ 21 ວ່າດ້ວຍກົດໝາຍມະນຸດສະທຳສາກົນໃນປີ 2023 ທີ່ໄດ້ຈັດຂຶ້ນທີ່ຮົງກົງ ໃນລະຫວ່າງວັນທີ 8-11 ມີນາ 2023. ເຊິ່ງການແຂ່ງຂັນແມ່ນໄດ້ຈັດແບບເຊິ່ງໜ້າ, ຫຼັງຈາກຂໍ້ຈໍາກັດຈາກສະຖານະການຂອງການແພ່ລະບາດຂອງພະຍາດໂຄວິດ 19. ການແຂ່ງຂັນແມ່ນໄດ້ຮວບຮວມເອົາບັນດານັກສຶກສາກົດໝາຍຈາກມະຫາວິທະຍາໄລຕ່າງໆໃນພາກພື້ນອາຊີ-ປາຊິຟິກມາເຂົ້າຮ່ວມ. ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມການແຂ່ງຂັນຮອບສາກົນໃນຄັ້ງນີ້! ໂດຍ ດຣ ເພີຣິນ ຊິມອນ ໄດ້ເປັນຜູ້ຝຶກຊ້ອມໃຫ້ກັບທີມ ຮ່ວມກັບ ທ່ານ ນາງ ເພົາລີນາ ແບສເຕິນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ.

ທີມຕົວແທນປະເທດລາວໄດ້ມີການຝຶກຊ້ອມ ຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ຂອງການແຂ່ງຂັນ ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ໃນເດືອນທັນວາ ປີ 2022.  ຜູ້ເຂົ້າແຂ່ງຂັນໄດ້ເຮັດວຽກຢ່າງໜັກ ແລະ ໄດ້ເອົາໃຈໃສ່ ຕັ້ງໃຈກັບການແຂ່ງຂັນສານຈໍາລອງຄັ້ງນີ້ຫຼາຍ ຍ້ອນວ່າຈະໄດ້ນໍາໃຊ້ກົດຫມາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດ ທັງຫມົດ.

ຫຼັງຈາກ 4 ມື້ຂອງການແຂ່ງຂັນ ດ້ວຍຈໍານວນທີມນັກສຶກສາທີ່ເຂົ້າຮ່ວມທັງຫມົດ 24 ທີມ ຂອງນັກສຶກສາກົດໝາຍທົ່ວອາຊີ-ປາຊີຟິກ. ມະຫາວິທະຍາໄລ Adelaide (ທີມນັກສຶກສາຈາກປະເທດອອດສເຕເລຍ) ເປັນທີມທີ່ສາມາດຍາດເອົາໄຊຊະນະຈາກການແຂ່ງຂັນມາໄດ້, ລາງວັນຮອງຊະນະເລີດໄດ້ແກ່ ມະຫາວິທະຍາໄລ Auckland, ນາງ ແອນນາລິດສ ເດລິດຊ ຈາກມະຫາວິທະຍາໄລ Adelaide ໄດ້ລາງວັນຜູ້ວ່າຄວາມດີເດັ່ນໃນຮອບສຸດທ້າຍຂອງການແຂ່ງຂັນ. ລາງວັນດີເດັ່ນໃນການຂຽນຄໍາສັ່ງຟ້ອງຝ່າຍໄອຍະການຕົກເປັນຂອງມະຫາໄລ Brickfields Asia ຂອງ Kuala Lumpur  ແລະ ລາງວັນດີເດັ່ນໃນການຂຽນຄໍາແກ້ຟ້ອງຕົກເປັນຂອງ ມະຫາວິທະຍາໄລການຈັດການຂອງສິງກະໂປ. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຜົນການແຂ່ງຂັນ ສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທໍາສາກົນ ລະດັບສາກົນ ຄັ້ງທີ 21, ທ່ານສາມາດກົດເຂົ້າໄປທີ່ລິງນີ້::  https://www.redcross.org.hk/en/moot21/results.html

ໂຈດຂອງການແຂ່ງກັນໃນປີນີ້ຂອງແຕ່ລະທີມທີ່ເຂົ້າຮ່ວມໄດ້ຮັບແມ່ນກ່ຽວຂ້ອງກັບ ບັນຫາທີ່ເກີດຂຶ້ນຢູ່ໃນສົງຄາມທີ່ມີການພົວພັນກັບການປົກປ້ອງສິ່ງແວດລ້ອມ. ໂຈດຂອງການແຂ່ງຂັນແມ່ນໄດ້ຊ່ວຍຍົກລະດັບຄວາມຮູ້ຂອງບັນດາທີມກ່ຽວກັບການໃຊ້ອາວຸດທາງເຄມີຢູ່ໃນການປະທະກັນທາງດ້ານອາວຸດ, ການກີດກັນການໄດ້ຮັບການພິຈາລະນາຄະດີຢ່າງຍຸຕິທໍາຂອງຜູ້ທີ່ເປັນອາຊະຍາກຳສົງຄາມ ແລະ ການບັງຄັບປະຊາຊົນຂອງຝ່າຍສັດຕູໃຫ້ເຂົ້າຮ່ວມການປະຕິບັດການທາງການທະຫານ ໃນການຕໍ່ຕ້ານປະເທດຂອງພວກເຂົາເອງ. ໂຈດຂອງການແຂ່ງຂັນໃນປີນີ້ຍັງໄດ້ມີຄວາມກ່ຽວພັນກັບ ບັນຫາທີ່ເກີດຂຶ້ນໃນປັດຈຸບັນ ໂດຍສະເພາະແມ່ນການໃຫ້ນິຍາມຂອງທະຫານຮັບຈ້າງ ແລະ ສະຖານະທາງດ້ານກົດໝາຍຂອງພວກເຂົາ.

ໃນລະຫວ່າງມື້ຂອງການຈັດງານ, ນັກສຶກສາໄດ້ເຂົ້າຮ່ວມກິດຈະກຳຕ່າງໆທິ່ທາງອົງການກາແດງຮົງກົງເປັນຜູ້ຈັດຂຶ້ນ ແລະ ຍັງໄດ້ມີໂອກາດເຂົ້າຮ່ວມຮັບຟັງການສຳມະນາໃນປະເດັນສຳຄັນ ເຊິ່ງໄດ້ຖືກຈັດຂຶ້ນພາຍໃຕ້ຫົວຂໍ້ “ການນໍາໃຊ້ອາວຸດທີ່ບໍ່ມີການຈໍາແນກ ແລະ ຜົນກະທົບຂອງມັນຕໍ່ສິ່ງແວດລ້ອມ”. ການສົນທະນາໃນປະເດັນສຳຄັນໃນຄັ້ງນີ້ແມ່ນໄດ້ນໍາຖືກພາໂດຍ ດຣ David Michael Baker (ຮອງສາສະດາຈານ ຂອງຄະນະວິທະຍາສາດຊີວະພາບ, ຄະນະວິທະຍາສາດ, ມະຫາວິທະຍາໄລຮົງກົງ), ດຣ. Nishara Mendis (ຜູ້ຊ່ວຍສາສະດາຈານ, ຄະນະກົດໝາຍ, ມະຫາວິທະຍາໄລໂຄລໍາໂບ), ແລະ ທ່ານ ນາງ Kelisiana Thynne (ຫົວໜ້າ ພະແນກກົດໝາຍຂອງຄະນະກຳມະການອົງການກາແດງສາກົນປະຈຳຢູ່ ມະນີລາ), ແລະ ໃນພາກສຸດທ້າຍຂອງງານສໍາມະນາ ບັນດາຜູ້ເຂົ້າຮ່ວມໄດ້ມີໂອກາດຕັ້ງຄຳຖາມເພື່ອສົນທະນາແລກປ່ຽນຂໍ້ມູນກັບຜູ້ບັນຍາຍອີກດ້ວຍ.

ເປັນທີ່ໜ້າເສຍດາຍ, ເຖິງແມ່ນວ່າທີມຕົວແທນຈາກມະຫາວິທະຍາໄລແຫ່ງຊາດລາວ ໄດ້ພະຍາຍາມຢ່າງສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດຜ່ານເຂົ້າໄປຮອບຮອງຊະນະເລີດໄດ້ ແຕ່ທີມຕົວແທນປະເທດລາວກໍໄດ້ຮັບການຍ້ອງຍໍຈາກຄະນະກໍາມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມເບື້ອງຕົ້ນ ແລະ ໄດ້ຄະແນນດີໃນພາກການຂຽນຄໍາສັ່ງຟ້ອງ/ຄໍາແກ້ຟ້ອງເຊີ່ງສະເລ່ຍແມ່ນໄດ້ລະດັບ ປານກາງ ແລະ ດີ.

ສານຈໍາລອງຄັ້ງນີ້ ທີ່ຈັດຂື້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ ກົດຫມາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ພ້ອມກັນນັ້ນນັກສຶກສາຍັງໄດ້ມີໂອກາດພັດທະນາ ທັກສະການນໍາສະເຫນີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກແມ່ນໄດ້ໃຫ້ການສະໜັບສະໜູນການຮຽນ-ການສອນໃຫ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

ການສໍາມະນາກ່ຽວກັບກົດໝາຍພາສີ ແລະ ອາກອນໃຊ້ເວລາທັງໝົດ 10 ຊົ່ວໂມງ ໄດ້ຈັດຂຶ້ນໃນວັນທີ 6-8 ກຸມພາ 2023, ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ນະຄອນຫຼວງວຽງຈັນ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບທ່ານ ສາສະດາຈານ Werner Haslehner ເຊິ່ງເປັນອາຈານຜູ້ທີ 2 ທີ່ມາໄດ້ມາຈັດງານສໍາມະນາຢູ່ ສປປ ລາວ ໃນປີ 2023 ນີ້.

ການສໍາມະນາໄດ້ສຸມໃສ່ການແນະນຳກ່ຽວກັບກົດໝາຍພາສີ ແລະ ອາກອນສາກົນ, ສົນທິສັນຍາກ່ຽວກັບພາສີ, ການຕີຄວາມໝາຍ ແລະ ຄວາມກ່ຽວຂ້ອງຂອງສັນຍາ. ໂດຍໂຄງການຂອງພວກເຮົາໄດ້ຮຽນເຊີນ ອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ອາຈານຈາກສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດານັກປະຕິບັດກົດໝາຍໄດ້ແກ່ ຜູ້ພິພາກສາ ຈາກສານປະຊາຊົນສູງສຸດ ແລະ ໄອຍະການ ຈາກຫ້ອງການໄອຍະການປະຊາຊົນສູງສຸດ ກໍໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້.

ນອກຈາກນີ້, ຍັງເປັນຄັ້ງທໍາອິດທີ່ໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກເຮົາໄດ້ຈັດການບັນຍາຍແບບເປີດ  ເພື່ອໃຫ້ນັກສຶກສາຈາກຄະນະນິຕິສາດ ແລະ ລັດຖະສາດໄດ້ເຂົ້າຮ່ວມແລກປ່ຽນບົດຮຽນ. ການບັນຍາຍແບບເປີດ ແມ່ນໄດ້ເຊີນເອົານັກສຶກສາຄະນະນິຕິສາດ ແລະ ລັດຖະສາດທັງໝົດເຂົ້າຮ່ວມ ໂດຍສະເພາະແມ່ນ ນັກສຶກສາພາກກົດໝາຍທຸລະກິດ ແລະ ນັກສຶກສາພາກກົດໝາຍແພ່ງ.

ມື້ທໍາອິດຂອງການສໍາມະນາໄດ້ເລີ່ມຕົ້ນຂຶ້ນ ໂດຍການຕ້ອນຮັບຈາກ ທ່ານນາງ Paulina Baschton, ຜູ້ປະສານງານຄົນໃໝ່ຂອງໂຄງການມະຫາວິທະຍາໄລລາວ-ລຸກຊໍາບວກ, ທີ່ໄດ້ເລີ່ມເຮັດວຽກມື້ທໍາອິດໃນຖານະຜູ້ປະສານງານໂຄງການປະຈໍາຢູ່ນະຄອນຫຼວງວຽງຈັນ. ມື້ທໍາອິດຂອງການສໍາມະນາໄດ້ເລີ່ມຕົ້ນ ໂດຍການນໍາສະເໜີກ່ຽວກັບກົດໝາຍພາສີ ແລະ ອາກອນສາກົນ, ຄໍານິຍາມ ແລະ ຄວາມກ່ຽວຂ້ອງກັບກົດໝາຍພາສີ ແລະ ອາກອນພາຍໃນປະເທດ. ມຸມມອງທີ່ແຕກຕ່າງກັນໃນເລື່ອງພາສີ ໂດຍສະເພາະແມ່ນ ຄວາມແຕກຕ່າງລະຫວ່າງກົດໝາຍອາກອນຂອງປະເທດລຸກຊໍາບວກ ແລະ ກົດໝາຍອາກອນຂອງລາວເຮົາ.

ໃນມື້ທີ 2, ແມ່ນມຸ່ງເນັ້ນໃນເລື່ອງກົດໝາຍສາກົນວ່າດ້ວຍ ກົດໝາຍພາສີ ແລະ ອາກອນສາກົນ, ເນັ້ນໃສ່ສົນທິສັນຍາການເສຍພາສີຊໍ້າຊ້ອນ, ຄວາມກ່ຽວຂ້ອງກັບກົດໝາຍພາຍໃນ, ການຕີຄວາມໝາຍຂອງສົນທິສັນຍາວ່າດ້ວຍພາສີ ແລະ ອາກອນ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານພາສີ. ຜູ້ເຂົ້າຮ່ວມແມ່ນໃຫ້ຄວາມສົນໃຈຫຼາຍໃນການສໍາມະນາຄັ້ງນີ້ ໂດຍສະເພາະແມ່ນໃນຫົວຂໍ້ ການເສຍພາສີແບບຊໍ້າຊ້ອນ ແລະ ການປ້ອງກັນການຫຼີກລ່ຽງພາສີ ທີ່ກ່ຽວຂ້ອງກັບອາກອນລາຍໄດ້ ແລະ ຕົ້ນທຶນ, ໂດຍທ່ານ ສາສະດາຈານ Haslehner ໄດ້ບັນຍາຍ ແລະ ມີການຍົກຕົວຢ່າງຕົວຈິງ ເຊິ່ງເປັນການເປີດບົດສົນທະນາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທີ່ກ່ຽວຂ້ອງກັບພາສີ ແລະ ອາກອນ.

ມື້ທີ 3 ແລະ ມື້ສຸດທ້າຍຂອງການສໍາມະນາ, ຜູ້ເຂົ້າຮ່ວມທຸກທ່ານໄດ້ມີໂອກາດສົນທະນາລົງເລິກໃນສົນທິສັນຍາລະຫວ່າງລາວ ແລະ ລຸກຊໍາບວກ ເພື່ອເຂົ້າໃຈເຖິງບົດບາດຂອງສົນທິສັນຍາດັ່ງກ່າວ. ທ່ານ ສາສະດາຈານ Haslehner ໄດ້ນໍາສະເໜີໂດຍຫຍໍ້ກ່ຽວກັບປະເດັນທີ່ນອກເໜືອຈາກພາສີ-ອາກອນ ເພື່ອໃຫ້ຜູ້ເຂົ້າຮ່ວມເຫັນພາບໂດຍລວມກ໋ຍວກັບການໂອນຈ່າຍລາຄາ, ການຈ່າຍພາສີຂັ້ນຕໍ່າໃນທົ່ວໂລກ ແລະ ຄວາມໂປ່ງໃສທາງດ້ານພາສີ.

ໃນຕອນບ່າຍຂອງມື້ດຽວກັນ, ໄດ້ມີການຈັດການບັນຍາຍແບບເປີດ ເຊິ່ງເນັ້ນໃນເລື່ອງຫຼັກການພື້ນຖານທາງດ້ານພາສີ, ຫຼັກການທີ່ກ່ຽວຂ້ອງກັບພາສີ ເພື່ອເຮັດໃຫ້ນັກສຶກສາໄດ້ເຂົ້າໃຈລົງເລິກໃນບົດບາດໜ້າທີ່, ນິຕິກໍາ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບພາສີ-ອາກອນ. ນັກສຶກສາປະມານ 30 ຄົນໄດ້ເຂົ້າຮ່ວມການບັນຍາຍແບບເປີດ ແລະ ເຮັດໃຫ້ທ່ານສາສະດາຈານ Haslehner ປະທັບໃຈຫຼາຍທີ່ນັກສຶກສາໃຫ້ຄວາມສົນໃຈ ໂດຍການປະກອບສ່ວນ ການຖາມຄໍາຖາມ ແລະ ການແລກປ່ຽນສົນທະນາໃນຕະຫຼອດການບັນຍາຍ.

ການຢ້ຽມຢາມຂອງທ່ານສາສະດາຈານ Haslehner ເປັນສ່ວນສໍາຄັນໃນການປະກອບສ່ວນທາງດ້ານການສອນຂອງ ຄະນະນິຕິສາດ ແລະ ລັດຖະສາດຂອງພວກເຮົາ ແລະ ເປັນການສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ໃຫ້ແກ່ຜູ້ເຂົ້່າຮ່ວມ. ເນື່ອງຈາກຄວາມສໍາເລັດຂອງການຈັດການບັນຍາຍແບບເປີດໃນຄັ້ງນີ້, ໂຄງການຂອງພວກເຮົາຈະສືບຕໍ່ການຮຽນເຊີນອາຈານຈາກມະຫາວິທະຍາໄລລຸກຊໍາບວກໃນການຈັດການບັນຍາຍແບບເປີດໃຫ້ແກ່ນັກສຶກສາ ເພື່ອເປັນການເສີມສ້າງຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ບັນດາຄູອາຈານ ແລະ ນັກສຶກສາຂອງ ຄະນະນິຕິສາດ ແລະ ລັດຖະສາດ.

ໃນວັນທີ 23-27 ເດືອນມັງກອນ ປີ 2023, ໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ຈັດການຝຶກອົບຮົມ 5 ມື້ກ່ຽວກັບ ການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກ ແລະ ການຈັດການຝຶກອົບຮົມ, ທີ່ ຄະນະນິຕິສາດ ແລະ ລັດຖະສາດ (FLP), ມະຫາວິທະຍາໄລແຫ່ງຊາດ. ເຊິ່ງເປັນເທື່ອທໍາອິດທີ່ໂຄງການຂອງພວກເຮົາໄດ້ຈັດການຝຶກອົບຮົມການນໍາໃຊ້ແຫຼ່ງຂໍ້ມູນອີເລັກໂຕນິກແບບເຊິ່ງໜ້າ.

ສະມາຊິກຫໍສະໝຸດ ແລະ ອາສາສະໝັກໄອທີທັງ 16 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງນໍາພາໂດຍ ທ່ານນາງJevgenija Sevcova ຈາກໂຄງການ EIFL (Electronic Information for Libraries) ແລະ ທ່ານ ປາດຖະໜາພອນ, ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລລາວ-ລຸກຊໍາບວກ, ຮັບໜ້າທີ່ເປັນຜູ້ແປພາສາທັງ 5 ມື້ຂອງການຝຶກອົບຮົມ. ການຝຶກອົບຮົມໄດ້ປະຕິບັດຕາມຫຼັກການ “ການຝຶກອົບຮົມສຳລັບຄູຝຶກ”; ເຊິ່ງເປົ້າໝາຍກໍເພື່ອອໍານວຍຄວາມສະດວກໃຫ້ແກ່ອາສາສະໝັກໄດ້ຝຶກຝົນທັກສະທີ່ກ່ຽວຂ້ອງ ເຊິ່ງຈະເຮັດໃຫ້ຜູ້ເຂົ້າຮ່ວມສາມາດເປັນຜູ້ຝຶກອົບຮົມກ່ຽວກັບການນໍາໃຊ້ຂໍ້ມູນອີເລັກໂຕນິກ ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ. ການຝຶກອົບຮົມຍັງໄດ້ເນັ້ນໃສ່ການຈັດງານຝຶກອົບຮົມກ່ຽວກັບ ການນໍາໃຊ້ຫໍສະໝຸດອີເລັກໂຕນິກ. ອາສາສະໝັກຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ ໄດ້ຮຽນລົງເລິກກ່ຽວກັບການຄົ້ນຫາຂໍ້ມູນເທິງເວັບໄຊຫໍສະໝຸດອີເລັກໂຕນິກ.

ການຝຶກອົບຮົມມື້ທໍາອິດຈະເປັນການແນະນໍາຕົວຂອງຜູ້ເຂົ້າຮ່ວມ. ຜູ້ຝຶກອົບຮົມກໍຍັງໄດ້ປະເມີນວິທີການຮຽນຮູ້ຂອງຕົນເອງ ເຊິ່ງຈະເຮັດໃຫ້ເຂົາເຈົ້າຄົ້ນພົບວິທີໃນການຮຽນຮູ້ທີ່ດີທີ່ສຸດສໍາລັບຕົວຂອງເຂົາເອງ ໂດຍການພັບໝວກເຈ້ຍ. ນອກຈາກນີ້, ພວກເຂົາຍັງໄດ້ແບ່ງອອກເປັນ 5 ກຸ່ມໃນການປະເມີນອາລົມຂອງຜູ້ຟັງ ແລະ ການຮັບມືກັບພຶດຕິກໍາຂອງຜູ້ເຂົ້າຮ່ວມ ຜ່ານການຈໍາລອງສະຖານະການຕົວຈິງ.

ໃນມື້ທີ 3, ຜູ້ຝຶກອົບຮົມໄດ້ຄົ້ນຄວ້າລົງເລິກຫຼາຍຂຶ້ນ ໂດຍການເຮັດແບບຝຶກຫັດຕົວຈິງໃນການຊອກຫາແຫຼ່ງຂໍ້ມູນທີ່ສະເພາະເຈາະຈົງ. ໃນມື້ນີ້, ທ່ານນາງ Jevgenija ໄດ້ມີແຂກຮັບເຊີນພິເສດ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການຊອກຫາແຫຼ່ງຂໍ້ມູນສໍາລັບການຮຽນ ແລະ ການເຮັດບົດຄົ້ນຄວ້າ. ຜູ້ເຂົ້າຮ່ວມທຸກຄົນແມ່ນມີຄວາມກະຕືລືລົ້ນ ໃນການຖາມຄໍາຖາມ ກັບ ທ່ານນາງ Jevgenija ແລະ ແບ່ງປັນຜົນການຄົ້ນຫາຂອງຕົນເອງ.

ມື້ທີ 4 ຂອງການຝຶກອົບຮົມ, ຜູ້ຝຶກອົບຮົມໄດ້ຮຽນຮູ້ໃນການກະກຽມ ແລະ ການເຮັດບົດສະເໜີທີ່ໜ້າສົນໃຈ. ແລະ ຍັງໄດ້ຮຽນຮູ້ກ່ຽວກັບເຄັດລັບໃນການນໍາສະເໜີ. ຜູ້ຝຶກອົບຮົມທັງ 16 ຄົນໄດ້ເຮັດແບບຝຶກຫັດ ແລະ ໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນມາໃນການກະກຽມບົດນໍາສະເໜີ ກ່ຽວກັບ ວິທີການເຮັດບົດນໍາສະເໜີທີ່ດີ ໃນມື້ຕໍ່ມາ.

ໃນມື້ສຸດທ້າຍຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກກຸ່ມໄດ້ນໍາສະເໜີບົດນໍາສະເໜີຂອງຕົນເອງ ແລະ ໄດ້ຮັບຄໍາແນະນໍາ ແລະ ຄໍາຕິຊົມ. ເຊິ່ງທຸກໆຄົນແມ່ນເຮັດໄດ້ດີຫຼາຍ.

ຫຼັງຈາກສໍາເລັດການຝຶກອົບຮົມ, ຜູ້ເຂົ້າຮ່ວມທຸກຄົນແມ່ນໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມ.

ການຝຶກອົບຮົມນີ້ເປັນເຄື່ອງມືໃນການສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຮູ້ ແລະ ເຄື່ອງມືປະຈັກຕາສໍາລັບຫໍສະໝຸດ ແລະ ອາສາສະໝັກໄອທີ ໃນການກະກຽມຕົນເອງເພື່ອກາຍເປັນຜູ້ຝຶກອົບຮົມ. ຫວັງວ່າ, ພວກເຮົາຈະໄດ້ເຂົ້າຮ່ວມງານຝຶກອົບຮົມຂອງບັນດາຄູຝຶກອົບຮົມຜູ້ໜຸ່ມນ້ອຍໃນໄວໆນີ້.

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລ ລາວ-ລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນການຮຽນ-ການສອນ ໃຫ້ກັບມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ລັດຖະສາດ.

ໂດຍທາງໂຄງການໄດ້ຈັດງານສຳມະນາຂຶ້ນ 3 ວັນ ເພື່ອແນ່ໃສ່ການສ້າງຄວາມຮັບຮູ້ກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ ເຊິ່ງໄດ້ຈັດຂຶ້ນລະຫວ່າງວັນທີ 17-19 ມັງກອນ 2023  ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບ ສາສະດາຈານ Thomas Mastrullo ຈາກມະຫາວິທະຍາໄລລຸກຊໍາບວກ ໃນການນຳພາການສຳມະນາໃນຄັ້ງນີ້.

ລະຫວ່າງຊາດພາກບຸກຄົນ ໂດຍສະເພາະແມ່ນການປຽບທຽບລະຫວ່າງກົດໝາຍຂອງປະເທດຝຣັ່ງ ແລະ ກົດໝາຍປະເທດລາວ, ແລະ ມຸ້ງເນັ້ນໃນການສ້າງຄວາມເຂັ້ມແຂງທັກສະທາງດ້ານການສິດສອນໃຫ້ກັບບັນດາຜູ້ເຂົ້້າຮ່ວມກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ. ໂດຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ຮຽນເຊີນຄະນະອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຂອງມະຫາວິທະຍາໄລແຫ່ງຊາດ, ຄະນະອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ (ສຍຊ). ນອກນັ້ນຍັງມີ ຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມ; ຜູ້ພິພາກສາຈາກສານປະຊາຊົນສູງສຸດ; ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ ກໍໄດ້ໃຫ້ກຽດເຂົ້າຮ່ວມງານສໍາມະນາຂອງພວກເຮົາໃນຄັ້ງນີ້.

ໃນພາກເຊົ້າຂອງມື້ທຳອິດງານສຳມະນາໄດ້ສຸມໃສ່ການບັນຍາຍກ່ຽວກັບພາກນຳສະເໜີຂອງກົດໝາຍລະຫວ່າງຊາດພາກບຸກຄົນ ເຊິ່່ງການນຳສະເໜີແມ່ນກ່ຽວຂ້ອງກັບນິຍາມ ແລະ ຫຼັກການຕ່າງໆຂອງກົດໝາຍລະຫວ່າງຊາດພາກບຸກຄົນ. ໃນຕອນບ່າຍ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບມຸມມອງທົ່ວໄປກ່ຽວກັບກົດໝາຍລະຫວ່າງຊາດພາກບຸກຄົນ ໂດຍສະເພາະແມ່ນກ່ຽວກັບສິດທິພິເສດທາງດ້ານເຂດອໍານາດຂອງສານ, ຂໍ້ກົດໝາຍທີ່ພົວພັນກັບເຂດອໍານາດຂອງສານ ແລະ ຄວາມຂັດແຍ່ງຕໍ່ກັບຂັ້ນຕອນການດໍາເນີນການ.

ໃນມື້ທີສອງຂອງການສຳມະນາແມ່ນມຸ້ງເນັ້ນໃສ່ການທົບທວນບົດຮຽນທີ່ໄດ້ຮຽນຜ່ານມາ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມສະແດງຄວາມປະທັບໃຈ ແລະ ສາມາດຖາມຄຳຖາມກ່ຽວກັບບົດຮຽນທີ່ໄດ້ຮຽນຜ່ານມາກັບສາສະດາຈານ Thomas Mastrullo ເຊິ່ງເປັນການເປີດບົດສົນທະນາກ່ຽວກັບຫຼັກກົດໝາຍຂອງສິດອໍານາດຂອງສານ ແລະ ການດໍາເນີນງານ, ແລະເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຄວາມແນ່ນອນຂອງຫຼັກການທາງກົດໝາຍ ແລະ ຄວາມໝາຍຂອງບົດບັນຍັດລະຫວ່າງກົດໝາຍຂອງຝຣັ່ງ ແລະ ກົດໝາຍຂອງລາວຫຼາຍຂຶ້ນ. ໃນການສໍາມະນາພາກບ່າຍ ແມ່ນໄດ້ເນັ້ນໃສ່ການແກ້ໄຂຂໍ້ຂັດແຍ່ງຂອງເຂດອໍານາດສານ.

ມື້ສຸດທ້າຍຂອງງານສຳມະນາ, ຜູ້ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ຫຼັກການການຍອມຮັບ ແລະ ຜົນສະທ້ອນຂອງຄຳຕັດສິນຈາກສານຕ່າງປະເທດ ຕໍ່ກັບກົດໝາຍພາຍໃນຂອງປະເທດຝຣັ່ງ. ໃນພາກສຸດທ້າຍຂອງການສຳມະນາ, ບັນດາຜູ້ເຂົ້າຮ່ວມທຸກຄົນໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມງານສຳມະນາ ເຊິ່ງເປັນກຽດມອບໂດຍ ສາສະດາຈານ Thomas Mastrullo.