ຂ່າວສານ
ໃນຂອບການຮ່ວມມືກັບມະຫາວິທະຍາໄລລຸກຊໍາບວກ, ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຕ້ອນຮັບ ທ່ານ ແອນດຣີ ຮູໄບ, ນັກຄົ້ນຄວ້າຈາກມະຫາວິທະຍາໄລລຸກຊຳບວກ ເປັນຄັ້ງທີສອງ.

ທ່ານ ແອນດຣີ ໄດ້ມາແບ່ງປັນຄວາມຮູ້ກ່ຽວກັບ ຄະນະກຳມະການແກ້ໄຂຂໍ້ຂັດແຍ່ງນອກສານ ຫຼື ອະນຸຍາໂຕຕຸລາການ ແລະ ການລົງທຶນຕ່າງປະເທດ ຢູ່ພາຍໃນ ກອງປະຊຸມການຄົ້ນຄວ້າທາງກົດໝາຍ ທີ່ໄດ້ຈັດຂຶ້ນໂດຍ ຄະນະນິຕິສາດ ແລະ ລັດຖະສາດ.

ທ່ານ ແອນດຣີ ຍັງໄດ້ໃຫ້ການເຝິກອົບຮົມກ່ຽວກັບ ‘ວິທີການຊອກຫາຂໍ້ມູນໃນຄັງຂໍ້ມູນ’ ເພື່ອປະກອບເຂົ້າໃນການຄົ້ນຄວ້າ ຢູ່ທີ່ຫ້ອງໄອທີພາຍໃນຫໍສະມຸດ ແລະ ພ້ອມທັງຈັດການເຝິກອົບຮົມກ່ຽວກັບ ກົດໝາຍ ວ່າດ້ວຍການລົງທຶນໂດຍກົງຈາກຕ່າງປະເທດນຳອີກດ້ວຍ.
ຂ່າວສານ
ໃນວັນທີ 20-21 ເດືອນພະຈິກ 2019, ການແຂ່ງຂັນສານຈຳລອງລະດັບປະເທດ ກ່ຽວກັບກົດໝາຍມະນຸດສະທຳສາກົນ ໂດຍອົງການກາແດງສາກົນ ໄດ້ຖືກຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

ຜູ້ເຂົ້າແຂ່ງຂັນລວມມີທັງໝົດ 6 ທີມ ປະກອບດ້ວຍນັກສຶກສາ 2 ຄົນຕໍ່ທີມ ເຊິ່ງໄດ້ສະແດງບົດບາດການເປັນທະນາຍຄວາມ ຫຼື ໄອຍະການ ໃຫ້ແກ່ ຝ່າຍຈຳເລີຍ ແລະ ໂຈດ ໃນການວ່າຄວາມຄະດີສົມມຸດ ຕໍ່ໜ້າສານອາຍາສາກົນ.

ການແຂ່ງຂັນສານຈຳລອງຂອງອົງການກາແດງສາກົນນີ້ ເປັນໂອກາດທີ່ດີຫຼາຍໃຫ້ແກ່ນັກສຶກສາໃນການຝຶກທັກສະ ການຄົ້ນຄິດທາງດ້ານກົດໝາຍ ໂດຍການອ້າງເຫດຜົນ ແລະ ຮຽນຮູ້ວິທີການຍົກຂໍ້ໂຕ້ແຍ້ງຂອງຕົນຢ່າງເໝາະສົມ ພ້ອມທັງໄດ້ພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດນຳອີກດ້ວຍ!

ທີມຜູ້ເຂົ້າແຂ່ງຂັນທັງໝົດນີ້ ໄດ້ຜ່ານການເຝິກຊ້ອມກັບ ດຣ. ເພີຣີນ ຊິມອນ ຈາກມະຫາວິທະຍາໄລລຸກຊຳບວກ. ດຣ. ລໍເຣັ້ນ ຊີຣີ ແລະ ຄະນະກຳມະການກາແດງສາກົນປະຈຳບາງກອກ.

ຂໍສະແດງຄວາມຍິນດີກັບຜູ້ເຂົ້າຮ່ວມແຂ່ງຂັນໝົດທຸກຄົນ ໂດຍສະເພາະ ທີມຊະນະເລີດ ໄດ້ແກ່ ນາງ ລຸ້ງລາວັນ ວົງໄຊ ແລະ ທ້າວ ສຸກສະຫວັນ ວົງທອງຈິດ ທີ່ຈະໄດ້ເດີນທາງໄປແຂ່ງຂັນໃນຮອບສາກົນ ໃນເດືອນ ມີນາ 2020!

ຂ່າວສານ
ໃນຂອບການຮ່ວມມືລະຫວ່າງ ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະນິຕິສາດ ແລະ ລັດຖະສາດ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ສຈ. ເຊເວີຣີນ ມີເນເຕຣ ຈາກຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ທ່ານ ສຈ. ມີເນເຕຣ, ແມ່ນຜູ້ຊ່ຽວຊານດ້ານການດຳເນີນຄະດີກົດໝາຍແພ່ງ. ໃນຄັ້ງນີ້ທ່ານໄດ້ນຳພາການສຳມະນາເປັນເວລາ 4 ວັນຄູອາຈານສອນກົດໝາຍ ແລະ ເນັ້ນໜັກກ່ຽວກັບ “ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”.
ທ່ານ ສຈ. ໄດ້ເນັ້ນໜັກ ແລະ ວິເຄາະມາດຕະຖານທີ່ສາກົນນຳໃຊ້ໃນການໄຕ່ສວນຄະດີທີ່ເປັນທຳ (ໂດຍສະເພາະໃນມາດຕາ 14 ຂອງສົນທິສັນຍາສາກົນວ່າດ້ວຍສິດທິທາງແພ່ງ ແລະ ການເມືອງ), ກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ ຂອງລາວ ແລະ ລັດຖະທຳມະນູນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນການສຳມະນາ ແມ່ນເຂົ້າຮ່ວມໂດຍບັນດາຄູອາຈານ ຈາກ ຄນລ ແລະ ສາຖາບັນຍຸຕິທຳແຫ່ງຊາດ, ນັກສຶກສາຈາກພາກວິຊາກົດໝາຍແພ່ງ ແລະ ກົດໝາຍອາຍາ ກໍຖືກເຊີນໃຫ້ເຂົ້າຮ່ວມເຊັ່ນກັນ. ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ສຈ. ມີເນເຕຣ ຍັງໄດ້ດຳເນີນບົດບັນຍາຍເປີດກວ້າງພາຍໃຕ້ຫົວຂໍ້ກ່ຽວກັບ ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ ຢູ່ທີ່ ຄນລ ໃຫ້ບັນດານັກສຶກສາທີ່ສົນໃຈໄດ້ເຂົ້າຮ່ວມຮັບຟັງ.
ຂ່າວສານ
ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ຮ່ວມມືກັບ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ດຣ. ເຮເລນ ເດິ ກີດ ແລະ ທ່ານ ດຣ. ລໍເຣັ້ນ ຊີຣີ ເພື່ອມາດຳເນີນການເຝິກຊ້ອມການແຂ່ງຂັນສານຈຳລອງ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໃນລະຫວ່າງວັນທີ 4-8 ພະຈິກ 2019.

ທັງສອງທ່ານ ໄດ້ມີປະສົບການທີ່ຍາວນານໃນການເຝິກຊ້ອມການເຮັດສານຈຳລອງ ທີ່ມະຫາວິທະຍາໄລລຸກຊຳບວກ. ການເຝິກຊ້ອມການແຂ່ງຂັນສານຈຳລອງໄດ້ຈັດຂຶ້ນເປັນເວລາ 4 ວັນ ໃຫ້ແກ່ບັນດານັກສຶກສາຄະນະນິຕິສາດ ແລະ ລັດຖະສາດ ຜູ້ທີ່ຈະໄປເຂົ້າຮ່ວມໃນ ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ໃນພາກພື້ນອາຊີປາຊີຟິກ.
ການແຂ່ງຂັນສານຈຳລອງ ແມ່ນສຳຄັນຕໍ່ “ການຮຽນຮູ້ຈາກບັນຫາ” ແລະ ສົ່ງເສີມການສິດສອນທີ່ກ່ຽວຂ້ອງກັບການປະຕິບັດ. ນັກຮຽນຈະບໍ່ພຽງແຕ່ພັດທະນາທັກສະທາງດ້ານກົດໝາຍເທົ່ານັ້ນ, ແຕ່ຍັງມີທັກສະການປາກເວົ້າ ແລະ ການໂຕ້ວາທີ, ພ້ອມທັງທັກສະດ້ານພາສາອັງກິດຂອງພວກເຂົານຳອີກ. ນັກຮຽນທຸກຄົນແມ່ນໄດ້ຮັບໃບຢັ້ງຢືນພາຍຫຼັງສຳເລັດການເຝິກຊ້ອມ.
ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ດຣ. ເຮເລັນ ແລະ ທ່ານ ດຣ. ລໍເຣັ້ນ ຍັງໄດ້ດຳເນີນບົດບັນຍາຍເປີດກວ້າງ ກ່ຽວກັບ ສານອາຍາສາກົນ ຢູ່ທີ່ ຄນລ ໃຫ້ບັນດານັກສຶກສາທີ່ສົນໃຈໄດ້ເຂົ້າຮ່ວມຮັບຟັງ.
ຂ່າວສານ
ໜັງສືພິມວຽງຈັນທາມ ໄດ້ລາຍງານຂ່າວກ່ຽວກັບ ໂຮງຮຽນກົດໝາຍລະດູແລ້ງ ທີ່ຈັດໂດຍມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດ.
ຄະນະຕາງໜ້າຈາກຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ຈາກມະຫາວິທະຍາໄລລຸກຊຳບວກ ແລະ ຜູ້ເຂົ້າຮ່ວມການເຝິກອົບຮົມດ້ານກົດໝາຍ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ຈຳນວນ 12 ທ່ານ ໄດ້ເຂົ້າຮວ່ມການເຝິກອົບຮົມ ກ່ຽວກັບການຄົ້ນຄວ້າທາງດ້ານກົດໝາຍເປັນເວລາ 1 ອາທິດ ທີ່ເມືອງວັງວຽງ, ເພື່ອແລກປ່ຽນຄວາມຮູ້ກ່ຽວກັບພື້ນຖານຂອງກົດໝາຍ ແລະ ວິທີການໃນການດຳເນີນການຄົ້ນຄວ້າທາງດ້ານກົດໝາຍ.
ກິດຈະກຳຮ່ວມມືໃນການສ້າງສັກກະຍະພາບໃນຂົງເຂດການສຶກສາສາຂາກົດໝາຍ ແມ່ນໄດ້ເລີ່ມຂຶ້ນແຕ່ປີ 2017 ໂດຍການຮວ່ມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລລຸກຊຳບວກ.
ຂ່າວສານ
ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມມືກັນໃນການຈັດ “ໂຮງຮຽນກົດໝາຍລະດູແລ້ງ” ຄັ້ງທຳອິດ ທີ່ເມືອງວັງວຽງ ໂດຍເປັນການເນັ້ນໃສ່ການຄົ້ນຄວ້າທາງດ້ານກົດໝາຍ ໃນທີ 22-24 ຕຸລາ 2019.

ຜູ້ເຂົ້າຮ່ວມໃນການເຝິກອົບຮົມແບບໃໝ່ທີ່ຈັດຂຶ້ນໃນລະດູແລ້ງນີ້ ແມ່ນລວມທັງໝົດມີ 12 ທ່ານ ຈາກ ຄນລ (ຄະນະນິຕິສາດ ແລະ ລັດຖະສາດ, ມຊ). ການເຝິກອົບຮົມດັ່ງກ່າວ ແມ່ນປະກອບດ້ວຍບົດບັນຍາຍທີ່ໜ້າສົນໃຈຫຼາຍບົດ ເຊັ່ນ: “ພື້ນຖານຂອງກົດໝາຍ” ແລະ “ວິທີການຄົ້ນຄວ້າດ້ານວິຊາການຂອງກົດໝາຍ” ລວມໄປເຖິງການສົນຖະນາແລກປ່ຽນ ກ່ຽວກັບ “ວິທີການຄິດຄົ້ນຍຸດທະວິທີໃນການຄົ້ນຄວ້າດ້ານກົດໝາຍທີ່ເໝາະສົມ”, “ໂອກາດໃນການຕີພິມເຜີຍແຜ່ຜົນງານສຳລັບນັກຄົ້ນຄວ້າດ້ານກົດໝາຍໃນລາວ” ແລະ ບົດນຳສະເໜີຕ່າງໆຂອງບັນດາຄູອາຈານທີ່ເຂົ້າຮວ່ມ.

ຜູ້ເຂົ້າຮ່ວມໄດ້ນຳສະເໜີໂຄງການຄົ້ນຄວ້າຂອງພວກເຂົາເປັນພາສາອັງກິດ ແລະ ໄດ້ຮັບຄຳຄິດເຫັນ ພ້ອມທັງຄຳແນະນຳຈາກຄະນະຈາກມະຫາວິທະຍາໄລລຸກຊຳບວກ, ໂດຍມີ ສຈ. ສະເຕຟານ ບຣວມ, ດຣ. ເພີຣີນ ຊີມອນ, ດຣ. Relja Radovic, ທ່ານ ນາງ Nicole Citeroni, ທ່ານ ນາງ Loren Jolly ເປັນຄະນະ. ຫົວຂໍ້ທີ່ຖືກເລືອກ ແມ່ນລ້ວນແລ້ວແຕ່ຕິດແທດກັບປະເທດລາວ, ເຊິ່ງກ່ຽວຂ້ອງກັບສິ່ງແວດລ້ອມ, ການລົງທຶນຈາກສາກົນ, ການຊ່ວຍເຫຼືອດ້ານກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ພ້ອມທັງກົດໝາຍຄອບຄົວ ແລະ ກົດໝາຍແຮງງານ.

ຜູ້ສະໝັກໄດ້ເຂົ້າຮ່ວມການສົນທະນາຢ່າງຫ້າວຫັນກັບມິດສະຫາຍຂອງພວກເຂົາເປັນຄັ້ງທຳອິດ. ປະສົບການທີ່ສຳເລັດໝາກຜົນນີ້ຈະຖືກຈັດຂຶ້ນໃນປີໜ້າເຊັ່ນດຽວກັນ!
ກ່ອນທີ່ຈະເດີນທາງໄປເມືອງວັງວຽງກັບຜູ້ທີ່ໄດ້ຮັບເລືອກໃຫ້ເຂົ້າຮ່ວມ ໂຮງຮຽນກົດໝາຍລະດູແລ້ງ, ບັນດານັກຄົ້ນຄວ້າຈາກປະເທດລຸກຊຳບວກ ໄດ້ຈັດງານສຳມະນາໃນຫົວຂໍ້ “ບົດຄົ້ນຄວ້າທາງກົດໝາຍ ແລະ ວິທີການ” ຢູ່ທີ່ ຄນລ ທີ່ນະຄອນຫຼວງວຽງຈັນ. ການສຳມະນາ ແມ່ນໄດ້ເນັ້ນໃສ່ຫົວຂໍ້ “ແຫຼ່ງຂອງກົດໝາຍ”, “ວິທີການຊອກຫາຂໍ້ມູນໃນຄັງຂໍ້ມູນ” ແລະ “ໂຄງຮ່າງຄຳຕັດສິນຂອງສານ” ແລະ ການສຳມະນາໃນຄັ້ງນີ້ແມ່ນມີຜູ້ເຂົ້າຣວ່ມເຖິງ 40 ທ່ານ ຈາກ ຄນລ ແລະ ສະຖາບັນຍຸຕິທຳແຫ່ງຊາດ.




ຂ່າວສານ
ຂອບໃຈໂຄງການອິຣັສມຸດ ພລັສ (Erasmus+ programme) ເຊິ່ງສະໜັບສະໝູນໂດຍ ຄະນະກໍາມະການເອີຣົບ (ສະຫະພາບເອິຣົບ) ມະຫາວິທະຍາໄລລຸກຊໍາບວກ ໄດ້ຕ້ອນຮັບນັກສຶກສາແລກປ່ຽນຄົນລາວຜູ້ທໍາອິດໃນເດືອນກັນຍາ 2019. ມະຫາວິທະຍາໄລລຸກຊໍາບວກ ໄດ້ເຊັນຂໍ້ຕົກລົງກັບມະຫາວິທະຍາໄລແຫ່ງຊາດໃນເດືອນເມສາ 2019 ໃນການເປັນມະຫາວິທະຍາໄລທີ່ຮ່ວມໃນໂຄງການ ອິຣັສມຸດ ພລັສ ຜ່ານຄະນະນິຕິສາດ ແລະ ລັດຖະສາດ. ນັກສຶກສາດທີ່ຈະໄປແລກປ່ຽນ ແມ່ນຖືກຄັດເລືອກໂດຍອີງໃສ່ ຄວາມຮູ້ທາງກົດໝາຍ, ລະດັບພາສາອັງກິດ ແລະ ຄວາມຕັ້ງໃຈຂອງນັກສຶກສາ ໂດຍການຄັດເລືອກ ແມ່ນຜ່ານການປະສານງານກັບທາງຄະນະນິຕິສາດ ແລະ ລັດຖະສາດ, ໂດຍແມ່ນ ດຣ. ເພີຣີນ ຊິມອນ ກັບ ທ່ານ ສົມສັກ ສິລິທິບ ແລະ ທ່ານ ນາງ ສອນນາລີ ນັນທະວົງ ເຊິ່ງທັງສອງແມ່ນ ອຈ ພາຍໃນຄະນະ. ຜ່ານການຄັດເລືອກ ນາງ ທອງຄູນ ໄຊຍະຫົງ ໄດ້ຖືກຮັບເລືອກໃຫ້ທຶນການສຶກສາ ໄປສຶກສາເປັນເວລາໜຶ່ງພາກຮຽນ ໃນຫຼັກສູດປະລິນຍາຕີ ສາຂາກົດໝາຍ ທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ (Belval Campus). ນັກສຶກສາ ໄດ້ເຂົ້າຮ່ວມການຮຽນເປັນພາສາອັງກິດໃນພາກຮຽນທີໜຶ່ງ ໃນລະດູໜາວເຊິ່ງລວມມີວິຊາ ກົດໝາຍລັດຖະທຳມະນູນໂລກ, ກົດໝາຍລະຫວ່າງຊາດພາກລັດ, ນິຕິປັດຊະຍາ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ກົດໝາຍແຮງງານ. ເຊິ່ງລາວກໍໄດ້ສໍາລັດ ແລະ ເສັງຜ່ານໄປດ້ວຍດີ.
ມະຫາວິທະຍາໄລລຸກຊຳບວກ ເປັນມະຫາວິທະຍາໄລທີ່ໂດດເດັ່ນທີ່ມີຫຼາຍພາສາ ແລະ ວັດທະນະທໍາທີ່ຫຼາກຫຼາຍ ມີຈາກນັກສຶກສາຈາກທົ່ວທຸກມຸມໂລກມາຮຽນຢູ່. ນາງ ທອງຄູນ ໄດ້ກ່າວວ່າ ລາວໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງໃນໄລຍະການຮໍ່າຮຽນຢູ່ຕ່າງປະເທດ, ໂດຍສະເພາະວິທີການສອນໃນລຸກຊຳບວກ ທີ່ມີຄວາມແຕກຕ່າງຫຼາຍ ເມື່ອສົມທຽບໃສ່ປະເທດລາວ. ລາວໄດ້ຮຽນຮູ້ໃນເລື່ອງການສ້າງ ແລະ ຍົກເອົາແນວຄິດ ແລະ ຂໍ້ໂຕ້ແຍ້ງທາງກົດໝາຍ ແລະ ໄດ້ນຳໃຊ້ທັກສະດັ່ງກ່າວໂຕຈິງຜ່ານການເຮັດກໍລະນີສຶກສາ ແລະ ວິເຄາະ case-law ໄດ້ດີຂຶ້ນ, ໄດ້ເພີ່ມຄວາມຮູ້ຄວາມເຂົ້າກ່ຽວກັບທິດສະດີກົດໝາຍ ແລະ ຍັງໄດ້ເຮັດວຽກເປັນກຸ່ມຢູ່ເລື້ອຍໆໃນຫ້ອງຮຽນ. ນາງ ທອງຄູນ ຍັງໄດ້ພັດທະນາທັກສະພາສາອັງກິດຂອງຕົນຕື່ມອີກຫຼາຍ ແລະ ໄດ້ສ້າງປະສົບການໃໝ່, ພົບປະຄົນ ແລະ ໄດ້ຮຽນຮູ້ວັດທະນະທຳຕ່າງຊາດອີກດ້ວຍ.
“ການໄປແລກປ່ຽນຢູ່ປະເທດລຸກຊຳບວກ ເຮັດໃຫ້ຂ້ອຍໄດ້ເຮັດໃນສິ່ງທີ່ຕົນບໍ່ຄຸ້ນເຄີຍມາກ່ອນ ແລະ ຍັງເປັນການເປີດປະຕູສູ່ປະສົບການ ແລະ ໂອກາດໃໝ່ໆໃຫ້ກັບຂ້ອຍເອງນຳອີກ.”
ນາງ ທອງຄູນ ຖືກຄັດເລືອກໃຫ້ເຂົ້າຮ່ວມຮຽນໃນຫຼັກສູດ STARS Winter School ໂດຍໄດ້ຮັບສະໜັບສະໜູນຈາກໂຄງການ Erasmus+ ເຊິ່ງເນັ້ນໜັກການບໍລິການທາງດ້ານກົດໝາຍໃນສະຫະພາບເອີຣົບ. ການຮຽນການສອນ ແມ່ນຈັດຂຶ້ນທີ່ ມະຫາວິທະຍາໄລໂຣມາເຕຣ (Roma Tre) ທີ່ປະເທດອິຕາລີ ໃນເດືອນກຸມພາ 2020 ແລະ ເຊິ່ງສ່ວນໜຶ່ງແມ່ນຈັດໂດຍ ສຈ. Elise Poillot ຈາກພາກວິຊານິຕິສາດ ຂອງ ມະຫາວິທະຍາໄລລຸກຊຳບວກ. ນີ້ຖືວ່າເປັນປະສົບການທີ່ອືກອັນໜຶ່ງຂອງນາງ ທອງຄູນ ທີ່ເຄີຍເປັນອາສາສະໝັກຢູ່ທີ່ ສູນບໍລິການທາງດ້ານກົດໝາຍເພື່ອປະຊາຊົນ ທີ່ ຄນລ ເຊິ່ງການມີສ່ວນຮ່ວມຄັ້ງນີ້ ແມ່ນເຮັດໃຫ້ລາວໄດ້ຮຽນຮູ້ຮ່ວມກັບການບໍລິການທາງດ້ານກົດໝາຍໃນບໍລິບົດຂອງເອີຣົບ ຮ່ວມກັບນັກສຶກສາຈາກມະຫາວິທະຍາໄລ Roma Tre ແລະ Brescia ໃນອິຕາລີ, ມະຫາວິທະຍາໄລ Palackeho V Olomouci ໃນສາທາລະນະລັດເຊັກ ແລະ ມະຫາວິທະຍາໄລ Romano-Americana ໃນຣູມານີ.


ຂ່າວສານ
ອາຈານລາວສອງທ່ານ, ທ່ານ ບຸນເລີດ ຊາພັກດີ ແລະ ທ່ານ ສົມສັກ ຫົງວິຈິດ, ໄດ້ຖືກຕ້ອນຮັບໂດຍມະຫາວິທະຍາໄລລຸກຊໍາບວກ ເປັນເວລາສອງເດືອນ ເພື່ອໄປດຳເນີນການຄົ້ນຄວ້າ ນັບແຕ່ເດືອນພຶດສະພາ ຫາ ເດືອນມິຖຸນາ 2019. ພາຍຫຼັງເດີນທາງເຖິງ, ອາຈານທັງສອງທ່ານ ໄດ້ໃຫ້ການນໍາສະເໜີຫົວຂໍ້ທີ່ຕ້ອງການຄົ້ນຄວ້າທີ່ງານຈັດໂດຍ ໂຮງຮຽນກົດໝາຍລະດັບປະລິນຍາເອກ ຂອງມະຫາວິທະຍາໄລລຸກຊໍາບວກ. ພວກເພິ່ນໄດ້ມີໂອກາດຮັບຄໍາຕິຊົມຈາກທາງສາດສະດາຈານ ແລະ ພົບປະນັກສຶກສາປະລິຍາເອກຜູ້ອື່ນໆພ້ອມ.


ອາຈານທັງສອງໄດ້ເຂົ້າຮ່ວມການສໍາມະນາ ແລະ ການບັນຍາຍຕ່າງໆ ທີ່ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ໄດ້ນໍາໃຊ້ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກຂອງທາງມະຫາວິທະຍາໄລ, ໂດຍສະເພາະຫ້ອງສະໝຸດເອເລັກໂຕຣນິກ. ພວກທ່ານຍັງໄດ້ປຶກສາຫາລືຢ່າງເຈາະເລິກກ່ຽວກັບບົດຄົ້ນຄວ້າຂອງຕົນ ກັບສາສະດາຈານທີ່ເປັນທີ່ປຶກສາ ແລະ ນັກຄົ້ນຄວ້າຜູ້ອື່ນໆ. ອາຈານທັງສອງ ແມ່ນກຳລັງຮ່າງບົດຄວາມວາລະສານກົດໝາຍ ໂດຍໄດ້ຮັບການນຳພາ ແລະ ເປັນທີ່ປຶກສາໂດຍຜູ້ປະສານງານໂຄງການ ເຊິ່ງຈະຊ່ວຍໃຫ້ທັງສອງໄດ້ຮັບການຕີພິມໃນວາລະສານກົດໝາຍ ທີ່ເປັນພາສາອັງກິດ. ບົດຄົ້ນຄວ້າທັງສອງ ແມ່ນມີຄວາມຕິດພັນ ແລະ topical ສຳລັບປະເທດລາວ ເຊິ່ງ ທ່ານ ສົມສັກ ໄດ້ເຮັດບົດຄົ້ນຄວ້າກ່ຽວກັບ “ວິວັດທະນາການຂອງກົນໄກການບັງຄັບປະຕິບັດສົນທິສັນຍາປະຊາຄົມເສດຖະກິດເອີຣົບແບບເກົ່າ: ມີບົດຮຽນຫຍັງແດ່ສຳລັບອາຊຽນ?” ແລະ ທ່ານ ບຸນເລີດ ຄົ້ນຄວ້າກ່ຽວກັບ “ການວິເຄາະຂອບຂອງກົດໝາຍໃນການຕ້ານການສໍ້ລາດບັງຫຼວງໃນ ສປປ ລາວ”.
ຂ່າວສານ
ໃນການຢ້ຽມຢາມລາວ ຂອງຄະນະຕາງໜ້າຈາກລຸກຊຳບວກ ໃນຄັ້ງນີ້ ແມ່ນນຳໂດຍ ປອ. ສະເຕຟານ ບຣວມ ມາພ້ອມກັບນັກຄົ້ນຄວ້າລະດັບປະລິນຍາເອດ ແລະ ຫຼັງປະລິນຍາເອກ ໄດ້ເປັນກຽດເຂົ້າພົບປະກັບ ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ໃນວັນທີ 24 ພຶດສະພາ.
ນອກນັ້ນ, ສຈ. ສະເຕຟານ ບຣວມ ຍັງໄດ້ຖືໂອກາດໃນການໂອ້ລົມກ່ຽວກັບ ຄວາມຄືບໜ້າ ແລະ ໝາກຜົນຂອງ ໂຄງການຮວ່ມມືລະຫວ່າງມະຫາວິທະຍາໄລ ລະຫວ່າງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ ມະມະຫາວິທະຍາໄລລຸກຊຳບວກ ກັບຕົວແທນຈາກຂະແໜງຂອງການສຶກສາ ແລະ ກົດໝາຍ. ສຈ. ສະເຕຟານ ບຣວມ ໄດ້ພົບປະກັບ ຮສ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງການພົບປະໃນຄັ້ງນີ້ເປັນການຢັ້ງຢືນຄວາມມຸ່ງໝັ້ນຕໍ່ການປະຕິບັດພັນທະໃນການພັດທະນາ ພາຍໃຕ້ການຮວ່ມມືຂອງທັງສອງຄະນະຂອງສອງມະຫາວິທະຍາໄລ ເຊິ່ງເປັນຕົວແບບໃຫ້ກັບຄະນະອື່ນໃນ ມຊ.

ເພື່ອເຊື່ອມຕໍ່ການສຶກສາດ້ານກົດໝາຍ ກັບຄວາມຕ້ອງການຂອງການປະຕິບັດ ແລະ ສ້າງຄວາມເຂົ້າໃຈໃຫ້ດີຂຶ້ນກ່ຽວກັບສະພາບຂອງປະເທດລາວ, ສຈ. ສະເຕຟານ ບຣວມ ແລະ ດຣ. ເພີຣີນ ຊິມອນ ໄດ້ມີໂອກາດໄປຢ້ຽມຢາມ ທ່ານ ບຸນຕາ ສ. ພາບມີໄຊ, ຜູ້ອຳນວຍການສະຖາບັນຍຸຕິທຳແຫ່ງຊາດ ແລະ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ ໃນວັນທີ 27 ແລະ 28 ຂອງເດືອນພຶດສະພາ 2019.

ຂ່າວສານ
ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ໄດ້ຈັດ ງານສຳມະນາການຄົ້ນຄວ້າທາງກົດໝາຍ ແລະ ວິທີການ ໃນວັນທີ 21-23 ພຶດສະພາ 2019. ໃນການສຳມະນາຄັ້ງນີ້ ແມ່ນເຂົ້າຮ່ວມໂດຍຄະນະຕາງໜ້າຈາກ ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊໍາບວກ, ນຳພາໂດຍ Pr. Stefan Braum, ຮ່ວມກັບ Mr. Jean-Marc Ceci, Dr. Sofia Mirandola, Mr. Andrii Hubai and Miss. Marie Gerardy.

ໃນໄລຍະເວລາ 3 ມື້ ຂອງການສຳມະນາ ແມ່ນກວມເອົາລາຍລະອຽດຂອງວິທີການການຄົ້ນຄວ້າທາງກົດໝາຍ, ເຊິ່ງແນໃສ່ເສີມສ້າງທັກສະພື້ນຖານໃນການຄົ້ນຄວ້າທາງກົດໝາຍໃຫ້ແກ່ອາຈານທີ່ ຄນລ.
ໃນງານສຳມະນາ ປະກອບມີບົດບັນຍາຍໃນຫົວຂໍ້ “ກົດໝາຍ ໃນຖານະເປັນສາຂາວິຊາຮຽນໜຶ່ງ”, “ບົດບາດ ແລະ ໜ້າທີ່ຂອງອົງການຕຸລາການ”, ພ້ອມທັງປະກອບມີ ການເຝິກອົບຮົມ ກ່ຽວກັບ “ການອ້າງອີງເອກະສານ, ການຄັດລອກຜົນງານຂອງຜູ້ອື່ນ ແລະ ຈັນຍາບັນທາງວິຊາການ” ຫຼື “ທັກສະການສິດສອນ” ເຊິ່ງໃນການເຝິກອົບຮົມດັ່ງກ່າວ ແມ່ນຜູ້ເຂົ້າຮ່ວມໄດ້ມີການແບ່ງກຸ່ມກັນເຂົ້າຮ່ວມການເຝິກອົບຮົມວິທີການຄົ້ນຄວ້າ ທີ່ຕ່າງລະດັບກັນກໍຄື ລະດັບພື້ນຖານ ແລະ ລະດັບສູງ (ເຊັ່ນ “ການເຮັດບົດຄົ້ນຄວ້າທີ່ດີ: ຂັ້ນຕອນ ແລະ ຕົວຢ່າງຂອງບົດຄົ້ນຄວ້າ”; “ວິທີການອອກຄຳເຫັນກ່ຽວກັບຄຳຕັດສິນຂອງສານ” ແລະ ອື່ນໆ.)








ຄະນະ ຈາກ ມະຫາວິທະຍາໄລລຸກຊຳບວກ ຍັງໄດ້ເປັນກຽດເຂົ້າຢ້ຽມຢາມ ທ່ານລັດຖະມົນຕີ ກະຊວງຍຸຕິທຳ ທ່ານໄຊສີ ສັນຕະວົງ ໃນວັນທີ 24 ພຶດສະພາ ອີກດ້ວຍ.
ຂ່າວສານ
ໃນວັນທີ 23 ຫາ 26 ເມສາ 2019, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ມະຫາວິທະຍາໄລລຸກຊຳບວກ ໄດ້ຕ້ອນຮັບ ທ່ານ ດຣ. ບາຊັກ ບາລາຍານ ໃນການເປັນສຳມະນາກອນ ໃນງານສຳມະນາ ເປັນເວລາສີ່ມື້ ໃນຫົວຂໍ້ “ກົດໝາຍສິດທິມະນຸດສາກົນ”.

ດຣ. ບາຊັກ ບາລາຍານ ເປັນຜູ້ຊ່ຽວຊານຜູ້ໜຶ່ງທີ່ມີຊື່ສຽງ ແລະ ປະສົບການ ໃນຂົງເຂດສິດທິມະນຸດ ແລະ ທ່ານໄດ້ຂຽນກ່ຽວກັບສິດທິມະນຸດມາຫຼາຍສົມຄວນ, ໂດຍສະເພາະ ກ່ຽວກັບ ທຸລະກິດ ແລະ ສິດທິມະນຸດ. ທ່ານໄດ້ຈັດຊຸດບົດບັນຍາຍ ໃຫ້ແກ່ ບັນດາຄູອາຈານ 15 ທ່ານ ຈາກ ຄນລ, ສຸມໃສ່ບັນຫາທົ່ວໄປ ແລະ ສະເພາະເຈາະຈົງ ໃນຂົງເຂດຂອງກົດໝາຍສິດທິມະນຸດສາກົນ ໂດຍສະເພາະແມ່ນ ດ້ານການລົງທຶນຕ່າງປະເທດ. ຜູ້ເຂົ້າຮວ່ມທຸກຄົນ ແມ່ນມີສ່ວນຮ່ວມໃນບົດສົນທະນາ ແລະ ພ້ອມທັງໄດ້ຮັບໃບຢັ້ງຢືນໃນການເຂົ້າຮວ່ມການສຳມະນາ.

ດຣ. ບາຊັກ ບາລາຍານ ຍັງໄດ້ເຊີນ ດຣ. ບົວລະພຽນ ສີສຸກ ເຊິ່ງເປັນອາຈານຢູ່ທີ່ ຄນລ ເຂົ້າຮ່ວມໃຫ້ການບັນຍາຍໃນງານສຳມະນາເຊັ່ນດຽວກັນ ເຊິ່ງເພິ່ນກໍໄດ້ບັນຍາຍໃນຫົວຂໍ້ກ່ຽວກັບ ສິດທິມະນຸດໃນກົດໝາຍຂອງອາຊຽນ.


ຂ່າວສານ
ໃນວັນທີ 21 ມີນາ 2019, ດຣ. ເພີຣີນ ຊິມອນ ຜູ້ປະສານງານໂຄງການຈາກ ມະຫາວິທະຍາໄລລຸກຊຳບວກ ທີ່ປະຈຳຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດການເຝິກອົບຮົມ ພາຍໃຕ້ຫົວຂໍ້ “ການຄົ້ນຄວ້າທາງກົດໝາຍ ແມ່ນຫຍັງ?”. ໃນການເຝິກອົບຮົມ ມີອາຈານ ແລະ ສະມາຊິກ ຈາກ ຄນລ ແລະ ພະແນກຄົ້ນຄວ້າ ຈາກ ມະຫາວິທະຍະໄລແຫ່ງຊາດ ປະມານ 20 ທ່ານ ໄດ້ເຂົ້າຮວ່ມ. ການເຝິກອົບຮົມໄດ້ສ້າງໂອກາດໃຫ້ ຜູ້ເຂົ້າຮ່ວມ ຮຽນຮູ້ ແລະ ສົນທະນາແລກປ່ຽນ ກ່ຽວກັບ ຄວາມຄ້າຍຄື ແລະ ຈຸດພິເສດທີ່ແຕກຕ່າງ ຂອງ ວິທິການຄົ້ນຄວ້າໃນຂົງເຂດຂອງກົດໝາຍ ແລະ ລັດຖະສາດ.

ຂ່າວສານ
ຂໍສະແດງຄວາມຍິນດີແກ່ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ, ຕາງໜ້າ ສປປ ລາວ ໄປເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ໃນເດືອນມີນາ 2019 ນີ້ ຢູ່ທີ່ ຮົງກົງ.
ໃນການແຂ່ງຂັນລະດັບຊາດ ແລະ ລະດັບນາໆຊາດ ໃນປີ 2018 ແລະ 2019 ນັກສຶກສາທີ່ເຂົ້າຮ່ວມແຂ່ງຂັນ ແມ່ນໄດ້ຮັບການເຝິກຊ້ອມກັບຜູ້ປະສານງານໂຄງການ. ໃນຮອບແຂ່ງຂັນທີ່ຈັດຂຶ້ນຢູ່ຮົງກົງ, ຕົວແທນນັກສຶກສາລາວຖືໄດ້ວ່າເຮັດໄດ້ດີຫຼາຍ ທຽບກັບມະຫາວິທະຍາໄລອັນດັບຕົ້ນໆໃນອາຊີ ເໜືອກວ່າຕົວແທນຈາກປະເທດໄທ, ອິນໂດເນເຊຍ ແລະ ຫວຽດນາມ.

ໃນເດືອນພະຈິກ 2019 ທີ່ຜ່ານມາ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດຫຼັກສູດເຝິກອົບຮົມການແຂ່ງຂັນສານຈຳລອງ ຈັດຂຶ້ນທີ່ ຄນລ ນຳພາໂດຍຜູ້ຊ່ຽວຊານສານຈຳລອງ (ທ່ານ ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອະດີດຄູເຝິກທີ່ ມະຫາວິທະຍາໄລລຸກຊຳບວກ ໃຫ້ນັກສຶກສາເຂົ້າແຂ່ງຂັນສານຈຳລອງ JESSUP Moot).
ຂ່າວສານ
ໃນເດືອນກຸມພາປີ 2019, ເປັນຄັ້ງທໍາອິດທີ່ ກອງປະຊຸມຄະນະຊີ້ນຳ ຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ມະວິທະຍາໄລແຫ່ງຊາດ ເຊິ່ງໄດ້ຈັດຂື້ນທີ່ ເມືອງລຸກຊໍາບວກ. ຄະນະຕາງໜ້າທີ່ໄດ້້ເດີນທາງໄປປະເທດລຸກຊໍາບວກລວມມີ ຮສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ສົມສັກ ສິລິທິບ, ຜູ້ປະສານງານຂອງໂຄງການ ຈາກຝ່າຍ ຄນລ ເຊິ່ງ ຮ່ວມໂດຍ ດຣ. ເພີຣີນ ຊີມອນ, ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊໍາບວກ ປະຈໍາຢູ່ລາວ. ການເດີນທາງໄປປະເທດລຸກຊໍາບວກໃນຄັ້ງນີ້ ລວມມີການເຂົ້າຢ້ຽມຢາມສານຍຸຕິທໍາສະຫະພາບເອີຣົບ, ການພົບປະກັບຜູ້ອໍານວຍການໂຮງຮຽນກົດໝາຍຂັ້ນປະລິນຍາເອກຂອງມະຫາວິທະຍາໄລລຸກຊໍາບວກ ແລະ ນັກສຶກສາປະລິນຍາເອກ ພ້ອມທັງພົບປະກັບເອກອັກຄະລັດຖະທູດລາວ ປະຈໍາປະເທດແບນແຊນ.
ການຢ້ຽມຢາມຄັ້ງນີ້ເປັນຄັ້ງທໍາອິດຂອງຄະນະບໍດີ ຄນລ ທີ່ ມະຫາວິທະຍາໄລລຸກຊຳບວກ.
ຂ່າວສານ
ວັນພະຫັດ ແລະ ວັນສຸກ ວັນທີ 20-21 ເດືອນທັນວາ 2018, ໂດຍການຮ່ວມມືລະຫວ່າງຄະນະນິຕິສາດ ເເລະ ລັດຖະສາດ ກັບ ມະຫາວິທະຍາໄລ ລຸກຊຳບວກ, ໄດ້ໃຫ້ການຕ້ອນຮັບການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ ຂອງ ດຣ. ບາຊັກ ບາລາຍານ ເຊິ່ງເປັນຜູ້ຊ່ຽວຊານທາງດ້ານສິດທິມະນຸດ ແລະ ເປັນນັກຄົ້ນຄວ້າຫລັງປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ ເຊິ່ງເປັນສະຖາບັນທີ່ທ່ານໄດ້ຮັບປະລິນຍາເອກ ຄົ້ນຄວ້າລົງເລິກຫົວຂໍ້ ”ວິສາຫະກິດ ແລະ ສິດທິມະນຸດ: ສຶກສາຄົ້ນຄວ້າກ່ຽວກັບບັນທັດຖານສາກົນໃນຂົງເຂດການດຳເນີນວິສະຫະກິດສຳລັບກົດໝາຍພາຍໃນ”.
ໃນບົດບັນຍາຍທັງສີ່ບົດຂອງທ່ານ ມີນັກສຶກສາລະດັບປະລິນຍາຕີ ເເລະ ຄູອາຈານເຂົ້າຮ່ວມກວ່າຮ້ອຍຄົນ ເຊິ່ງມີ ຫົວຂໍ້ບັນຍາຍຄື: “ປະຫວັດຄວາມເປັນມາຂອງກົດຫມາຍສາກົນ ວ່າດ້ວຍສິດທິມະນຸດ”, “ກົນໄກພາຍໃຕ້ກົດບັດຂອງ ສະຫະປະຊາຊາດ”, “ກົນໄກພາຍໃຕ້ສົນທິສັນຍາຂອງ ສະຫະປະຊາຊາດ” ແລະ “ໂລກາພິວັດ ເເລະ ສິດທິມະນຸດ”.

ຂ່າວສານ
ໃນວັນພຸດ ວັນທີ 28 ພະຈິກ 2018 ອົງການກາແດງສາກົນ ໄດ້ຈັດການເເຂ່ງຂັນສານຈຳລອງອາຊີປາຊີຟິກ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລລຸກຊຳບວກ ໂດຍນັກສຶກສາໄດ້ຜ່ານການເຝິກອົບຮົມຈາກທ່ານ ດຣ. ເພີຣີນ ຊິມອນ ເຊິ່ງເປັນຜູ້ປະສານງານຂອງມະຫາວິທະຍາໄລລຸກຊຳບວກ ປະຈຳຢູ່ນະຄອນຫຼວງວຽງຈັນ ແລະ ດຣ. ລໍເຣັ້ນ ຊິຣີ ຈາກ ວິທະຍາໄລມະຫາວິທະຍາໄລຄອກ (University College Cork ຜ່ານຫຼັກສູດເຝິກອົບຮົມ ເປັນເວລາ 1 ອາທິດ.
ພວກເຮົາຂໍສະເເດງຄວາມຍິນດີກັບນັກສຶກສາເຂົ້າຮ່ວມທຸກຄົນ, ໂດຍສະເພາະເເມ່ນ ຜູ້ຊະນະເລີດການເເຂ່ງຂັນສານຈຳລອງ ທີ່ຈະເດີນທາງໄປເເຂ່ງຂັນໃນຮອບນາໆຊາດ ໃນເດືອນ ມີນາ 2019 ທີ່ຮົງກົງ.

ຂ່າວສານ
ເປັນຄັ້ງທຳອິດທີ່ມະຫາວິທະຍາໄລລຸກຊໍາບວກໄດ້ຈັດ ຫຼັກສູດກຽມສານຈໍາລອງ ທີ່ນຳໂດຍ ດຣ. ລໍເຣັ້ນ ຊີຣີ ທີ່ເປັນຜູ້ຊ່ຽວຊານກ່ຽວກັບການແຂ່ງຂັນສານຈຳລອງ. ດຣ. ລໍເຣັ້ນ ໄດ້ດຳເນີນຫຼັກສູດດັ່ງກ່າວ ເປັນເວລາຫ້າມື້ ໃຫ້ແກ່ນ້ອງນັກສຶກສາຜູ້ທີ່ຈະເຂົ້າແຂ່ງຂັນ “ສານຈໍາລອງອາຊີປາຊີຟິກວ່າດ້ວຍກົດໝາຍມະນຸດສະທໍາສາກົນ”.

ດຣ. ລໍເຣັ້ນ ຊີຣີ ເຊິ່ງເປັນອາຈານສອນທີ່ University College Cork ປະເທດອຽກລັງ ແລະ ເປັນອະດີດນັກຄົ້ນຄວ້າທີ່ມະຫາວິທະຍາໄລລຸກຊຳບວກ ໄດ້ມາທີ່ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ທີ່ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກ. ທ່ານຍັງເປັນອະດີດຄູເຝິກໃຫ້ນັກສຶກສາທີ່ມະຫາວິທະຍາໄລລຸກຊຳບວກທີ່ຈະເຂົ້າຮ່ວມແຂ່ງຂັນສານຈຳລອງ JESSUP Moot ແລະ ທັງເປັນອະດີດທະນາຍຄວາມຝ່າຍຈຳເລີຍໃນຄະດີອາຍາ.

ດຣ. ລໍເຣັ້ນ ຊີຣີ ຍັງໄດ້ໃຫ້ການບັນຍາຍແບບເປີດກວ້າງໃນຫົວຂໍ້ “ໂຄງຮ່າງການຈັດຕັ້ງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ” ໃຫ້ແກ່ນັກສຶກສາ ແລະ ອາຈານທີ່ ຄນລ ຫຼາຍກວ່າ 100 ຄົນ ພາຍໃຕ້ຂອບການຮ່ວມມືຂອງໂຄງການຂອງພວກເຮົາກັບສະຖາບັນ ILSTA (ບົດບັນຍາຍແບບເປີດກວ້າງຂອງ ILSTA ຈັດທີ່ ຄນລ).
ຂ່າວສານ
ດຣ. ລໍເຣັ້ນ ຊີຣີ, ອາຈານຈາກວິທະຍາໄລມະຫາວິທະຍາໄລ ຄອກ (ອຽກລັງ) ແລະ ອະດີດນັກຄົ້ນຄວ້າຈາກມະຫາວິທະຍາໄລ ລຸກຊຳບວກ, ໄດ້ມາຢ້ຽມຢາມຄະນະນິຕິສາດ ແລະ ລັດຖະສາດ ມຊ (ນະຄອນຫຼວງວຽງຈັນ) ໃນລະຫວ່າງວັນທີ 5-9 ພະຈິກທີ່ຜ່ານມາ. ທ່ານໄດ້ມາຕາມການຕົກລົງກັບໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ເພື່ອທີ່ຈະມາເຝິກອົບຮົມໃຫ້ແກ່ນັກສຶກສາກຽມພ້ອມເຂົ້າຮ່ວມແຂ່ງຂັນ ສານຈຳລອງຮອບປະເທດ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ທີ່ຈັດໂດຍຄະນະກຳມະການກາແດງສາກົນ.
ໃນການຢ້ຽມຢາມຄັ້ງນີ້, ດຣ. ຊີຣີ ຍັງໄດ້ເຫັນດີໃຫ້ການບັນຍາຍພິເສດ ທີ່ ຄນລ ໃນວັນທີ 7 ພະຈິກ ເປັນການປະກອບສ່ວນໃນວຽກງານການຮ່ວມມືລະຫວ່າງທາງໂຄງການ ແລະ ສະຖາບັນ ILSTA ເຊິ່ງບັນຍາຍໃນຫົວຂໍ້ “ໂຄງສ້າງ ແລະ ຜູ້ເຂົ້າຮ່ວມໃນກົດໝາຍອາຍາສາກົນ”. ໃນການບັນຍາຍ ມີການແນະນຳໃຫ້ຜູ້ຟັງໄດ້ຮູ້ຈັກກົດໝາຍອາຍາສາກົນ ພ້ອມທັງບົດບາດ ແລະ ຂອບອຂດອຳນາດຂອງສານອາຍາສາກົນ. ການບັນຍາຍ ແມ່ນຈັດຂຶ້ນທີ່ອາຄານອະເນກປະສົງຂອງ ຄນລ ແລະ ມີນັກສຶກສາ ແລະ ອາຈານຈາກຄະນະ ເຂົ້າຮ່ວມຫຼາຍກວ່າ 100 ຄົນ. ໃນການບັນຍາຍ ມີການຖາມຕອບຢ່າງຟົດຟື້ນ ໃຫ້ເຫັນໄດ້ວ່າກົດໝາຍກົດໝາຍອາຍາສາກົນ ເປັນກົດໝາຍທີ່ມີຄວາມໜ້າສົນໃຈຫຼາຍ.

























