ນັກສຶກສາລາວຜູ້ທຳອິດທີ່ໄດ້ໄປແລກປ່ຽນຢູ່ທີ່ ມະຫາວິທະຍາໄລລຸກຊຳບວກ, ເດືອນກັນຍາ 2019

ຂອບໃຈໂຄງການອິຣັສມຸດ ພລັສ (Erasmus+ programme) ເຊິ່ງສະໜັບສະໝູນໂດຍ ຄະນະກໍາມະການເອີຣົບ (ສະຫະພາບເອິຣົບ) ມະຫາວິທະຍາໄລລຸກຊໍາບວກ ໄດ້ຕ້ອນຮັບນັກສຶກສາແລກປ່ຽນຄົນລາວຜູ້ທໍາອິດໃນເດືອນກັນຍາ 2019. ມະຫາວິທະຍາໄລລຸກຊໍາບວກ ໄດ້ເຊັນຂໍ້ຕົກລົງກັບມະຫາວິທະຍາໄລແຫ່ງຊາດໃນເດືອນເມສາ 2019 ໃນການເປັນມະຫາວິທະຍາໄລທີ່ຮ່ວມໃນໂຄງການ ອິຣັສມຸດ ພລັສ ຜ່ານຄະນະນິຕິສາດ ແລະ ລັດຖະສາດ. ນັກສຶກສາດທີ່ຈະໄປແລກປ່ຽນ ແມ່ນຖືກຄັດເລືອກໂດຍອີງໃສ່ ຄວາມຮູ້ທາງກົດໝາຍ, ລະດັບພາສາອັງກິດ ແລະ ຄວາມຕັ້ງໃຈຂອງນັກສຶກສາ ໂດຍການຄັດເລືອກ ແມ່ນຜ່ານການປະສານງານກັບທາງຄະນະນິຕິສາດ ແລະ ລັດຖະສາດ, ໂດຍແມ່ນ ດຣ. ເພີຣີນ ຊິມອນ ກັບ ທ່ານ ສົມສັກ ສິລິທິບ ແລະ ທ່ານ ນາງ ສອນນາລີ ນັນທະວົງ ເຊິ່ງທັງສອງແມ່ນ ອຈ ພາຍໃນຄະນະ. ຜ່ານການຄັດເລືອກ ນາງ ທອງຄູນ ໄຊຍະຫົງ ໄດ້ຖືກຮັບເລືອກໃຫ້ທຶນການສຶກສາ ໄປສຶກສາເປັນເວລາໜຶ່ງພາກຮຽນ ໃນຫຼັກສູດປະລິນຍາຕີ ສາຂາກົດໝາຍ ທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ (Belval Campus). ນັກສຶກສາ ໄດ້ເຂົ້າຮ່ວມການຮຽນເປັນພາສາອັງກິດໃນພາກຮຽນທີໜຶ່ງ ໃນລະດູໜາວເຊິ່ງລວມມີວິຊາ ກົດໝາຍລັດຖະທຳມະນູນໂລກ, ກົດໝາຍລະຫວ່າງຊາດພາກລັດ, ນິຕິປັດຊະຍາ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ກົດໝາຍແຮງງານ. ເຊິ່ງລາວກໍໄດ້ສໍາລັດ ແລະ ເສັງຜ່ານໄປດ້ວຍດີ. 

ມະຫາວິທະຍາໄລລຸກຊຳບວກ ເປັນມະຫາວິທະຍາໄລທີ່ໂດດເດັ່ນທີ່ມີຫຼາຍພາສາ ແລະ ວັດທະນະທໍາທີ່ຫຼາກຫຼາຍ ມີຈາກນັກສຶກສາຈາກທົ່ວທຸກມຸມໂລກມາຮຽນຢູ່. ນາງ ທອງຄູນ ໄດ້ກ່າວວ່າ ລາວໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງໃນໄລຍະການຮໍ່າຮຽນຢູ່ຕ່າງປະເທດ, ໂດຍສະເພາະວິທີການສອນໃນລຸກຊຳບວກ ທີ່ມີຄວາມແຕກຕ່າງຫຼາຍ ເມື່ອສົມທຽບໃສ່ປະເທດລາວ. ລາວໄດ້ຮຽນຮູ້ໃນເລື່ອງການສ້າງ ແລະ ຍົກເອົາແນວຄິດ ແລະ ຂໍ້ໂຕ້ແຍ້ງທາງກົດໝາຍ ແລະ ໄດ້ນຳໃຊ້ທັກສະດັ່ງກ່າວໂຕຈິງຜ່ານການເຮັດກໍລະນີສຶກສາ ແລະ ວິເຄາະ case-law ໄດ້ດີຂຶ້ນ, ໄດ້ເພີ່ມຄວາມຮູ້ຄວາມເຂົ້າກ່ຽວກັບທິດສະດີກົດໝາຍ ແລະ ຍັງໄດ້ເຮັດວຽກເປັນກຸ່ມຢູ່ເລື້ອຍໆໃນຫ້ອງຮຽນ. ນາງ ທອງຄູນ ຍັງໄດ້ພັດທະນາທັກສະພາສາອັງກິດຂອງຕົນຕື່ມອີກຫຼາຍ ແລະ ໄດ້ສ້າງປະສົບການໃໝ່, ພົບປະຄົນ ແລະ ໄດ້ຮຽນຮູ້ວັດທະນະທຳຕ່າງຊາດອີກດ້ວຍ. 

“ການໄປແລກປ່ຽນຢູ່ປະເທດລຸກຊຳບວກ ເຮັດໃຫ້ຂ້ອຍໄດ້ເຮັດໃນສິ່ງທີ່ຕົນບໍ່ຄຸ້ນເຄີຍມາກ່ອນ ແລະ ຍັງເປັນການເປີດປະຕູສູ່ປະສົບການ ແລະ ໂອກາດໃໝ່ໆໃຫ້ກັບຂ້ອຍເອງນຳອີກ.”

ນາງ ທອງຄູນ ຖືກຄັດເລືອກໃຫ້ເຂົ້າຮ່ວມຮຽນໃນຫຼັກສູດ STARS Winter School ໂດຍໄດ້ຮັບສະໜັບສະໜູນຈາກໂຄງການ Erasmus+ ເຊິ່ງເນັ້ນໜັກການບໍລິການທາງດ້ານກົດໝາຍໃນສະຫະພາບເອີຣົບ. ການຮຽນການສອນ ແມ່ນຈັດຂຶ້ນທີ່ ມະຫາວິທະຍາໄລໂຣມາເຕຣ (Roma Tre) ທີ່ປະເທດອິຕາລີ ໃນເດືອນກຸມພາ 2020 ແລະ ເຊິ່ງສ່ວນໜຶ່ງແມ່ນຈັດໂດຍ ສຈ. Elise Poillot ຈາກພາກວິຊານິຕິສາດ ຂອງ ມະຫາວິທະຍາໄລລຸກຊຳບວກ. ນີ້ຖືວ່າເປັນປະສົບການທີ່ອືກອັນໜຶ່ງຂອງນາງ ທອງຄູນ ທີ່ເຄີຍເປັນອາສາສະໝັກຢູ່ທີ່ ສູນບໍລິການທາງດ້ານກົດໝາຍເພື່ອປະຊາຊົນ ທີ່ ຄນລ ເຊິ່ງການມີສ່ວນຮ່ວມຄັ້ງນີ້ ແມ່ນເຮັດໃຫ້ລາວໄດ້ຮຽນຮູ້ຮ່ວມກັບການບໍລິການທາງດ້ານກົດໝາຍໃນບໍລິບົດຂອງເອີຣົບ ຮ່ວມກັບນັກສຶກສາຈາກມະຫາວິທະຍາໄລ Roma Tre ແລະ Brescia ໃນອິຕາລີ, ມະຫາວິທະຍາໄລ Palackeho V Olomouci ໃນສາທາລະນະລັດເຊັກ ແລະ ມະຫາວິທະຍາໄລ Romano-Americana ໃນຣູມານີ.