ການເຝິກອົບຮົມ ພາຍໃຕ້ຫົວຂໍ້ “ການຄົ້ນຄວ້າທາງກົດໝາຍ ແມ່ນຫຍັງ?”, ວັນທີ 21 ມີນາ 2019

ໃນວັນທີ 21 ມີນາ 2019, ດຣ. ເພີຣີນ ຊິມອນ ຜູ້ປະສານງານໂຄງການຈາກ ມະຫາວິທະຍາໄລລຸກຊຳບວກ ທີ່ປະຈຳຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດການເຝິກອົບຮົມ ພາຍໃຕ້ຫົວຂໍ້ “ການຄົ້ນຄວ້າທາງກົດໝາຍ ແມ່ນຫຍັງ?”. ໃນການເຝິກອົບຮົມ ມີອາຈານ ແລະ ສະມາຊິກ ຈາກ ຄນລ ແລະ ພະແນກຄົ້ນຄວ້າ ຈາກ ມະຫາວິທະຍະໄລແຫ່ງຊາດ ປະມານ 20 ທ່ານ ໄດ້ເຂົ້າຮວ່ມ. ການເຝິກອົບຮົມໄດ້ສ້າງໂອກາດໃຫ້ ຜູ້ເຂົ້າຮ່ວມ ຮຽນຮູ້ ແລະ ສົນທະນາແລກປ່ຽນ ກ່ຽວກັບ ຄວາມຄ້າຍຄື ແລະ ຈຸດພິເສດທີ່ແຕກຕ່າງ ຂອງ ວິທິການຄົ້ນຄວ້າໃນຂົງເຂດຂອງກົດໝາຍ ແລະ ລັດຖະສາດ.