ໂຮງຮຽນກົດໝາຍລະດູແລ້ງ ຄັ້ງທຳອິດ, ທີ່ເມືອງວັງວຽງ, ວັນທີ 22-24 ຕຸລາ 2019

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມມືກັນໃນການຈັດ “ໂຮງຮຽນກົດໝາຍລະດູແລ້ງ” ຄັ້ງທຳອິດ ທີ່ເມືອງວັງວຽງ ໂດຍເປັນການເນັ້ນໃສ່ການຄົ້ນຄວ້າທາງດ້ານກົດໝາຍ ໃນທີ 22-24 ຕຸລາ 2019.

ຜູ້ເຂົ້າຮ່ວມໃນການເຝິກອົບຮົມແບບໃໝ່ທີ່ຈັດຂຶ້ນໃນລະດູແລ້ງນີ້ ແມ່ນລວມທັງໝົດມີ 12 ທ່ານ ຈາກ ຄນລ (ຄະນະນິຕິສາດ ແລະ ລັດຖະສາດ, ມຊ). ການເຝິກອົບຮົມດັ່ງກ່າວ ແມ່ນປະກອບດ້ວຍບົດບັນຍາຍທີ່ໜ້າສົນໃຈຫຼາຍບົດ ເຊັ່ນ: “ພື້ນຖານຂອງກົດໝາຍ” ແລະ “ວິທີການຄົ້ນຄວ້າດ້ານວິຊາການຂອງກົດໝາຍ” ລວມໄປເຖິງການສົນຖະນາແລກປ່ຽນ ກ່ຽວກັບ “ວິທີການຄິດຄົ້ນຍຸດທະວິທີໃນການຄົ້ນຄວ້າດ້ານກົດໝາຍທີ່ເໝາະສົມ”, “ໂອກາດໃນການຕີພິມເຜີຍແຜ່ຜົນງານສຳລັບນັກຄົ້ນຄວ້າດ້ານກົດໝາຍໃນລາວ” ແລະ ບົດນຳສະເໜີຕ່າງໆຂອງບັນດາຄູອາຈານທີ່ເຂົ້າຮວ່ມ.

ຜູ້ເຂົ້າຮ່ວມໄດ້ນຳສະເໜີໂຄງການຄົ້ນຄວ້າຂອງພວກເຂົາເປັນພາສາອັງກິດ ແລະ ໄດ້ຮັບຄຳຄິດເຫັນ ພ້ອມທັງຄຳແນະນຳຈາກຄະນະຈາກມະຫາວິທະຍາໄລລຸກຊຳບວກ, ໂດຍມີ ສຈ. ສະເຕຟານ ບຣວມ, ດຣ. ເພີຣີນ ຊີມອນ, ດຣ. Relja Radovic, ທ່ານ ນາງ Nicole Citeroni, ທ່ານ ນາງ Loren Jolly ເປັນຄະນະ. ຫົວຂໍ້ທີ່ຖືກເລືອກ ແມ່ນລ້ວນແລ້ວແຕ່ຕິດແທດກັບປະເທດລາວ, ເຊິ່ງກ່ຽວຂ້ອງກັບສິ່ງແວດລ້ອມ, ການລົງທຶນຈາກສາກົນ, ການຊ່ວຍເຫຼືອດ້ານກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ພ້ອມທັງກົດໝາຍຄອບຄົວ ແລະ ກົດໝາຍແຮງງານ.

ຜູ້ສະໝັກໄດ້ເຂົ້າຮ່ວມການສົນທະນາຢ່າງຫ້າວຫັນກັບມິດສະຫາຍຂອງພວກເຂົາເປັນຄັ້ງທຳອິດ. ປະສົບການທີ່ສຳເລັດໝາກຜົນນີ້ຈະຖືກຈັດຂຶ້ນໃນປີໜ້າເຊັ່ນດຽວກັນ!


ກ່ອນທີ່ຈະເດີນທາງໄປເມືອງວັງວຽງກັບຜູ້ທີ່ໄດ້ຮັບເລືອກໃຫ້ເຂົ້າຮ່ວມ ໂຮງຮຽນກົດໝາຍລະດູແລ້ງ, ບັນດານັກຄົ້ນຄວ້າຈາກປະເທດລຸກຊຳບວກ ໄດ້ຈັດງານສຳມະນາໃນຫົວຂໍ້ “ບົດຄົ້ນຄວ້າທາງກົດໝາຍ ແລະ ວິທີການ” ຢູ່ທີ່ ຄນລ ທີ່ນະຄອນຫຼວງວຽງຈັນ. ການສຳມະນາ ແມ່ນໄດ້ເນັ້ນໃສ່ຫົວຂໍ້ “ແຫຼ່ງຂອງກົດໝາຍ”, “ວິທີການຊອກຫາຂໍ້ມູນໃນຄັງຂໍ້ມູນ” ແລະ “ໂຄງຮ່າງຄຳຕັດສິນຂອງສານ”  ແລະ ການສຳມະນາໃນຄັ້ງນີ້ແມ່ນມີຜູ້ເຂົ້າຣວ່ມເຖິງ 40 ທ່ານ ຈາກ ຄນລ ແລະ ສະຖາບັນຍຸຕິທຳແຫ່ງຊາດ.