ທຶນຄົ້ນຄວ້າ ປີ 2024-2025

ມະຫາວິທະຍາໄລລຸກຊຳບວກ ຍິນດີທີ່ຈະປະກາດວ່າ ພວກເຮົາຈະເປີດຮັບສະໝັກເພື່ອຄັດເລືອກ ພະນັກງານຈາກ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ທີ່ສົນໃຈເຮັດບົດຄົ້ນຄວ້າໃນຂົງເຂດກົດໝາຍ ເພື່ອມາດຳເນີນການຄົ້ນຄວ້າ ພາຍໃຕ້ການຊີ້ນຳຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ. ເງື່ອນໄຂໃນການສະໝັກ ທຶນຄົ້ນຄວ້ານີ້ ແມ່ນເນັ້ນໃສ່ ຄູອາຈານລາວ ໃຫ້ພັດທະນາທັກສະໃນທາງດ້ານວິຊາການ ແລະ ທັກສະໃນການຄົ້ນຄວ້າ ໃນຂົງເຂດກົດໝາຍ, ເພື່ອສ້າງຄວາມເຂັ້ມແຂງແກ່ຄວາມອາດສາມາດໃນການຄົ້ນຄວ້າຂອງຕົນເອງ ແລະ ຂອງສະຖາບັນ ອັນໄດ້ແກ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ. ຜູ້ສະໝັກຈະຕ້ອງເປັນອາຈານຂອງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຢ່າງໜ້ອຍຕ້ອງ ຈົບການສຶກສາລະດັບປະລິນຍາຕີ ໃນສາຂາກົດໝາຍ ຫຼື ມີທັກສະ/ຄວາມຊ່ຽວຊານທາງກົດໝາຍສູງ. ທຶນດັ່ງກ່າວແມ່ນບໍ່ໄດ້ ກຳນົດອາຍຸຜູ້ສະໝັກ. ໂດຍຜູ້ສະໝັກຈະຖືກຄັດເລືອກຕາມຜົນງານທີ່ສົ່ງມາ. ມະຫາວິທະຍາໄລລຸກຊຳບວກມີສິດເດັດຂາດໃນການຄັດເລືອກ ແລະ ຫຼື ການປະຕິເສດຜູ້ສະໝັກ. ເພື່ອໃຫ້ເປັນໄປຕາມ “ແຜນຍຸດທະສາດການຮ່ວມມືທົ່ວໄປເພື່ອການພັດທະນາທີ່ຍືນຍົງ ຂອງລຸກຊຳບວກ – ເສັ້ນທາງສູ່ ປີ 2030’’, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ ເປີດຮັບບົດສະເໜີການຄົ້ນຄວ້າທີ່ນອນໃນຫົວຂໍ້ຕ່າງໆລຸ່ມນີ້: … Continued

ໂຮງຮຽນກົດໝາຍລະດູໜາວຄັ້ງທີ 6, ວັນທີ 12​​-14 ທັນວາ 2023

ໂຄງການຮ່ວມມືມະຫາວິທະຍາໄລໄດ້ຈັດຕັ້ງໂຮງຮຽນກົດໝາຍລະດູໜາວ ເຊິ່ງຈັດຂຶ້ນເປັນຄັ້ງທີ 6 ໃນລະຫວ່າງ ວັນທີ 12​​-14 ທັນວາ 2023, ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ. ຜູ້ສະຫມັກ 20 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດຫມາຍຂອງພວກເຂົາ ໃນການສໍາມະນາແບບເລັ່ງລັດເປັນເວລາ 3 ມື້. ໂຮງຮຽນກົດໝາຍລະດູໜາວຄັ້ງທີ 6 ນີ້ປະກອບມີ ອາຈານສອນກົດໝາຍຈາກ ຄະນະນິຕິສາດ ແລະ ລັດຖະສາດ 14 ທ່ານ, ອາຈານສອນກົດໝາຍຈາກສະຖາບັນຍຸຕິທໍາ 2 ທ່ານ, ແລະ ນັກວິຊາການ 4 ທ່ານ (ທະນາຍຄວາມ 2 ທ່ານ, ຜູ້ພິພາກສາ 2 ທ່ານ). ໂຮງຮຽນກົດໝາຍລະດູໜາວໄດ້ລົງເລິກໃນຫົວຂໍ້ “ຫຼັກການຄວາມໂປ່ງໃສໃນລັດແຫ່ງກົດໝາຍ”. ໂຮງຮຽນກົດໝາຍລະດູໜາວໄດ້ສຸມໃສ່ໃນຫົວຂໍ້ ຄວາມເຊື່ອມໂຍງລະຫວ່າງ ການປົກຄອງທີ່ດີ ແລະ ຫຼັກແຫ່ງກົດໝາຍທີ່ກ່ຽວຂ້ອງກັບຫຼັກການສາທາລະນະ ແລະ ການເຂົ້າເຖິງຄວາມຍຸຕິທໍາ, ການປົກປ້ອງຄວາມໂປ່ງໃສໂດຍ 3 ອົງການຈັດຕັ້ງລັດ ແລະ ການປະຕິບັດຂອງການປົກຄອງທີ່ດີ ທີ່ກ່ຽວຂ້ອງກັບໃນຂອບເຂດການຕ້ານການສໍ້ລາດບັງຫຼວງສາກົນ. ໂຮງຮຽນກົດໝາຍລະດູໜາວຄັ້ງນີ້ໄດ້ສອນເປັນພາສາອັງກິດ … Continued

ການແຂ່ງຂັນສານຈໍາລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບຊາດ, ຄັ້ງວັນທີ 6 ທັນວາ 2023

ໃນວັນທີ 6 ທັນວາ 2023,  ການເເຂ່ງຂັນສານຈໍາລອງຂອງຄະນະກໍາມາທິການກາແດງສາກົນ ວ່າດ້ວຍກົດໝາຍມະນຸດສະທຳສາກົນລະດັບຊາດໄດ້ໄຂຂຶ້ນ ທີ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເຊິ່ງຈັດຂຶ້ນໂດຍ ມະຫາວິທະຍາໄລລຸກຊຳບວກ ໂດຍໂຄງການຮ່ວມມືມະຫາວິທະຍາໄລ. ໃນການແຂ່ງຂັນປີນີ້,  ທີມຜູ້ແຂ່ງຂັນ 3 ທີມ ແມ່ນໄດ້ແຂ່ງຂັນກັນວ່າຄວາມ ໂດຍປ່ຽນກັນສວມບົດບາດເປັນຝ່າຍໄອຍະການ ແລະ ຝ່າຍຈຳເລີຍເພື່ອໂຕແຍ່ງກັນ. ເຊັ່ນດຽວກັນກັບຫຼາຍໆປິທີິ່ຜ່ານມາການແຂ່ງຂັນໃນການວ່າຄວາມຄະດີຈຳລອງ ແມ່ນທີມຜູ້ເຂົ້າແຂ່ງຂັນໄດ້ຈຳລອງການວ່າຄວາມຕໍ່ໜ້າສານອາຍາສາກົນ (ICC). ບັນດາກຳມະການຕັດສິນສຳລັບການແຂ່ງຂັນສານຈຳລອງຮອບລະດັບປະເທດໃນປີນີ້ ແມ່ນໃຫ້ກຽດຮ່ວມໂດຍ ທ່ານ ຈິຣັດ ຈິດວະຣະວົງ ຈາກຄະນະກໍາມາທິການກາແດງສາກົນ, ຄະນະຜູ້ແທນປະຈໍາພາກພື້ນບາງກອກ (ທີ່ປຶກສາທາງດ້ານກົດໝາຍ) ແລະ ທ່ານ ນາງ ໂຊເຟຍ ຄາສັນ ຈາກມູນນິທິອາຊີ (ຫົວໜ້າໂຄງການ ໂຄງການຊ່ວຍເຫຼືອທາງກົດໝາຍໃນລາວ). ມະຫາວິທະຍາໄລລຸກຊໍາບວກໄດ້ຈັດການແຂ່ງຂັນ ແລະ ໃຫ້ການສະໜັບສະໜູນທາງດ້ານການເງິນ ໃນການແຂ່ງຂັນສານຈໍາລອງໃນປີນີ້. ດຣ. ລໍເຣນ ຊີລີ້ ໄດ້ທຸ່ມເທເວລາ ແລະ ຄວາມພະຍາຍາມໃນການຝຶກອົບຮົມໃຫ້ແກ່ທີມທີ່ເຂົ້າຮ່ວມການແຂ່ງຂັນ. ໃນແຕ່ລະອາທິດກໍໄດ້ມີການຝຶກອົບຮົມທາງໄກ ເພື່ອສ້າງແນວຄິດທາງດ້ານກົດໝາຍ ທີ່ຈະເອື້ອອໍານວຍໃນຫ້ອງພິຈາລະນາຄະດີ. ການແຂ່ງຂັນສານຈຳລອງກ່ຽວກັບກົດໝາຍມະນຸດສະທໍາສາກົນແມ່ນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍຢ່າງມີເຫດມີມີຜົນ … Continued

ຝຶກອົບຮົມວິທີການຄົ້ນຄວ້າທາງກົດໝາຍ, ການຄົ້ນຄວ້າແບບຄຸນນະພາບ, 27 ພະຈິກ – 1 ທັນວາ 2023

ມະຫາວິທະຍາໄລລຸກຊໍາບວກໄດ້ສືບຕໍ່ສະໜັບສະໜູນການຄົ້ນຄວ້າທາງດ້ານກົດໝາຍໃນ ສປປ ລາວ. ໃນນີ້, ການຝຶກອົບຮົມ 5 ວັນ ໂດຍພະແນກຄົ້ນຄວ້າຂອງ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ເປັນຜູ້ຈັດຂຶ້ນ ພາຍໃຕ້ການສະໜັບສະໜູນທາງດ້ານເຕັກນິກຈາກມະຫາວິທະຍາໄລລຸກຊໍາບວກ, ໂຄງການຮ່ວມມືມະຫາວິທະຍາໄລລະຫວ່າງລາວ-ລຸກຊໍາບວກ ແລະ ການສະໜັບສະໜູນດ້ານການເງິນຈາກ ໂຄງການ LAO/037 ທີ່ສຸມໃສ່ວິທີການຄົ້ນຄວ້າທາງດ້ານກົດໝາຍ, ການຄົ້ນຄວ້າແບບຄຸນນະພາບ ໃນລະຫວ່າງວັນທີ 27 ພະຈິກ ຫາ ວັນທີ 1 ທັນວາ ປີ 2023. ການຝຶກອົບຮົມໄດ້ຈັດຂຶ້ນທີ່ ທ່າລາດ ແລະ ໂດຍການເປັນປະທານໂດຍ ທ່ານ ບຸນຄົງ ເພັດດາວຮຸ່ງ, ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ແລະ ຮ.ສ. ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ. ງານສໍາມະນາໄດ້ລວມເອົາອາຈານສອນກົດໝາຍຫຼາຍກວ່າ 35 ທ່ານຈາກ ຄະນະນິຕິສາດ ແລະ ລັດຖະສາດ ແລະ … Continued

ການຝຶກອົບຮົບຫໍສະໝຸດອີເລັກໂຕນິກໃຫ້ແກ່ນັກສຶກສາປີ 1, 1 ພະຈິກ 2023

ໃນວັນທີ 1 ພະຈິກ 2023, ໂຄງການຮ່ວມມືມະຫາວິທະຍາໄລລາວລຸກຊໍາບວກໄດ້ຈັດການຝຶກອົບຮົມຫໍສະໝຸດອີເລັກໂຕນິກໃຫ້ແກ່ນັກສຶກສາປີ 1, ທີ່ ຄະນະນິຕິສາດ ແລະ ລັດຖະສາດ. ນັກສຶກສາປີ 1 ຈາກຄະນະນິຕິສາດ ແລະ ລັດຖະສາດ ຈໍານວນ 30 ນ້ອງໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງນໍາພາການຝຶກອົບຮົມໂດຍ ທ່ານ ປາດຖະໜາພອນ ນາມມະລາດ, ຜູ້ຊ່ວຍໂຄງການຮ່ວມມືມະຫາວິທະຍາໄລ. ທ່ານ ປາດຖະໜາພອນໄດ້ແນະນໍານ້ອງນັກສຶກສາໃຫ້ຮູ້ຈັກກັບແຫຼ່ງຂໍ້ມູນທີ່ມີຢູ່ໃນຄະນະ ແລະ ວິທີການເຂົ້າເຖິງແຫຼ່ງມູນແບບທາງໄກ. ການຝຶກອົມຮົບແມ່ນເປີດໂອກາດໃຫ້ນັກສຶກສາໄດ້ຮຽນຮູ້ວິທີການເຂົ້າເຖິງແຫຼ່ງຂໍ້ມູນອອນລາຍທີ່ໜ້າເຊື່ອຖື ຜ່ານຫໍສະໝຸດອີເລັກໂຕນິກ ເພື່ອເປັນປະໂຫຍດໃຫ້ແກ່ນັກສຶກສາໃນເວລາຮຽນ ແລະ ເຮັດບົດຄົ້ນຄວ້າ. ການຝຶກອົບຮົມໂດຍຜ່ານການປະຕິບັດຕົວຈິງກ່ຽວກັບວິທີການນໍາໃຊ້ສະໝຸດອີເລັກໂຕນິກ ໂດຍການນໍາໃຊ້ການຄົ້ນຫາທັງແບບພື້ນຖານ ແລະ ແບບຂັ້ນສູງ. ຜູ້ຝຶກອົບຮົມໄດ້ແນະນໍາເຕັກນິກໃນການຊອກຫາຂໍ້ມູນທີ່ກ່ຽວຂ້ອງ, ເພື່ອຊ່ວຍໃຫ້ນັກສຶກສາສາມາດພັດທະນາທັກສະການຄົ້ນຄວ້າທີ່ສໍາຄັນ. ນອກຈາກນີ້, ການຝຶກອົບຮົມຍັງຊ່ວຍໃຫ້ນັກສຶກສາເຂົ້າເຖິງຂໍ້ມູນອອນລາຍທີ່ໜ້າເຊື່ອຖື ຜ່ານເວັບໄຊຫໍສະໝຸດອີເລັກໂຕນິກ ຂອງຄະນະນິຕິສາດ ແລະ ລັດຖະສາດ. ນັກສຶກສາທີ່ເຂົ້າຮ່ວມແມ່ນໄດ້ປະກອບສ່ວນຢ່າງກະຕືລືລົ້ນໃນໄລຍະການຝຶກອົບຮົມ. ໃນຕອນທ້າຍ, ຜູ້ຝຶກອົບຮົມໄດ້ນໍາພາຫຼິ້ນກິດຈະກໍາທີ່ມ່ວນຜ່ານ Kahoot ເຊິ່ງວິທີການນີ້ກໍເຮັດໃຫ້ນັກສຶກສາສາມາດຝຶກຝົນ ແລະ ທົບທວນບັນດາຂໍ້ມູນຕ່າງໆທີ່ໃຫ້ໄປ. ພາຍຫຼັງການຝຶກອົບຮົມ ມີນ້ອງໆຫຼາຍກວ່າ 30​ ນ້ອງ … Continued

ງານສໍາມະນາວ່າດ້ວຍປະເພນີທາງກົດໝາຍແບບສົມທຽບ, 14-16 ມິຖຸນາ 2023

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນວຽກງານການສອນ ແລະ ການພັດທະນາຂີດຄວາມສາມາດ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດລາວ. ໃນລະຫວ່າງວັນທີ 14-16 ມິຖຸນາ, 2023, ງານສໍາມະນາໄດ້ຈັດຂຶ້ນ 3 ວັນ ພາຍໃຕ້ຫົວຂໍ້ປະເພນີທາງກົດໝາຍແບບສົມທຽບ ທີ່ນະຄອນຫຼວງວຽງຈັນ. ໂຄງການໄດ້ໃຫ້ການຕ້ອນຮັບ ສາສະດາຈານ Elise Poillot, ສາສະດາຈານຜູ້ທີ່ມາຈາກມະຫາວິທະຍາໄລ ລຸກຊໍາບວກ, ມາເປັນຜູ້ນໍພາໃນງານສໍາມະນາ. ງານສໍາມະນາມຸ້ງເນັ້ນໃສ່ການເພີ່ມພູນຄວາມຮູ້ທາງກົດໝາຍຂອງຜູ້ເຂົ້າຮ່ວມ ກ່ຽວກັບລະບົບກົດໝາຍທີ່ມີຄວາມແຕກຕ່າງກັນ ແລະ ການພັດທະນາທາງປະຫວັດສາດຂອງບັນດາກົດໝາຍເຫຼົ່ານັ້ນ. ໂດຍສະເພາະແມ່ນ, ການໃຊ້ການປຽບທຽບລະຫວ່າງແຫຼ່ງກົດໝາຍທີ່ມາຈາກຈຸລະພາກ ແລະ ມະຫາພາກ. ໂດຍງານສໍາມະນາຂອງພວກເຮົາໄດ້ຮຽນເຊີນບັນດາອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ, ອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ ຢູ່ໃນນະຄອນຫຼວງວຽງຈັນ, ແລະ ຍັງມີຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມແຫ່ງ ສປປ ລາວ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ ໄອຍະການຈາກອົງການໄອຍະການປະຊາຊົນສູງສຸດ. ໃນວາລະຕອນເຊົ້າຂອງງານສໍາມະນາມື້ທໍາອິດ, ຜູ້ເຂົ້າຮ່ວມໄດ້ຮັບຄໍາແນະນໍາໃຫ້ຮູ້ຈັກກ່ຽວກັບເງື່ອນໄຂທີ່ໃຊ້ໃນການຈັດປະເພດປະເພນີທາງດ້ານກົດໝາຍ. ໃນວາລະດັ່ງກ່າວແມ່ນໄດ້ປະກອບມີການສົນທະນາກັນກ່ຽວກັບປະຫວັດຄວາມເປັນມາຂອງລະບົບກົດໝາຍ, ປະເພດຂອງແຫຼ່ງທີ່ມາທາງກົດໝາຍ, ແລະ ລະບົບກົດໝາຍທີ່ມີສອງຮູບແບບ. ຈຸດປະສົງຂອງການນໍາສະເໜີແມ່ນເພື່ອໃຫ້ຄວາມຮູ້ຜູ້ເຂົ້າຮ່ວມ … Continued

ໂຮງຮຽນກົດໝາຍລະດູແລ້ງ, 7-9 ມິຖຸນາ 2023

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊໍາບວກໄດ້ໃຫ້ການສະໜັບສະໜູນການພັດທະນາລັດແຫ່ງກົດໝາຍ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ຈັດງານໂຮງຮຽນກົດໝາຍລະດູແລ້ງຄັ້ງທີ 5 ໃນລະຫວ່າງຊ່ວງວັນທີ 7-9 ມິຖຸນາ 2023 ທີ່ນະຄອນຫຼວງວຽງຈັນ. ຜູ້ສະຫມັກ 17 ທ່ານໄດ້ຖືກຄັດເລືອກໂດຍອີງຕາມຄວາມສົນໃຈໃນການປັບປຸງຄວາມຮູ້ທາງດ້ານກົດໝາຍຂອງພວກເຂົາ ໃນການເຂົ້າຮ່ວມສໍາມະນາແບບເລັ່ງລັດເປັນເວລາ 3 ວັນ. ງານສຳມະນາຄັ້ງນີ້ ປະກອບມີອາຈານສອນກົດໝາຍຈາກຄະນະນິຕິສາດ ແລະ ລັດຖະສາດ 9 ທ່ານ, ອາຈານສອນກົດໝາຍຈາກສະຖາບັນຍຸຕິທໍາແຫ່ງຊາດ 2 ທ່ານ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ 2 ທ່ານ, ໄອຍາການຈາກສະຖາບັນຝຶກອົບຮົບຂອງອົງການໄອຍາການປະຊາຊົນສູງສຸດແຫ່ງ ສປປປ ລາວ 2 ທ່ານ, ແລະ ນັກກົດໝາຍມາຈາກສະພາທະນາຍຄວາມ 2 ທ່ານ. ໂຮງຮຽນກົດໝາຍລະດູແລ້ງມຸ່ງເນັ້ນການເສີມສ້າງຄວາມຮູ້ຜູ້ເຂົ້າຮ່ວມກ່ຽວກັບ “ວິທີການທາງກົດໝາຍໃນການສ້າງລັດແຫ່ງກົດໝາຍ” ໂດຍສະເພາະແມ່ນວິທີການທາງກົດໝາຍ ທີ່ມີຄວາມກ່ຽວຂ້ອງກັບການຕີຄວາມໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍ. ໂຮງຮຽນກົດໝາຍລະດູແລ້ງໄດ້ລົງເລິກກ່ຽວກັບຂະບວນທັດຂອງວິທີການທາງກົດໝາຍ, ວິທີການສ້າງລັດແຫ່ງກົດໝາຍ ແລະ ວິທີການສ້າງກົດໝາຍ, ວິທີການການນໍາໃຊ້ກົດໝາຍ ແລະ ຂອບເຂດການເຮັດວຽກຂອງກົດໝາຍໃນສາກົນ ໂດຍສະເພາະແມ່ນ ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງ. ໂຮງຮຽນກົດໝາຍລະດູຮ້ອນແມ່ນດໍາເນິນເປັນພາສາອັງກິດເຊິ່ງນໍາພາໂດຍ ສາສະດາອາຈານ … Continued

ຝຶກອົບຮົມພະນັກງານຫໍສະໝຸດ, ວັນທີ 24 ເມສາ – 19 ພຶດສະພາ 2023 

ພາຍໃຕ້ກອບການເຮັດວຽກຂອງ ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ການພັດທະນາເສີມສ້າງຄວາມອາດສາມາດໃຫ້ແກ່ ພະນັກງານຫໍສະໝຸດຂອງຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ຖືກວ່າເປັນບູລິມະສິດທີ່ຄຽງູຸຄູ່ກັນກັບການສ້າງ E-library. ໃນນີ້, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ໄດ້ຮ່ວມມືກັບ ອົງການຂໍ້ມູນຂ່າວສານອີເລັກໂຕຣນິກສຳລັບຫໍສະໝຸດ ໃນປະເທດໄທ ຫຼື EIFL-Thailand ເພື່ອສະໜັບສະໜຸນການເສີມສ້າງຂີດຄວາມອາດສາມາດຂອງພະນັກງານຫໍສະໝຸດ/ບັນນາຮັກຂອງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ຄນລ, ມຊ). ການຝຶກອົມຮົມແມ່ນຖືກຈັດຢູ່ພາຍໃນຫໍສະໝຸດ ຄນລ ຕັ້ງແຕ່ວັນທີ 24 ເມສາ – 19 ພຶດສະພາ 2023. ຈຸດປະສົງໃນການປະສານສົມທົບ ກັບທາງ EIFL ປະເທດໄທນີ້ກໍແມ່ນເພື່ອ ຫັນປ່ຽນຫໍສະໝຸດ ຄນລ ໃຫ້ກາຍເປັນຫໍສະໝຸດທີ່ມີໃຊ້ສອຍສິ່ງອຳນວຍຄວາມສະດວກໄດ້ຢ່າງຄົບຖ້ວນ ພ້ອມທັງມີບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ.  ການຝຶກອົບຮົມທັງ 4 ອາທິດນີ້ແມ່ນນຳພາໂດຍ ຊ່ຽວຊານທີ່ຈັດຫາມາໂດຍ EIFL ໄດ້ແກ່ ທ່ານ ນາງ ສຸຣາຊະວະດີ ດິດສະກຸນ ແລະ ທ່ານ ນາງ ສົມປອງ ອຸດົມເດດ, ເຊິ່ງແມ່ນຜູ້ຊ່ຽວຊານທີ່ມີປະສົບການມາຢ່າງຍາວນານ ໃນການເຮັດວຽກຢູ່ຫໍສະໝຸດທາງວິຊາການ. ການຝຶກອົມຮົມແມ່ນສຸມໃສ່ພະນັກງານຫໍສະໝຸດຂອງ ຄນລ ໂດຍສະເພາະ … Continued

ການຢ້ຽມຢາມຂອງ ສາສະດາຈານ ດຣ. André Prüm, ຄັ້ງວັນທີ 4-6 ເມສາ 2023

ພາຍໃຕ້ຂອບເຂດການເຮັດວຽກຂອງໂຄງການຮ່ວມມືຂອງມະຫາວິທະຍາໄລລາວ-ລຸກຊໍາບວກ, ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນທັກສະທາງການສອນ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດລາວ. ໃນໂອກາດດັ່ງກ່າວ, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລລາວ-ລຸກຊໍາບວກ ໄດ້ໃຫ້ກຽດເຊີນ ສາສະດາຈານ ດຣ. André Prüm ມາເປັນຜູ້ບັນຍາຍໃນການສໍາມະນາ. ຈຸດປະສົງຫຼັກໃນການຈັດງານສໍາມະນາ 3 ວັນໃນຄັ້ງນີ້ ແມ່ນເພື່ອແນະນໍາຜູ້ເຂົ້າຮ່ວມກ່ຽວກັບຫຼັກການຂອງກົດໝາຍການເຮັດສັນຍາ ແລະ ໂດຍສະເພາະແມ່ນການສຶກສາກ່ຽວກັບ “ປະມວນກົດໝາຍແພ່ງສະບັບໃໝ່ຂອງລາວ ກັບ ການປະຕິບັດໃນສາກົນ”. ງານສໍາມະນາແມ່ນໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2023 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດໃນນະຄອນຫຼວງວຽງຈັນ. ງານສໍາມະນາໄດ້ມຸ່ງເນັ້ນໃສ່ນິຍາມຂອງສັນຍາ ທີ່ໄດ້ມາຈາກການຕີຄວາມໝາຍຂອງກົດໝາຍພາຍໃນ ແລະ ສາກົນ, ຄວາມເປັນອິດສະຫຼະ ແລະ ຜົນບັງຄັບຂອງສັນຍາ, ເງື່ອນໄຂຂອງສັນຍາທີ່ສາມາດນໍາໃຊ້ໄດ້, ແລະ ການປະຕິບັດສັນຍາ. ໂດຍໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງພວກເຮົາໄດ້ຮຽນເຊີນຄະນະອາຈານຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະອາຈານຈາກສະຖາບັນຍຸຕິທຳແຫ່ງຊາດ (ສຍຊ) ຢູ່ໃນນະຄອນຫຼວງວຽງຈັນ, ແລະ ຍັງມີຜູ້ປະຕິບັດກົດໝາຍ ໂດຍສະເພາະແມ່ນນັກກົດໝາຍ ຜູ້ທີ່ເປັນສະມາຊິກຂອງສະພາທະນາຍຄວາມ, ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ແລະ … Continued

ງານແຂ່ງຂັນສານຈໍາລອງຄັ້ງທີ 21 ວ່າດ້ວຍກົດໝາຍມະນຸດສະທຳສາກົນ ລະດັບສາກົນ 8-11 ມີນາ 2023

ພວກເຮົາຂໍສະແດງຄວາມຍິນດີ ກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມງານແຂ່ງຂັນສານຈໍາລອງຄັ້ງທີ 21 ວ່າດ້ວຍກົດໝາຍມະນຸດສະທຳສາກົນໃນປີ 2023 ທີ່ໄດ້ຈັດຂຶ້ນທີ່ຮົງກົງ ໃນລະຫວ່າງວັນທີ 8-11 ມີນາ 2023. ເຊິ່ງການແຂ່ງຂັນແມ່ນໄດ້ຈັດແບບເຊິ່ງໜ້າ, ຫຼັງຈາກຂໍ້ຈໍາກັດຈາກສະຖານະການຂອງການແພ່ລະບາດຂອງພະຍາດໂຄວິດ 19. ການແຂ່ງຂັນແມ່ນໄດ້ຮວບຮວມເອົາບັນດານັກສຶກສາກົດໝາຍຈາກມະຫາວິທະຍາໄລຕ່າງໆໃນພາກພື້ນອາຊີ-ປາຊິຟິກມາເຂົ້າຮ່ວມ. ມະຫາວິທະຍາໄລລຸກຊໍາບວກ ແມ່ນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມການແຂ່ງຂັນຮອບສາກົນໃນຄັ້ງນີ້! ໂດຍ ດຣ ເພີຣິນ ຊິມອນ ໄດ້ເປັນຜູ້ຝຶກຊ້ອມໃຫ້ກັບທີມ ຮ່ວມກັບ ທ່ານ ນາງ ເພົາລີນາ ແບສເຕິນ ຜູ້ປະສານງານໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊໍາບວກ. ທີມຕົວແທນປະເທດລາວໄດ້ມີການຝຶກຊ້ອມ ຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ຂອງການແຂ່ງຂັນ ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ໃນເດືອນທັນວາ ປີ 2022.  ຜູ້ເຂົ້າແຂ່ງຂັນໄດ້ເຮັດວຽກຢ່າງໜັກ ແລະ ໄດ້ເອົາໃຈໃສ່ ຕັ້ງໃຈກັບການແຂ່ງຂັນສານຈໍາລອງຄັ້ງນີ້ຫຼາຍ ຍ້ອນວ່າຈະໄດ້ນໍາໃຊ້ກົດຫມາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດ ທັງຫມົດ. ຫຼັງຈາກ 4 ມື້ຂອງການແຂ່ງຂັນ ດ້ວຍຈໍານວນທີມນັກສຶກສາທີ່ເຂົ້າຮ່ວມທັງຫມົດ 24 ທີມ ຂອງນັກສຶກສາກົດໝາຍທົ່ວອາຊີ-ປາຊີຟິກ. ມະຫາວິທະຍາໄລ Adelaide (ທີມນັກສຶກສາຈາກປະເທດອອດສເຕເລຍ) ເປັນທີມທີ່ສາມາດຍາດເອົາໄຊຊະນະຈາກການແຂ່ງຂັນມາໄດ້, ລາງວັນຮອງຊະນະເລີດໄດ້ແກ່ … Continued