ມະຫາວິທະຍາໄລລຸກຊຳບວກ ໄດ້ປະກອບສ່ວນໃນກອງປະຊຸມປະຈຳປີຂອງ ສະຖາບັນ ILSTA, ວັນທີ 11-13 ກຸມພາ 2020

ພາຍໃຕ້ຂອບການຮ່ວມມືລະຫວ່າງໂຄງການຂອງພວກເຮົາກັບສະຖາບັນ ILSTA, ມະຫາວິທະຍາໄລລຸກຊຳບວກໄດ້ປະກອບສ່ວນໃນກອງປະຊຸມປະຈຳປີຂອງສະຖາບັນ ILSTA ຢູ່ທີ່ນະຄອນຫຼວງວຽງຈັນ ວັນທີ 11-13 ກຸມພາ 2020 ພາຍໃຕ້ຫົວຂໍ້ ອາຊະຍາກຳທີ່ມີການຈັດຕັ້ງ. ສຈ. ສະເຕຟານ ບຣວມ ໄດ້ນຳສະເໜີບັນຍາຍໃນຫົວຂໍ້ “criminal policy ແລະ ການຫລຸດຜ່ອນການກໍ່ອາຊະຍາກຳ” ແລະ ດຣ. ເພີຣີນ ຊິມອນ ໄດ້ນຳສະເໜີໃນຫົວຂໍ້ “ຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີອາຍາ”. ຜູ້ປະສານງານຍັງໄດ້ຈັດການຈຳລອງການໄຕ່ສວນ ດຳເນີນໂດຍ ຮສ. ອາແຊ ຄູດີ ຈາກປະເທດຝຣັ່ງ (ມະຫາວິທະຍາໄລ Rouen), ດຣ. ລໍເຣັ້ນ ຊີຣີ ອະດີດນັກສຶກສາປະລິນຍາເອກ ມະຫາວິທະຍາໄລລຸກຊຳບວກ ແລະ ທ່ານ ແມັກຊ ມູເລີ (ທະນາຍຄວາມ ຈາກປະເທດລຸກຊຳບວກ) ເປັນຜູ້ພິພາກສາ, ໄອຍະການ ແລະ ທະນາຍຝ່າຍຈຳເລີຍ ໃນຄະດີສົມມຸດ ສອງຄະດີ ເຊິ່ງເນັ້ນໜັກເຖິງບົດບາດຂອງຜູ້ເຂົ້າຮ່ວມໃນທີ່ປະຊຸມສານ ວ່າຄວາມຂໍ້ຫາກ່ຽວກັບການຄ້າມະນຸດ ແລະ ການຄ້າຢາເສບຕິດ/ການຟອກເງິນ. “ຜູ້ເຂົ້າຮ່ວມ” … Continued

ການຢ້ຽມຢາມຂອງ ສາສະດາຈານ ຮັບໂພລ, ບົດບັນຍາຍກົດໝາຍລະຫວ່າງຊາດພາກລັດ, ວັນທີ 4-7 ກຸມພາ 2020

ສາສະດາຈານ ແມັດທິວ ຮັບໂພລ, ຈາກມະຫາວິທະຍາໄລລຸກຊໍາບວກ ໄດ້ມາຢ້ຽມຢາມລາວເປັນຄັ້ງທີສອງ ເປັນເວລາອາທິດໜຶງ ໃນລະຫວ່າງວັນທີ 4-7 ຂອງເດືອນກຸມພາປີ 2020. ທ່ານໄດ້ໃຫ້ການບັນຍາຍກ່ຽວກັບກົດໝາຍລະຫວ່າງຊາດພາກລັດ ພາຍໃຕ້ຫົວຂໍ້ “ກົດໝາຍ ແລະ ການນໍາໃຊ້ສົນທິສັນຍາ” (ເນັ້ນໜັກສົນທິສັນຍາກຸງວຽນ) ໃຫ້ແກ່ອາຈານ ຄນລ 20 ທ່ານ. ທ່ານຍັງໄດ້ໃຫ້ການບັນຍາຍພິເສດກ່ຽວກັບ “ການຂວ້ຳບາດທາງເສດຖະກິດໃນດ້ານກົດໝາຍສາກົນ ແລະ ການພົວພັນແບບສະໃໝໃໝ່” ເປັນສ່ວນໜຶ່ງຂອງການບັນຍາຍເປີດກວ້າງຂອງສະຖາບັນ ILSTA ທີ່ຈັດໃຫ້ແກ່ນັກສຶກສາ ຄນລ.

ການຢ້ຽມຢາມຂອງນັກຄົ້ນຄວ້າປະລິນຍາເອກ ທ່ານແອນດຣີ ຮູໄບ, ເດືອນທັນວາ 2019

ໃນຂອບການຮ່ວມມືກັບມະຫາວິທະຍາໄລລຸກຊໍາບວກ, ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຕ້ອນຮັບ ທ່ານ ແອນດຣີ ຮູໄບ, ນັກຄົ້ນຄວ້າຈາກມະຫາວິທະຍາໄລລຸກຊຳບວກ ເປັນຄັ້ງທີສອງ. ທ່ານ ແອນດຣີ ໄດ້ມາແບ່ງປັນຄວາມຮູ້ກ່ຽວກັບ ຄະນະກຳມະການແກ້ໄຂຂໍ້ຂັດແຍ່ງນອກສານ ຫຼື ອະນຸຍາໂຕຕຸລາການ ແລະ ການລົງທຶນຕ່າງປະເທດ ຢູ່ພາຍໃນ ກອງປະຊຸມການຄົ້ນຄວ້າທາງກົດໝາຍ ທີ່ໄດ້ຈັດຂຶ້ນໂດຍ ຄະນະນິຕິສາດ ແລະ ລັດຖະສາດ. ທ່ານ ແອນດຣີ ຍັງໄດ້ໃຫ້ການເຝິກອົບຮົມກ່ຽວກັບ ‘ວິທີການຊອກຫາຂໍ້ມູນໃນຄັງຂໍ້ມູນ’ ເພື່ອປະກອບເຂົ້າໃນການຄົ້ນຄວ້າ ຢູ່ທີ່ຫ້ອງໄອທີພາຍໃນຫໍສະມຸດ ແລະ ພ້ອມທັງຈັດການເຝິກອົບຮົມກ່ຽວກັບ ກົດໝາຍ ວ່າດ້ວຍການລົງທຶນໂດຍກົງຈາກຕ່າງປະເທດນຳອີກດ້ວຍ.

ການແຂ່ງຂັນສານຈຳລອງ ຂອງອົງການກາແດງສາກົນ, ແຂ່ງຂັນລະດັບປິເທດ, ວັນທີ 20-21 ພະຈິກ 2019

ໃນວັນທີ 20-21 ເດືອນພະຈິກ 2019, ການແຂ່ງຂັນສານຈຳລອງລະດັບປະເທດ ກ່ຽວກັບກົດໝາຍມະນຸດສະທຳສາກົນ ໂດຍອົງການກາແດງສາກົນ ໄດ້ຖືກຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.   ຜູ້ເຂົ້າແຂ່ງຂັນລວມມີທັງໝົດ 6 ທີມ ປະກອບດ້ວຍນັກສຶກສາ 2 ຄົນຕໍ່ທີມ ເຊິ່ງໄດ້ສະແດງບົດບາດການເປັນທະນາຍຄວາມ ຫຼື ໄອຍະການ ໃຫ້ແກ່ ຝ່າຍຈຳເລີຍ ແລະ ໂຈດ ໃນການວ່າຄວາມຄະດີສົມມຸດ ຕໍ່ໜ້າສານອາຍາສາກົນ. ການແຂ່ງຂັນສານຈຳລອງຂອງອົງການກາແດງສາກົນນີ້ ເປັນໂອກາດທີ່ດີຫຼາຍໃຫ້ແກ່ນັກສຶກສາໃນການຝຶກທັກສະ ການຄົ້ນຄິດທາງດ້ານກົດໝາຍ  ໂດຍການອ້າງເຫດຜົນ ແລະ ຮຽນຮູ້ວິທີການຍົກຂໍ້ໂຕ້ແຍ້ງຂອງຕົນຢ່າງເໝາະສົມ  ພ້ອມທັງໄດ້ພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດນຳອີກດ້ວຍ!  ທີມຜູ້ເຂົ້າແຂ່ງຂັນທັງໝົດນີ້ ໄດ້ຜ່ານການເຝິກຊ້ອມກັບ ດຣ. ເພີຣີນ ຊິມອນ ຈາກມະຫາວິທະຍາໄລລຸກຊຳບວກ. ດຣ. ລໍເຣັ້ນ ຊີຣີ ແລະ ຄະນະກຳມະການກາແດງສາກົນປະຈຳບາງກອກ. ຂໍສະແດງຄວາມຍິນດີກັບຜູ້ເຂົ້າຮ່ວມແຂ່ງຂັນໝົດທຸກຄົນ ໂດຍສະເພາະ ທີມຊະນະເລີດ ໄດ້ແກ່ ນາງ ລຸ້ງລາວັນ ວົງໄຊ … Continued

ການຢ້ຽມຢາມຂອງ ທ່ານ ສຈ. ມີເນເຕຣ, ການບັນຍາຍໃນຫົວຂໍ້ ສິດໃນການໄຕ່ສວນຄະດີທີ່ເປັນທຳ, ວັນທີ 12-15 ພະຈິກ 2019

ໃນຂອບການຮ່ວມມືລະຫວ່າງ ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະນິຕິສາດ ແລະ ລັດຖະສາດ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ສຈ. ເຊເວີຣີນ ມີເນເຕຣ ຈາກຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ທ່ານ ສຈ. ມີເນເຕຣ, ແມ່ນຜູ້ຊ່ຽວຊານດ້ານການດຳເນີນຄະດີກົດໝາຍແພ່ງ. ໃນຄັ້ງນີ້ທ່ານໄດ້ນຳພາການສຳມະນາເປັນເວລາ 4 ວັນຄູອາຈານສອນກົດໝາຍ ແລະ ເນັ້ນໜັກກ່ຽວກັບ “ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”.  ທ່ານ ສຈ. ໄດ້ເນັ້ນໜັກ ແລະ ວິເຄາະມາດຕະຖານທີ່ສາກົນນຳໃຊ້ໃນການໄຕ່ສວນຄະດີທີ່ເປັນທຳ (ໂດຍສະເພາະໃນມາດຕາ 14 ຂອງສົນທິສັນຍາສາກົນວ່າດ້ວຍສິດທິທາງແພ່ງ ແລະ ການເມືອງ), ກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ ຂອງລາວ ແລະ ລັດຖະທຳມະນູນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນການສຳມະນາ ແມ່ນເຂົ້າຮ່ວມໂດຍບັນດາຄູອາຈານ ຈາກ ຄນລ ແລະ ສາຖາບັນຍຸຕິທຳແຫ່ງຊາດ, ນັກສຶກສາຈາກພາກວິຊາກົດໝາຍແພ່ງ ແລະ ກົດໝາຍອາຍາ ກໍຖືກເຊີນໃຫ້ເຂົ້າຮ່ວມເຊັ່ນກັນ. … Continued

ການເຝິກຊ້ອມການເຂົ້າຮ່ວມສານຈຳລອງ, ວັນທີ 4-8 ພະຈິກ 2019

ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ຮ່ວມມືກັບ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ດຣ. ເຮເລນ ເດິ ກີດ ແລະ ທ່ານ ດຣ. ລໍເຣັ້ນ ຊີຣີ ເພື່ອມາດຳເນີນການເຝິກຊ້ອມການແຂ່ງຂັນສານຈຳລອງ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໃນລະຫວ່າງວັນທີ 4-8 ພະຈິກ 2019. ທັງສອງທ່ານ ໄດ້ມີປະສົບການທີ່ຍາວນານໃນການເຝິກຊ້ອມການເຮັດສານຈຳລອງ ທີ່ມະຫາວິທະຍາໄລລຸກຊຳບວກ. ການເຝິກຊ້ອມການແຂ່ງຂັນສານຈຳລອງໄດ້ຈັດຂຶ້ນເປັນເວລາ 4 ວັນ ໃຫ້ແກ່ບັນດານັກສຶກສາຄະນະນິຕິສາດ ແລະ ລັດຖະສາດ ຜູ້ທີ່ຈະໄປເຂົ້າຮ່ວມໃນ ການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ ໃນພາກພື້ນອາຊີປາຊີຟິກ. ການແຂ່ງຂັນສານຈຳລອງ ແມ່ນສຳຄັນຕໍ່ “ການຮຽນຮູ້ຈາກບັນຫາ” ແລະ ສົ່ງເສີມການສິດສອນທີ່ກ່ຽວຂ້ອງກັບການປະຕິບັດ. ນັກຮຽນຈະບໍ່ພຽງແຕ່ພັດທະນາທັກສະທາງດ້ານກົດໝາຍເທົ່ານັ້ນ, ແຕ່ຍັງມີທັກສະການປາກເວົ້າ ແລະ ການໂຕ້ວາທີ, ພ້ອມທັງທັກສະດ້ານພາສາອັງກິດຂອງພວກເຂົານຳອີກ. ນັກຮຽນທຸກຄົນແມ່ນໄດ້ຮັບໃບຢັ້ງຢືນພາຍຫຼັງສຳເລັດການເຝິກຊ້ອມ. ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ດຣ. … Continued

ໜັງສືພິມວຽງຈັນທາມ ລາຍງານຂ່າວກ່ຽວກັບ ໂຮງຮຽນກົດໝາຍລະດູແລ້ງ ປີ 2019

ໜັງສືພິມວຽງຈັນທາມ ໄດ້ລາຍງານຂ່າວກ່ຽວກັບ ໂຮງຮຽນກົດໝາຍລະດູແລ້ງ ທີ່ຈັດໂດຍມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດ. ຄະນະຕາງໜ້າຈາກຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ຈາກມະຫາວິທະຍາໄລລຸກຊຳບວກ ແລະ ຜູ້ເຂົ້າຮ່ວມການເຝິກອົບຮົມດ້ານກົດໝາຍ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ຈຳນວນ 12 ທ່ານ ໄດ້ເຂົ້າຮວ່ມການເຝິກອົບຮົມ ກ່ຽວກັບການຄົ້ນຄວ້າທາງດ້ານກົດໝາຍເປັນເວລາ 1 ອາທິດ ທີ່ເມືອງວັງວຽງ, ເພື່ອແລກປ່ຽນຄວາມຮູ້ກ່ຽວກັບພື້ນຖານຂອງກົດໝາຍ ແລະ ວິທີການໃນການດຳເນີນການຄົ້ນຄວ້າທາງດ້ານກົດໝາຍ. ກິດຈະກຳຮ່ວມມືໃນການສ້າງສັກກະຍະພາບໃນຂົງເຂດການສຶກສາສາຂາກົດໝາຍ ແມ່ນໄດ້ເລີ່ມຂຶ້ນແຕ່ປີ 2017 ໂດຍການຮວ່ມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລລຸກຊຳບວກ.

ໂຮງຮຽນກົດໝາຍລະດູແລ້ງ ຄັ້ງທຳອິດ, ທີ່ເມືອງວັງວຽງ, ວັນທີ 22-24 ຕຸລາ 2019

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມມືກັນໃນການຈັດ “ໂຮງຮຽນກົດໝາຍລະດູແລ້ງ” ຄັ້ງທຳອິດ ທີ່ເມືອງວັງວຽງ ໂດຍເປັນການເນັ້ນໃສ່ການຄົ້ນຄວ້າທາງດ້ານກົດໝາຍ ໃນທີ 22-24 ຕຸລາ 2019. ຜູ້ເຂົ້າຮ່ວມໃນການເຝິກອົບຮົມແບບໃໝ່ທີ່ຈັດຂຶ້ນໃນລະດູແລ້ງນີ້ ແມ່ນລວມທັງໝົດມີ 12 ທ່ານ ຈາກ ຄນລ (ຄະນະນິຕິສາດ ແລະ ລັດຖະສາດ, ມຊ). ການເຝິກອົບຮົມດັ່ງກ່າວ ແມ່ນປະກອບດ້ວຍບົດບັນຍາຍທີ່ໜ້າສົນໃຈຫຼາຍບົດ ເຊັ່ນ: “ພື້ນຖານຂອງກົດໝາຍ” ແລະ “ວິທີການຄົ້ນຄວ້າດ້ານວິຊາການຂອງກົດໝາຍ” ລວມໄປເຖິງການສົນຖະນາແລກປ່ຽນ ກ່ຽວກັບ “ວິທີການຄິດຄົ້ນຍຸດທະວິທີໃນການຄົ້ນຄວ້າດ້ານກົດໝາຍທີ່ເໝາະສົມ”, “ໂອກາດໃນການຕີພິມເຜີຍແຜ່ຜົນງານສຳລັບນັກຄົ້ນຄວ້າດ້ານກົດໝາຍໃນລາວ” ແລະ ບົດນຳສະເໜີຕ່າງໆຂອງບັນດາຄູອາຈານທີ່ເຂົ້າຮວ່ມ. ຜູ້ເຂົ້າຮ່ວມໄດ້ນຳສະເໜີໂຄງການຄົ້ນຄວ້າຂອງພວກເຂົາເປັນພາສາອັງກິດ ແລະ ໄດ້ຮັບຄຳຄິດເຫັນ ພ້ອມທັງຄຳແນະນຳຈາກຄະນະຈາກມະຫາວິທະຍາໄລລຸກຊຳບວກ, ໂດຍມີ ສຈ. ສະເຕຟານ ບຣວມ, ດຣ. ເພີຣີນ ຊີມອນ, ດຣ. Relja Radovic, ທ່ານ ນາງ Nicole … Continued

ນັກສຶກສາລາວຜູ້ທຳອິດທີ່ໄດ້ໄປແລກປ່ຽນຢູ່ທີ່ ມະຫາວິທະຍາໄລລຸກຊຳບວກ, ເດືອນກັນຍາ 2019

ຂອບໃຈໂຄງການອິຣັສມຸດ ພລັສ (Erasmus+ programme) ເຊິ່ງສະໜັບສະໝູນໂດຍ ຄະນະກໍາມະການເອີຣົບ (ສະຫະພາບເອິຣົບ) ມະຫາວິທະຍາໄລລຸກຊໍາບວກ ໄດ້ຕ້ອນຮັບນັກສຶກສາແລກປ່ຽນຄົນລາວຜູ້ທໍາອິດໃນເດືອນກັນຍາ 2019. ມະຫາວິທະຍາໄລລຸກຊໍາບວກ ໄດ້ເຊັນຂໍ້ຕົກລົງກັບມະຫາວິທະຍາໄລແຫ່ງຊາດໃນເດືອນເມສາ 2019 ໃນການເປັນມະຫາວິທະຍາໄລທີ່ຮ່ວມໃນໂຄງການ ອິຣັສມຸດ ພລັສ ຜ່ານຄະນະນິຕິສາດ ແລະ ລັດຖະສາດ. ນັກສຶກສາດທີ່ຈະໄປແລກປ່ຽນ ແມ່ນຖືກຄັດເລືອກໂດຍອີງໃສ່ ຄວາມຮູ້ທາງກົດໝາຍ, ລະດັບພາສາອັງກິດ ແລະ ຄວາມຕັ້ງໃຈຂອງນັກສຶກສາ ໂດຍການຄັດເລືອກ ແມ່ນຜ່ານການປະສານງານກັບທາງຄະນະນິຕິສາດ ແລະ ລັດຖະສາດ, ໂດຍແມ່ນ ດຣ. ເພີຣີນ ຊິມອນ ກັບ ທ່ານ ສົມສັກ ສິລິທິບ ແລະ ທ່ານ ນາງ ສອນນາລີ ນັນທະວົງ ເຊິ່ງທັງສອງແມ່ນ ອຈ ພາຍໃນຄະນະ. ຜ່ານການຄັດເລືອກ ນາງ ທອງຄູນ ໄຊຍະຫົງ ໄດ້ຖືກຮັບເລືອກໃຫ້ທຶນການສຶກສາ ໄປສຶກສາເປັນເວລາໜຶ່ງພາກຮຽນ ໃນຫຼັກສູດປະລິນຍາຕີ ສາຂາກົດໝາຍ ທີ່ຄະນະກົດໝາຍ, ເສດຖະສາດ … Continued

ການດຳເນີນການຄົ້ນຄວ້າຄັ້ງທີສອງ ຢູ່ທີ່ປະເທດລຸກຊໍາບວກ, ເດືອນພຶດສະພາ-ມິຖຸນາ 2019

ອາຈານລາວສອງທ່ານ,​ ທ່ານ ບຸນເລີດ ຊາພັກດີ ແລະ ທ່ານ ສົມສັກ ຫົງວິຈິດ, ໄດ້ຖືກຕ້ອນຮັບໂດຍມະຫາວິທະຍາໄລລຸກຊໍາບວກ ເປັນເວລາສອງເດືອນ ເພື່ອໄປດຳເນີນການຄົ້ນຄວ້າ ນັບແຕ່ເດືອນພຶດສະພາ ຫາ ເດືອນມິຖຸນາ 2019. ພາຍຫຼັງເດີນທາງເຖິງ, ອາຈານທັງສອງທ່ານ ໄດ້ໃຫ້ການນໍາສະເໜີຫົວຂໍ້ທີ່ຕ້ອງການຄົ້ນຄວ້າທີ່ງານຈັດໂດຍ ໂຮງຮຽນກົດໝາຍລະດັບປະລິນຍາເອກ ຂອງມະຫາວິທະຍາໄລລຸກຊໍາບວກ.​ ພວກເພິ່ນໄດ້ມີໂອກາດຮັບຄໍາຕິຊົມຈາກທາງສາດສະດາຈານ ແລະ ພົບປະນັກສຶກສາປະລິຍາເອກຜູ້ອື່ນໆພ້ອມ.​ ອາຈານທັງສອງໄດ້ເຂົ້າຮ່ວມການສໍາມະນາ ແລະ ການບັນຍາຍຕ່າງໆ ທີ່ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ໄດ້ນໍາໃຊ້ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກຂອງທາງມະຫາວິທະຍາໄລ, ໂດຍສະເພາະຫ້ອງສະໝຸດເອເລັກໂຕຣນິກ. ພວກທ່ານຍັງໄດ້ປຶກສາຫາລືຢ່າງເຈາະເລິກກ່ຽວກັບບົດຄົ້ນຄວ້າຂອງຕົນ ກັບສາສະດາຈານທີ່ເປັນທີ່ປຶກສາ ແລະ ນັກຄົ້ນຄວ້າຜູ້ອື່ນໆ. ອາຈານທັງສອງ ແມ່ນກຳລັງຮ່າງບົດຄວາມວາລະສານກົດໝາຍ ໂດຍໄດ້ຮັບການນຳພາ ແລະ ເປັນທີ່ປຶກສາໂດຍຜູ້ປະສານງານໂຄງການ ເຊິ່ງຈະຊ່ວຍໃຫ້ທັງສອງໄດ້ຮັບການຕີພິມໃນວາລະສານກົດໝາຍ ທີ່ເປັນພາສາອັງກິດ. ບົດຄົ້ນຄວ້າທັງສອງ ແມ່ນມີຄວາມຕິດພັນ ແລະ topical ສຳລັບປະເທດລາວ ເຊິ່ງ ທ່ານ ສົມສັກ ໄດ້ເຮັດບົດຄົ້ນຄວ້າກ່ຽວກັບ “ວິວັດທະນາການຂອງກົນໄກການບັງຄັບປະຕິບັດສົນທິສັນຍາປະຊາຄົມເສດຖະກິດເອີຣົບແບບເກົ່າ: … Continued