ບົດບັນຍາຍພິເສດ ກ່ຽວກັບ ລັດແຫ່ງກົດໝາຍ, ວັນທີ 2 ພະຈິກ 2018

ດຣ. ເພີຣີນ ຊິມອນ, ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍໃນຫົວຂໍ້ “ລັດເເຫ່ງກົດໝາຍ’’ ໃນວັນທີ 2 ພະຈິກ 2018 ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລເເຫ່ງຊາດ. ການບັນຍາຍຄັ້ງນີ້ ແມ່ນຈັດຂຶ້ນໂດຍໂຄງການຮ່ວມມືຂອງມະຫາວິທະຍາໄລລຸກຊຳບວກ ເຊິ່ງຮ່ວມກັບ ສະຖາບັນ ILSTA ທີ່ຈັດການບັນຍາຍແບບນີ້ໃຫ້ແກ່ນັກສຶກສາ ຄນລ ເປັນປະຈຳ. ການບັນຍາຍຄັ້ງນີ້ ມີນັກສຶກສາ, ຄູອາຈານ ເເລະ ຊ່ຽວຊານທາງດ້ານກົດໝາຍເຂົ້າຮ່ວມຫຼາຍກວ່າ 120 ຄົນ.

ບົດບັນຍາຍເປີດກວ້າງ ພາຍໃຕ້ຫົວຂໍ້ “ແມ່ນໃຜທີ່ເປັນຜູ້ເຂົ້າຮ່ວມໃນສານອາຍາ?” 23 ພຶດສະພາ 2018

ໃນວັນພຸດທີ 23 ຂອງເດືອນພຶດສະພາ, ດຣ ເຮເລັນ ເດີ ກີສ ໄດ້ໃຫ້ການບັນຍາຍ ທີ່ຄະນະນິຕິສາດ ແລະ ລັດຖະສາດ ພາຍໃຕ້ຫົວຂໍ້ “ແມ່ນໃຜທີ່ເປັນຜູ້ເຂົ້າຮ່ວມໃນສານອາຍາ?”. ບົດບັນຍາຍດັ່ງກ່າວໄດ້ຖືກຈັດຂຶ້ນໂດຍການຮ່ວມມືລະຫວ່າງສະຖາບັນ ILSTA ແລະ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.​ ດຣ. ເຮເລັນ ໄດ້ນໍາສະເໜີກ່ຽວກັບບົດບາດອັນສໍາຄັນຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ນັບຕັ້ງແຕ່ຜູ້ພິພາກສາໄປຈົນເຖິງຈໍາເລີຍ. ໃນບົດບັນຍາຍ ມີນັກສຶກສາ ແລະ ອາຈານຫຼາຍກວ່າ 120 ຄົນເຂົ້າຮ່ວມ. ນັກສຶກສາໄດ້ໃຫ້ຄວາມສົນໃຈຢ່າງສູງໃນຫົວຂໍ້ ເຊິ່ງສະແດງອອກໃນການສົນທະນາ ແລະ ໃນຊ່ວງຂອງການຖາມ-ຕອບ.

ການຢ້ຽມຢາມຂອງອາຈານຈາກລຸກຊຳບວກຄັ້ງທຳອິດ, ເດືອນມິຖຸນາ 2018

ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຕ້ອນຮັບສາສະດາຈານສອງທ່ານຈາກມະຫາວິທະຍາໄລລຸກຊຳບວກ ສຈ. ລູກາ ຣັດຕິ ແລະ ສຈ. ແມັດທິວ ຮັບໂພຣ ທີ່ຕາງໜ້າມາສອນທີ່ນະຄອນຫຼວງວຽງຈັນ ເປັນເວລາອາທິດ. ທ່ານທັງສອງໄດ້ໃຫ້ການບັນຍາຍກ່ຽວກັບ ກົດໝາຍລະຫວ່າງຊາດພາກລັດ ແລະ ກົດໝາຍແຮງງານ ໃຫ້ແກ່ຄູອາຈານ ຄນລ. ໂດຍຮ່ວມມືກັບ ILSTA ທ່ານທັງສອງຍັງໄດ້ປະກອບສ່ວນ ໂດຍການໃຫ້ການບັນຍາຍແລກປ່ຽນກັບນັກສຶກສາ ຄນລ. ສຈ. ແມັດທິວ ຮັບໂພຣ ໄດ້ເປີດການສໍາມະນາໃນຫົວຂໍ້ “ກົດໝາຍລະຫວ່າງປະເທດໃນໂລກທີ່ມີອຳນາດຫຼາຍຂົ້ວ, ທັດສະນະໃນຍຸກຂອງ ທ່ານ ໂດນອລ ທຣັມ, ທ່ານ ປູຕິນ ແລະ ການລາອອກຈາກສະຫະພາບເອີຣົບຂອງອັງກິດ (Brexit) ເຊິ່ງຄູອາຈານ ແລະ ນັກສຶກສາຫຼາຍກວ່າ 140 ທ່ານ ເຂົ້າຮ່ວມການສຳມະນາໃນຄັ້ງນີ້ Pr. Ratti also gave an open lecture on “The Core Concepts … Continued

ບົດບັນຍາຍເປີດກວ້າງ ພາຍໃຕ້ຫົວຂໍ້ “ບົດບາດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ” ໃນວັນທີ 22 ພະຈິກ 2017

ດຣ. ເຮເລັນ ເດິ ກີສ ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍໃນຫົວຂໍ້ “ບົດບາດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ” ໃນວັນທີ 22 ພະຈິກ 2017 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ການຈັດການບັນຍາຍຄັ້ງນີ້ ຖືວ່າຢູ່ໃນຂົງເຂດການຮ່ວມມືລະຫວ່າງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ທີ່ໄດ້ຈັດການບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາໃນຄະນະນິຕິສາດ ແລະ ລັດຖະສາດ. ໃນນີ້ ມະຫາວິທະຍາໄລລຸກຊຳບວກກໍໃຫ້ການປະກອບສ່ວນຢູ່ເປັນປະຈຳ. ດຣ. ເຮເລັນ ໄດ້ຍົກໃຫ້ເຫັນຄວາມຮູ້ທົ່ວໄປ ກ່ຽວກັບປະຫວັດການສ້າງຕັ້ງສະພາຄວາມໝັ້ນຄົງ, ໂຄງຮ່າງການຈັດຕັ້ງ, ລະບົບການເຮັດວຽກ ແລະ ລວມໄປເຖິງ ອຳນາດໃນການນຳໃຊ້ມາດຕະການຂວໍ້າບາດ. ນ້ອງນັກສຶກສາຫຼາຍກວ່າ 120 ຄົນ ໄດ້ເຂົ້າຮ່ວມຟັງການບັນຍາຍຄັ້ງນີ້ ໂດຍພາບບັນຍາກາດກໍເຕັມໄປດ້ວຍຄວາມຟົດຟື້ນ ເຊິ່ງນັກສຶກສາໄດ້ຍົກຫຼາຍປະເດັນທີ່ຕົນມີຄວາມສົນໃຈ ພ້ອມທັງ ມີການແລກປ່ຽນ ຖາມ-ຕອບ ໄປມາກ່ຽວກັບຫຼາຍບັນຫາ. 

ຄະນະຕາງໜ້າທຳອິດຈາກມະຫາວິທະຍາໄລລຸກຊຳບວກ ທີ່ ຄນລ

ໂຄງການຮ່ວມມືສະໜັບສະໜູນຄະນະນິຕິສາດ ແລະ ລັດຖະສາດ ທີ່ມະຫາວິທະຍາໄລແຫ່ງຊາດລາວ, ສີ່ນັກສຶກສາປະລິນຍາເອກທີ່ເປັນຕົວແທນຕາງໜ້າ, ແລະ ໜຶ່ງນັກຄົ້ນຄວ້າປະລິນຍາເອກ ພ້ອມດ້ວຍຮອງສາດສະດາຈານ ຊິວເວຍ ອາເລຈີຊາ ແລະ ອະທິການບໍດີ ສາດສະດາຈານ ສະເຕຟສຍ ບຣອມ ໄດ້ເຂົ້າຮ່ວມເວີກຊອບການວິໄຈຄົ້ນຄວ້າ ທີ່ນະຄອນຫຼວງວຽງຈັນໃນທ້າຍເດືອນພຶດສະພາ, 2017. ສໍາລັບສາດສະດາຈານ ບຣອມ ແລະ ຮອງສາດສະດາຈານ ຊິວເວຍ ອໍເລຈີຊາ ທັງສອງເປັນຜູ້ຊ່ຽວຊານດ້ານກົດໝາຍອາຍາ, ເປັນການສືບຕໍ່ຂອງໂຄງການທີ່ເລີ່ມຕົ້ນແຕ່ປີ 2013 ພ້ອມວິໄສທັດໃນການເສີມສ້າງການສຶກສາທາງດ້ານກົດໝາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ. ພວກເຂົ້າໄດ້ຢ້ຽມຢາມມະຫາວິທະຍາໄລໃນລາວໃນປີ ເດືອນພຶດສະພາ, 2016 ເພື່ອຊ່ວຍເຫຼືອງານເວີກຊອບກ່ຽວກັບການຄ້າມະນຸດ ແລະ ການລັກລອບອົບພະຍົບຢ່າງຜິດກົດໝາຍໃນພາກພື້ນ. ລະຫວ່າງການເດີນທາງປີນີ້, ມີນັກສຶກສາປະລິນຍາເອກ Olivier Voordeckers, Moritz Klein, Anna Mosna ແລະ Basak Baglayan Ceyhan, ແລະ ນັກວິໄຈຫຼັງປະລິນຍາເອກ Dr Giovanni Zaccaroni ເຂົ້າຮ່ວມດ້ວຍ. ໂດຍການຮ່ວມມືກັບສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ … Continued