ຄະນະຕາງໜ້າທຳອິດຈາກມະຫາວິທະຍາໄລລຸກຊຳບວກ ທີ່ ຄນລ

ໂຄງການຮ່ວມມືສະໜັບສະໜູນຄະນະນິຕິສາດ ແລະ ລັດຖະສາດ ທີ່ມະຫາວິທະຍາໄລແຫ່ງຊາດລາວ, ສີ່ນັກສຶກສາປະລິນຍາເອກທີ່ເປັນຕົວແທນຕາງໜ້າ, ແລະ ໜຶ່ງນັກຄົ້ນຄວ້າປະລິນຍາເອກ ພ້ອມດ້ວຍຮອງສາດສະດາຈານ ຊິວເວຍ ອາເລຈີຊາ ແລະ ອະທິການບໍດີ ສາດສະດາຈານ ສະເຕຟສຍ ບຣອມ ໄດ້ເຂົ້າຮ່ວມເວີກຊອບການວິໄຈຄົ້ນຄວ້າ ທີ່ນະຄອນຫຼວງວຽງຈັນໃນທ້າຍເດືອນພຶດສະພາ, 2017.

ສໍາລັບສາດສະດາຈານ ບຣອມ ແລະ ຮອງສາດສະດາຈານ ຊິວເວຍ ອໍເລຈີຊາ ທັງສອງເປັນຜູ້ຊ່ຽວຊານດ້ານກົດໝາຍອາຍາ, ເປັນການສືບຕໍ່ຂອງໂຄງການທີ່ເລີ່ມຕົ້ນແຕ່ປີ 2013 ພ້ອມວິໄສທັດໃນການເສີມສ້າງການສຶກສາທາງດ້ານກົດໝາຍໃນປະເທດໃຫ້ເຂັ້ມແຂງຂຶ້ນ. ພວກເຂົ້າໄດ້ຢ້ຽມຢາມມະຫາວິທະຍາໄລໃນລາວໃນປີ ເດືອນພຶດສະພາ, 2016 ເພື່ອຊ່ວຍເຫຼືອງານເວີກຊອບກ່ຽວກັບການຄ້າມະນຸດ ແລະ ການລັກລອບອົບພະຍົບຢ່າງຜິດກົດໝາຍໃນພາກພື້ນ.

ລະຫວ່າງການເດີນທາງປີນີ້, ມີນັກສຶກສາປະລິນຍາເອກ Olivier Voordeckers, Moritz Klein, Anna Mosna ແລະ Basak Baglayan Ceyhan, ແລະ ນັກວິໄຈຫຼັງປະລິນຍາເອກ Dr Giovanni Zaccaroni ເຂົ້າຮ່ວມດ້ວຍ.

ໂດຍການຮ່ວມມືກັບສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (Ilsta), ທີ່ເຮັດວຽກຮ່ວມກັບກະຊວງການຕ່າງປະເທດລຸກຊຳບວກ, ນັກວິຊາການລຸກຊຳບວກເຂົ້າຮ່ວມບັນດາເວິກຊອບເພື່ອສຸມໃສ່ການສະໜັບສະໜູບທັກສະການວິໄຈທີ່ມະຫາວິທະຍາໄລໃນວຽງຈັນ. ເປັນເວລາສາມມື້ທີ່ໄດ້ທຸ້ມເທໃຫ້ກັບງານເວີກຊ໋ອບ ທີ່ມີການສົນທະນາກ່ຽວກັບການວິໄຈ ໂດຍເລີ່ມຈາກງານເວີກຊອບກ່ຽວກັບວິທີການເລືອກຫົວຂໍ້, ແລະ ປິດທ້າຍໂດຍເວີກຊອບທັກສະການຂຽນບົດວິໄຈທາງກົດໝາຍ.

ບັນດາຕົວແທນລຸກຊຳບວກໄດ້ຮັບການຕອບແທນທີ່ອົບອຸ່ນໃນລາວ. ງານເວີກຊອບປະສົບຜົນສຳເລັດໃນການສ້າງການອະພິປາຍທີ່ໜ້າສົນໃຈກ່ຽວກັບຄຳຖາມການວິໄຈ ແລະ ກໍຍັງໄດ້ປະກອບສ່ວນເຂົ້າໃນການສົນທະນາການບັນຍາຍຂອງ Dr Zaccaron. “The Role of the European Union as a Global Legal and Political Actor”.

ການຮ່ວມມືໃນອະນາຄົດ

ງານເວິກຊ໋ອບກ່ຽວກັບການຄົ້ນຄວ້າວິໄຈແມ່ນງານທຳອິກລະຫວ່າງສອງຄະນະ, ພ້ອມກັບການວາງແຜນທີ່ຈະຈັດງານເປັນປະຈຳທຸກປີ. ພ້ອມດຽວກັນນັ້ນ, ເປັນແຜນການທີ່ຈະໃຫ້ສອງນັກຄົ້ນຄວ້າລາວໄປເຮັດການຄົ້ນຄວ້າວິໄຈຢູ່ປະເທດລຸກຊຳບວກໃນປີໜ້າ.

ເພື່ອເປັນການເນັ້ນການຮ່ວມມືທີ່ສຳຄັນ, ຄະນະຕາງໜ້າທັງໝົດໄດ້ເຂົ້າພົບກັບລັດຖະມົນຕີກະຊວງຍຸດຕິທຳ, ທ່ານ ໄຊສີ ຊັນຕິວົງ ພ້ອມດ້ວຍອຸປະທູດຂອງສະຖານທູດລຸກຊຳບວກປະຈຳລາວ, ທ່ານ ຄຣາວ ເຈັນເຈັນ, ພ້ອທທັງຕົວແທນຈາກອົງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ແລະ ໂຄງການລຸກຊຳບວກເພື່ອການພັດທະນາ.

ຄວາມພະຍາຍາມໃນການສະໜັບສະໜູນການສອນກົດໝາຍ ແລະ ການຄົ້ນຄວ້າວິໄຈໃນການ ຈະສືບຕໍ່ໃນອະນາຄົນເຊິ່ງເປັນພາກສ່ວນຂອງການຂະຫຍາຍກິດຈະກຳລະຫວ່າງປະເທດ ຂອງຄະນະ. ດຣ. ເຮເລັນ ເດີ ຈີດທ ຈົບປະລິນຍາເອກຈາກມະຫາວິທະຍາໄລລຸກຊຳບວກ, ແມ່ນຜູ້ປະສານງານຫ້ອງການປະຈຳຢູ່ໃນວຽງຈັນ ຕັ້ງແຕ່ປີ 2017. “ການປະຈຳຢູ່ພາກພື້ນເຮັດໃຫ້ປະເມີນຄວາມຕ້ອງການຂອງຄູໄດ້ດີຂຶ້ນ ແລະ ຊ່ວຍໃຫ້ຂ້ອຍສາມາດຖ່າຍທອດປະສົບການຂອງຕົນໄດ້ໂດຍກົງ” ດຣ. ເດີ ຈີດທ ອະທິບາຍ.

Article retrieved from: https://wwwfr.uni.lu/fdef/actualites/fostering_research_skills_at_national_university_of_laos