ບົດບັນຍາຍເປີດກວ້າງ ພາຍໃຕ້ຫົວຂໍ້ “ບົດບາດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ” ໃນວັນທີ 22 ພະຈິກ 2017

ດຣ. ເຮເລັນ ເດິ ກີສ ຜູ້ປະສານງານໂຄງການຈາກມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍໃນຫົວຂໍ້ “ບົດບາດຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ” ໃນວັນທີ 22 ພະຈິກ 2017 ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ການຈັດການບັນຍາຍຄັ້ງນີ້ ຖືວ່າຢູ່ໃນຂົງເຂດການຮ່ວມມືລະຫວ່າງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ທີ່ໄດ້ຈັດການບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາໃນຄະນະນິຕິສາດ ແລະ ລັດຖະສາດ. ໃນນີ້ ມະຫາວິທະຍາໄລລຸກຊຳບວກກໍໃຫ້ການປະກອບສ່ວນຢູ່ເປັນປະຈຳ.

ດຣ. ເຮເລັນ ໄດ້ຍົກໃຫ້ເຫັນຄວາມຮູ້ທົ່ວໄປ ກ່ຽວກັບປະຫວັດການສ້າງຕັ້ງສະພາຄວາມໝັ້ນຄົງ, ໂຄງຮ່າງການຈັດຕັ້ງ, ລະບົບການເຮັດວຽກ ແລະ ລວມໄປເຖິງ ອຳນາດໃນການນຳໃຊ້ມາດຕະການຂວໍ້າບາດ. ນ້ອງນັກສຶກສາຫຼາຍກວ່າ 120 ຄົນ ໄດ້ເຂົ້າຮ່ວມຟັງການບັນຍາຍຄັ້ງນີ້ ໂດຍພາບບັນຍາກາດກໍເຕັມໄປດ້ວຍຄວາມຟົດຟື້ນ ເຊິ່ງນັກສຶກສາໄດ້ຍົກຫຼາຍປະເດັນທີ່ຕົນມີຄວາມສົນໃຈ ພ້ອມທັງ ມີການແລກປ່ຽນ ຖາມ-ຕອບ ໄປມາກ່ຽວກັບຫຼາຍບັນຫາ.