ບົດບັນຍາຍເປີດກວ້າງ ພາຍໃຕ້ຫົວຂໍ້ “ແມ່ນໃຜທີ່ເປັນຜູ້ເຂົ້າຮ່ວມໃນສານອາຍາ?” 23 ພຶດສະພາ 2018

ໃນວັນພຸດທີ 23 ຂອງເດືອນພຶດສະພາ, ດຣ ເຮເລັນ ເດີ ກີສ ໄດ້ໃຫ້ການບັນຍາຍ ທີ່ຄະນະນິຕິສາດ ແລະ ລັດຖະສາດ ພາຍໃຕ້ຫົວຂໍ້ “ແມ່ນໃຜທີ່ເປັນຜູ້ເຂົ້າຮ່ວມໃນສານອາຍາ?”. ບົດບັນຍາຍດັ່ງກ່າວໄດ້ຖືກຈັດຂຶ້ນໂດຍການຮ່ວມມືລະຫວ່າງສະຖາບັນ ILSTA ແລະ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.​

ດຣ. ເຮເລັນ ໄດ້ນໍາສະເໜີກ່ຽວກັບບົດບາດອັນສໍາຄັນຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ນັບຕັ້ງແຕ່ຜູ້ພິພາກສາໄປຈົນເຖິງຈໍາເລີຍ. ໃນບົດບັນຍາຍ ມີນັກສຶກສາ ແລະ ອາຈານຫຼາຍກວ່າ 120 ຄົນເຂົ້າຮ່ວມ. ນັກສຶກສາໄດ້ໃຫ້ຄວາມສົນໃຈຢ່າງສູງໃນຫົວຂໍ້ ເຊິ່ງສະແດງອອກໃນການສົນທະນາ ແລະ ໃນຊ່ວງຂອງການຖາມ-ຕອບ.