[smartslider3 slider=”24″]

ເປົ້າໝາຍຂອງພວກເຮົາ

ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.

ການສຶກສາກົດໝາຍ

ການຖ່າຍທອດຄວາມຮູ້ທາງກົດໝາຍ

ການວິໄຈທາງກົດໝາຍ

ການສ້າງຄວາມຮູ້ທາງກົດໝາຍ

ການເຂົ້າເຖິງຄວາມຮູ້

ການເຜີຍແຜ່ຄວາມຮູ້ທາງກົດໝາຍ

ກິດຈະກຳໄວໆນີ້

php
php
Mon
Tue
Wed
Thu
Fri
Sat
Sun
M
T
W
T
F
S
S
26
27
28
29
30
31
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
1
2
3
4
5
6

ຂ່າວຫຼ້າສຸດ

ໂຄງການໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ຂອງຣາຊະອານາຈັກ ລຸກຊຳບວກ,  ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການດ້ານມະນຸດສະທຳ.

ມະຫາວິທະຍາໄລລຸກຊຳບວກມີຄວາມພາກພູມໃຈທີ່ຈະປະກາດການເປີດຮັບສະໝັກນັກຄົ້ນຄວ້າກົດໝາຍຈາກມະຫາວິທະຍາໄລແຫ່ງຊາດລາວ ເພື່ອຈະໄດ້ສຶກສາຕໍ່ລະດັບປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ.

ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ຂອງມະຫາວິທະຍາໄລລຸກຊຳບວກຈະຄັດເລືອກເອົາຜູ້ສະໝັກປະລິນຍາເອກຜູ້ທີ່ຈະໄດ້ຮັບການສະໜັບສະໜູນບົດຄົ້ນຄວ້າວິໄຈຂອງເຂົາໃນຂົງເຂດກົດໝາຍ ແລະ ໄດ້ຮັບການຊີ້ນຳຈາກສະມາຊິກຂອງຄະນະ.​ໂປຣແກຣມປະລິນຍາເອກມີຈຸດປະສົງເພື່ອຝຶກອົບຮົມໃນນັກບັນຍາຍລາວ ເພື່ອໃຫ້ເຂົາໄດ້ຮັບທັກສະການວິໄຈ ແລະ ວິຊາການໃນຂົງເຂດກົດໝາຍ ເພືື່ອໃນການເສີມສ້າງຂີດຄວາມສາມາດຂອງຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດລາວໃນໄລຍະຍາວ.

ໃນຂອບເຂດ  “Luxembourg general cooperation strategy for sustainable development – Road to 2030”, ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລມີຄວາມຍິນດີຕ້ອນຮັບເອົາບົດສະເໜີ Proposal ໃນໃຕ້ຫົວຂໍ້ດັ່ງນີ້:

  • ລັດແຫ່ງກົດໝາຍ
  • ສິດທິມະນຸດຂັ້ນພື້ນຖານ
  • ສິດທິສະເໝີພາບ
  • ການພັດທະນາສິ່ງແວດລ້ອມແບບຍືນຍົງ ແລະ ການປົກປ້ອງພູມມີອາກາດ

ຜູ້ທີ່ໄດ້ຮັບການຄັດເລືອກຈະໄດ້ຮັບຜົນປະໂຫຍດທາງດ້ານການເງິນເປັນເວລາ ສາມປີ, ພ້ອມທັງຄວາມສາມາດໃນການຂະຫຍາຍເວລາໄປເປັນ ສີ່ປີ. ນອກນັ້ນຍັງໄດ້ຮັບສະຖາທີ່ໃນການເຮັດບົດວິໄຈ ແລະ ມີເງື່ອນໄຂທີ່ດີທີສຸດ ໃນການເຮັດບົດຄົ້ນຄວ້າວິໄຈຂອງພວກເຂົາ. ນັກສຶກສາປະລິນຍາເອກ ຕ້ອງໄດ້ນຳສະເໜີບົດວິໄຈຢູ່ທີ່ຄະນະກົດໝາຍ, ເສດຖະສາດ ແລະ ການເງິນລະຫວ່າງສົກສຶກສາ. ບົດວິໄຈປະລິນຍາເອກຂອງພວກເຂົາຈະຕ້ອງໄດ້ຮັບການຊີ້ນຳຈາກອາຈານຊີ້ນຳຫຼັກ, ອາຈານກົດໝາຍທີ່ມະຫາວິທະຍາໄລລຸກຊຳບວກ. ນັກສຶກສາປະລິນຍາເອກຈະໄດ້ເຂົ້າຮ່ວມກິດຈະກຳຂອງມະຫາວິທະຍາໄລຜ່ານສຳມະນາ, ເວີກຊ໋ອບ,​ ແລະ ງານຄົ້ນຄວ້າວິໄຈວິທະຍາສາດ. ບົດວິທະຍານິພົນປະລິນຍາເອກຕ້ອງໄດ້ເອົາແບບຂອງຄວາມຍາວຂອງປຶ້ມຕົ້ນສະບັບ.

ຜູ້ສະໜັກຕ້ອງຈົບລະດັບການສຶກສາປະລິນຍາໂທໃນຂົງເຂດກົດໝາຍ ຫຼື ມີຄວາມສາມາດ ແລະ ຄວາມຊຳນນານລະດັບດີໃນຂົງເຂດກົດໝາຍ ແລະ ຕ້ອງມີລະດັບທັກສະພາສາອັງກິດ (ລະດັບ B2). ບໍ່ມີຂໍ້ຈຳກັດທາງດ້ານອາຍຸ.

ແບບສະໝັກຕ້ອງເປັນພາສາອັງກິດ ແລະ ຕ້ອງປະກອບດ້ວຍ:

  • CV ຊີວະປະຫວັດ ພ້ອມດ້ວຍລາຍລະອຽດການຕິດຕໍ່ທັງໝົດ;
  • Cover letter (ບໍ່ເກີນ 2 ໜ້າ)
  • ບົດນຳສະເໜີປະລິນຍາເອກ ບໍ່ເກີນ 5 ໜ້າ, ປະກອບທັງເອກະສານອ້າງອີງ.

ບົດນຳສະເໜີຄວນປະກອບດ້ວຍບົດສະເໜີຫົວຂໍ້, ຂໍ້ສົມມຸດຖານ, ຈຸດປະສົງຂອງການສຶກສາ, ວິທິການສຶກສາ ພ້ອມທັງເອກະສານອ້າງອີງ (15 ເອກະສານອ້າງອີງສູງສຸດ)

ມຶ້ກຳນົດສົ່ງມີສຸດທ້າຍ: 15 ຕຸລາ 2021

ຜູ້ສະໝັກຈະໄດ້ເຂົ້າຮ່ວມການສຳພາດ

ແບບສະໜັກຕ້ອງສົ່ງໃຫ້ກັບ ສາດສະດາຈານ ສະເຕຟານ ແລະ ປອ. ເພີຣີນ ຊີມອນ: stefan.braum@uni.lu ແລະ perrine.simon@ext.uni.lu

ມະຫາວິທະຍາໄລລຸກຊຳບວກ ແລະ ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ ຂອງກະຊວງການຕ່າງປະເທດ ແລະ ວຽກງານເອີຣົບຂອງປະເທດລຸກຊຳບວກໄດ້ຕົກລົງສືບຕໍ່ໂຄງການຮ່ວມມືລະຫວ່າງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະກົດໝາຍ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ໂຄງການນີ້ແມ່ນພາກສ່ວນຂົງເຂດວຽກງານການພັດທະນາຮ່ວມມືືທີ່ໃຫຍ່ຂຶ້ນລະຫວ່າງສປປ ລາວ ແລະ ລຸກຊຳບວກ. ເລີ່ມຕົ້ນໃນປີ 2017 ໂດຍມີຂໍ້ຕົກລົງ 4 ປີ, ແລະ ໄດ້ຮັບການຂະຫຍາຍໄປຈົນເຖິງປີ 2024.

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລພະຍາຍາມສົ່ງເສີມວັດທະນະທຳທາງກົດໝາຍຢ່າງແທ້ຈິງ ແລະ ສົ່ງເສີມແນວທາງປະຕິບັດທີ່ດີທີ່ສຸດເພື່ອນັກສຶກສາກົດໝາຍ, ບັນດາອາຈານ ແລະ ນັກຄົ້ນຄວ້າວິເຄາະທີ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະເພາະເຈາະຈົງຄະນະນິຕິສາດ ແລະ ລັດຖະສາດ. ເປົ້າໝາຍສຳຄັນທີ່ສຸດແມ່ນເພື່ອສົ່ງເສີມລັດແຫ່ງກົດໝາຍໃນສາທາລະນະລັດ ປະຊາທະປະໄຕ ປະຊາຊົນລາວ (ສປປ ລາວ) ໂດຍການສະໜັບສະໜູນ ແລະ ໃຫ້ຄວາມສຳຄັນທາງສະພາບແວດລ້ອມຂອງການຄົ້ນຄວ້າວິໄຈ ແລະ ການສອນ, ເຊິ່ງເນັ້ນທີ່ການໃຊ້ກົດເກນທາງກົດໝາຍໃຫ້ຖືກຕ້ອງ.

ການຕັດສິນໃຈສືບຕໍ່ຂະຫຍາຍໂຄງການແມ່ນພາກສ່ວນຂອງຜົນສຳເລັດ ແລະ ສັກກະຍະພາບຂອງສີ່ປີທຳອິດ. ຜົນສຳເລັດທີ່ໂດດເດັ່ນບາງປະການ ເຊັ່ນວ່າ ການພັດທະຍາຫ້ອງສະໝຸດອີເລັກໂຕຣນິກ ແລະ ການຝຶກອົບຮົມທີ່ກ່ຽວຂ້ອງເພື່ອສະໜັບສະໜູນການວິໄຈທາງກົດໝາຍ, ການສອນແບບມາເຍືອນຫຼາຍຄັ້ງ, ການວິໄຈ, ແລະ ການບັນຍາຍແບບດິຈິຕໍ, ການຝຶກອົບຮົມພິເສດກ່ຽວກັບສານຈຳລອງນາໆຊາດໃຫ້ແກ່ນັກສຶກສາກົດໝາຍລາວ, ການຈັດສຳມະນາການຄົ້ນຄວ້າວິໄຈໃນແບບຂອງ “ໂຮງຮຽນລະດູແລ້ງ” ແລະ ການຕີພິມວາລະສານ Critical Quarterly for Legislation and Law ສະບັບພິເສດ ທີ່ອຸທິດໃຫ້ກັບໂຄງການນີ້ໂດຍໄດ້ຮັບການສະໜັບສະໜູນທັງຈາດນັກວິໄຈລາວ ແລະ ລຸກຊຳບວກ.​

ວັດຖຸປະສົງໃໝ່ສຳລັບວາລະຕໍ່ໄປຂອງໂຄງການແມ່ນຄວາມທັນສະໄໝຂອງການສອນຜ່ານສູນໃຫ້ຄຳປຶກສາທາງດ້ານກົດໝາຍ, ການສະໜອງການພັດທະນາການສອນແບບດິຈິຕໍ, ການປັບປຸງເຄື່ອງມືການສອນ, ທຶນການສຶກສາ ຈຳນວນສາມທຶນໃຫ້ແກ່ນັກຄົ້ນຄວ້າວິໄຈກົດໝາຍຈາກມະຫາວິທະຍາໄລແຫ່ງຊາດລາວ ຜູ້ທີ່ປາດຖະໜາຕ້ອງການສຶກສາຕໍ່ລະດັບປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກ ພ້ອມທັງການໃຫ້ທຶນວິໄຈເພື່ອສະໜັບສະໜຸນນັກຄົ້ນຄ້ວາວິໄຈລາວທາງກົດໝາຍ.

ທ່ານ Franz Fayot, ລັດຖະມົນຕີວ່າການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການມະນຸດສະທຳ ມີຄວາມປິຕິຍິນດີກັບການຂະຫຍາຍການຮ່ວມມືລະຫວ່າງສອງມະຫາວິທະຍາໄລໃນຂົງເຂດກົດໝາຍ ແລະ ເສີມສ້າງລັດແຫ່ງກົດໝາຍ:​ “ຄະນະນິຕິສາດທີ່ສະໜອງການສຶກສາທີ່ມີຄຸນນະພາບສູງ ເປັນພື້ນຖານໃນການເສີມສ້າງລັດແຫ່ງກົດໝາຍ, ໂດຍມີເປົ້າໝາຍສູງສຸດໃນການໃຫ້ພົນລະເມືອງລາວທຸກຄົນເຂົ້າເຖິງສິດທິຂອງຕົນ”.

 

ເຜີຍແຜ່ວັນທີ 13 ເດືອນສິງຫາ 2021, ໜັງສືພິມ Vientiane Times

ການອ້າງອີງ: https://wwwen.uni.lu/university/news/slideshow/inter_university_cooperation_between_luxembourg_and_laos_renewed

ໃນຂອບການເຮັດວຽກຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ, ມະຫາວິທະຍາໄລລຸກຊຳບວກ ໄດ້ຈັດການບັນຍາຍພິເສດໃນຫົວຂໍ້ “ການຟອກເງິນ ແລະ ການນຳໃຊ້ຫຼັກຖານອະນຸມານ ຫຼື ທາງສະພາບ (ມາດຕາ 130 ປະມວນກົດໝາຍອາຍາ)”, ບັນຍາຍໂດຍ ທ່ານ ຄຣິສ ແບທ ຈາກ UNODC ເຊິ່ງເປັນ ທີ່ປຶກສາໃນວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນພູມີພາກແມ່ນໍ້າຂອງ, ປະຈຳຢູ່ທີ່ ນະຄອນຫຼວງວຽງຈັນ. ໃນການບັນຍາຍດັ່ງກ່າວມີຜູ້ເຂົ້າຮ່ວມ 30 ຄົນ ເຊິ່ງເປັນນັກສຶກສາ ແລະ ຄູອາຈານຈາກພາກວິຊາກົດໝາຍອາຍາ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 17 ມີນາ 2021.

ການຟອກເງິນ ເປັນອາຊະຍາກຳທີ່ຮ້າຍແຮງ ເຊິ່ງແຕະຕ້ອງເຖິງເສດຖະກິດຂອງທຸກໆປະເທດ. ທ່ານ ແບທ ໄດ້ວິເຄາະບັນດາອົງປະກອບຂອງການກະທຳຜິດສະຖານຟອກເງິນ ໂດຍເນັ້ນໜັກການກະທຳຜິດຕົ້ນ. ຍ້ອນເປັນອະດີດຕຳຫຼວດສະເພາະທີ່ມີປະສົບການໃນການນຳພາການສອບສວນຄະດີກ່ຽວກັບການເງິນ, ຜູ້ບັນຍາຍຈຶ່ງສາມາດໃຫ້ຄວາມຮູ້ຕົວຈິງກ່ຽວກັບການຟອກເງິນ ແລະ ຕົວຢ່າງຈາກຄະດີຕົວຈິງໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງໄດ້.

ເນື່ອງຈາກວ່າ ການບັນຍາຍນີ້ທີ່ຈັດຂຶ້ນເປັນຕັ້ງທຳອິດຮ່ວມກັບ UNODC ໄດ້ປະສົບຄວາມສຳເລັດດີ, ທາງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລກໍມີແຜນທີ່ຈະຈັດການບັນຍາຍໃໝ່ອີກໃນຕໍ່ໜ້າ!

ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນ ເຮັດໃຫ້ຕ້ອງໄດ້ຮີບເລີ່ມການຮຽນ-ການສອນອອນລາຍ, ເຊິ່ງອາດມາໃນຮູບແບບຂອງຫຼັກສູດການຮຽນອອນລາຍ (MOOC). ຜູ້ປະສານງານໂຄງການ ດຣ. ເພີລີນ ຊິມອນ ໄດ້ສ້າງ ແລະ ຮວບຮວມ 7 ວິດີໂອ ກ່ຽວກັບວິທີຄົ້ນຄວ້າທາງກົດໝາຍ ໂດຍໃຫ້ການປະກອບສ່ວນໂດຍນັກສຶກສາປະລິນຍາເອກຈາກປະເທດລຸກຊຳບວກທີ່ເຄີຍໄດ້ມາບັນຍາຍທີ່ ຄນລ (Florence d’Ath, Jean-Marc Ceci, Andrii Hubai ແລະ Teresa Quintel), ທ່ານ ເດດສະດາ ສຸກກະເສີມ ເຊິ່ງເປັນນັກແປພາສາ ແລະ ນັກສຶກສາທີ່ມີຄວາມສາມາດ (JPEG Film) ມາຊ່ວຍປະກອບສ່ວນໃນການຖ່າຍ ແລະ ຕັດຕໍ່ບັນດາວິດີໂອດັ່ງກ່າວ. ສຳລັບຂໍ້ມູນກ່ຽວກັບວິທີເຂົ້າແມ່ນຈະເຜີຍແຜ່ໃນໄວໆນີ້!

ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຮ່ວມກັບໂຄງການ LAO/031 ຂອງອົງການ LuxDev ໄດ້ຕັ້ງໜ້າໃຫ້ຄວາມຊ່ວຍເຫຼືອໃນການພັດທະນາໃຫ້ ມຊ ມີຄັງສາລະສົນເທດຂອງສະຖາບັນ ເຊິ່ງກໍເກີດຂຶ້ນໄດ້ດ້ວຍຄວາມຊ່ວຍເຫຼືອຈາກ EIFL ເຊິ່ງເປັນຄູ່ຮ່ວມມືຂອງພວກເຮົາ.

ຄັງສາລະສົນເທດສະຖາບັນ(IR) ແມ່ນຄັງເກັບມ້ຽນ, ຮັກສາ ແລະ ເຜີຍແຜ່ຜົນງານທາງສະຕິປັນຍາທີ່ຢູ່ໃນຮູບແບບດິຈິຕອລ ພາຍໃນສະຖາບັນຄົ້ນຄວ້າໃດໜຶ່ງ. ຄັງດັ່ງກ່າວ ປະກອບມີຜົນການວິໄຈຂອງສະຖາບັນການສຶກສາ/ມະຫາວິທະຍາໄລ ບໍ່ວ່າຈະເປັນປຶ້ມ, ບົດບັນທຶກກອງປະຊຸມ, ບົດຄວາມວາລະສານວິຊາການ, ບົດລາຍງານ, ບົດວິທະຍານິພົນ ແລະ ເອກະສານອື່ນໆ. ມະຫາວິທະຍາໄລສ່ວນໃຫຍ່ໃນໂລກໄດ້ເປີດໃຫ້ສາທະລະນະສາມາດເຂົ້າເຖິິງ IR ຂອງພວກເຂົາ ເຊິ່ງລວມທັງໃນທະວີບອາຊີ ແລະ ອາຊີຕາເວັນອອກສຽງໃຕ້ (ຕົວຢ່າງເຊັ່ນ ມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ມະຫາວິທະຍາໄລມະຫິດົນ ປະເທດໄທ). ການມີ IR ຈະເພີ່ມປະສິດທິພາບແກ່ການວິໄຈ, ເກັບຮັກສາຜົນການວິໄຈ, ປັບປຸງການເຜີຍແຜ່ໃຫ້ກວ້າງຂວາງຂຶ້ນ ແລະ ເພີ່ມຄວາມຫຼາກຫຼາຍຂອງເອກະສານຄວາມຮູ້ ແລະ ໃຫ້ສາມາດເຂົ້າເຖິງຂໍ້ມູນຕ່າງໆເຫຼົ່ານັ້ນໄດ້ຕະຫຼອດ ແລະ ໂດຍບໍ່ເສຍຄ່າ.

ເມື່ອບໍ່ດົນມານີ້ ພວກເຮົາໄດ້ຈັດກອງປະຊຸມປຶກສາ 2 ຄັ້ງ (ວັນທີ 3 ກຸມພາ 2021 ແລະ 17 ມີນາ 2021) ກ່ຽວກັບການສ້າງຄັງຂໍ້ມູນສະຖາບັນໃຫ້ແກ່ ມຊ ແລະ ຄນລ ໂດຍມີຮູບແບບທີ່ທັນສະໄໝ ເຊິ່ງກໍມີຜູ້ຊ່ຽວຊານຈາກ EIFL ເຂົ້າຮ່ວມຜ່ານຊູມ (Zoom) ເພື່ອຊ່ວຍໃນການອອກແບບແຜນການສ້າງ ແລະ ນຳໃຊ້ຄັງຂໍ້ມູນດັ່ງກ່າວ.

ກອງປະຊຸມດັ່ງກ່າວ ໄດ້ເຂົ້າຮ່ວມໂດຍຕົວແທນຈາກຂັ້ນສູນກາງ ມຊ ແລະ ຂັ້ນຄະນະກໍຄື ຄນລ ໂດຍການເປັນປະທານໂດຍ ຮສ. ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ ຄນລ ແລະ ເຂົ້າຮ່ວມໂດຍ ອຳນວຍການ ແລະ ຮອງອຳນວຍການ ຫ້ອງສະໝຸດກາງ ມຊ, ອຳນວຍການ ສູນ ICT ມຊ, ຫົວໜ້າ ຫ້ອງການວິຊາການ ມຊ, ຮອງຫົວໜ້າ ຫ້ອງການຫຼັງປະລິນຍາຕີ ມຊ, ຫົວໜ້າ ຫ້ອງສະໝຸດ ຄນລ, ຮອງຫົວໜ້າ ພະແນກວິຊາການ ຄນລ ແລະ ບຸກຄົນທີ່ຮັບຜິດຊອບພະແນກພັດທະນາຊອບແວ ໃນສູນ ICT ໃນ ມຊ ແລະ ຄນລ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລືບາດກ້າວຕໍ່ໄປໃນການນຳໃຊ້ຄັງຂໍ້ມູນ ແລະ ເຫັນດີນຳກັນວ່າ ການສ້າງ ແບະ ນຳໃຊ້ຄັງຂໍ້ມູນດັ່ງກ່າວມີຄວາມສຳຄັນເປັນຢ່າງຍິ່ງໃນການພັດທະນາການວິໄຈຂອງ ມຊ. ບາດກ້າວຕໍ່ໆໄປໃນການສ້າງ IR ແມ່ນອະທິການບໍດີ ມຊ ເພື່ອຮັບຮອງເອົາແຜນ ແລະ ນະໂຍບາຍແຕ່ງຕັ້ງໜ້າທີ່ຮັບຜິດຊອບ ແລະ ການເຮັດວຽກຂອງ IR ມຊ.

ພວກເຮົາຂໍສະແດງຄວາມຍິນດີອີກຄັ້ງໜຶ່ງກັບທີມຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນສານຈຳລອງ ວ່າດ້ວຍກົດໝາຍມະນຸດສະທຳສາກົນ  ຂອງອົງການກາແດງສາກົນ ເຊິ່ງໄດ້ຈັດຂຶ້ນອອນລາຍເປັນປີທຳອິດ ໃນວັນທີ 11-12 ມີນາ 2021. ມະຫາວິທະຍາໄລລຸກຊຳບວກ ກໍໄດ້ສະໜັບສະໜູນຊ່ວຍເຫຼືອມະຫາວິທະຍາໄລແຫ່ງຊາດລາວໃນການເຂົ້າຮ່ວມແຂ່ງຂັນຮອບສາກົນໃນຄັ້ງນີ້. ດຣ. ເພີຣີນ ຊິມອນ ຜູ້ປະສານງານຈາກມະຫາວິທະຍາໄລລຸກຊຳບວກ ໄດ້ອຳນວຍສະຖານທີ່ໃຫ້ຜູ້ເຂົ້າແຂ່ງຂັນທີ່ຫ້ອງການຂອງໂຄງການພວກເຮົາທີ່ ຄະນະນິຕິສາດ ແລະ ລັດຖະສາດ.

ຫຼັງຈາກຍາດໄດ້ໄຊຊະນະຈາກການແຂ່ງຂັນລະດັບປະເທດ ທີມຕົວແທນປະເທດລາວໄດ້ມີການເຝິກຊ້ອມກັບເພີຣີນຢ່າງຂຸ້ນຂ້ຽວຈົນເຖິງມື້ສຸດທ້າຍ ທັງເຝິກຊ້ອມໃນຕົວຈິງ ແລະ ທາງອິນເຕີເນັດ. ທີມເຂົ້າແຂ່ງຂັນໄດ້ເອົາໃຈໃສ່ ແລະ ຕັ້ງໃຈກັບການແຂ່ງຂັນສານຈຳລອງຄັ້ງນີ້ຫຼາຍ ຮ້ອນວ່າຈະໄດ້ນຳໃຊ້ກົດໝາຍອາຍາສາກົນໄປແຂ່ງຂັນກັບບັນດາມະຫາວິທະຍາໄລອື່ນໃນພາກພື້ນອາຊີ-ປາຊິຟິກ ເຊິ່ງແຂ່ງຂັນເປັນພາສາອັງກິດທັງໝົດ. ທີມເຂົ້າແຂ່ງຂັນ ໄດ້ຄະແນນດີຫຼາຍໃນພາກການຂຽນຄຳສັ່ງຟ້ອງ/ຄຳແກ້ຟ້ອງ ແລະ ໄດ້ຮັບຄຳຍ້ອງຍໍຈາກຄະນະກຳມະການຕັດສິນໃນການແຂ່ງຂັນໃນພາກການວ່າຄວາມ ໃນຮອບການແຂ່ງຂັນທົ່ວໄປ. ໃນຂະນະນີ້ ແມ່ນເຮົາກຳລັງລໍຖ້າຜົນການຈັດລຳດັບທີຢູ່.

ດຣ. ເພີຣີນ ຊິມອນ ໄດ້ເຝິກໃຫ້ທີມຕົວແທນປະເທດລາວຢ່າງໃກ້ຊິດໃນມື້ແຂ່ງຂັນ.

ສານຈຳລອງຄັ້ງນີ້ ທີ່ຈັດຂຶ້ນໂດຍອົງການກາແດງສາກົນ ເປັນການກະຕຸ້ນການຄິດວິເຄາະໂດຍໃຊ້ກົດໝາຍ, ຊ່ວຍໃຫ້ເຮົາຮຽນຮູ້ທີ່ຈະຫາຈຸດຢືນຂອງຕົນ. ນັກສຶກສາຍັງໄດ້ມີໂອກາດພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ພາສາອັງກິດອີກດ້ວຍ!