ເປົ້າໝາຍຂອງພວກເຮົາ
ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.
ພວກເຮົາມຸ້ງໝັ້ນສົ່ງເສີມໂປຣແກຣມວິຊາການ, ທ່າແຮງ ແລະ ຄວາມສາມາດຂອງບຸກຄົນໃນຂົງເຂດກົດໝາຍ. ເພື່ອບັນລຸເປົ້າໝາຍນັ້ນ, ພວກເຮົາພະຍາຍາມເສີມສ້າງລັດແຫ່ງກົດໝາຍ ແລະ ສະຖາບັນຍຸຕິທໍາໃນ ສປປ ລາວໃຫ້ເຂັ້ມແຂງ.
ໂຄງການໄດ້ຮັບການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ຂອງຣາຊະອານາຈັກ ລຸກຊຳບວກ, ຄະນະກຳມະການເພື່ອການພັດທະນາຮ່ວມມື ແລະ ການດຳເນີນການດ້ານມະນຸດສະທຳ.

ໃນຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ລາວ-ລຸກຊຳບວກ ມະຫາວິທະຍາໄລລຸກຊຳບວກໄດ້ຈັດການບັນຍາຍຄັ້ງທຳອິດທີ່ມີການປະສົມປະສານເຕັກໂນໂລຊີຂຶ້ນ! ດຣ. ບາຊັກ ບາລາຍານ ຈາກຄະນະກົດໝາຍ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ໄດ້ໃຫ້ການບັນຍາຍຜ່ານຊູມ Zoom ແກ່ນັກສຶກສາ ແລະ ຄູອາຈານ ຈຳນວນ 50 ຄົນ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ຫົວຂໍ້ “ສິດທິມະນຸດ ແລະ ອົງການສະຫະປະຊາຊາດ”. ດຣ. ບາລາຍານ ໄດ້ມີສ່ວນຮ່ວມໃນໂຄງການຂອງພວກເຮົາມາເປັນເວລາ 3 ປີແລ້ວ. ດຣ. ບາລາຍານ ເປັນຜູ້ຊ່ຽວຊານທີ່ມີຊື່ສຽງ ແລະ ມີຜົນງານການຂຽນຢ່າງກວ້າງຂວາງໃນຂົງເຂດສິດທິມະນຸດ ໂດຍສະເພາະສິດທິທາງທຸລະກິດ ແລະ ສິດທິມະນຸດ.



ເນື່ອງຈາກຜົນຕອບຮັບທີ່ດີຈາກການບັນຍາຍໃນຄັ້ງນີ້, ພວກເຮົາຈະຈັດການບັນຍາຍທາງອິນເຕີເນັດຫຼາຍຂຶ້ນໃນອີກໄວໆນີ້!
ການເຝິກອົບຮົມກ່ຽວກັບ ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກທີ່ສ້າງໂດຍມະຫາວິທະຍາໄລລຸກຊຳບວກ ໄດ້ຖືກຈັດຂຶ້ນໃນວັນທີ 8 ຫາ 11 ກັນຍາ 2020 ພາຍໃຕ້ຂອບການຮ່ວມມືຂອງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ. ບັນດາພະນັກງານຫໍສະໝຸດຄະນະນິຕິສາດ ແລະ ລັດຖະສາດ ແລະ ຫໍສະໝຸດສູນກາງມະຫາວິທະຍາໄລແຫ່ງຊາດ ໄດ້ຮຽນຮູ້ວິທີການນຳໃຊ້ຫໍສະໝຸດດິຈິຕອລ ໂດຍການຊ່ວຍເຫຼືອຈາກບັນດາພະນັກງານຫໍສະໝຸດຂອງ ມະຫາວິທະຍາໄລທຳມະສາດ.

ຜ່ານການສຳມະນາທາງຊູມ Zoom ເຊິ່ງນຳພາໂດຍ ທ່ານນາງ ພິມພາຂວັນ ທະນານົບພະຣິດ, ທ່ານນາງ ອະໂຣຊາ ເຫຼົ່າຣັກວົງ ແລະ ທ່ານນາງ ຊານິນພອນ ສູ່ໂຊກວິລາວົງ ຈາກປະເທດໄທ ແລະ ທ່ານນາງ ດຣ ເພີຣີນ ຊີມອນ, ຈາກປະເທດຝຣັ່ງ. ການສຳມະນາອອນລາຍໃນຄັ້ງນີ້ ໄດ້ຖືກຈັດຂຶ້ນ ທີ່ ຫ້ອງໄອຊີທີ (ICT) ຂອງ ຄນລ, ອຳນວຍຄວາມສະດວກໂດຍ ອາຈານ ສັງຄອນ ນິຍົມຄຳ ຫົວໜ້າພະແນກ IT ຈາກ ຄນລ.

ຫ້ອງສະໝຸດອີເລັກໂຕຣນິກ (E-library) ແມ່ນຖືວ່າເປັນເຄື່ອງມືທີ່ຈຳເປັນໃນການຂະຫຍາຍການເຂົ້າເຖິງຄວາມຮູ້ ແລະ ນອກສະຖາບັນການສຶກສາ. ພ້ອມທັງ, ຍັງເປັນເຄື່ອງມື ໃຫ້ຄູອາຈານກະກຽມການສິດສອນ ແລະ ຄົ້ນຄ້ວາ. ເຊິ່ງພວກເຮົາຈະມີການຝຶກອົບຮົມເພີ່ມເຕີມອີກໃນໄວໆນີ້!

ທ່ານສາມາດເຂົ້າໄປເບິ່ງເວບໄຊທ໌ ຫ້ອງສະໝຸດອີເລັກໂຕຣນິກຂອງ ຄນລ ໄດ້ທີ່: http://flp.nuol.edu.la/e-library/
ມະຫາວິທະຍາໄລລຸກຊຳບວກ ໄດ້ສືບຕໍ່ຊ່ວຍເຫຼືອ ແລະ ຈັດງານຝຶກອົບຮົມກ່ຽວກັບ “ວິທີນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ (E-library)”. ຜ່ານການຕົກລົງລະຫວ່າງໂຄງການພວກເຮົາ ແລະ EIFL, ໃນວັນທີ 2-3 ກັນຍາ 2020 ການເຝິກອົບຮົມທາງອອນລາຍໄດ້ຖືກດຳເນີນຂຶ້ນເປັນພາສາໄທ, ນຳສະເໜີໂດຍບັນດານັກບັນນາຮັກ ຈາກມະຫາວິທະຍາໄລທຳມະສາດ. ບັນດາອາຈານທັງໝົດ 12 ທ່ານໄດ້ເຂົ້າຮ່ວມການສຳມະນາອອນລາຍ, ນຳພາໂດຍ ທ່ານນາງ ພິມພາຂວັນ ທະນານົບພະຣິດ, ຈາກປະເທດໄທ ແລະ ທ່ານນາງ ດຣ ເພີລີນ ຊີມອນ, ຈາກປະເທດຝຣັ່ງ ຈັດຂຶ້ນຜ່ານການເຊື່ອມຕໍ່ທາງຊູມ Zoom.


ບັນດາອາຈານໄດ້ເຂົ້າຮ່ວມໃນການສຳມະນາອອນລາຍ ທີ່ຫ້ອງໄອຊີທີ (ICT) ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອໃນການຈັດໂດຍ ອາຈານ ສັງຄອນ ນິຍົມຄຳ. ຫ້ອງສະໝຸດອີເລັກໂຕຣນິກ ແມ່ນຖືວ່າເປັນເຄື່ອງມືທີ່ຈຳເປັນໃນການຂະຫຍາຍການເຂົ້າເຖິງຄວາມຮູ້ພາຍໃນ ແລະ ນອກສະຖາບັນການສຶກສາ. ພ້ອມທັງ, ຍັງເປັນເຄື່ອງມື ເພື່ອໃຫ້ຄູອາຈານກະກຽມໃນການສິດສອນ ແລະ ການຄົ້ນຄ້ວາ. ເຊິ່ງພວກເຮົາຈະມີການຝຶກອົບຮົມເພີ່ມເຕີມອີກໃນໄວໆນີ້!


ຫ້ອງສະໝຸດອີເລັກໂຕຣນິກ ແມ່ນຫໍສະມຸດແບບດີຈິຕອລ ທີ່ສາມາດເຂົ້າເຖິງຜ່ານອິນເຕີເນັດເຊິ່ງສາມາດເຂົ້າເຖິງຖານຂໍ້ມູນທາງອິນເຕີເນັດທີ່ປະກອບດ້ວຍ: ບັນດາປື້ມອີເລັກໂຕຣນິກ (e-books), ວາລະສານວິຊາການ ແລະ ແຫຼ່ງຂໍ້ມູນອື່ນໆຫຼາຍຢ່າງເຊັ່ນ: ວາລະສານ ແລະ ໜັງສືພິມ. ທ່ານສາມາດເຂົ້າໄປເບິ່ງເວບໄຊທ໌ ຫ້ອງສະໝຸດອີເລັກໂຕຣນິກ (E-library) ຂອງ ຄນລ ໄດ້ທີ່: http://flp.nuol.edu.la/e-library/
ມະຫາວິທະຍາໄລລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫ້ອງສະໝຸດອີເລັກໂຕຣນິກ E-library ໃໝ່ທີ່ໃຫ້ການສະໜັບສະໜູນໂດຍໂຄງການຂອງພວກເຮົາ. ການເຝິກອົບຮົມຄັ້ງທີ 3 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ’ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 5 ສິງຫາ ທີ່ຜ່ານມາ.

ມີທັງໝົດ 11 ທ່ານໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານຊູມ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານຂອງມະຫາໄລລຸກຊຳບວກ ດຣ. ເພີລີນ ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້. ຫ້ອງສະໝຸດອີເລັກໂຕຣນິກ ເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນເຄື່ອງມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດຄົ້ນຄວ້າ. ພວກເຮົາຈະຍັງມີການເຝິກອົບຮົມຄັ້ງອື່ນໆຕາມມາໄວໆນີ້!


E-library ແມ່ນ ຫ້ອງສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິຕອລ ທີ່ສາມາດເຂົ້ານຳໃຊ້ຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນອອນລາຍ ປະກອບມີທັງປຶ້ມ (ປຶ້ມເອເລັກໂຕຣນິກ), ວາລະສານວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນວ່າ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ ຄນລ ໄດ້ທີ່: http://flp.nuol.edu.la/e-library/
ມະຫາວິທະຍາໄລລຸກຊຳບວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫ້ອງສະໝຸດອີເລັກໂຕຣນິກ E-library ທີ່ສ້າງຂຶ້ນເມື່ອບໍ່ດົນມານີ້. ການເຝິກອົບຮົມຄັ້ງທີ 2 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຣນິກ’ ໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 17 ມິຖຸນາທີ່ຜ່ານມາ. ຜູ້ເຂົ້າຮ່ວມແມ່ນຄູອາຈານທັງໝົດ 13 ຄົນ ໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ຫຼື ທາງໄກ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານ ດຣ. ເພີຣີນ ຊິມອນ ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້.

ຫ້ອງສະໝຸດອີເລັກໂຕຣນິກເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດຄົ້ນຄວ້າ. ພວກເຮົາຈະຍັງມີການເຝິກອົບຮົມຄັ້ງອື່ນໆຕາມມາໄວໆນີ້!

E-library ແມ່ນ ຫ້ອງສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິອລທີ່ສາມາດເຂົ້ານຳໃຊ້ໄດ້ຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນ ປະກອບທັງປຶ້ມ (ປຶ້ມເອເລັກໂຕຣນິກ e-book), ວາລະສານວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ ຄນລ ໄດ້ທີ: http://flp.nuol.edu.la/e-library/
ການສະໜັບສະໜຸນຂອງ ມະຫາວິທະຍາໄລລຸກຊຳບວກ ໃນການສ້າງຫ້ອງສະໝຸດອີເລັກໂຕຣນິກ (e-library) ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ຕາມຂໍ້ຕົກລົງທີ່ເຊັນກັບອົງການ “EIFL” (ຂໍ້ມູນເອເລັກໂຕຣນິກສຳລັບຫໍສະໝຸດ) ໃນເດືອນພະຈິກ 2019. E-library ແມ່ນຫ້ອງສະໝຸດແບບດິຈິຕອລ ທີ່ສາມາດເຂົ້າເຖິງໄດ້ຜ່ານເວັບໄຊຂອງ ຄນລ (http://flp.nuol.edu.la/e-library/) ທີ່ສາມາດຊ່ວຍໃຫ້ທຸກຄົນເຂົາເຖິງຄັງຂໍ້ມູນທາງອອນລາຍເຊັ່ນ: ປຶ້ມອີເລັກໂຕຣນິກ, ວາລະສານວິຊາການ, ແລະ ແຫຼ່ງຂໍ້ມູນອື່ນໆ ເຊັ່ນ ບັນດາວາລະສານ ແລະ ໜັງສືພິມ.


ໃນວັນທີ 13 ພຶດສະພາ ທີ່ຜ່ານມານີ້, ການເຝິກອົບຮົມທາງອິນເຕີເນັດຄັ້ງທຳອິດກ່ຽວກັບ “ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຼນິກ” ໄດ້ຖືກຈັດຂຶ້ນໃຫ້ແກ່ອາຈານສອນ ແລະ ພະນັກງານຫໍສະໝຸດຂອງ ຄນລ ຫຼາຍກວ່າ 50 ຄົນ. ການເຝິກອົບຮົມດັ່ງກ່າວ ແມ່ນນຳພາໂດຍ ທ່ານນາງ ນັນທະລັດ ນົນທິວັດວະນິດ ເຊິ່ງເປັນນັກວິສະວະກອນບໍລິການກ້ອງສະໝຸດຈາກ EBSCO Thailand. ນີ້ກໍຖືວ່າ ແມ່ນເຄື່ອງມືທີ່ຈຳເປັນໃນການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ການຄົ້ນຄວ້າ! ການຝຶກອົບຮົມອື່ນໆແມ່ນຈະຕາມມາໃນໄວໆນີ້!