ຄະນະຕາງໜ້າຈາກ ມະຫາວິທະຍາໄລລຸກຊຳບວກ ຢ້ຽມຢາມລາວ, ວັນທີ 20-24 ພຶດສະພາ 2019
ໃນການຢ້ຽມຢາມລາວ ຂອງຄະນະຕາງໜ້າຈາກລຸກຊຳບວກ ໃນຄັ້ງນີ້ ແມ່ນນຳໂດຍ ປອ. ສະເຕຟານ ບຣວມ ມາພ້ອມກັບນັກຄົ້ນຄວ້າລະດັບປະລິນຍາເອດ ແລະ ຫຼັງປະລິນຍາເອກ ໄດ້ເປັນກຽດເຂົ້າພົບປະກັບ ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ໃນວັນທີ 24 ພຶດສະພາ. ນອກນັ້ນ, ສຈ. ສະເຕຟານ ບຣວມ ຍັງໄດ້ຖືໂອກາດໃນການໂອ້ລົມກ່ຽວກັບ ຄວາມຄືບໜ້າ ແລະ ໝາກຜົນຂອງ ໂຄງການຮວ່ມມືລະຫວ່າງມະຫາວິທະຍາໄລ ລະຫວ່າງ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ ມະມະຫາວິທະຍາໄລລຸກຊຳບວກ ກັບຕົວແທນຈາກຂະແໜງຂອງການສຶກສາ ແລະ ກົດໝາຍ. ສຈ. ສະເຕຟານ ບຣວມ ໄດ້ພົບປະກັບ ຮສ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງການພົບປະໃນຄັ້ງນີ້ເປັນການຢັ້ງຢືນຄວາມມຸ່ງໝັ້ນຕໍ່ການປະຕິບັດພັນທະໃນການພັດທະນາ ພາຍໃຕ້ການຮວ່ມມືຂອງທັງສອງຄະນະຂອງສອງມະຫາວິທະຍາໄລ ເຊິ່ງເປັນຕົວແບບໃຫ້ກັບຄະນະອື່ນໃນ ມຊ. … Continued